ສ້າງເຂດ​ທາ​ງ​ທິດຕາເວັນອອກພາກໃຕ້ກາຍເປັນເຂດພັດທະນາຂະຫຍັນຂັນເຄື່ອນ, ມີລະດັບການເຕີບໂຕເສດຖະກິດສູງ

00:00 | 21/07/2023

ຍສໝ - ກອງປະຊຸມມີຄວາມໝາຍສຳຄັນຕໍ່ການພັດທະນາຂອງເຂດ ເພື່ອແນໃສ່ສົມທົບກັນຜັນຂະຫຍາຍປະຕິບັດການກຳນົດທິດເຂດ ທີ່ກົມການເມືອງສູນກາງພັກ, ສະພາແຫ່ງຊາດຮັບຮອງເອົາ.

ສ້າງເຂດ​ທາ​ງ​ທິດຕາເວັນອອກພາກໃຕ້ກາຍເປັນເຂດພັດທະນາຂະຫຍັນຂັນເຄື່ອນ, ມີລະດັບການເຕີບໂຕເສດຖະກິດສູງ

ກອງປະຊຸມຈັດຂຶ້ນໃນວັນທີ 18 ກໍລະກົດ

(ພາບ: VOV)

ກອງປະຊຸມສະພາປະສານງານເຂດທາງທິດຕາເວັນອອກພາກໃຕ້ ຈັດຂຶ້ນໃນຕອນເຊົ້າວັນທີ 18 ກໍລະກົດ, ຢູ່ນະຄອນໂຮ່ຈີມິນ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ, ປະທານສະພາປະສານງານເຂດທາງທິດຕາເວັນອອກພາກໃຕ້. ກອງປະຊຸມມີຄວາມໝາຍສຳຄັນຕໍ່ການພັດທະນາຂອງເຂດ ເພື່ອແນໃສ່ສົມທົບກັນຜັນຂະຫຍາຍປະຕິບັດການກຳນົດທິດເຂດ ທີ່ກົມການເມືອງສູນກາງພັກ, ສະພາແຫ່ງຊາດຮັບຮອງເອົາ. ເປົ້າໝາຍຮອດປີ 2030 ແມ່ນສ້າງເຂດທາງທິດຕາເວັນອອກພາກໃຕ້ ກາຍເປັນເຂດພັດທະນາຂະຫຍັນຂັນເຄື່ອນ, ມີລະດັບການເຕີບໂຕເສດຖະກິດສີຂຽວ, ກຳລັງໜູນແຫ່ງການເຕີບໂຕໃຫຍ່ທີ່ສຸດໃນທົ່ວປະເທດ; ສູນວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ, ອຸດສາຫະກຳເຕັກໂນໂລຊີສູງ, logistics ແລະ ສູນການເງິນສາກົນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ: ການນຳບັນດາທ້ອງຖິ່ນເຂດຄວນຜັນຂະຫຍາຍ, ປະຕິບັດບັນດາເປົ້າໝາຍ, ໜ້າທີ່, ໂຄງການ, ບັນດາການເຄື່ອນໄຫວຮ່ວມສຳພັນເຂດ, ຮັບປະກັນຄວາມຄົບຊຸດ, ສະເໝີຕົ້ນສະເໝີປາຍ ແລະ ມີປະສິດທິຜົນ; ສຸມໃສ່ 3 ກຳລັງກະຕຸກຊຸກຍູ້ການເຕີບໂຕ (ການໃຊ້ສອຍ, ການລົງທຶນ, ການສົ່ງອອກ); ຍູ້ແຮງການປ່ອຍເງິນໃນການລົງທຶນສາທາລະນະ; ປັບປຸງສະພາບແວດລ້ອມການລົງທຶນດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງຕ້ອງຍົກສູງຄຸນນະພາບຜະລິດຕະພັນ, ຍົກສູງກຳລັງແກ່ງແຍ້ງຂອງຜະລິດຕະພັນ, ເປີດກ້ວາງບັນດາຕະຫຼາດສົ່ງອອກ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.