ຍສໝ - ໃນຂອບເຂດຊຸດອົບຮົມການສອນພາສາຫວຽດນາມ ໃຫ້ແກ່ບັນດາຄູອາຈານຫວຽດນາມ ຢູ່ຕ່າງປະເທດ ປີ 2025, ຄະນະຜູ້ຮຽນໄດ້ມີການເຄື່ອນໄຫວນອກຫຼັກສູດຫຼາຍຢ່າງຢູ່ຮ່າໂນ້ຍ ແລະ ແຂວງ ໄທງວຽນ.
ຍສໝ - ຜ່ານ 4 ລຸ້ນ, ຄອບຄົວຂອງນາງ ເນື່ອງ ຍັງຮັກສາ ແລະ ສືບທອດພາສາແມ່ເປັນແຫຼ່ງທີ່ສັກສິດ ເພື່ອໃຫ້ຊາວຫວຽດນາມ ບໍ່ພຽງແຕ່ດຳລົງຊີວິດທາງປາກເວົ້າເທົ່ານັ້ນ ຫາກຍັງໄດ້ຮັບການສ່ອງແສງຜ່ານຮີດຄອງປະເພນີ ແລະ ວິຖີຊີວິດອີກດ້ວຍ.
ຍສໝ - ໃນລະຫວ່າງວັນທີ 19 – 21 ກໍລະກົດ 2025, ຊາວໜຸ່ມປັນຍາຊົນຫວຽດນາມ 10 ຄົນ ທີ່ຕາງໜ້າປະຊາຄົມປັນຍາຊົນຫວຽດນາມ ຢູ່ ຍີ່ປຸ່ນ ຈະກັບຄືນຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສປັນຍາຊົນຊາວຫນຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 6 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ: “ບັນດານັກປັນຍາຊົນຫວຽດນາມ ໃນທົ່ວໂລກ ປະກອບສ່ວນເຮັດໃຫ້ປະເທດກ້າວເຂົ້າສູ່ສັງກາດໃໝ່”. ກ່ອນເຫດການ, ຜູ້ແທນຫຼາຍທ່ານໄດ້ແບ່ງປັນກັບວາລະສານ ຍຸກສະໄໝ ບັນດາຂໍ້ສະເໜີຢ່າງແທດຈິງເພື່ອປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງຫວຽດນາມ.
ຍສໝ - ນັບແຕ່ວັນທີ 1 ກໍລະກົດ ປີ 2025, ຫວຽດນາມ ຈະດຳເນີນຮູບແບບລັດຖະບານທ້ອງຖິ່ນ 2 ຊັ້ນໃນທົ່ວປະເທດຢ່າງເປັນທາງການ. ຊາວຫວຽດນາມຢູ່ຕ່າງປະເທດຫຼາຍຄົນຢູ່ລາວ, ອິດສະຣາແອນ, ອິນໂດເນເຊຍ ສະແດງຄວາມສະໜັບສະໜູນຢ່າງແຂງແຮງຕໍ່ນະໂຍບາຍນີ້, ພ້ອມກັນນັ້ນ ກໍຄາດວ່າຈະມີການຫັນປ່ຽນຢ່າງໃຫຍ່ຫຼວງໃນກົງຈັກການບໍລິຫານ - ມຸ່ງໄປເຖິງຜົນສັກສິດ, ປະສິດທິຜົນ, ຈະແຈ້ງ ແລະ ໃກ້ຊິດກັບປະຊາຊົນ.
ຍສໝ - ຕອນບ່າຍວັນທີ 24 ມີນາ, ຢູ່ຮ່າໂນ້ຍ, ຄະນະປະຈໍາລັດຖະບານກ່ຽວກັບຊາວຫວຽດນາມ - ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແຈ້ງໃຫ້ຊາບກ່ຽວກັບບາງການເຄື່ອນໄຫວໂດຍຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈັດຕັ້ງໃນໄຕມາດທີ 2 ປີ 2025.
ຍສໝ - ວັນທີ 25 ກຸມພາ 2025, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະກຳມະການແຫ່ງລັດ ຫວຽດນາມ ກ່ຽວກັບຊາວຫຽດນາມອາໄສຢູ່ຕ່າງປະເທດ ໄດ້ຮ່ວມເປັນປະທານໃນການເຮັດວຽກລະຫວ່າງສອງອົງການ ເພື່ອແນໃສ່ກວດກາຄືນໝາກຜົນການຜັນຂະຫຍາຍວຽກງານສົມທົບກັນໃນປີ 2024 ແລະ ແລກປ່ຽນ, ປຶກສາຫາລືກ່ຽວກັບໜ້າທີ່ທີ່ສຳຄັນໃນປີ 2025.
