ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ເຢຍລະມັນ ໄດ້ສຳພາດທ່ານ Daniel Müller ນັກຊ່ຽວຊານດ້ານເສດຖະກິດ ຮັບຜິດຊອບ ອາຊຽນ ຂອງ ສະຫະພັນ ວິສາຫະກິດ ເຢຍລະມັນ ປະຈຳ ອາຊີ-ປາຊີຟິກ ກ່ຽວກັບສະພາບການເສດຖະກິດຂອງ ຫວຽດນາມ ໃນ 6 ເດືອນຕົ້ນປີ 2021.
ຍສໝ - ບົດລາຍງານຂອງທະນາຄານ ADB ໃຫ້ຂໍ້ສັງເກດວ່າ, ທ່າເຕີບໂຕເສດຖະກິດ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ເພີ່ມຂຶ້ນ, ດ້ວຍບັນດາໂຄງການປະຕິຮູບ ເພື່ອແນໃສ່ການປັບປຸງສະພາບແວດລ້ອມດຳເນີນທຸລະກິດ.
ຍສໝ - ບັນດານັກສັງເກດ ໄດ້ຄາດຄະເນວ່າຫວຽດນາມ ຈະພັດທະນາສູງຂື້ນຖ້າສືບຕໍ່ຄວບຄຸມການລະບາດຂອງພະຍາດ COVID-19, ເຊິ່ງກຳລັງມີການແຜ່ລາມອີກຄັ້ງໃນຫລາຍປະເທດ.
ຍສໝ - ນັກຊ່ຽວຊານດ້ານເສດຖະກິດພາກພື້ນອາຊີ, ຂຶ້ນກັບທະນາຄານ Standard Chartered ໃຫ້ຮູ້ວ່າ: ການເຕີບໂຕເສດຖະກິດ ຫວຽດນາມ ຄາດຄະເນວ່າ ຈະຟື້ນຕົວໃນ 6 ເດືອນທ້າຍປີນີ້ ດ້ວຍກຳລັງໜູນສຳຄັນທີ່ມາຈາກກຳລັງແຮງພາຍໃນຂອງພື້ນຖານເສດຖະກິດ.
ຍສໝ- ການເຕີບໂຕເສດຖະກິດໃນໄຕມາດທີ 1/2020 ຂອງຫວຽດນາມບັນລຸ 3,82%, ຂົງເຂດອຸດສາຫະກໍາແລະການກໍ່ສ້າງມີລະດັບການເຕີບໂຕສູງທີ່ສຸດເຊິ່ງບັນລຸ 5,15%; ຂົງເຂດການບໍລິການເພີ່ມຂຶ້ນ3,27%...
ຍສໝ - ນີ້ແມ່ນຫົວຂໍ້ຂອງເວທີປຶກສາຫາລືກ່ຽວກັບການພັດທະນາແບບຍືນຍົງຂອງຫວຽດນາມ 2019 (VSF) ເຊິ່ງໄດ້ຈັດຂຶ້ນໂດຍພາຍໃຕ້ການຊ່ວຍເຫຼືອຂອງກະຊວງແຜນການ ແລະ ການລົງທຶນ, ສະຖາບັນນະໂຍບາຍ ແລະການພັດທະນາໂດຍການຮ່ວມມືກັບສະມາຄົມວິທະຍາສາດ ແລະ ຜູ້ຊ່ຽວຊານຫວຽດນາມໃນທົ່ວໂລກ (AVSE Global) ໃນເມື່ອວັນທີ 18 ເດືອນມັງກອນ ປີ 2019.
ວັນທີ 05 ທັນວາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມເວທີປາໄສປະຕິຮູບ ແລະ ພັດທະນາ ຫວຽດນາມ 2018 (VRDF) ດ້ວຍຫົວຂໍ້ວ່າ: “ວິໄສທັດໃໝ່, ກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕເສດຖະກິດໃນສັງກາດໃໝ່”.
ກ່າວຄຳເຫັນທີ່ກອງປະຊຸມ, ອົງການກວດສອບແຫ່ງລັດ ຫວຽດນາມ, ປະທານ ASOSAI ອາຍຸການ 2018 – 2021 ໃຫ້ຮູ້ວ່າ: ຢູ່ ຫວຽດນາມ, ການຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ ຍາມໃດກໍ່ຕິດພັນກັບພາລະກິດແຫ່ງການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.
ຕອນເຊົ້າວານນີ້ ສືບຕໍ່ກອງປະຊຸມສະໄໝສາມັນເດືອນກໍລະກົດ 2018, ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ, ລັດຖະບານໄດ້ສະຫງວນເວລາສ່ວນຫຼາຍປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມ.