![]() | ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຄວາມຫວັງໃນລະດູບານໃໝ່ໃໝ່ຂອງປະເທດຊາດ |
![]() | ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະມານ 1.000 ຄົນຈະເຂົ້າຮ່ວມ “ລະດູບານໃໝ່ບ້ານເກີດເມືອງນອນ” ປີ 2025 |
![]() |
ກໍາມະການຄະນະສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະມາຄົມນັກທຸລະກິດ ຫວຽດນາມ - ສ.ເກົາຫຼີ ເຈີ່ນຫາຍລິງ - ພາບ: VGP/ຢຽບແອັງ |
ທຸກໆຄັ້ງເມື່ອປີໃໝ່ວຽນມາ, ທ່ານ ເຈີ່ນຫາຍລິງ, ກໍາມະການຄະນະສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະມາຄົມນັກທຸລະກິດ ຫວຽດນາມ - ສ.ເກົາຫຼີ ລ້ວນແຕ່ພະຍາຍາມຈັດຕັ້ງສັບຊ້ອນວຽກງານຢູ່ ສ.ເກົາຫຼີ ເພື່ອກັບບ້ານເກີດເມືອງນອນ. ສຳລັບທ່ານ, ນີ້ແມ່ນຈຸດເວລາທີ່ມີຄວາມໝາຍ ແລະ ສັກສິດທີ່ສຸດ ເພື່ອເຕົ້າໂຮມກັບຄອບຄົວ, ໄດ້ມີບັນຍາກາດມ່ວນຊື່ນທີ່ເປັນມູນເຊື້ອຢ່າງອົບອຸ່ນຂອງຊາດ. ຍິ່ງໄປກວ່ານັ້ນແມ່ນການເຂົ້າຮ່ວມລາຍການ “ລະດູບານໃໝ່ບ້ານເກີດເມືອງນອນ” ທີ່ຈັດຂຶ້ນປະຈຳປີ.
Là 1 trong 100 kiều bào tiêu biểu của chương trình Xuân Quê hương 2025, ông Trần Hải Linh chia sẻ niềm vui, niềm vinh dự khi được tham gia chương trình, đây là cơ hội để những người Việt xa xứ có thể gặp gỡ, giao lưu và hiểu hơn về những thành tựu mà đất nước đã đạt được trong năm qua và những định hướng phát triển trong những năm mới.
ໂດຍເປັນໜຶ່ງໃນ 100 ຊາວຫວຽດນາມດີເດັ່ນຂອງລາຍການລະດູບານໃໝ່ບ້ານເກີດເມືອງນອນ 2025, ທ່ານ ເຈີ່ນຫາຍລິງ ໄດ້ແບ່ງປັນຄວາມປິຕິຊົມຊື່ນ ແລະ ເປັນກຽດທີ່ໄດ້ເຂົ້າຮ່ວມລາຍການນີ້, ນີ້ແມ່ນໂອກາດເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດສາມາດພົບປະ, ແລກປ່ຽນ ແລະ ເຂົ້າໃຈຕື່ມກ່ຽວກັບບັນດາຜົນງານທີ່ປະເທດບັນລຸໄດ້ໃນບັນດາປີທີ່ຜ່ານມາ ແລະ ບັນດາທິດທາງການພັດທະນາໃນປີໃຫມ່.
ຊຸກຍູ້ການຮ່ວມມືວິສາຫະກິດ ຫວຽດນາມ ແລະ ສ.ເກົາຫຼີ ຢ່າງເຂັ້ມແຂງ
“ໃນສັງກາດບືນຕົວຂຶ້ນ, ສັງກາດໃໝ່ຂອງຊາດ, ຊາວຫວຽດນາມພວກຂ້າພະເຈົ້າແຕ່ລະຄົນ ລ້ວນແຕ່ຖືຈິດໃຈ ແລະທ່ວງທ່າໃນຕົວເອງ ກຽມພ້ອທີ່ຈະປະກອບສ່ວນກຳລັງຄວາມຄິດ ເພື່ອພັດທະນາປະເທດຊາດ. ພວກຂ້າພະເຈົ້າກັບມາທີ່ນີ້ກໍ່ແມ່ນໂອກາດ ເພື່ອອັບເດດສະພາບການພາຍໃນປະເທດ ກໍ່ຄືນຳເອົາຂໍ້ມູນທີ່ຖືກຕ້ອງທີ່ສຸດໄປເຖິງປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ, ຈາກນັ້ນ ກໍ່ສືບຕໍ່ມີບັນດາການເຄື່ອນໄຫວມຸ່ງໄປເຖິງປະເທດຊາດ”, ທ່ານ ເຈີ່ນຫາຍລິງ ກ່າວ.
