ລະດັບການເຕີບໂຕເສດຖະກິດ ຫວຽດນາມ ລືນກາຍຢ່າງຂາດຂັ້ນເມື່ອທຽບໃສ່ປະເທດອື່ນໆໃນອາຊີ

11:05 | 06/11/2022

ຕາມຜູ້ຂຽນແລ້ວ, ຫວຽດນາມ ພວມລື່ນກາຍປະເທດອື່ນໆໃນອາຊີ ເມື່ອພິຈາລະນາກ່ຽວກັບລະດັບການເຕີບໂຕເສດຖະກິດທີ່ວ່ອງໄວ

undefined
ພາບປະກອບ

ລະດັບການເຕີບໂຕເສດຖະກິດ ຫວຽດນາມ ພວມລືນກາຍຢ່າງຂາດຂັ້ນເມື່ອທຽບໃສ່ປະເທດອື່ນໆໃນອາຊີ - ນີ້ແມ່ນຂໍ້ສັງເກດຂອງທ່ານ Megha Mandavia ໃນບົດຂຽນລົງໃນໜັງສືພິມ Wall Street Journal (WSJ) ໃນວັນທີ 1 ພະຈິກ. ຕາມຜູ້ຂຽນແລ້ວ, ຫວຽດນາມ ພວມລື່ນກາຍປະເທດອື່ນໆໃນອາຊີ ເມື່ອພິຈາລະນາກ່ຽວກັບລະດັບການເຕີບໂຕເສດຖະກິດທີ່ວ່ອງໄວ, ການສະສົມເງິນຕາຕ່າງປະເທດ (ສະກຸນເງິນໂດລາສະຫະລັດ) ແລະ ນະໂຍບາຍເງິນຕາມີໄຫວພິບ.

ໃນບົດຂຽນຂອງ WSJ ເນັ້ນໜັກວ່າ: ຫວຽດນາມ ອາດສາມາດນອນໃນບັນດາປະເທດເຕີບໂຕໄວທີ່ສຸດຢູ່ ອາຊີ. ຫວຽດນາມ ມີທ່າແຮງເລີ່ມມາຈາກທີ່ຕັ້ງເຕີບໂຕທີ່ໜ້ານັບຖືດ້ວຍລະດັບ GDP ໄຕມາດທີ III ປີ 2022 ເພີ່ມຂຶ້ນຢູ່ໃນລະດັບ 13,7% ເມືື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ນອກຈາກນັ້ນ, ບົດຂຽນຂອງ WSJ ຍັງໃຫ້ຂໍ້ສັງເກດວ່າ: ເກືອບຄືວ່າ, ຫວຽດນາມ ບໍ່ຖືກຜົນສະທ້ອນຍ້ອນລາຄາສະບຽງອາຫານເພີ່ມຂຶ້ນສູງໃນທົ່ວໂລກ ຍ້ອນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຜະລິດ ແລະ ສົ່ງອອກເຂົ້າສານແຖວໜ້າຂອງໂລກ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.