ຄວນສືບຕໍ່ຮັກສາກຳລັງໜູນໃຫ້ການເຕີບໂຕເສດຖະກິດ

10:08 | 03/08/2018

ຕອນເຊົ້າວານນີ້ ສືບຕໍ່ກອງປະຊຸມສະໄໝສາມັນເດືອນກໍລະກົດ 2018, ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ, ລັດຖະບານໄດ້ສະຫງວນເວລາສ່ວນຫຼາຍປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມ.

ເບິ່ງລວມແລ້ວ, ໃນ 7 ເດືອນຂອງປີ 2018, ເຖິງວ່າເງື່ອນໄຂບໍ່ໄດ້ສະດວກແຕ່ໝາກຜົນດ້ານເສດຖະກິດ-ສັງຄົມຕັ້ງໜ້າ, ໄດ້ຮັບການຕີລາຄາຂອງສາກົນກ່ຽວກັບເສດຖະກິດຫວຽດນາມດີທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ເຖິງວ່າການຜັນແປດິນຟ້າອາກາດຜິດປົກກະຕິ ແລະຄວາມເຄັ່ງຕຶງດ້ານການຄ້າລະຫວ່າງບັນດາພື້ນຖານເສດຖະກິດໃຫຍ່ຢູ່ໃນໂລກໄດ້ກໍ່ຄວາມວິຕົກ, ຜົນສະທ້ອນເຖິງເສດຖະກິດຫວຽດນາມ, ຮຽກຮ້ອງຕ້ອງມີບັນດາວິທີການແກ້ໄຂດ້ານບໍລິຫານຢ່າງມີປະສິດທິຜົນ.

ຄວນສືບຕໍ່ຮັກສາກຳລັງໜູນໃຫ້ການເຕີບໂຕເສດຖະກິດ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວ໋ຽນຊົນຟຸ໋ກ ກ່າວຄຳເຫັນທີ່ກອງປະຊຸມສາມັນ.

ສາກົນຄາດຄະເນວ່າເສດຖະກິດຫວຽດນາມ ເຕີບໂຕ 7%-7,1%

ລະດັບເຕີບໂຕດ້ານເສດຖະກິດສະແດງໃຫ້ເຫັນໃນທັງ 3 ຂົງເຂດ: ກະສິກໍາ, ອຸດສາຫະກໍາ ແລະບໍລິການ. ພິເສດແມ່ນການຜະລິດອຸດສາຫະກໍາເພີ່ມຂຶ້ນຢ່າງແຮງເຖິງ 14,3%. ໃນນັ້ນ, ການປຸງແຕ່ງ, ປະດິດສ້າງເພີ່ມຂຶ້ນ 16,6%, ແມ່ນກໍາລັງໜູນເຕີບໂຕໃນເດືອນ ກໍລະກົດ. ການສົ່ງອອກບັນລຸເກືອບ 134 ຕື້ໂດລາສະຫະລັດ, ສົ່ງອອກເກີນດຸນ 3,1 ຕື້ໂດລາສະຫະລັດ. ແຕ່ຕົ້ນປີມາຮອດປະຈຸບັນ, ມີວິສາຫະກິດສ້າງຕັ້ງໃໝ່ຕື່ມອີກເກືອບ 80.000 ແຫ່ງ, ມີວິສາຫະກິດເຄື່ອນໄຫວຄືນໃໝ່ 18,7 ພັນແຫ່ງ. ການດຳລົງຊີວິດຂອງພໍ່ແມ່ປະຊາຊົນສືບຕໍ່ໄດ້ຮັບການປັບປຸງ, ຈໍານວນຄອບຄົວຂາດເຂີນອຶດຢາກຫຼຸດລົງເກືອບ 40%. ອັດຕາຜູ້ອອກແຮງງານຫວ່າງງານມີພຽງ 2,2%...

ດ້ວຍບັນດາສັນຍານຕັ້ງໜ້າຂອງເສດຖະກິດ-ສັງຄົມ, ມີຫຼາຍອົງການຈັດຕັ້ງສາກົນຕີລາຄາສູງ ແລະຄາດຄະເນດີກ່ຽວກັບແງ່ຫວັງເສດຖະກິດຫວຽດນາມ. ທະນາຄານພັດທະນາອາຊີ (ABD) ຄາດຄະເນວ່າການເຕີບໂຕ GDP ຂອງຫວຽດນາມເພີ່ມຂຶ້ນ 7,1%; ທະນາຄານ Standard Chartered ຄາດຄະເນວ່າຈະເພີ່ມຂຶ້ນ 7%, ເງິນເຟີ້ຢູ່ໃນລະດັບ 4%. ໝາຍຄວາມວ່າການຕີລາຄາຂອງສາກົນກ່ຽວກັບເສດຖະກິດຫວຽດນາມ ຊ້ຳບໍ່ໜຳຍັງມີຄວາມປະເອີບໃຈກວ່າເມື່ອທຽບໃສ່ເປົ້າໝາຍເຕີບໂຕເສດຖະກິດໂດຍສະພາແຫ່ງຊາດ ແລະລັດຖະບານວາງອອກ (ເຕີບໂຕ 6,5-6,7%).

ສອງສິ່ງທ້າທາຍໃຫຍ່: ໄພທໍາມະຊາດ ແລະຄວາມເຄັ່ງຕຶງດ້ານການຄ້າຢູ່ໃນໂລກ

ຕາມການໄຈ້ແຍກຂອງທ່ານ ຫງວຽນຈີ໋ຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນແລ້ວ, ສໍາລັບເສດຖະກິດພາຍໃນປະເທດ, ສະພາບການໃນຊຸມເດືອນຕົ້ນປີສະດວກໂດຍພື້ນຖານ, ເຖິງຢ່າງໃດກໍ່ຕາມ, ໃນບັນດາເດືອນທ້າຍປີ, ບັນດາປັດໄຈສະດວກ ແລະຄວາມຫຍຸ້ງຍາກສືບຕໍ່ສະຫຼັບກັນ. ໃນນັ້ນ, ຄວາມສະດວກແມ່ນຍ້ອນພື້ນຖານເສດຖະກິດພວມຢູ່ໃນລະດັບເຕີບໂຕ. ສ່ວນລັດຖະບານກໍ່ມີຄວາມຕັດສິນໃຈສູງໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະການດໍາເນີນທຸລະກິດ. ຄິດໄລ່ຮອດໝົດໄຕມາດ II-2018, ມີ 738 ເງື່ອນໄຂໃນການດໍາເນີນທຸລະກິດໄດ້ຮັບການຍົກເລີກ, ປັບປຸງ ຫຼືຫັນເປັນງ່າຍດາຍ. ຄ່າໃຊ້ຈ່າຍດໍາເນີນທຸລະກິດຂອງວິສາຫະກິດພວມຢູ່ໃນຂັ້ນຕອນຫຼຸດລົງ...

ເຖິງວ່າຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ແຕ່ທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກໍາ ແລະພັດທະນາຊົນນະບົດ ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບສະພາບໄພທໍາມະຊາດ, ນໍ້າຖ້ວມ. ເປັນໜ້າເອົາໃຈໃສ່ແມ່ນປີນີ້, ນໍ້າຖ້ວມບໍ່ພຽງແຕ່ເກີດຂຶ້ນຢູ່ຫວຽດນາມເທົ່ານັ້ນ, ຫາກຍັງເກີດຂຶ້ນໃນທົ່ວອາຊີ. ເພື່ອເປັນເຈົ້າການຮັບມືກັບຝົນຕົກນໍ້າຖ້ວມ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດໄດ້ຮຽກຮ້ອງບັນດາທ້ອງຖິ່ນເກັບກ່ຽວເຂົ້າລະດູຮ້ອນຕໍ່ລະດູໃບໄມ້ຫຼົ່ນໂດຍໄວ.

ບໍ່ປ່ຽນແປງນະໂຍບາຍເງິນຕາ

ຕີລາຄາກ່ຽວກັບສະພາບການເສດຖະກິດ-ສັງຄົມ, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ. ສີ່ເປົ້າໝາຍຂອງເສດຖະກິດມະຫາພາກຍັງຮັບປະກັນ: GDP ເພີ່ມຂຶ້ນ; ລາຄາເປັນປົກກະຕິ; ວຽກເຮັດງານທໍາເພີ່ມຂຶ້ນ, ການຫວ່າງງານຫຼຸດລົງ ແລະການສົ່ງອອກສຸດທິ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ພື້ນຖານເສດຖະກິດມີສັນຍານດີຂຶ້ນຕາມການຕີລາຄາຂອງບັນດານັກຊ່ຽວຊານພາຍໃນປະເທດ ແລະສາກົນ, ເຫດຜົນຕົ້ນຕໍແມ່ນຍ້ອນບັນດາຄວາມມານະພະຍາຍາມປະຕິຮູບລະບອບລະບຽບການ, ການຊີ້ນໍາ, ບໍລິຫານລວມຂອງລັດຖະບານ, ການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ເພີ່ມສະມັດຕະພາບແຮງງານ ແລະດັດຊະນີປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຄວນສືບຕໍ່ຮັກສາກຳລັງໜູນເຕີບໂຕ, ຮັກສາທ່າເຕີບໂຕ, ບໍ່ພຽງແຕ່ໃນປີນີ້ຫາກຍັງໃຫ້ຊຸມປີຕໍ່ໄປ; ພ້ອມທັງ, ພັດທະນາເສດຖະກິດແຕ່ຕ້ອງເອົາໃຈໃສ່ເປັນພິເສດເຖິງບັນຫາສິ່ງແວດລ້ອມ, ເອົາໃຈໃສ່ເປັນພິເສດເຖິງຄວາມປອດໄພໃຫ້ປະຊາຊົນ, ນັບທັງຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ຄວາມປອດໄພກ່ອນຈະເກີດນ້ຳຖ້ວມ, ພາຍຸ.

(ແຫຼ່ງ​ຂໍ້​ມູນ​: vov5)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.