ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນຫວຽດນາມ - ລາວ

ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນຫວຽດນາມ - ລາວ

ຍສໝ - ຕອນບ່າຍວັນທີ 28 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ໄດ້ນຳໜ້າຄະນະຜູ້ແທນສະຖານທູດຫວຽດນາມ ປະຈໍາ ລາວ ໄປອວຍພອນກົມພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ.

ການພົບປະເຈລະຈາ ລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກ 2 ປະເທດຫວຽດນາມ ແລະ ລາວ

ການພົບປະເຈລະຈາ ລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກ 2 ປະເທດຫວຽດນາມ ແລະ ລາວ

ຍສໝ - ວັນທີ 21 ເມສາ, ຢູ່ ຮ່າໂນ້ຍ, ທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການພົບປະເຈລະຈາກັບທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ.

ການຮ່ວມມື ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກຳປູເຈຍ

ການຮ່ວມມື ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກຳປູເຈຍ

ຍສໝ - ຫວ່າງແລ້ວນີ້, ຢູ່​ນະຄອນຫຼວງ​ພະນົມ​ເປັນ, ທ່ານ​ປະທານ​ພັກປະຊາຊົນ​ກຳປູ​ເຈຍ (CPP), ​ນາຍົກລັດຖະມົນຕີ Hun Sen, ທ່ານປະທານ​ກິດຕິມະສັັກ CPP, ປະທານ​ສະພາ​ແຫ່ງ​ຊາດ Heng Samrin ​ແລະ ຮອງ​ປະທານ CPP, ປະທານ​ສະພາ​ສູງ Say Chhum ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ເລ​ຮ່ວາຍ​ຈູງ, ກຳມະການຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ພວມ​ຢ້ຽມຢາມ ກຳປູ​ເຈຍ ຢ່າງ​ເປັນ​ທາງ​ການ.

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພົບປະທາງໄກ ກັບຫົວໜ້າ ຄະນະຈັດຕັ້ງ ແລະ ນະໂຍບາຍສູນກາງພັກກອມມູນິດກູບາ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພົບປະທາງໄກ ກັບຫົວໜ້າ ຄະນະຈັດຕັ້ງ ແລະ ນະໂຍບາຍສູນກາງພັກກອມມູນິດກູບາ

ສອງ​ຝ່າຍ​ໄດ້​ເປັນ​ ເອກະ​ພາບ​ຕີ​ລາຄາ​ສູງ ​ຕໍ່​ສາຍ​ພົວພັນ​ຮ່ວມ​ມື​ ມິດຕະພາບທີ່ປັນ​ມູນ​ເຊື້ອ ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນສອງ​ຊາດ ​ລາວ-​ກູ​ບາ ໃນ​ໄລຍະ​ຜ່ານ​ມາ, ​​​ປຶກສາຫາລືກ່ຽວກັບ ທິດທາງການຮ່ວມມື ລະຫວ່າງສອງພັກ ໃນຊຸມປີຕໍ່ໜ້າ, ພ້ອມທັງ​ໄດ້ແລກປ່ຽນ ທັດສະນະ ຕໍ່ສະພາບການພາກ​ພື້ນ ​ແລະ ​ສາກົນ ຈຳນວນໜຶ່ງທີ່​ສອງ​ຝ່າຍ ​ມີ​ຄວາມ​ສົນ​ໃຈຮ່ວມກັນ.

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ

ຫວ່າງແລ້ວນີ້, ທີ່ ຄະນະພົວພັນ ຕ່າງປະເທດສູນກາງພັກ, ທ່ານ ນາງສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ລໍດອຍດຳບາ ກາລ໌ບັດຣັກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ.

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບ ບັນດາເອກອັກຄະລັດຖະທູດຕ່າງປະເທດປະຈຳ ສປປ ລາວ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບ ບັນດາເອກອັກຄະລັດຖະທູດຕ່າງປະເທດປະຈຳ ສປປ ລາວ

ເມື່ອບໍ່ດົນມານີ້, ຢູ່ທີ່​​ຄະນະ​ພົວພັນ​ຕ່າງ ປະ​ເທດ​ສູນ​ກາ​ງພັກ, ທ່ານ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ເລຂາທິການສູນກາງພັກ, ຫົວໜ້າ​ຄະນະ​ພົວພັນ​ ຕ່າງປະ​ເທດ​ສູນ​ກາງ​ພັກ ​ໄດ້​ຕ້ອນ ຮັບການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ ​ທ່ານ ​ເຈດສະດາ ກະຕະເວທິ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ແລະ ທ່ານ ​​ໂພຣ ແຄລີ (​Paul Kelly), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ.

