ການສະແດງສາທາລະນະບົດການສະແດງກ່ຽວກັບພາບປະທານ ໂຮ່ຈິມິນ ກັບກໍາລັງຕໍາຫຼວດປະຊາຊົນ

12:43 | 27/04/2022

ຍສໝ - ບົດປະພັນ “ເງື່ອຍເກີມລາຍ” (ຜູ້ນຳທາງ) ເປັນບົດການສະແດງທີ່ພັນລະນາໃຫ້ພົ້ນເດັ່ນພາບພົດປະທານ ໂຮ່ຈິມິນ ຢ່າງເລິກເຊິ່ງ ເຊິ່ງໄດ້ສະແດງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງໂຮງລະຄອນຕຳຫຼວດປະຊາຊົນ, ຮ່າໂນ້ຍ, ຕອນຄໍ່າວັນທີ 24 ເມສາ.

ງານແຂ່ງຂັນບານເຕະນັກຮຽນ, ນັກສຶກສາຫວຽດນາມ ຢູ່ອັງກິດ ງານແຂ່ງຂັນບານເຕະນັກຮຽນ, ນັກສຶກສາຫວຽດນາມ ຢູ່ອັງກິດ
ຊົມການສະແດງຂັບລຳພື້ນເມືອງ, ຮັບປະທານອາຫານຢູ່ຖະໜົນກາງຄືນ ກຳແພງພະລາຊະວັງເຫວ້ ຊົມການສະແດງຂັບລຳພື້ນເມືອງ, ຮັບປະທານອາຫານຢູ່ຖະໜົນກາງຄືນ ກຳແພງພະລາຊະວັງເຫວ້
ການສະແດງສາທາລະນະບົດການສະແດງກ່ຽວກັບພາບປະທານ ໂຮ່ຈິມິນ ກັບກໍາລັງຕໍາຫຼວດປະຊາຊົນ
ບົດການສະແດງ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິລະ​ປິນ​ເກືອບ 200 ທ່ານ​ໃນ​ຂົງ​ເຂດ​ຮ້ອງ​ເພງ, ຟ້ອນ, ດົນຕີ...

ບົດການສະແດງໄດ້ສະແດງໃຫ້ເຫັນນໍ້າໃຈ ແລະ ຄວາມ​ເອົາໃຈໃສ່ຢ່າງເດັ່ນຊັດຂອງ​ປະທານ ​ໂຮ່ຈີ​ມິນ ​ຕໍ່​ກັບກຳລັງ​ຕຳຫຼວດ​ປະຊາຊົນ, ພິ​ເສດ​ແມ່ນ​ກຳລັງ​ນັກສືບ​​ໃນສະໄໝ​ຕໍ່ຕ້ານ. ​ໂດຍ​ສະ​ແດງ​ພາຍໃຕ້​ຮູບ​ການ​ດົນຕີ​ປະສານ​ສຽງ, ຄະນະ​ດົນຕີ​ປະສານ​ສຽງຂອງສິລະປະບັນດິດ​, ບົດການສະແດງ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິລະ​ປິນ​ເກືອບ 200 ທ່ານ​ໃນ​ຂົງ​ເຂດ​ຮ້ອງ​ເພງ, ຟ້ອນ, ດົນຕີ... ຈຸດ​ພົ້ນ​ເດັ່ນ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ບົດການສະແດງນີ້ ກໍຄືການພັນລະນາ​ພາບ​​ປະທານ ​ໂຮ່ຈີ​ມິນ ​ໃນ​ຫຼາຍ​ກາລະເທສະ​ທີ່​ແຕກ​ຕ່າງ​ກັນ, ​ແຕ່​ເວລາອາຍຸ 5 ປີ, ​ເຖິງເວລາເປັນ​ຊາວ​ໜຸ່ມ​ໃນ​ໄວ 20 ປີ ດ້ວຍເຈດຈໍານົງທີ່ຍິ່ງໃຫຍ່ ​ເດີນທາງໄປຊອກ​ຫາ​ເສັ້ນທາງກູ້​ຊາດ​ໃນ​ປີ 1911​, ກໍຄືໃນ​ເວ​ລາ​ທີ່​ທ່ານ​ໄດ້​ເຄື່ອນ​ໄຫວ​ຢູ່​ປະ​ເທດ​ຝຣັ່ງ​, ສະ​ຫະ​ລັດ ອາເມລິກາ... ແລະ​ໃນ​ເວ​ລາ​ທີ່​ທ່ານ​ກັບ​ຄືນປະເທດ​ໃນ​ປີ 1941​.

ຫອມມາລາ

ເຫດການ
302 Found

Found

The document has moved here.