ເພີ່ມກຳລັງແຮງໃຫ້ແກ່ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19

11:30 | 27/10/2021

ຍ​ສ​ໝ - ຫວຽດນາມ ຫາກໍ່ປະກາດໃຊ້ບາງນະໂຍບາຍໃໝ່ຕືີ່ມອີກ ເພື່ອແນໃສ່ໜູນຊ່ວຍໃຫ້ແກ່ວິສາຫະກິດ, ປະຊາຊົນຜູ້ຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19.

ປະກອບຄຳເຫັນໃສ່ຍຸດທະສາດສັງລວມຮັບມືກັບໂລກລະບາດໂຄວິດ-19 ໃນສະພາບການໃໝ່ ປະກອບຄຳເຫັນໃສ່ຍຸດທະສາດສັງລວມຮັບມືກັບໂລກລະບາດໂຄວິດ-19 ໃນສະພາບການໃໝ່
ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງມີໄຫວພິບ, ທັງຟື້ນຟູ, ທັງພັດທະນາເສດຖະກິດ-ສັງຄົມ ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງມີໄຫວພິບ, ທັງຟື້ນຟູ, ທັງພັດທະນາເສດຖະກິດ-ສັງຄົມ
ເພີ່ມກຳລັງແຮງໃຫ້ແກ່ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19
ພາບ​ປະ​ກອບ: TTXVN

ບັນດາຂໍ້ກຳນົດກ່ຽວກັບການຫຼຸດຜ່ອນອາກອນລາຍຮັບໃຫ້ແກ່ວິສາຫະກິດ, ອາກອນລາຍຮັບສ່ວນບຸກຄົນ, ອາກອນມູນຄ່າເພີ່ມ… ໄດ້ກຳນົດໃນມະຕິເລກທີ 406 ຂອງຄະນະປະຈຳສະພາແຫ່ງຊາດ (ປະກາດໃຊ້ໃນວັນທີ 19 ຕຸລາ) ແມ່ນການໜູນຊ່ວຍໃຫ້ວິສາຫະກິດຫຼາຍແຫ່ງ. ຄວາມຫຍຸ້ງຍາກໄດ້ຮັບການແກ້ໄຂຢ່າງທັນການ, ນັ້ນແມ່ນກຳລັງໜູນຢ່າງໃຫຍ່ຫຼວງເພື່ອໃຫ້ວິສາຫະກິດຟື້ນຟູການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ແລະ ຟື້ນຟູພື້ນຖານເສດຖະກິດໂດຍໄວ.

ບັນດານະໂຍບາຍໄດ້ປະກາດໃຊ້ເພື່ອແນໃສ່ໜູນຊ່ວຍວິສາຫະກິດ, ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ໃນໄລຍະຜ່ານມາ ແມ່ນແຜນນະໂຍບາຍຢ່າງທັນການ, ໄດ້ເປັນການຢືນຢັນວ່າ ສະພາແຫ່ງຊາດ, ລັດຖະບານ ຍາມໃດກໍ່ແບ່ງປັນຄວາມເສຍຫາຍ, ຄວາມຫຍຸ້ງຍາກເຊິ່ງປະຊາຊົນ ແລະ ວິສາຫະກິດຕ້ອງແບກຫາບຍ້ອນຜົນກະທົບຈາກໂລກລະບາດ.

ເພີ່ມກຳລັງແຮງໃຫ້ແກ່ວິສາຫະກິດ, ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ

ມະຕິເລກທີ 406 ຫາກໍ່ປະກາດໃຊ້ນັ້ນ ໄດ້ສົ່ງຜົນກະທົບໂດຍກົງເຖິງບັນດາເປົ້າໝາຍວິສາຫະກິດຂະໜາດກາງ ແລະ ນ້ອຍ; ຄອບຄົວ, ສ່ວນບຸກຄົນ ມີການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຢູ່ບັນດາບໍລິເວນເມືອງ ທີ່ຖືກຜົນສະທ້ອນຂອງໂລກລະບາດໂຄວິດ-19… ເຂດນີ້ແມ່ນ “ກະດູກສັນຫຼັງ” ຂອງພື້ນຖານເສດຖະກິດ, ກວມເອົາອັດຕາສ່ວນສູງໃນພື້ນຖານເສດຖະກິດ ແລະ ກໍ່ມີຄວາມສ່ຽງສູງກວ່າເພີ່ນຈາກໂລກລະບາດ. ຕາມການຄິດໄລ່ຂອງກະຊວງການເງິນ ຫວຽດນາມ ແລ້ວ, ມີເຖິງ 97% ວິສາຫະກິດໃນທົ່ວປະເທດໄດ້ຫຼຸດ 30% ມູນຄ່າອາກອນລາຍຮັບວິສາຫະກິດໃນປີ 2021 ນີ້. ພ້ອມກັນນັ້ນ, ຄາດວ່າ ມີເກືອບ 4 ລ້ານຄອບຄົວ ແລະ ສ່ວນບຸກຄົນດຳເນີນທຸລະກິດໃນທົ່ວປະເທດຈະໄດ້ຮັບການຍົກເວັ້ນອາກອນສ່ວນບຸກຄົນ ແລະ ອາກອນມູນຄ່າເພີ່ມໃນໄຕມາດທີ 3 ແລະ ທີ 4 ນີ້. ບັນດາມາດຕະການຍົກເວັ້ນອາກອນ, ຫຼຸດຜ່ອນອາກອນຕາມມະຕິເລກທີ 406 ຈະໜູນຊ່ວຍວິສາຫະກິດ ແລະ ປະຊາຊົນເປັນຈຳນວນເງິນປະມານ 20.000 ຕື້ດົ່ງ.

​ນະ​ໂຍ​ບາຍ​ຍົກ​ເວັ້ນ​ພາ​ສີ, ຫຼຸດ​ຜ່ອນ​ພາ​ສີ ຕາມ​ມະ​ຕິ​ເລກ​ທີ 406 ທັງ​ມີ​ຄວາມ​ໝາຍ​ດ້ານ​ເສດ​ຖະ​ກິດ, ທັງ​ມີ​ລັກ​ສະ​ນະ​ມະ​ນຸດ​ທະ​ສຳ​ທີ່​ສຸດ. ມາດຕະການໜູນຊ່ວຍວິສາຫະກິດ, ປະຊາຊົນ ດ້ານໜຶ່ງແມ່ນຊ່ວຍຫຼຸດຜ່ອນລາຄາຂອງສິນຄ້າ, ການບໍລິການໄດ້ຍົກເວັ້ນອາກອນ, ຫຼຸດຜ່ອນອາກອນມູນຄ່າເພີ່ມ, ຊ່ວຍເພີ່ມທະວີການບໍລິໂພກ, ກະຕຸ້ນການຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ. ດ້ານອື່ນ, ກໍ່ຊ່ວຍຫຼຸດຜ່ອນລາຍຈ່າຍຂອງວິສາຫະກິດ. ໃນສະພາບການນັ້ນ, ເລື່ອງຕໍ່ກຳລັງແຮງໃຫ້ແກ່ວິສາຫະກິດຜ່ານບັນດານະໂຍບາຍກ່ຽວກັບອາກອນ, ລາຍຈ່າຍແມ່ນມີຄວາມຈຳເປັນທີ່ສຸດ, ຊ່ວຍໃຫ້ວິສາຫະກິດສາມາດຮັກສາ ແລະ ຟື້ນຟູ ພ້ອມກັບວິວັດທະນາການເປີດປະຕູພື້ນຖານເສດຖະກິດຄືນໃໝ່. ຕາມ​ທ່ານ ເຈືອງ​ດິ່ງ​ຮ່​ວາ ເລ​ຂາ​ທິ​ການ​ ສະ​ຫະ​ພັນ​ສິນ​ໃນ​ນ້ຳ ຫວຽດ​ນາມ (VASEP) ແລ້ວ, ມະ​ຕິ​ເລກ​ທີ 406 ໄດ້​ຮັບ​ການ​ປະ​ກາດ​ໃຊ້​ຢ່າງ​ທັນ​ການ ແມ່ນ​ການ​ລະ​ດົມ​ກຳ​ລັງ​ອັນ​ໃຫຍ່ຫຼວງ ໃຫ້​ແກ່​ວິ​ສ​ຫາ​ກິດ. ທ່ານ ຫວໍຫວຽດຮຸ່ງ, ຫົວໜ້າບໍລິສັດ CP ກຸ່ມບໍລິສັດປຸງແຕ່ງທັນຍາຫານ ຮ່າໂນ້ຍ, ຖືວ່າ:

“ບ້ວງເງິນໜູນຊ່ວຍດັ່ງກ່າວບໍ່ພຽງແມ່ນແມ່ນໜູນຊ່ວຍດ້ານເງິນຕາເທົ່ານັ້ນ ຫາກມັນຄືດັ່ງວັກຊິນເພື່ອໜູນຊ່ວຍພະລັງຊີວິດໃຫ້ແກ່ວິສາຫະກິດ. ວິສາຫະກິດນຳໃຊ້ເງິນຈາກການຫຼຸດອາກອນນັ້ນເພື່ອລົງທຶນຍົກລະດັບເຕັກໂນໂລຊີ, ລົງທຶນຄົ້ນຄວ້າຕະຫຼາດ, ພິເສດແມ່ນລົງທຶນເຂົ້າການຫັນເປັນດີຈີຕອນ”.

