ຕອນບ່າຍວັນທີ 23 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານ ຜູ້ປະຈຳການ ສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ໄດ້ເຮັດວຽກກັບ ຜູ້ປະຈຳການສະພາຊົນເຜົ່າ ກ່ຽວກັບບັນດາໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ.
ຍສໝ - ຫວ່າງແລ້ວນີ້, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ໄດ້ເຮັດວຽກກັບ ຜູ້ປະຈຳການສະພາຊົນເຜົ່າ ກ່ຽວກັບບັນດາໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ
ຍສໝ - ນີ້ແມ່ນລາງວັນອັນລ້ຳຄ່າທີ່ສຸດເຊິ່ງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມມອບໃຫ້ ທ່ານເອກອັກຄະລັດຖະທູດ Kari Kahiluoto ເນື່ອງໃນໂອກາດສິ້ນສຸດອາຍຸການເຮັດວຽກຂອງທ່ານເອກອັກຄະລັດຖະທູດ.
ຍສໝ - ນອກຈາກການຟື້ນຟູບົດຟ້ອນທີ່ເກົ່າແກ່ຂອງພໍ່ແມ່ປະຊາຊົນເຜົ່າຜູ້ໄທຢູ່ເຊີນລາ7 ບົດແລ້ວ, ສະໂມສອນກໍ່ສະຫງວນເວລາເພື່ອຝຶກແອບບັນດາບົດຟ້ອນພື້ນເມືອງຜູ້ໄທ, ເຊີນຄູສອນມາສອນໜັງສືຊົນເຜົ່າຜູ້ໄທ ໃຫ້ແກ່ສະມາຊິກ ແລະ ພໍ່ແມ່ປະຊາຊົນໃນບ້ານ.
ເດືອນສິງຫາ ປີ 2020, ນະຄອນ ເຊີນລາ, ຂຶ້ນກັບແຂວງ ເຊີນລາ ໄດ້ສ້າງແຜນຮ່າງກ່ຽວກັບການຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ ນະຄອນ ເຊີນລາ ເຊິ່ງເຕັມໄປດ້ວຍສີສັນວັດທະນະທຳຂອງບັນດາຊົນເຜົ່າສ່ວນໜ້ອຍຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ ໄລຍະ 2020 – 2025. ການຜັນຂະຫຍາຍການປະຕິບັດແຜນຮ່າງດັ່ງກ່າວ ໄດ້ຮັບຄວາມເຫັນດີເຫັນຈາກຂອງອຳນາດການປົກຄອງຂັ້ນຮາກຖານ ແລະ ປະຊາຊົນ ເຊິ່ງໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາວຽກງານລະອຽດ ເພື່ອນຳມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນ ຄັ້ງທີ XIX ເຂົ້າໃນຊີວິດ, ປະກອບສ່ວນຮັກສາ, ເສີມຂະຫຍາຍຈຸດວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າ ທີ່ພວມມີຄວາມສ່ຽງຖືກສູນຫາຍໄປ.
ນາງສາວເຜົ່າ ຢາ້ວ 11 ຄົນ ຢູ່ບ້ານ ນ້ຳເຢິດ, ຕາແສງ ເຕິນເຊີນ, ເມືອງ ເຈິເມີຍ, ແຂວງ ບັກກ້ານ ໄດ້ສ້າງຮູບແບບສະຫະກອນ, ຫັນບັນດາຜະລິດຕະພັນທ້ອງຖິ່ນກາຍເປັນສິນຄ້າ ເພື່ອພ້ອມກັນບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ຈາກນັ້ນ, ຢັ້ງຢືນທີ່ຕັ້ງບົດບາດ ຂອງແມ່ຍິງຊາວເຜົ່າສ່ວນໜ້ອຍໃນຄອບຄົວ ກໍ່ຄືຢູ່ໃນສັງຄົມ.
ຍສໝ - ໃນເດືອນມີນານີ້, ບັນດາການເຄື່ອນໄຫວຢູ່ໝູ່ບ້ານວັດທະນະທຳການທ່ອງທ່ຽວບັນດາເຜົ່າຫວຽດນາມ ທີ່ມີຫົວຂໍ້ “ສີຂຽວທີ່ຂ້ອຍຮັກ” ດ້ວຍຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ ແລະ ດຶງດູດໃຈ.
