ລາວ ວາງຄາດໝາຍການເຕີບໂຕເສດຖະກິດ 4,5% ໃຫ້ແກ່ປີ 2023

16:16 | 05/01/2023

ຍສໝ - ຕາມບົດລາຍງານຂອງລັດຖະບານ ລາວ, ຂະແໜງກະສິກໍາຂອງລາວ ຄາດວ່າຈະເຕີບໂຕປະມານ 2,5% ໃນປີ 2023, ກວມ 17,2% ລວມ ຍອດຜະລິດຕະພັນພາຍໃນ (GDP), ໃນຂະນະນັ້ນ ຂະແໜງອຸດສາຫະ ກໍາ ຈະເຕີບໂຕຢູ່ໃນລະດັບ 5%, ກວມ 34,2% GDP.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອວຍພອນທິມບານເຕະຍິງຫວຽດນາມ ເປັນຄັ້ງທຳອິດໄດ້ເຂົ້າຮອບຊິງຊະນະເລີດ World Cup 2023 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອວຍພອນທິມບານເຕະຍິງຫວຽດນາມ ເປັນຄັ້ງທຳອິດໄດ້ເຂົ້າຮອບຊິງຊະນະເລີດ World Cup 2023
ທິມບານເຕະແຫ່ງຊາດຫວຽດນາມ ມຸ່ງໄປເຖິງເປົ້າໝາຍເຂົ້າຮ່ວມຮອບຊີງຊະນະເລີດ Asian Cup 2023 ທິມບານເຕະແຫ່ງຊາດຫວຽດນາມ ມຸ່ງໄປເຖິງເປົ້າໝາຍເຂົ້າຮ່ວມຮອບຊີງຊະນະເລີດ Asian Cup 2023

ໂດຍບໍ່ຫົວຊາຕໍ່ເສດຖະກິດທົ່ວໂລກທີ່ພວມຊຸດໂຊມລົງ, ສະພາແຫ່ງຊາດລາວ ໄດ້ວາງຄາດໝາຍການເຕີບໂຕເສດຖະກິດຢ່າງໜ້ອຍສຸດແມ່ນ 4,5% ໃຫ້ແກ່ປີ 2023 ຕາມການສະເໜີຂອງລັດຖະບານ.

ລາວ ວາງຄາດໝາຍການເຕີບໂຕເສດຖະກິດ 4,5% ໃຫ້ແກ່ປີ 2023
ທ່າບົກ ທ່ານາແລ້ງ ວຽງຈັນ ຢູ່ເມືອງຫາດຊາຍຟອງ, ນະຄອນຫຼວງວຽງ ຈັນ. ພາບ: TTXVN

ຕາມບົດລາຍງານຂອງລັດຖະບານລາວ, ຂະແໜງກະສິກໍາຂອງລາວ ຄາດວ່າຈະເຕີບໂຕປະມານ 2,5% ໃນປີ 2023, ກວມ 17,2% ລວມຍອດຜະລິດຕະພັນພາຍໃນ (GDP), ໃນຂະນະນັ້ນ ຂະແໜງອຸດສາຫະກໍາ ຈະເຕີບໂຕຢູ່ໃນລະດັບ 5%, ກວມ 34,2% GDP.

ຂົງເຂດການບໍລິການ ຄາດວ່າຈະເຕີບໂຕຢູ່ໃນລະດັບ 4,7%, ກວມ 37,5% GDP, ໃນຂະນະທີ່ການປະກອບສ່ວນຈາກພາສີ ແລະ ອາກອນ ຄາດວ່າຈະເພີ່ມຂຶ້ນ 4,3%, ກວມ 11,1% GDP. ມູນຄ່າ GDP ຄາດວ່າຈະເພີ່ມຂຶ້ນເປັນ 234.160 ຕື້ກີບ ໃນທ້າຍປີ, ດ້ວຍ GDP ສະເລ່ຍຕໍ່ຫົວຄົນແມ່ນ 1.625 ໂດລາສະຫະລັດ ແລະລວມຍອດລາຍຮັບແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນແມ່ນ 1.534 ໂດລາສະຫະລັດ. ກ່າວຄໍາເຫັນທີ່ກອງປະ ຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດລາວ ຊຸດທີ IX, ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ ໃຫ້ຮູ້ວ່າ ລັດຖະບານລາວ ໄດ້ໃຫ້ຄໍາໝັ້ນສັນຍາຄວບຄຸມລະດັບເພດານໄພເງິນເຟີ້ແມ່ນບໍ່ເກີນ 9% ສຳລັບປີ 2023.

ບູນມີ

ເຫດການ
302 Found

Found

The document has moved here.