ສອງຝ່າຍຢັ້ງຢືນວ່າ ຈະອະນຸລັກ, ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.
ທ່ານຮອງລັດຖະມົນຕີ Gilberto Pichetto Fratin ຢັ້ງຢືນວ່າຈະສະໜັບສະໜູນ ແລະຈະຊຸກຍູ້ຢ່າງແຮງ ເພື່ອໃຫ້ສະພາແຫ່ງຊາດ ອີຕາລີ ໃຫ້ສັດຕະຍາບັນສັນຍາ ອາລັກຂາການລົງທຶນ ລະຫວ່າງ ສະຫະພາບເອີຣົບ ກັບ ຫວຽດນາມ (EVIPA), ພ້ອມທັງສະແດງຄວາມປາດຖະໜາຢາກເຊື່ອມຕໍ່ການທ່ອງທ່ຽວໃນໄວໆນີ້, ເຫັນດີສົມທົບກັນຈັດຕັ້ງກອງປະຊຸມຄະນະກຳມະການປະສົມ ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ ຄັ້ງທີ 8.
ຍສໝ - ຕໍ່ໜ້າບັນດາການປ່ຽນແປງຫຼ້າສຸດຈາກຂໍ້ກຳນົດການນຳເຂົ້າຜະລິດຕະພັນກະເສດຂອງ ຈີນ, ບັນດາວິສາຫະກິດໄດ້ເປັນເຈົ້າການໃນຫຼາຍວິທີການຮັບມືເພື່ອບໍ່ໃຫ້ຖືກຂາດວັກຂາດຕອນ ການສົ່ງອອກ.
ຍສໝ - ນາງ ເລທູຖຸຍ, ນັກສຶກສາສະຖາບັນໂຄສະນາ ແລະ ຂ່າວສານ, ຄ້ວາໄດ້ໜຶ່ງໃນ 3 ລາງວັນການແຂ່ງຂັນຖ່າຍຄຼິບວີດີໂອ ທີ່ສະຫງວນໃຫ້ແກ່ໄວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ (ASEAN Youth Video Competition) ດ້ວຍຫົວຂໍ້ “ຫຼຸດຜ່ອນມົນລະພິດຢາງປຼາດສຕິກ, ມຸ່ງໄປເຖິງການດຳລົງຊີວິດແບບຍືນຍົງ”.
ຍສໝ - ຫວ່າງແລ້ວນິ້ ຢູ່ Budapest, ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮຸງກາຣີ ຫງວຽນທິບິກຖ໋າວ ໄດ້ຮັບວັກຊິນກັນໂຄວິດ -19 AstraZeneca 60.000 ໂດສ ຂອງລັດຖະບານ ກຣົວຊີ ມອບໃຫ້ ຫວຽດນາມ.
ຍສໝ - ທ່ານ Houlin Zhao ເລຂາທິການ ITU ໄດ້ຢັ້ງຢືນຄວາມຈຳເປັນຕ້ອງຮ່ວມມືພາກລັດ - ເອກະຊົນ ເພື່ອເປີດກວ້າງບັນດາຜົນປະໂຫຍດດີຈີຕອນໃນທົ່ວໂລກ. ທ່ານຮຽກຮ້ອງໃຫ້ລັດຖະບານ ແລະ ຂະແໜງອຸດສາຫະກຳ ໃນທຸກແຖບຖິ່ນ ຈົ່ງຮັບປະກັນການເຊື່ອມຕໍ່ໃຫ້ແກ່ປະຊາຊົນປະມານ 3,7 ຕື້ຄົນ ທີ່ຍັງບໍ່ທັນໄດ້ຮັບການເຊື່ອມຕໍ່. ທ່ານເນັ້ນໜັ້ກວ່າ ຈິດໃຈຮ່ວມມືຫຼາຍຝ່າຍ ແມ່ນຈຸດສຸມຂອງທຸກເຫດການ, ການເຄື່ອນໄຫວ ແລະ ຂັ້ນຕອນຂອງ ITU.
ຍສໝ - ເມື່ອບໍ່ດົນມານີ້, ຄະນະກຳມະການນິຕິກຳ (ຄະນະກຳມະການເລກ 6) ສະມັດຊາໃຫຍ່ ສປຊ ຊຸດທີ 76 ຈັດວາລະປຶກສາຫາລືຄົບຄະນະກ່ຽວກັບຫົວຂໍ້ອຳນາດນິຕິບັນຍັດ ຢູ່ລະດັບຊາດ ແລະ ສາກົນທີ່ມີບົດບາດສຳຄັນໃນການຮັກສາສັນຕິພາບ - ຄວາມໝັ້ນຄົງສາກົນ, ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນບັນດາສິດທິມະນຸດ.
ທ່ານປະທານປະເທດ ໃຫ້ຮູ້ວ່າ ປີ 2045, ຫວຽດນາມ ສູ້ຊົນໃຫ້ກາຍເປັນປະເທດ ມີລາຍຮັບສູງ, ສະນັ້ນ, ການພັດທະນາເສດຖະກິດ, ຍົກສູງອິດທິພົນຊື່ສຽງຂອງ ຫວຽດນາມ ໃນເວທີສາກົນ, ຫັນຄວາມຄາດຫວັງຢາກ ມີສັນຕິພາບໃຫ້ປະກົດຜົນເປັນຈິງ ແມ່ນເປັນບຸລິມະສິດແຖວໜ້າ ຂອງ ຫວຽດນາມ.