ບຸນປີໃໝ່ມີຄວາມສຳຄັນທີ່ສຸດສຳລັບຊາວຫວຽດ ເມື່ອບຸນເຕັດວຽນມາ, ທຸກຄົນ ທຸກຄອບຄົວ ໄດ້ເຕົ້າໂຮມກັນດ້ວຍຄວາມອົບອຸ່ນ. ຄຽງຄູ່ກັນນັ້ນ, ບັນດາຮີດຄອງປະເພນີໃນຊຸມມື້ບຸນເຕັດປະຈຳຊາດຫວຽດນາມ ກໍ່ມີຄວາມສຳຄັນຍິ່ງ ແລະ ຮີດຄອງປະເພນີໃນການຕ້ອນຮັບບຸນເຕັດຂອງແຕ່ລະຊົນເຜົ່າ ກໍ່ມີຈຸດເອກະລັກສະເພາະ ຊື່ງໄດ້ສ້າງເປັນສີສັນວັດທະນະທຳພິເສດສະເພາະ ໃນປະຊາຄົມບັນດາເຜົ່າຫວຽດນາມ ໃນຄວາມຫຼາກຫຼາຍກ່ຽວກັບຮີດຄອງປະເພນີ ໃນການຕອ້ນຮັບບຸນເຕັດຂອງບັນດາເຜົ່າອ້າຍນ້ອງ.
ຍສໝ - ລັດຖະບານຫາກໍ່ປະກາດໃຊ້ກອບການເຄື່ອນໄຫວປ່ຽນແປງໃໝ່ກົນໄກ, ນະໂຍ ບາຍໜູນຊ່ວຍໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມ ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030.
ຍສໝ - ທ່ານ Igor Driesmans ເອກອັກຄະລັດຖະທູດ ເອີລົບ (EU ) ປະຈຳອາຊຽນ ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ EU ມີຄວາມປາດຖະໜາຢາກໃຫ້ ອາຊຽນ ແລະ ຈີນປະຕິບັດສຳເລັດ ບັນດາການເຈລະຈາຢ່າງກະຈ່າງແຈ້ງກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍ ຢູ່ ທະເລຕາເວັນອອກຢ່າງມີປະສິດທິຜົນ, ແທດຈິງ ແລະ ມີຄວາມຜູກມັດດ້ານນິຕິກຳ.
ຍສໝ - ໃນລະຫວ່າງວັນທີ 16 – 19 ກັນຍາ, ຢູ່ບາງກອກໄດ້ດຳເນີນກອງປະຊຸມປຶກສາຫາລືລວມ (JCM) ເພື່ອກະກຽມໃຫ້ແກ່ກອງປະຊຸມອາຊຽນຂັ້ນສູງຄັ້ງທີ 35 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ.
ໃນຂະນະນັ້ນ, ກະຊວງການສຶກສາ ແລະ ບຳລຸງສ້າງຈະປະກາດໃຊ້ຂໍ້ຕົກລົງສ້າງກົນໄກຈັດຕັ້ງການປະຕິບັດໄລຍະທີ 2 ແຜນຮ່າງການເພີ່ມທະວີພາສາຫວຽດ ໃຫ້ແກ່ເດັກນ້ອຍອະນຸບານ ແລະ ນັກຮຽນຂັ້ນປະຖົມ ເຂດຊົນເຜົ່າສ່ວນໜ້ອຍ, ບູລະນະຄຳສັ່ງແນະນຳກ່ຽວກັບການຈັດຕັ້ງ ແລະ ເຄື່ອນໄຫວຂອງບັນດາໂຮງຮຽນກິນນອນຊົນເຜົ່າໃຫ້ສຳເລັດ
ຍສໝ - ບັນດາກອງປະຊຸມໄດ້ຈັດຕັ້ງໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ຢູ່ ບາງກອກ ໄດ້ເລີ່ມຕົ້ນຢ່າງເປັນທາງການໃນວັນທີ 20 ມິຖຸນາ, ດ້ວຍວາລະກອງປະຊຸມຂອງຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ (CPR).
ຍສໝ - ຕອນເຊົ້າວັນທີ 21 ສິງຫາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດກຳປູເຈຍ, ໄດ້ດຳເນີນກອງປະຊຸມຄັ້ງທີ 17 ຄະນະກຳມະການປະສົມ ລະຫວ່າງ ຫວຽດນາມ - ກຳປູເຈຍ.