ບຸລິມະສິດຜັນຂະຫຍາຍບັນດາກົນໄກ, ນະໂຍບາຍໜູນຊ່ວຍຢ່າງແທດຈິງ

ບັນດານະໂຍບາຍໜູນຊ່ວຍວິສາຫະກິດ, ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ເຊິ່ງລັດຖະບານຫວຽດນາມ ປະກາດໃຊ້ ນັບແຕ່ປີ 2020. ຍອດຈຳນວນເງິນອາກອນ ແລະ ຍອດລາຍຮັບເຂົ້າງົບປະມານໄດ້ຕໍ່ກຳນົດເວລາ, ຍົກເວັ້ນ, ຫຼຸດຜ່ອນຕາມບັນດານະໂຍບາຍປະກາດໃຊ້ໃນປີ 2020 ບັນລຸປະມານ 129.000 ຕື້ດົ່ງ. ປີ 2021, ເພື່ອສືບຕໍ່ໜູນຊ່ວຍວິສາຫະກິດ, ປະຊາຊົນ, ລັດຖະບານ, ຄະນະປະຈຳສະພາແຫ່ງຊາດ ສືບຕໍ່ປະຕິບັດການຕໍ່ກຳນົດເວລາການເສຍຄ່າອາກອນ, ເງິນເຊົ່າທີ່ດິນໃນປີ 2021 ໃຫ້ແກ່ບັນດາເປົ້າໝາຍປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19; ສືບຕໍ່ປະຕິບັດການຫຼຸດຜ່ອນພາສີ ນຳເຂົ້າສຳລັບຫຼາຍໝວດສິນຄ້າ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະ ເພີ່ມທະວີກຳລັງແກ່ງແຍ້ງຂອງວິສາຫະກິດ…

ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ກ່າວຄຳເຫັນຢືນຢັນ ຈະສືບຕໍ່ປະຕິບັດບັນດາມາດຕະການແກ້ໄຂ ເພື່ອຟື້ນຟູພື້ນຖານເສດຖະກິດ, ໃນນັ້ນມີການໜູນຊ່ວຍວິສາຫະກິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີເນັ້ນ​ໜັກ​ວ່າ “ລັດຖະບານຈະສຸມໃສ່ໃຫ້ບຸລິມະສິດຜັນຂະຫຍາຍບັນດາກົນໄກ, ນະໂຍບາຍໜູນຊ່ວຍຢ່າງແທດຈິງ, ມີປະສິດທິຜົນໃຫ້ແກ່ປະຊາຊົນ, ວິສາຫະກິດ; ຟື້ນຟູຕະຫຼາດແຮງງານທີ່ຖືກຜົນກະທົບໂດຍກົງຈາກໂຄວິດ-19 ໂດຍໄວ; ຊຸກຍູ້ການຟື້ນຟູ ແລະ ພັດທະນາການຜະລິດດຳເນີນທຸລະກິດ; ຮັບປະກັນການສະໜອງ, ຈໍລະຈອນສິນຄ້າຢ່າງລຸລ່ວງ. ປຸກລຸກທຸກແຫຼ່ງກຳລັງໃຫ້ແກ່ການປ້ອງກັນ, ຕ້ານໂລກລະບາດ ແລະ ການພັດທະນາເສດຖະກິດ ສັງຄົມ”.

ຫວຽດນາມ ໄດ້ປະກາດໃຊ້ຫຼາຍນະໂຍບາຍເພື່ອໜູນຊ່ວຍໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ. ຫາງສຽງໄດ້ຕີລາຄາສູງບັນດາມາດຕະການໜູນຊ່ວຍຢ່າງທັນການ, ສົ່ງຜົນກະທົບຢ່າງຕັ້ງໜ້າ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ຮັບປະກັນການເຄື່ອນໄຫວຜະລິດ ດຳເນີນທຸລະກິດເປັນປົກກະຕິ. ນີ້ກໍ່ແມ່ນການລະດົມກຳລັງໃຈອັນໃຫຍ່ຫຼວງ, ຊ່ວຍໃຫ້ວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດໂດຍໄວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.