ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ, ໜູນ​ຊ່ວຍ​ການ​ຊົມ​ໃຊ້​ສິນ​ຄ້າ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ

10:07 | 23/10/2021

ຍ​ສ​ໝ - ສະ​ຫະ​ສະ​ມາ​ຄົມນັກ​ທຸ​ລະ​ກິດ ແລະ ການ​ລົງ​ທຶນ ຫວຽດ​ນາມ - ສ.ເກົາຫຼີ (VKBIA) ແລະ ສະ​ມາ​ຄົມ​ນັກ​ທຸ​ລ​ະ​ກິດ ຫວຽດ​ນາມ ປະ​ຈຳ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ (VBUK) ເມື່ອບໍ່ດົນມານີ້ ໄດ້​ຈັດ​ຕັ້ງ​ພິ​ທີ​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ ກ່ຽວ​ກັບ​ການ​ຮ່ວມ​ມື​ຢ່າງ​ຮ​ອບ​ດ້ານ ໂຄງ​ການ “ສົມ​ທົບ​ກັນ​ໂຄ​ສະ​ນາ, ດຶງ​ດູດ​ການ​ລົງ​ທຶນ, ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ, ໜູນ​ຊ່ວຍ​ການ​ຊົມ​ໃຊ້​ສິນ​ຄ້າ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ”.

ຫວຽດ​ນາມ ຈະ​ດຳ​ເນີນ​ການ​ຮັບຮອງ​ ປາດ​ສະ​ປໍ ດ້ານ​ສຸ​ຂະ​ພາບ​ ກັບເກືອບ 80 ປະ​ເທດ ແລະ ເຂດ​ແຄວ້ນ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ ຫວຽດ​ນາມ ຈະ​ດຳ​ເນີນ​ການ​ຮັບຮອງ​ ປາດ​ສະ​ປໍ ດ້ານ​ສຸ​ຂະ​ພາບ​ ກັບເກືອບ 80 ປະ​ເທດ ແລະ ເຂດ​ແຄວ້ນ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ
ຮັບ​ປະ​ການ​ການ​ຂົ​ນ​ສົ່ງ​ສິນ​ຄ້າ, ຜູ້​ໂດຍ​ສານ ແລະ ຟື້ນ​ຟູ​ການ​ຜະ​ລິດ ຮັບ​ປະ​ການ​ການ​ຂົ​ນ​ສົ່ງ​ສິນ​ຄ້າ, ຜູ້​ໂດຍ​ສານ ແລະ ຟື້ນ​ຟູ​ການ​ຜະ​ລິດ
ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ, ໜູນ​ຊ່ວຍ​ການ​ຊົມ​ໃຊ້​ສິນ​ຄ້າ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ
ບັນ​ດາ​ຜູ້​ແທ​ນ​ເຂົ້າ​ຮ່ວມ​ພິ​ທີ (ພາບ: TTXVN)

ພິ​ທີ​ລ​ົງ​ນາມ​ໄດ້​ຈັດ​ຕັ້ງ​ເພື່​ອ​ແນ​ໃສ່​ສະ​ແດງ​ໃຫ້ເຫັນ​ການ​ຮ່ວມ​ເດີນ​ທາງ​ຂອງນັກ​ທຸ​ລະ​ກິດ, ນັກ​ຊ່ຽວ​ຊາ​ນ, ພູມ​ປັນ​ຍາ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດຢ່າງ​ຈະ​ແຈ້ງ ດ້ວຍ​ຜົນສະຫຼຸບ​ເລກ​ທີ 12-KL/TW ລົງ​ວັນ​ທີ 12 ສິງ​ຫາ ປີ 2021 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ວຽກ​ງານ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ​່​ຕ່າງ​ປະ​ເທດ ໃນ​ສະ​ພາບ​ປົກ​ກະ​ຕິ​ໃໝ່, ສະ​ເຫຼີມ​ສະຫຼອງ 17 ປີ​ແຫ່ງວັນ​ນັກ​ທຸ​ລະ​ກິດ ຫວຽດ​ນາມ (13 ຕຸ​ລາ).

ນີ້​ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດຕ່າ​ງ​ປະ​ເທດ ທີ່​ພວມມີ​ການ​ຮ່ວມ​ມື, ລົງ​ທຶນ ແລະ ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ ຢູ່ ຫວຽດ​ນາມ - ສ.ເກົາຫຼີ ແລະ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ມີ​ໂອ​ກາດ​ພົບ​ປະ, ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ, ສ້າງ​ເງື່ອ​ໄຂ​ເພື່ອ​ໃຫ້​ນັກ​ທຸ​ລະ​ກິດ 3 ປະ​ເທດ ຫວຽດ​ນາມ - ສ.ເກົາຫຼີ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ພົບ​ປະ​ແລກ​ປ່ຽນ, ເຊື່ອມ​ຕໍ່ ແລະ ແບ່ງ​ບັນ​ບັນ​ດາ​ບົດ​ຮຽນ​ປະ​ສົບ​ການ.