ຍສໝ - ສະມາຄົມນັກຂ່າວ, ສະມາຄົມແມ່ຍິງທະຫານປ້ອງກັນຊາຍແດນແຂວງກ໋ວາງນາມ ຫາກໍ່ສົມທົບກັນຈັດໂຄງການ “ເຊື່ອມຕໍ່ອ້ອມແຂນຫວຽດ” ເພື່ອແນໃສ່ໜູນຊ່ວຍນັກສຶກສາ ລາວ ເກືອບ 130 ຄົນ ຢູ່ມະຫາວິທະຍາ ກ໋ວາງນາມ ຜ່ານຜ່າ ຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ - 19.
ຍສໝ - ຕອນບ່າຍວັນທີ 11 ຕຸລາ, ສະມາຄົມນັກຮົບເກົ່າ ຫວຽດນາມ ໄດ້ຈັດຕັ້ງພິທີມອບຮັບການສະໜັບສະໜູນຂອງ ສະມາຄົມນັກຮົບເກົ່າ ຫວຽດນາມ ປະຈຳ ຢູແກຼນ, ສະມາຊິກ ແລະ ຄອບຄົວຂອງສະມາຊິກໃນປະເທດທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19.
ຍສໝ - ຕອນຄ່ຳວັນທີ 10 ຕຸລາ, ຢູ່ສູນການຄ້າ SAPA ຢູ່ນະຄອນຫຼວງຂອງ Praha (ສ.ເຊັກໂກ) ໄດ້ດຳເນີນຮອບຊີງຊະນະເລີດການແຂ່ງຂັນສຽງຂັບຮ້ອງທົ່ວເອີລົບ ຄັ້ງທີ 1 ດົນຕີ Bolero.
ຍສໝ - ແຂວງກາເມົາ ຫາກໍ່ປະກາດຂໍ້ຕົກລົງສະບັບເລກທີ 2157/QD-UBND ກ່ຽວກັບການນຳໃຊ້ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນສະພາບປົກກະຕິໃໝ່ໃນບໍລິເວນແຂວງ…
ຍສໝ - ພິທີໄຂກອງປະຊຸມ ແລະ ງານວາງສະແດງໂດລ ດີຈີຕອນ 2021 (ITU Digital World 2021) ໄດ້ດຳເນີນໃນຕອນຄ່ຳວັນທີ 12 ຕຸລາ ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການຫວຽດນາມ, ບັນດາຄະນະທູຕານຸທູດ ແລະ ບັນດາອົງການຈັດຕັ້ງສາກົນ.
ຍສໝ - ກ່າວຄຳຫັນທີ່ການພົບປະກັບນັກທຸລະກິດດີເດັ່ນ ເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ ຄືວັນທີ 13 ຕຸລາ, ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 12 ຕຸລາ ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປາດຖະໜາໃຫ້ບັນດານັກທຸລະກິດ ສືບຕໍ່ຮ່ວມເດີນທາງ ພ້ອມກັບປະເທດຊາດ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຍູ້ພະຍາດໂຄວິດ - 19 ໃຫ້ຖອຍໄປ, ຟື້ນຟູ, ພັດທະນາເສດຖະກິດສັງຄົມ ໃຫ້ປະສົບຜົນສຳເລັດ...
ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມລັບ ເພື່ອປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2021, ແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022; ແຜນງົບປະມານແຫ່ງລັດ ແລະ ແຜນການຈັດແບ່ງງົບປະມານສູນກາງປີ 2022.
ຍສໝ - ນີ້ແມ່ນແຫຼ່ງໜູນຊ່ວຍເພີ່ມໃຫ້ແກ່ໂຄງການຮ່ວມມືລະຫວ່າງລັດຖະບານອົດສະຕາລີແລະກຸ່ມທະນາຄານໂລກປະຈຳຫວຽດນາມ (ABP)...
ຍສໝ - ຄະນະກຳມະການປະຊາຊົນແຂວງລາວກາຍຫາກໍ່ມີຂໍ້ຕົກລົງໂຈະການຈັດຕັ້ງງານຕະຫຼາດນັດການຄ້າສາກົນຫວຽດນາມ- ຈີນ (ລາວກາຍ) ຄັ້ງທີ 21 ປີ 2021 ທີ່ຄາດວ່າຈະຈັດໃນຕົ້ນເດືອນພະຈິກປີ 2021 ຍ້ອນໂລກລະບາດໂຄວິດ - 19.
ໃນໄລຍະຜ່ານມາ, ມີຜູ້ໃຈບຸນໃຈກຸສົນໄດ້ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ວັດເຟິດຕິກ ມອບຂອງຂວັນໃຫ້ຄອບຄົວຊາວຫວຽດນາມ ແລະ ຄອບຄົວຊາວລາວ ຢູ່ບໍລິເວນນະຄອນຫຼວງວຽງຈັນ ກໍ່ຄືທ້ອງຖິ່ນອື່ນໆ ທີ່ປະສົບກັບຄວາມຫຍຸ້ງຍາກ.
ຍສໝ - ຫວ່າງແລ້ວນີ້, ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ຫາກໍ່ປະກາດ ການວາງແຜນຜັງສັງລວມ ກ່ຽວກັບການພັດທະນາລະບົບທ່າກ່ຳປັ່ນທະເລ ຫວຽດນາມ ໄລຍະ 2021 – 2030 ແລະ ວິໄສທັດຮອດປີ 2050.
ຍສໝ - ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ້ ຫາກໍ່ໃຫ້ສັດຕະຍາບັນ ການຮັບອຸປະຖຳໂຄງການໜູນຊ່ວຍເຕັກນິກ “ເຫ້ວ - ຕົວເມືອງຫຼຸດຜ່ອນປຼາດສຕິກ ພາກກາງ ຫວຽດນາມ” ໂດຍອົງການຈັດຕັ້ງສາກົນ ກ່ຽວກັບການອະນຸລັກທຳມະຊາດ (WWF ຫວຽດນາມ) ອຸປະຖຳ.