ໃນຖານະເປັນປະທານສະມາຄົມນັກທຸລະກິດ ຫວຽດນາມ - ສ.ເກົາຫຼີ, ໃນຊຸມປີມໍ່ໆມານີ້, ທ່ານ ເຈີ່ນຫາຍລິງ ພ້ອມກັບບັນດາຄູ່ຮ່ວມງານຂອງຕົນ ແລະ ວິສາຫະກິດສະມາຊິກຫລາຍແຫ່ງ ໄດ້ຈັດຕັ້ງບັນດາລາຍການໃຫຍ່ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງບັນດາວິສາຫະກິດຫວຽດນາມ ແລະ ສ.ເກົາຫຼີ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດລະຫວ່າງສອງປະເທດ.
ຕົວຢ່າງຄື, ສະມາຄົມນັກທຸລະກິດ ຫວຽດນາມ - ສ.ເກົາຫຼີ ໄດ້ອຸປະຖຳຄ່າໃຊ້ຈ່າຍທັງໝົດເພື່ອເຊີນບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສົ່ງເສີມການຄ້າຢູ່ ສ.ເກົາຫຼີ. ນອກຈາກນັ້ນ, ສະມາຄົມນັກທຸລະກິດ ຫວຽດນາມ - ສ.ເກົາຫຼີ ກໍ່ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ເລີມດົງ ປະຕິບັດໂຄງການສົ່ງເສີມການຄ້າແຫ່ງຊາດ, ຮ່ວມມືພັດທະນາສິນຄ້າສົ່ງອອກໄປຍັງ ສ.ເກົາຫຼີ ໃຫ້ທັງໝົດເຂດ ໄຕງວຽນ; ສົມທົບກັບຄະນະກຳມະການປະຊາຊົນແຂວງ ນິງທ້ວນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຜັນຂະຫຍາຍລາຍການທີ່ຄ້າຍຄືກັບເຂດພາກກາງພາກໃຕ້.
ທ່ານ ເຈີ່ນຫາຍລິງ ໃຫ້ຮູ້ວ່າ, ຄວາມປາດຖະໜາຂອງທ່ານ ບໍ່ພຽງແຕ່ແມ່ນຜັນຂະຫຍາຍຢູ່ບາງທ້ອງຖິ່ນເທົ່ານັ້ນ ຫາກຍັງໃຫ້ແຕ່ລະພາກພື້ນ ເພື່ອເພີ່ມທະວີການຄ້າລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ. ໜຶ່ງໃນບັນດາເປົ້າໝາຍມຸ່ງໄປເຖິງຄວາມມານະພະຍາຍາມທີ່ສຸດຂອງສະມາຄົມນັກທຸລະກິດ ຫວຽດນາມ - ສ.ເກົາຫຼີ ແມ່ນຮ່ວມມືໜູນຊ່ວຍການຊຸກຍູ້ດ້ານການຄ້າລະຫວ່າງ 2 ປະເທດໂດຍໄວຜ່ານ 100 ຕື້ USD ໃນໄລຍະຈະມາເຖິງ.
