ກະຊວງແຜນການແລະການລົງທຶນ ຄາດຄະເນ 3 ແຜນການເຕີບໂຕເສດຖະກິດຮອດປີ 2023

15:01 | 27/07/2022

ໃນລະດັບສູງ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ໄພເງິນເຟີ້ໄດ້ຄວບຄຸມຢູ່ໃນລະດັບປະມານ 4%, ບັນດາຄວາມດຸນດຽງໃຫຍ່ໄດ້ຮັບການຮັບປະກັນ, ການເຕີບໂຕເສດຖະກິດປີ 2022 ບັນລຸໄດ້ຄາດໝາຍທີ່ໄດ້ວາງອອກ.

ຫຼາຍອົງການສາກົນມີຄວາມປະເອີບໃຈກ່ຽວກັບເສດຖະກິດ ຫວຽດນາມ, ຄາດຄະເນ GDP ເພີ່ມຂຶ້ນ 6,9 – 7% ຫຼາຍອົງການສາກົນມີຄວາມປະເອີບໃຈກ່ຽວກັບເສດຖະກິດ ຫວຽດນາມ, ຄາດຄະເນ GDP ເພີ່ມຂຶ້ນ 6,9 – 7%
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອວຍພອນທິມບານເຕະຍິງຫວຽດນາມ ເປັນຄັ້ງທຳອິດໄດ້ເຂົ້າຮອບຊິງຊະນະເລີດ World Cup 2023 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອວຍພອນທິມບານເຕະຍິງຫວຽດນາມ ເປັນຄັ້ງທຳອິດໄດ້ເຂົ້າຮອບຊິງຊະນະເລີດ World Cup 2023
ພາບປະກອບ: VTC
ພາບປະກອບ: VTC

ໂດຍປະຕິບັດການຊີ້ນຳຂອງລັດຖະບານ ທີ່ກອງປະຊຸມທາງໄກລັດຖະບານກັບທ້ອງຖິ່ນ ແລະ ວາລະປະຊຸມສະໄໝສາມັນປະຈຳເດືອນ ມິຖຸນາ ຂອງລັດຖະບານ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ສະເໜີສ້າງແຜນຮ່າງຮັບປະກັນສະຖຽນລະພາບ ເພື່ອຮັບເອົາຄຳຫັນ ແລະ ຈະລາຍງານຕໍ່ຄະນະປະຈຳການລັດຖະບານໃນເດືອນ ກໍລະກົດ ນີ້. ບົນພື້ນຖານຄາດຄະເນສະພາບຢູ່ພາຍໃນປະເທດ, ສາກົນ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ຍົກອອກ 3 ແຜນການ ທີ່ຄາດຄະເນໃຫ້ແກ່ 6 ເດືອນທ້າຍປີ 2022 ແລະ ປີ 2023. ຕາມນັ້ນແລ້ວ, ໃນລະດັບສູງ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ໄພເງິນເຟີ້ໄດ້ຄວບຄຸມຢູ່ໃນລະດັບປະມານ 4%, ບັນດາຄວາມດຸນດຽງໃຫຍ່ໄດ້ຮັບການຮັບປະກັນ, ການເຕີບໂຕເສດຖະກິດປີ 2022 ບັນລຸໄດ້ຄາດໝາຍທີ່ໄດ້ວາງອອກ, ປີ 2023 ບັນລຸເປົ້າໝາຍສະເລ່ຍໄລຍະ 2021 – 2025 (6,5-7%). ໃນລະດັບປານກາງ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ໄພເງິນເຟີ້ສູງກວ່າລະດັບ 4%, ແຕ່ຍັງຄວບຄຸ້ມ, ບາງການດຸນດຽງໃຫຍ່ບໍ່ຮັບປະກັນໄດ້ຄວາມດຸນດຽງ, ການເຕີບໂຕເສດຖະກິດປີ 2022 ບັນລຸເປົ້າໝາຍທີ່ໄດ້ວາງອອກ, ປີ 2023 ພຽງແຕ່ໃກ້ກັບເປົ້າໝາຍສະເລ່ຍໄລຍະ 2021 – 2025. ດ້ວຍແຜນການລະດັບຕ່ຳແມ່ນ, ເສດຖະກິດມະຫາພາກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໄພເງິນເຟີ້ເພີ່ມຂຶ້ນສູງ, ຄວາມດຸນດຽງໃຫຍ່ບໍ່ຮັບປະກັນການດຸນດຽງ, ການເຕີບໂຕເສດຖະກິດປີ 2022 ບັນລຸເປົ້າໝາຍທີ່ໄດ້ວາງອອກ, ປີ 2023 ຕ່ຳກວ່າເປົ້າໝາຍສະເລ່ຍໄລຍະ 2021 – 2025.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.