ທ່ານ ຮ່ວາງບີງກວນ  ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດອີຣານ

ທ່ານ ຮ່ວາງບີງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດອີຣານ

ຍສໝ - ໃນວັນທີ 26 ກຸມພາປີ 2021, ຢູ່ສຳນັກງານສູນກາງພັກ, ທ່ານຮ່ວາງບິ່ງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດ ຫວຽດນາມ ໄດ້ໄດ້ມີການຕ້ອນຮັບ ທ່ານ Ali Akhbar Nazari ເອກອັກຄະລັດຖະທູດອີຣານປະຈຳຫວຽດນາມ ເນື່ອງໃນໂອກາດເລີ່ມຕົ້ນດຳລົງຕຳແໜ່ງຢູ່ຫວຽດນາມ.

ທ່ານ ຮ່ວາງບີງກວນ ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດ ຫວຽດນາມ ເຈລະຈາທາງອອນລາຍ ກັບທ່ານ Ogata Yasuo ຫົວຫນ້ຄະນະພົວພັນສາກົນ ສູນກາງພັກກອມມູນິດ ຍີ່ປຸ

ທ່ານ ຮ່ວາງບີງກວນ ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດ ຫວຽດນາມ ເຈລະຈາທາງອອນລາຍ ກັບທ່ານ Ogata Yasuo ຫົວຫນ້ຄະນະພົວພັນສາກົນ ສູນກາງພັກກອມມູນິດ ຍີ່ປຸ

ຍ​ສ​ໝ - ທີ່ກອງປະຊຸມ, ທ່ານຮວ່າງບິ່ງກວນ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການ ແລະ ໝາກຜົນຂອງການປ້ອງກັນການລະບາດຂອງພະຍາດ Covid -19 ຢູ່ຫວຽດນາມ, ສະພາບເສດຖະກິດ - ສັງຄົມ; ທິດທາງແລະການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ; ມາດຕະການເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນສະພາບການຂອງການປ້ອງກັນ Covid-19.

ຄະນະພົວພັນຕ່າງປະເທດສູນກາງພັກ ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

ຄະນະພົວພັນຕ່າງປະເທດສູນກາງພັກ ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

ໃນວັນທີ 28 ກໍລະກົດ 2020, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານ ສູນກາງພັກສະໄໝທີ X ແລະ ເລົ່າມູນເຊື້ອວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 65 ປີ (20/71955-20 /72020). ໃຫ້ກຽດເຜີຍແຜ່ ແລະ ເລົ່າມູນເຊື້ອ ໂດຍສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ມີບັນດາສະຫາຍ ໃນຄະນະພັກ, ຄະນະກົມ, ຄະນະພະແນກ, ສະມາຊິກພັກ, ພະນັກງານຫລັກແຫລ່ງ ທົ່ວຄະນະພົວພັນ ຕ່າງປະເທດສູນກາງພັກ ເຂົ້າຮ່ວມ.

ຄະນະພົວພັນຕ່າງປະເທດສູນກາງພັກເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງຊາດ ແລະ ສາກົນ

ຄະນະພົວພັນຕ່າງປະເທດສູນກາງພັກເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງຊາດ ແລະ ສາກົນ

ໃນວັນທີ 17 ມິຖຸນາ 2020, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດປາຖະກະຖາເຊື່ອມຊືມມູນເຊື້ອວິລະກໍາໂຕນຄຸກ ຢ່າງມະຫັດສະຈັນ ຂອງຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 60 ປີ, ວັນເກີດ ທ່ານ ວະລາດີເມຍ ອີລີສ ເລນິນ ຄົບຮອບ 150 ປີ, ວັນເກີດ ປະ ທານ ໂຮ່ຈິມິນ ຄົບຮອບ 130 ປີ, ວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາດຊິດເຢຍລະມັນ ໃນສົງຄາມໂລກ ຄັ້ງທີ II ຄົບຮອບ 75 ປີ, ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 45 ປີ.