ໃນປີຜ່ານມາ, ລັດຖະບານ ແລະ ບັນດາກະຊວງ, ຄະນະ, ຂະແໜງການ ໄດ້ປະກາດໃຊ້, ແກ້ໄຂຫຼາຍນະໂຍບາຍສອດຄ່ອງກວ່າກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຄື ກ່ຽວກັບສັນຊາດ, ການເຂົ້າອອກເມືອງ, ການພັກພາອາໄສ, ດິນແດນ, ເຮືອນຢູ່... ດ້ວຍເນື້ອໃນປອດໂປ່ງກວ່າ, ສ້າງເງື່ອນໄຂໃຫ້ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດໄດ້ຮັບສິດ ແລະ ພັນທະ ເພື່ອໃຫ້ເຂົາເຈົ້າສາມາດປະກອບສ່ວນເຂົ້າໃນການພັດທະນາຂອງປະເທດໃຫ້ຫຼາຍກວ່າອີກ.
![]() |
ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ຖ່າຍຮູບທີ່ລະນຶກກັບຊາວຫວຽດນາມ ຢູ່ຕ່າງປະເທດທີ່ພົ້ນເດັ່ນໄປ 100 ທ່ານ ເຂົ້າຮ່ວມລາຍການ “ລະດູບານໃໝ່ບ້ານເກີດເມືອງນອນ 2025” - ພາບ: VGP |
ໃນໄລຍະມໍ່ໆມານີ້, ບັນດາປະເທດໃນພາກພື້ນ ເວົ້າສະເພາະ ແລະ ໃນທົ່ວໂລກ ເວົ້າລວມ ລ້ວນແຕ່ໄດ້ຮັບຜົນກະທົບຈາກການເມືອງ, ສົງຄາມ ແລະ ບັນດາຄວາມຫຍຸ້ງຍາກດ້ານເສດຖະກິດ, ແຕ່ການເຕີບໂຕ GDP ຂອງ ຫວຽດນາມ ຢູ່ໃນ top ບັນດາປະເທດມີລະດັບການເຕີບໂຕສູງ, ພິເສດ ແມ່ນບາງທ້ອງຖິ່ນໄດ້ວາງເປົ້າໝາຍເຕີບໂຕ GDP ລະດັບສອງຕົວເລກ. ນັ້ນແມ່ນຄວາມຕັດສິນໃຈບໍ່ພຽງແຕ່ຂອງແຕ່ລະທ້ອງຖິ່ນເທົ່ານັ້ນ ຫາກຍັງຂອງທົ່ວປະເທດອີກດ້ວຍ, ໄດ້ສະແດງໃຫ້ເຫັນການນຳພາອັນສະຫຼາດສ່ອງໃສຂອງພັກ, ລັດ, ລັດຖະບານ ແລະ ຄວາມຕັດສິນໃຈພ້ອມໃຈຂອງປະຊາຊົນ ເພື່ອປະຕິບັດບັນດາເປົ້າໝາຍໃນສັງກາດໃໝ່ - ສັງກາດບືນຕົວຂຶ້ນຂອງປະເທດຊາດ.
ທ່ານ ເຈີ່ນຫາຍລິງ ສະແດງຄວາມເຊື່ອໝັ້ນວ່າ ສຳລັບ ສ.ເກົາຫຼີ - ຄູ່ຮ່ວມມືຍຸດທະສາດຮອບດ້ານຂອງ ຫວຽດນາມ ໃນໄລຍະມໍ່ໆມານີ້ ແມ່ນປະເທດທີ່ມີການລົງທຶນໃຫຍ່ທີ່ສຸດເຂົ້າຫວຽດນາມ, ໃນສັງກາດໃໝ່, ສ.ເກົາຫຼີ ຈະສືບຕໍ່ນຳມາເຊິ່ງບັນດາຄຸນຄ່າທີ່ເໝາະສົມກັບການພັດທະນາຂອງຫວຽດນາມ.
ທ່ານ ເຈີ່ນຫາຍລິງ ຢືນຢັນວ່າ: “ພວກຂ້າພະເຈົ້າພ້ອມແລ້ວທີ່ຈະເປັນຂົວຕໍ່ໜູນຊ່ວຍ ເພື່ອຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໃຫ້ນັບມື້ນັບມີປະສິດທິຜົນຕື່ມອີກ".