ຍສໝ - ຊາວຫວຽດນາມຢູ່ຕ່າງປະເທດໄດ້ກາຍເປັນແຫຼ່ງກຳລັງທີ່ສຳຄັນໃນຂະບວນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ. ຊາວຫວຽດນາມຢູ່ຕ່າງປະເທດ ຍັງມີບົດບາດເປັນຂົວຕໍ່ເພີ່ມພູນຄູນສ້າງມິດຕະພາບ, ຊຸກຍູ້ການພົວພັນຮ່ວມມືດ້ານການລົງທຶນກັບບັນດາປະເທດ.
ຍສໝ - ລະດູບານໃໝ່ບ້ານເກີດເມືອງນອນແມ່ນເຫດການພິເສດ, ທີ່ປະຊາຊົນທີ່ຢູ່ຫ່າງໄກຈາກບ້ານກັບເມືອປະເທດຊາດ, ເຊື່ອມຕົວເຂົ້າໃນກະແສຂອງປະເທດຊາດ ແລະ ມີຄວາມຮູ້ສຶກຢ່າງເລິກເຊິ່ງເຖິງລົມຫາຍໃຈຂອງບ້ານເກີດເມືອງນອນໃນແຕ່ລະໂນດດົນຕີ ແລະ ສີສັນດອກໄມ້ຂອງບຸນປີໃໝ່. ສຳລັບຊາວຫວຽດນາມ ຢູ່ຕ່າງປະເທດ, ນີ້ບໍ່ພຽງແຕ່ແມ່ນໂອກາດເຕົ້າໂຮມກັນເທົ່ານັ້ນ, ຫາກຍັງແມ່ນຈຸດເວລາເພື່ອເຊື່ອມຕໍ່ຈິດວິນຍານກັບຕົ້ນກຳເນີດ, ເພື່ອຮູ້ສຶກວ່າເຂົາເຈົ້າຂຶ້ນກັບຊຸມຊົນທີ່ໃຫຍ່, ເຂັ້ມແຂງ ແລະ ເຕັມໄປດ້ວຍຮັກແພງ.
ຍສໝ - ຕອນບ່າຍວັນທີ 9 ມັງກອນ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວກ່ຽວກັບລາຍການ “ລະດູບານໃໝ່ບ້ານເກີດເມືອງນອນ” ປີ 2025.
ຍສໝ - ວັນທີ 9 ພະຈິກ, ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີຍ້ອງຍໍບັນດານັກຊ່ຽວຊານປັນຍາຊົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຍ້ອນບັນດາປະກອບສ່ວນຄວາມຄິດເຫັນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວກໍ່ສ້າງ, ພັດທະນານະຄອນ.
ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມໃນແຜນການສົມທົບກັນເຮັດວຽກ 2024 ລະຫວ່າງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຄະນະທະນາຍຄວາມຮ່າໂນ້ຍ.
ຍສໝ - ວັນທີ 22 ສິງຫາ, ຢູ່ “ເວທີປາໄສບັນດານັກປັນຍາຊົນ ແລະ ຊ່ຽວຊານ ຫວຽດນາມ ຢູ່ຕ່າງປະເທດ” ໃນຂອບເຂດ “ກອງປະຊຸມ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດທົ່ວໂລກ ຄັ້ງທີ 4” ໄດ້ດຳເນີນຢູ່ ຮ່າໂນ້ຍ, ທ່ານ ປອ ເລວຽດກວັ໋ກ (ນັກຄົ້ນຄ້ວາ AI ຂອງກຸ່ມ Google) ໄດ້ແບ່ງປັນກັບນັກຂ່າວວາລະສານ ເທີຍດ້າຍ ກ່ຽວກັບ 4 ກຸ່ມມາດຕະການແກ້ໄຂ ເພື່ອຍາດແຍ່ງກາລະໂອກາດພັດທະນາປັນຍາປະດິດຢູ່ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 3 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະລັດຖະບານ ກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມຂ່າວກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ພາຍຫຼັງ 20 ປີແຫ່ງການປະຕິບັດມະຕິ 36-NQ/TW ຂອງກົມການເມືອງຫວຽດນາມ ກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ.
