ມອບ​ລາງວັນ​​ ສອບ​ເສັງຊອກ​ຫາ​ວິ​ທີ​ການ​ຫັນ​ເປັນ​ດີ​ຈີ​ຕອນແຫ່ງ​ຊາດ 2021

11:30 | 20/10/2021

ຍ​ສໝ - ພິ​ທີ​ມອບ​ລາງວັນ​​​ສອບເສັງຊອກຫາວິ​ທີ​ການ​ຫັນ​ເປັນ​ດີ​ຈີ​ຕອນແຫ່ງ​ຊາດ Viet Solutions 2021 ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 18 ຕຸ​ລາຢູ່​ຮ່າ​ໂນ້ຍ. Viet Solutions 2021 ແມ່ນ​ການ​ສອບ​ເສັງໂດຍ​ກະ​ຊວງ​ຖະ​ແຫຼງ​ຂ່າວແລະສື່​ສານອຸ​ປະ​ຖຳ, ກົມ​ຫັ​ນ​ເປັນຄອມ​ພິວ​ເຕີແລະກຸ່ມ​ບໍ​ລິ​ສັດ Viettel ສົມ​ທົບ​ກັ​ນ​ຈັດ​ຕັ້ງ.

ໄຂ​ງານ​ມະ​ຫາ​ກຳ​ຮູບ​ເງົາ​ວິ​ທະ​ຍາ​ສາດຄັ້ງ​ທີ 11 ຢູ່ຫວຽດ​ນາມ ໄຂ​ງານ​ມະ​ຫາ​ກຳ​ຮູບ​ເງົາ​ວິ​ທະ​ຍາ​ສາດຄັ້ງ​ທີ 11 ຢູ່ຫວຽດ​ນາມ
ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ. ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ.
ມອບ​ລາງວັນ​​ ສອບ​ເສັງຊອກ​ຫາ​ວິ​ທີ​ການ​ຫັນ​ເປັນ​ດີ​ຈີ​ຕອນແຫ່ງ​ຊາດ 2021
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ ຫງວຽນ​ແມັງ​ຮຸ່ງ ກ່​າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: toquoc.vn)

ດ້ວຍ​ສານ​ທີ່​ວ່າ “ສົມ​ທົບ​ກັນ​ເພື່ອ​ສ້າງ​ສັງ​ຄົມ​ດີ​ຈີ​ຕອນ”, ການ​ສອບ​ເສັງ​ຊອກ​ຫາ​ວິ​ທີ​ການ​ຫັນ​ເປັນ​ດີ​ຈ​ີ​ຕອນຫວຽດ​ນາມ Viet Solutions 2021 ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງເອ​ກະ​ສານ 260 ຊຸດທີ່​ມາ​ຈາກ 20 ປະ​ເທດ​ໃນ​ໂລກ, ໃນ​ນັ້ນ​ມີ​ບັນ​ດາ​ທິມ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທ​ດ​ພັດ​ທະ​ນາ​ຄື: ອາ​ເມ​ລິ​ກາ, ຝ​ລັ່ງ, ອົດ​ສ​ະ​ຕາ​ລີ…

ພາຍຫຼັງ​ບັນ​ດາ​ຮອບ​ຄັດ​ເລືອກ, ຄະ​ນະ​ຈັດ​ຕັ້ງ​ໄດ້ຄັດ​ເລືອກແລະ ​ມອບ 1 ​ລາງວັນ​ທີ 1, 2 ລາງວັນ​ທີ 2 ແລະ 2 ລາງວັນ​ທີ 3. ໃນ​ນັ້ນ, ລາງວັນ​ທີ 1 Viet Solutions 2021 ໄດ້ມອບໃຫ້​ວິ​ທີ​ການ “Vintonm ໂປ​ແກຼມ​ຫັນ​ຂໍ້​ມູນ​ເປັນ​ດີ​ຈີ​ຕອນກາຍ​ເປັນ​ຄຼິບ​ວີ​ດີ​ໂອຊ່ວຍ​ໃຫ້​ວິ​ສາ​ຫະ​ກິດມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ​ໃນ​ວິ​ວັດ​ການ​ແລກ​ປ່ຽນ​ການ​ຄ້າກັບ​ລູກ​ຄ້າ”. ລາງວັນ​ທີ 1 ມີ​ມູນ​ຄ່າກ່​ວາ 300 ລ້ານ​ດົ່ງເປັນຂອງ​ທິມ Vintom ກັບ​ບັນ​ດາ​ສະ​ມາ​ຊິກ​ທີ່​ມາ​ຈາກໂປ​ໂລຍແລະຫວຽດ​ນາມ.

ແລ​ະ​ກໍ່​ໃນ​ພິ​ທີ​ມອບ​ລາງວັນ​ Viet Solutions 2021, ກະ​ຊວງ​ຖະ​ແຫຼງ​ຂ່າວແລະການ​ສື່​ສານໄດ້​ປຸກ​ລະ​ດົມ​ການ​ສອບ​ເສັງ​ຊອກ​ຫາ​ວິ​ທີ​ການ​ຫັນ​ເປັນ​ດີ​ຈີ​ຕອນແຫ່ງ​ຊາດ Viet Solutions 2022.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.