ຊາວຫວຽດນາມຢູ່ຕ່າງປະເທດແຕ່ລະຄົນກໍຄືເອກອັກຄະລັດຖະທູດປະຊາຊົນ.
ລະດູບານໃໝ່ພວມວຽນມາ, ທ່ານ ເຈິ່ນຫາຍລິງ ກໍ່ຄືຊາວຫວຽດນາມຢູ່ຕ່າງປະເທດຫຼາຍຄົນ ລ້ວນແຕ່ປາດຖະໜາຢາກຕ້ອນຮັບບຸນປີໃໝ່ຢູ່ບ້ານເກີດເມືອງນອນ.
ສຳລັບຊາວຫວຽດນາມຢູ່ຕ່າງປະເທດທີ່ບໍ່ກັບບ້ານເກີດເມືອງນອນ, ປະຊາຄົມຊາວຫວຽດນາມ ຢູ່ ສ.ເກົາຫຼີ ກໍ່ມີຫຼາຍລາຍການບຸນປີໃໝ່ຊຸມຊົນ ໂດຍສະຖານທູດ ຫວຽດນາມ ຈັດຕັ້ງ. ນອກຈາກນັ້ນ, ບັນດາຊຸມຊົນຊາວຫວຽດນາມ ຢູ່ແຕ່ລະທ້ອງຖິ່ນກໍ່ຈັດໃຫ້ຊາວຫວຽດນາມ ຢູ່ບັນດາທ້ອງຖິ່ນ. ຊາວຫວຽດນາມຢູ່ ສ.ເກົາຫຼີ ແມ່ນມີຄວາມຫຼາກຫຼາຍ, ມີບັນດາຄອບຄົວນາໆວັດທະນະທຳ, ຜູ້ອອກແຮງງານ ແລະ ນັກສຶກສາຫວຽດນາມຢູ່ ສ.ເກົາຫຼີ. ທັງໝົດລ້ວນແຕ່ມີນ້ຳໃຈສາມັກຄີ, ພະຍາຍາມອອກແຮງງານ ແລະ ສຶກສາຮ່ຳຮຽນ ເພື່ອກໍ່ສ້າງປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ໃຫ້ເຂັ້ມແຂງ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດປະຈຳຖິ່ນ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ.
ທ່ານ ເຈີ່ນຫາຍລິງ ໃຫ້ຮູ້ວ່າ ຊາວຫວຽດນາມອາໄສຢູ່ຕ່າງປະເທດແຕ່ລະຄົນ ກໍ່ຄືເອກອັກຄະລັດຖະທູດປະຊາຊົນ, ຖ້າພວກເຮົາຮູ້ວິທີຂຸດຄົ້ນບັນດາທ່າແຮງຂອງເຂົາເຈົ້າ ກໍ່ຈະປະກອບສ່ວນສ້າງສາປະເທດຫວຽດນາມ ໃຫ້ຈະເລີນຮຸ່ງເຮືອງກວ່າອີກ.
![]() | ນະຄອນ ໂຮ່ຈິມິນ ເຊີດຊູການປະກອບສ່ວນຂອງບັນດານັກປັນຍາຊົນຫວຽດນາມ ຢູ່ຕ່າງປະເທດ ຍສໝ - ວັນທີ 9 ພະຈິກ, ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີຍ້ອງຍໍບັນດານັກຊ່ຽວຊານປັນຍາຊົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຍ້ອນບັນດາປະກອບສ່ວນຄວາມຄິດເຫັນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວກໍ່ສ້າງ, ພັດທະນານະຄອນ. |
![]() | ເພີ່ມທະວີການປຶກສາຫາລື, ເຜີຍແຜ່, ຕອບສະໜອງໜູນຊ່ວຍກົດໝາຍ ໃຫ້ແກ່ຊາວຫວຽດນາມຢູ່ຕ່າງປະເທດ ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມໃນແຜນການສົມທົບກັນເຮັດວຽກ 2024 ລະຫວ່າງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຄະນະທະນາຍຄວາມຮ່າໂນ້ຍ. |
ແທັງຮັ່ງ