ຮີດ​ຄອງ​ເພ​ນີຕ້ອນ​ຮັບ​ບຸນ​ເຕັດ​ຂອງ​ບັນ​ດາ​ຊົນ​ເຜົ່າ​ຢູ່​ໄຕ​ບັກ

06:30 | 06/02/2022

ບຸນປີໃໝ່ມີຄວາມສຳຄັນທີ່ສຸດສຳລັບຊາວຫວຽດ ເມື່ອບຸນເຕັດວຽນມາ, ທຸກຄົນ ທຸກຄອບຄົວ ໄດ້ເຕົ້າໂຮມກັນດ້ວຍຄວາມອົບອຸ່ນ. ຄຽງຄູ່ກັນນັ້ນ, ບັນດາຮີດຄອງປະເພນີໃນຊຸມມື້ບຸນເຕັດປະຈຳຊາດຫວຽດນາມ ກໍ່ມີຄວາມສຳຄັນຍິ່ງ ແລະ ຮີດຄອງປະເພນີໃນການຕ້ອນຮັບບຸນເຕັດຂອງແຕ່ລະຊົນເຜົ່າ ກໍ່ມີຈຸດເອກະລັກສະເພາະ ຊື່ງໄດ້ສ້າງເປັນສີສັນວັດທະນະທຳພິເສດສະເພາະ ໃນປະຊາຄົມບັນດາເຜົ່າຫວຽດນາມ ໃນຄວາມຫຼາກຫຼາຍກ່ຽວກັບຮີດຄອງປະເພນີ ໃນການຕອ້ນຮັບບຸນເຕັດຂອງບັນດາເຜົ່າອ້າຍນ້ອງ.

ເດືອນ​ມັງ​ກອນ 2022, ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ບັນ​ລຸ 29 ຕື້ USD, ເພີ່ມ​ຂຶ້ນ 1,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021 ເດືອນ​ມັງ​ກອນ 2022, ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ບັນ​ລຸ 29 ຕື້ USD, ເພີ່ມ​ຂຶ້ນ 1,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021
Satyam Mishra (ອິນເດຍ):  ຂ້າ​ພະ​ເຈົ້າ​ຮັກ​ຮີດ​ຄອງ​ປະ​ເພ​ນີບຸນເຕັດຢູ່ຫວຽດ​ນາມ Satyam Mishra (ອິນເດຍ): ຂ້າ​ພະ​ເຈົ້າ​ຮັກ​ຮີດ​ຄອງ​ປະ​ເພ​ນີບຸນເຕັດຢູ່ຫວຽດ​ນາມ
ຊາວເຜົ່າຢ້າວຫໍ່ເຂົ້າຕົ້ນຕ້ອນຮັບບຸນເຕັດ (ພາບ: dantocmiennui.vn)
ຊາວເຜົ່າຢ້າວຫໍ່ເຂົ້າຕົ້ນຕ້ອນຮັບບຸນເຕັດ (ພາບ: dantocmiennui.vn)

ເຂດໄຕບັກ (ໝາຍເຖິງເຂດຕາເວັນຕົກທາງພາກເໜືອຫວຽດນາມ) ແມ່ນບ່ອນດຳລົງຊີວິດຂອງບັນດາຊົນເຜົ່າຄື: ເຜົ່າຜູ້ໄທ, ໄຕ່, ເມື່ອງ, ຢ້າວ….ແຕ່ລະຊົນເຜົ່າກໍ່ມີຈຸດເປັນເອກະລັກສະເພາະ, ສ້າງສີສັນວັດທະນະທຳທີ່ມີຫຼາຍຮູບແບບໃຫ້ແກ່ປະຊາຄົມ 54 ຊົນເຜົ່າອ້າຍນ້ອງໃນປະເທດຊາດຫວຽດນາມ.

ແຕ່ລະປີ, ໃນເດືອນ 12 ໄລ່ຕາມຈັນທະປະຕິທິນ, ຊາວເຜົ່າຄາງ ຢູ່ເມືອງກິງຍາຍ, ແຂວງເຊີນລາ ຈະເຂົ້າປ່າເອົາຝືນ, ເອົາໃບຕອງເພື່ອຫໍ່ເຂົ້າຕົ້ມ, ເອົາໃບກວ້ຍປ່າເພື່ອຫໍ່ຊີ້ນປິ້ງ, ຈັດພາເຂົ້າຍາມບຸນເຕັດ. ນອກຈາກການກະກຽມອາຫານການກິນໃຫ້ຊຸມມື້ບຸນເຕັດແລ້ວ, ມີຮີດຄອງປະເພນີໜຶ່ງທີ່ ປຊຊ ຖືເປັນສຳຄັນທີ່ສຸດ ນັ້ນແມ່ນການສະຜົມສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່. ປ້າ ລໍ່ທິຟັກ ຜູ້ເຂົ້າໃຈເລິກກ່ຽວກັບວັດທະນະທຳຊົນເຜົ່າຄາງ ຢູ່ຕາແສງຈຽງເອີນ, ເມືອງກິງຍາຍ ໃຫ້ຮູ້ວ່າ:

ເພື່ອສະຜົມແມ່ນຕ້ອງມີນ້ຳລ້າງເຂົ້າ, ຍອດຕົ້ນນາດ 1 ຍອດ ແລະ ຍອດຕົ້ນຊໍແຊ 1 ຍອດ ຈຸມໃສ່ນ້ຳລ້າງເຂົ້າແລ້ວຟິດໃສ່ຫົວ 3 ເທື່ອ, ແລ້ວພາວະນາເພື່ອຂໍໃຫ້ສິ່ງທີ່ໂຊກຮ້າຍຂອງປີເກົ່າໄຫຼໄປຕາມແມ່ນ້ຳ. ພາວະນາຂໍໃຫ້ບັນພະບຸລຸດນຳມາເຊິ່ງໂຊກລາບ ແລະ ສິ່ງທີ່ດີທີ່ສຸດໃຫ້ແກ່ຕົນເອງ, ຄອບຄົວ, ບ້ານເມືອງໃນປີໃໝ່. ພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍ, ລະດູເກັບກ່ຽວໄດ້ຮັບຜົນດີ, ມີງົວຄວາຍເປັນຝູງ, ເຂົ້າສານເຕັມໄຫ…

ກໍ່ຄືກັນກັບບັນດາຊົນເຜົ່າອື່ນ, ຊາວເຜົ່າມົ້ງ ກໍ່ມີຫຼາຍຮີດຄອງປະເພນີທີ່ເຕັມໄປດ້ວຍສີສັນຂອງຊາດ. ໜຶ່ງໃນບັນດາຮີດຄອງປະເພນີເຫຼົ່ານັ້ນ ແມ່ນຮີດຄອງປະເພນີບູຊາບັນພະບູລຸດ, ປ່ຽນຮ້ານບູຊາ ແລະ ເຈັ້ຍຕິດໃນຮ້ານບູຊາໃໝ່ໃນໂອກາດບຸນເຕັດ. ນີ້ແມ່ນສ່ວນສຳຄັນທີ່ສຸດ. ໃນວັນສຸດທ້າຍຂອງປີເກົ່າ, ເຈົ້າຂອງບ້ານຕ້ອງຕັດໄມ້ໄຜ່ໃໝ່ຕອນ 1 ແລະ ຕັດເຈັ້ຍໃໝ່ຕອນ 1 ເພື່ອແທນຮ້ານບູຊາເກົ່າ ພ້ອມທັງເລືອກໄກ່ຜູ້ໃຫຍ່ໂຕ 1 ສີແດງ, ງາມ, ປາດເອົາເລືອດ, ລົກຂົນຄໍຕິດໃສ່ເຈັ້ຍໃນຮ້ານບູຊາ. ຫຼັງຈາກນັ້ນ ຕົ້ມໄກ່ ແລ້ວເອົາໃສ່ຮ້ານບູຊາ ເພື່ອເຊີນປູ່ຍ່າຕາຍາຍ, ບັນພະບູລຸດ, ຮອດຕອນເຊົ້າວັນທີ 1 ຂອງບຸນເຕັດຈຶ່ງໄດ້ເອົາລົງຈາກຮ້ານບູຊາ. ທ່ານ ທ່າວຈືເຈັຍ ຢູ່ບ້ານ ກໍຍື, ຕາແສງ ລອງແຮະ, ເມືອງ ທ້ວນເຈົາ, ແຂວງ ເຊີນລາ ໃຫ້ຮູ້ວ່າ:

ຊາວເຜົ່າມົ້ງໄດ້ເຮັດພິທີປ່ຽນຮ້ານບູຊາໃນຕອນກາງຄືນ ພາຍຫຼັງຈຸດເວລາສົ່ງທ້າຍປີເກົ່າ ເລີ່ມກ້າວເຂົ້າປີໃໝ່, ຕອນເຊົ້າຕື່ນມາເພື່ອພາວະນາຂໍໃຫ້ໂຊກໃຫ້ລາບ, ຕ້ອນຮັບສິ່ງທີ່ດີງາມ. ທີ 2 ແມ່ນເມື່ອເຮັດຮ້ານບູຊາແລ້ວ, ໃນເວລາແຕ່ 3-4 ໂມງເຊົ້າຕ້ອງໄປເອົາຕຸກນ້ຳທຳອິດໃນປີໃໝ່ ດ້ວຍຄວາມຫວັງຢາກໄດ້ຮັບບັນດາຄວາມໂຊກລາບ, ໂຊກດີໃຫ້ແກ່ຄອບຄົວ, ຂໍໃຫ້ດິນຟ້າເອື້ອອຳນວຍ, ທຳມາຫາກິນໄດ້ຮັບຜົນດີ, ເຂົ້າສານ ສາລີເຕັມໄຫ, ເງິນເຕັມຖົງ, ສັດລ້ຽງເຕັມຄອກ… ທີ 3 ແມ່ນເຮັດບັນດາວຽກດັ່ງກ່າວແລ້ວ, ບັນດາສະມາຊິກໃນຄອບຄົວບໍ່ໃຫ້ໄປໃສໄກ, ພຽງແຕ່ໄປອວຍພອນປີໃໝ່ຢູ່ບ້ານໃກ້ເຮືອນຄຽງເທົ່ານັ້ນ, ບໍ່ໃຊ້ເງິນ, ບໍ່ຂີ່ລົດ…ໃນຊຸມວັນບຸນເຕັດ.

ສ່ວນສຳລັບຊາວເຜົ່າຢ້າວ, ບຸນເຕັດແມ່ນໂອກາດເພື່ອທັງຄອບຄົວພັກຜ່ອນ, ເຕົ້າໂຮມກັນພາຍຫຼັງການເຮັດວຽກຢ່າງລຳບາກໃນເວລາ 1 ປີ, ແມ່ນໂອກາດເພື່ອລາຍງານຕໍ່ບັນພະບູລຸດ ກ່ຽວກັບບັນດາຜົນງານໃນທັງປີ, ຂໍໃຫ້ສິ່ງທີ່ດີງາມເຂົ້າມາໃນປີໃໝ່. ດ້ວຍຈິດໃຈມຸ່ງໄປເຖິງກົກເຄົ້ານັ້ນ, ຊາວເຜົ່າຢ້າວ ຖືການບູຊາບັນພະບູລຸດໃນໂອກາດບຸນເຕັດ ເປັນສຳຄັນທີ່ສຸດ. ເຄື່ອງຂອງໃນພີທີບູຊາລວມມີ: ຊີ້ນໝູ, ຊີ້ນໄກ່ຜູ້, ເຂົ້າຕົ້ມ, ເຂົ້າໜົມໄຢ, ເຫຼົ້າ… ແລະ ສ່ວນໜຶ່ງທີ່ບໍ່ອາດຂາດໄດ້ ນັ້ນແມ່ນຟືນ. ແຕ່ລະຄອບຄົວລ້ວນແຕ່ໄດ້ກະກຽມຟືນ 3 ດົ້ນໃຫ່ຍ, ແໜ້ນ, ແຂງ ເພື່ອສາມາດໃຊ້ໃນຕະຫຼອດ 3 ມື້ຂອງບຸນເຕັດ ໂດຍບໍ່ມອດ.

ຖ້າໄປຢ້ຽມຢາມຊາວເຜົ່າສ່ວນໜ້ອຍເຂດພູດອຍໄຕບັກ ໃນໂອກາດບຸນເຕັດ, ນອກຈາກໄດ້ເຫັນປະຈັກຕາບັນດາຮີດຄອງປະເພນີ, ພິທີການທີ່ເປັນເອກະລັກສະເພາະຄື: ຂະລຳການເອີ້ນຮຽກກັນ, ໃຊ້ເງິນ, ຂະລຳກິນຜັກ...ແລ້ວ, ໃນວັນທີ 1 ຂອງບຸນເຕັດ, ແຂກທ່ອງທ່ຽວຍັງຈະໄດ້ສູດບັນຍາດກາດທີ່ປອດໂປ່ງສົດໃສຂອງເຂດພູດອຍໄຕບັກອີກດ້ວຍ ແລະ ໄດ້ເຈືອຈານເຂົ້າກັບສີສັກທີ່ຫຼາກຫຼາຍຂອງດອກຄາຍ, ດອກໝັ້ນ, ດອກຝູງ ຫລືຈະໄດ້ຮຽນວິທີແກ່ວງໝາກປາວ ພ້ອມກັບບັນດານາງສາວຊົນເຜົ່າ ນຸ່ງຊຸດອາພອນທີ່ສວຍງາມ ໄປຫຼີ້ນໃນຍາມບຸນເຕັດ, ຕ້ອນຮັບລະດູບານໃໝ່.

vovworld.vn

ເຫດການ
302 Found

Found

The document has moved here.