ຍສໝ - ໃນທຸກໆສິ່ງທ້າທາຍລ້ວນແຕ່ຄົງຕົວກາລະໂອກາດ ແລະ ສິ່ງສຳຄັນທີ່ສຸດແມ່ນບັນດາປະເທດ RCEP ຕ້ອງຍາດແຍ້ງກາລະໂອກາດດັ່ງກ່າວໃຫ້ດີທີ່ສຸດເພື່ອຍູ້ແຮງເປົ້າໝາຍຟື້ນຟູເສດຖະກິດ ກໍ່ຄືຍາດເອົາທີ່ຕັ້ງເປັນໃຈກາງສຳລັບພື້ນຖານເສດຖະກິດທົ່ວໂລກ ຄືນໃໝ່.
ຍສໝ - ກອງປະຊຸມສຳມະນາແນະນຳໂຄງການ “ຍົກສູງກຳລັງຄວາມສາມາດດ້ານເສດຖະກິດໃຫ້ແກ່ແມ່ຍິງ ຢູ່ ຫວຽດນາມ” (ຂຽນຫຍໍ້ແມ່ນ AWEEV) ຫາກໍ່ດຳເນີນໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າສະຖານທູດ ການາດາ, ຄະນະກຳມະການປະຊາຊົນ ແລະ ບັນດາພະແນກ, ຂະແໜງການແຂວງລາຍເຈົາ, ອົງການ CARE ສາກົນ ປະຈຳ ຫວຽດນາມ, ບັນດາຄູ່ຮ່ວມມືໂຄງການ ແລະ ຜູ້ໄດ້ຮັບຜົນປະໂຫຍດ.
ຍສໝ - ໃນຂອບເຂດຊຸມຊົນ, ພິທີສົມມະນາຄຸນເທບພະເຈົ້າຂອງຊາວເຜົ່າບານາ ມີຂອບ ຂະໜາດໃຫຍ່ກວ່າ ດ້ວຍການຮ່ວມແຮງຮ່ວມໃຈຂອງທຸກຄອບຄົວ, ທຸກຄົນ.
ຍສໝ - ບົດລານງານກໍ່ສະເໜີຫວຽດນາມຕ້ອງປະຕິບັດວຽກງານວາງແຜນກຳນົດຢູ່ແຄມທະເລຢ່າງສິ້ນເຊິ່ງໂດຍອີງໃສ່ການໄຈ້ແຍກກ່ຽວກັບຄວາມສ່ຽງເພື່ອແນໃສ່ຮັບປະກັນການເຕີບໂຕ ທີ່ຕ້ອງຄິດໄລ່ເຖິງຄວາມສ່ຽງຈາກໄພທຳມະຊາດ ແລະ ຄວາມອົດທົນ, ບໍ່ປະໃຫ້ເກີດຜົນຕາມຫຼັງ.
ລັດຖະບານ ອົດສະຕາລີ ໄດ້ຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ - 19 AstraZeneca ຈຳນວນ 300.000 ໂດສ ພ້ອມດ້ວຍເຄື່ອງອຸປະກອນການແພດ ໃຫ້ແກ່ ຫວຽດນາມ.
ເອື້ອຍຄູ ຮ່າແອັງເຟື້ອງ - ຄູສອນວິຊາພາສາ ອັງກິດ ຢູ່ໂຮງຮຽນມັດທະຍົມຕອນປາຍ ເຮືອງເກີ່ນ, ແຂວງ ຝຸທໍ້ ຂອງ ຫວຽດນາມ ເປັນກຽດໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ປີ 2021 ຂອງ ໄທ. ເອື້ອຍຄູຜູ້ນີ້ໄດ້ຮັບການຕີລາຄາວ່າ ມີຫຼາຍຂໍ້ລິເລີ່ມທີ່ໂດດເດັ່ນໃນການສຶກສາ ແລະ ໄດ້ຂຶ້ນຊື່ລືຊາໄປທົ່ວປະຊາຄົມທ້ອງຖິ່ນ ກໍຄື ສາກົນ, ໜຶ່ງໃນນັ້ນແມ່ນຮູບແບບຫ້ອງຮຽນຂ້າມຊາຍແດນ, ປະກອບຄວາມຮູ້ ແລະ ທັກສະໃຫ້ແກ່ນ້ອງນັກຮຽນກາຍເປັນພົນລະເມືອງໂລກ.