ຍສໝ - ວັນທີ 4 ສິງຫາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແຂວງ ກວາງນາມ ໄດ້ຈັດຕັ້ງພິທີມອບລົດເຂັນ 20 ຄັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ບັນດາເມືອງ ທັງບິ່ງ, ຕາມກີ, ຝູນິງ, ນູຍແທ່ງ. ລົດເຂັນຈຳນວນນີ້ແມ່ນໂດຍທ່ານນາງ ເຈີ່ນໂຕ໋ງ່າ, ຊາວຫວຽດນາມ ອາໄສຢູ່ ຝລັ່ງ ເຊື່ອມຕໍ່ເພື່ອຮຽກຮ້ອງການໜູນຊ່ວຍຈາກປະຊາຄົມຊາວ ຫວຽດນາມ ຢູ່ ສະວິດ.
ຍສໝ - ວັນທີ 25 ກໍລະກົດ, ຢູ່ແຂວງ ນິງທ້ວນ, ແຂວງ ບິ່ງທ້ວນ, ຊາວໜຸ່ມ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນໄດ້ໄປຢ້ຽມຢາມ ແລະ ຊອກຮູ້ວັດທະນະທຳ ຊາວເຜົ່າຈຳ.
ຍສໝ - ນັ້ນແມ່ນສິ່ງທີ່ທ່ານນາງ Nhu-Tarnawska ຮວ່າກິມເງິນ ໄດ້ແບ່ງປັນກັບນັກຂ່າວຈາກວາລະສານ ເທີຍດ້າຍ. ທ່ານຫາກໍ່ໄດ້ຮັບນາມມະຍົດສາດສະດາຈານຈາກ ທ່ານປະທານາທິບໍດີປະເທດ ໂປແລນ Andrzej Duda ແລະ ແມ່ນນັກວິທະຍາສາດຍິງທີ່ມີເຊື້ອຊາດ ຫວຽດນາມ ຜູ້ທຳອິດ ແລະ ນັກວິທະຍາສາດຄົນທີ 5 ທີ່ມີເຊື້ອຊາດ ຫວຽດນາມ ຢູ່ ໂປແລນ ບັນລຸໄດ້ຜົນງານດັ່ງກ່າວ.
ຍສໝ - ແຕ່ວັນທີ 25 – 29 ມິຖຸນາ, ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງຄະນະຜູ້ແທນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄປຢ້ຽມຢາມພະນັກງານ ແລະ ນັກຮົບກອງທັບເຮືອເຂດ 5.
ຍສໝ - ວັນທີ 27 ພຶດສະພາ 2024, ທ່ານ ເລທິທູຮັ່ງ ລັດຖະມົນຕີີຊ່ວຍວ່າການກະຊວງການຕ່າງປະເທດ ນຳໜ້າຄະນະຜູ້ແທນຂອງກະຊວງການຕ່າງປະເທດໄປເຮັດວຽກຢູ່ແຂວງ ດົ່ງນາຍ.
ຍສໝ - ນັ້ນແມ່ນຄຳປາໄສຂອງທ່ານ Danny ຫວໍແທັງດັງ, ຊາວຫວຽດນາມຢູ່ ສິງກະໂປ ເຊິ່ງແມ່ນນັກປາຖະກະຖາແຜ່ແຮງບັນດານໃຈ ກ່ຽວກັບເລີ່ມສ້າງຕົວ ແລະ ປະດິດສ້າງ ຢູ່ການພົບປະປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ຢູ່ນະຄອນ ໂຮ່ຈີມິນ ໄດ້ປະກອບຄວາມຄິດຄວາມເຫັນ, ສະເໜີຄວາມເຫັນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງນະຄອນ ເນື່ອງໃນວັນຄູຫວຽດນາມ ວັນທີ 20 ພະຈິກ.
ຍສໝ - ວັນທີ 2 ກັນຍາ, ພາບພົດຂອງທຸງຊາດ ຫວຽດນາມ ໄດ້ສາຍໃນຈອມທາດ Namsan ແລະ ສຳນັກງານອົງການຄຸ້ມຄອງຢູ່ໃຈກາງນະຄອນຫຼວງ ເຊີອຸນ, ປະເທດ ສ ເກົາຫຼີ ແຕ່ເວລາ 19 ໂມງ 30 ນາທີ - 23 ໂມງ 00, ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ຫວຽດນາມ (2/9/1945 – 2/9/2023).