ທ່ານ ເຈິ່ນ​ຫ໋າຍ​ລິງ, ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ແລະ ກາ​ນ​ລົງ​ທຶນ ຫວຽດ​ນາມ - ສ.ເກົາຫຼີ ໄດ້​ແບ່ງ​ປັນ​ວ່າ: ໃນ​ໄລ​ຍະ 29 ປີ​ຜ່ານ​ມາ, ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົ​ວ​ພັນ​ທາງ​ການ​ທູດ ເມື່ອ​ປີ 1992, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ​ ໄດ້​ມີ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ​ໃນຫຼາຍ​ຂົງ​ເຂດ​ຄື: ການ​ເມືອງ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ, ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ແລະ ການ​ພົວ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ. ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ບົນ​ພື້ນ​ຖານ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສ.ເກົາຫຼີ ທີ່​ມີ​ຜົນ​ສັກ​ສິດ​ແຕ່​ປີ 2015, ສອງ​ຝ່າຍ​ຄວນ​ເປີດ​ກ້​ວາງ​ ການ​ເຄື່ອນ​ໄຫວ​ທາງ​ການ​ຄ້າ ແລະ ການ​ລົງ​ທຶນກ່​ວາ​ອີກ, ສູ້​ຊົນ​ນຳວົງ​ເງິນ​ການ​ຄ້າ ບັນ​ລຸ​ລະ​ດັບ 100 ຕື້ USD, ໄປ​ຄຽງ​ຄູ່ກັບ​ຊຸກ​ຍູ້​ດູນ​ການ​ຄ້າ ໂດຍຜ່ານ​ເລື່ອງ ສ.ເກົາຫຼີ ເພີ່ມ​ທະ​ວີ​ການ​ນຳ​ເຂ​ົ້າ​ສິນ​ຄ້າ​ທີ່​ເປັນ​ທ່າ​ແຮງ​ຂອງ ຫວຽດ​ນາມ, ສືບ​ຕໍ່​ສົ່ງ​ເສີມ ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ ສ.ເກົາຫຼີ ທີ່​ມາ​ລົງ​ທຶນ ຢູ່ ຫວຽດ​ນາມ, ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ ຫວຽດ​ນາມ ເຂົ້າ​ຮ່ວມລະ​ບົບ​ຜະ​ລິດ, ສະ​ໜອງ​ໃນ​ທົ່ວ​ໂລກ.

ທ່ານ ​ເຈິ່​ນ​ຫ໋າຍ​ລິງ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ໄດ້​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ ແລະ ບັນ​ລຸ​ໄດ້​ໝາກ​ຜົນຫຼາຍ​ຢ່າງ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ພວມ​ມີ​ການ​ຜັນ​ແປ​ຢ່​າງ​ສັບ​ສົນ. ອິດ​ທິ​ພົນ​ຊ​ື່​ສຽງ ແລະ ຖາ​ນະ​ບົດ​ບາດ​ສາ​ກົນ​ຂອງ ຫວຽດ​ນາມ ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ສູງ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບສາ​ກົນ, ສິ່ງນີ້ ໄດ້ ແລະ ພວມ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພົບ​ປະ​ແລກ​ປ່ຽນ, ແບ່ງ​ປັນ ແລະ ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ເພື່ອນ​ມິດ​ສາ​ກົນ​ໃຫ້ຫຼາຍ​ກ່​ວາ​ອີກ ສຳລັັບການ​ເຊື່ອມ​ຕໍ່​ເພື່ອ​ສ້າງ ແລະ ພັດ​ທະ​ນາ​ປະ​ເທດ​ຫວຽດ​ນາມ, ເພີ່ມ​ທະ​ວີ​ຖາ​ນະ​ບົດ​ບາດ ແລະ ສ້າງ​ການ​ເຊື່ອມ​ຕໍ່ເຄື​ອ​ຂ່າຍ​ກັບ​ບັນ​ດາ​ປະ​ເທດ​ຕ່າງໆ​ໃນ​ໂລກ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ລົງ​ນາມ, ທ່ານ Kim Seok Pil ຮອງ​ປະ​ທ​ານສະຫະ​ສະ​ມາ​ຄົມ VKBIA, ອະ​ດີດ​ຜູ້​ອຳ​ນວຍ​ການ CEO ກຸ່ມ​ບໍ​ລິ​ສັດ Samsung ປະ​ຈຳ​ເອີ​ລົບ​ ໃຫ້​ຮູ້​ວ່າ VKBIA ຈະ​ສົມ​ທົບ​ຊຸກ​ຍູ້​ການຮ່ວມມືລະຫວ່າງຄູ່​ຮ່ວມ​ມື​ຫວຽດ​ນາມ, ສ.ເກົາຫຼີ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ຢູ່​ບັນ​ດາ​ປະ​ເທດ​ຕ່າງໆ. ສອງ​ຝ່າຍ​ກໍ່​ຈະ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ຢ່າງ​ຮອບ​ດ້ານໃນ​ການ​ຊອກ​ຫາ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມືຫຼາຍ​ຝ່າຍ​ຢູ່ ຫວຽດ​ນາມ ແລະ ສ.ເກົາຫຼີ, ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ຜ່ານ​ການ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ອົງ​ການ ແລະ ອົງ​ການ​ຈັດ​ຕັ້ງ​ຂອງ​ບັນ​ດາ​ປະ​ເທດ, ເພີ່ມ​ທະ​ວີ​ການ​ນຳ​ໃຊ້​ເຄືອ​ຂ່າຍ​ສຳ​ລັບ​ທຸກ​ຝ່າຍ​ໃນ​ການ​ສຳ​ຜັດ​ກັບ​ບັນ​ດາ​ຕະຫຼາດ​ຕ່າງໆ ດ້ວຍ​ບັນ​ດາ​ເປົ້າ​ໝາຍ​ລະ​ອຽດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.