ຄະນະພົວພັນຕ່າງປະເທດສູນກາງພັກ ເຜີຍແຜ່ເອກະສານ ສໍາຄັນຂອງພັກ ຂອງ ຊາດ

ຄະນະພົວພັນຕ່າງປະເທດສູນກາງພັກ ເຜີຍແຜ່ເອກະສານ ສໍາຄັນຂອງພັກ ຂອງ ຊາດ

ໃນວັນທີ 17 ມີນາ 2020 ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດປາຖະກະຖາເຊື່ອມຊຶມເອກະສານ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ, ວັນຄຽດແຄ້ນຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ 74 ປີ, ໃຫ້ກຽດປາຖະກະຖາ ໂດຍ ສະຫາຍ ນາງ ສູນທອນ ໄຊຍະຈັກ ກໍາມະການສູນກາງພັກ, ເລຂາຄະ ນະພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ມີບັນດາສະຫາຍ ໃນຄະນະພັກ, ຄະນະກົມ, ພະແນກ ແລະ ພະນັກງານວິຊາການ ພາຍໃນຄະນະພົວພັນ ຕ່າງປະເທດສູນກາງພັກ ເຂົ້າຮ່ວມ.

ຄະນະພົວພັນຕ່າງປະເທດສູນກາງພັກ ສະຫລຸບວຽກງານກວດກາ ປະຈຳປີ 2019

ຄະນະພົວພັນຕ່າງປະເທດສູນກາງພັກ ສະຫລຸບວຽກງານກວດກາ ປະຈຳປີ 2019

ວັນ​ທີ 25 ກຸມພາ 2020, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ກວດກາ ປະຈຳ​ປີ 2019 ​ແລະ ທິດ​ທາງ​ແຜນການ​ປີ 2020 ​ແລະ ​ເຜີຍ​ແຜ່​ເຊື່ອມ​ຊຶມ​ເນື້ອ​ໃນ​ບົດ​ສະຫລຸບ​ ການ​ເຄື່ອນ​ໄຫວ​ວຽກ​ງານ​ກວດກາ​ທົ່ວ​ປະ​ເທດ ປະຈຳ​ປີ 2019 ​ແລະ ທິດ​ທາງ​ແຜນການ​ ປີ 2020 ກໍ​ຄື ​ບົດ​ໂອ້​ລົມ​ຂອງ​ ທ່ານ ບຸນ​ທອງ ຈິດ​ມະນີ ຮອງ​ນາຍົກລັດຖະມົນຕີ, ໂດຍມີ​ ທ່ານ​ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ພະນັກງານ​-ລັດຖະກອນ ພາຍ​​ໃນ ຄຕພ ​ເຂົ້າ​ຮ່ວມ.

ຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກ ຢ້ຽມຢາມ ແລະ ເຮັດວຽກຢູ່ສປ ຈີນ

ຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກ ຢ້ຽມຢາມ ແລະ ເຮັດວຽກຢູ່ສປ ຈີນ

ໂດຍປະຕິບັດຕາມແຜນການຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ປະຈໍາປີ 2019, ສະຫາຍ ນາງ ສູນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ແຕ່ວັນທີ 31 ມີນາ - 4 ເມສາ 2019.

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບ ເອກອັກຄະລັດຖະທູດ ສປປ ເກົາຫລີ ຄົນໃໝ່ ປະຈຳ ລາວ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບ ເອກອັກຄະລັດຖະທູດ ສປປ ເກົາຫລີ ຄົນໃໝ່ ປະຈຳ ລາວ

ວັນທີ 13 ສິງຫາ 2018 ທີ່ ສຳນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານນາງ ສູນທອນ ໄຊຍະຈັກ ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຣີ ຢອງ ໂຊ (RI YONG CHOL) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ເກົາຫລີ ຄົນໃໝ່ ປະຈຳ ສ​ປປ ລາວ.

ເຫດການ