ຍສໝ - ນັບແຕ່ວັນທີ 6 – 8 ກໍລະກົດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງກາວບັ່ງ ຈັດຕັ້ງກອງປະຊຸມທົ່ວປະເທດວຽກງານການທູດປະຊາຊົນປີ 2022 ຢູ່ສູນກອງປະຊຸມແຂວງ ກາວບັ່ງ.
ໃນເວລາ 2 ວັນ, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດອະທິບາຍບາງມາດຕາຂອງ ກົດໝາຍອາຍາ.
ຍສໝ - ທ່ານ Tomasz Pawel Grodzk ໄດ້ອວຍພອນ ທ່ານເອກອັກຄະລັດຖະທູດ ໄດ້ສິ້ນສຸດອາຍຸການປະຕິບັດງານຢ່າງຈົບງາມ ດ້ວຍການປະກອບສ່ວນແທດຈິງຫຼາຍຢ່າງເຂົ້າການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານລະຫ່ວາງສອງປະເທດ.
ຍສໝ - ຮອດທ້າຍປີ 2021 ຫວຽດນາມ ມີສະຫະກອນກະສິກຳ 18.327 ແຫ່ງ ແລະ ສະຫະກອນເສດຖະກິດກະສິກຳ 79 ແຫ່ງ. ນີ້ແມ່ນກຳລັງອັນແຮງກ້າ ເພື່ອສ້າງໂຄງປະກອບກະສິກຳຄືນໃໝ່ໃນໄລຍະຈະມາເຖິງ…
ຕອນເຊົ້າວັນທີ 4 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Bezdetko Gennady Stepanovich, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍ ປະຈຳ ຫວຽດນາມ.
ຍສໝ - ບັນດາຂະແໜງການ, ອົງການຈັດຕັ້ງການເມືອງ ສັງຄົມ ແຂວງແຄ໊ງຮ່ວາ ໄດ້ນຳໃຊ້ແຫຼ່ງກອງທຶນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງທ້ອງຖິ່ນ ແລະ ຮຽກຮ້ອງໃຫ້ຍາດຕິພີ່ນ້ອງ, ເພື່ອນມິດຮ່ວມແຮງຮ່ວມໃຈໜູນຊ່ວຍຊາວຕ່າງປະເທດທີ່ພວມດຳລົງຊີວິດຢູ່ໃນບໍລິເວນແຂວງ.
ຍສໝ - ຕອນເຊົ້າວັນທີ 23 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝ ສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ XV ໄດ້ໄຂຂຶ້ນຢ່າງເປັນທາງການ.
ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານປະເທດແຫ່ງ ສປປ ລາວ ບຸນທອງ ຈິດມະນີ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສົ່ງຄຳອວຍພອນໄຊອັນປະເສີດໄປຍັງ ທ່ານປະທານສະພາແຫ່ງຊາດ Fernando da Piedade Dias dos Santos ແລະ ປະຊາຊົນ ອັງໂກລາ.
ຍສໝ - ໃນບົດຂຽນ “ກອງປະຊຸມປາຣີ ກ່ຽວກັບ ຫວຽດນາມ - ສິ່ງຍອດຍິ່ງທາງດ້ານວິທະຍາສາດ ແລະ ສິລະປະຂອງການທູດປະຊາຊົນໃນຍຸກສະໄໝໂຮ່ຈີມິນ”, ທ່ານ ປ.ອ ຫງວຽນບ໊າເຊີນ ໃຫ້ຮູ້ວ່າ: ວຽກງານການທູດໃນຊຸມປີທ້າຍທົດສະວັດ ທີ 1950 ປະສົບກັບຄວາມຫຍຸ້ງຍາກ, ເຄັ່ງຕຶງ ແລະ ເຂັ້ມຂຸ້ນໄປດ້ວຍສີສັນຂອງການຕໍ່ສູ້ແບບແນວຄວາມຄິດ.
ຍສໝ - ເລື່ອງຈີນ ສ້າງຕັ້ງອັນທີ່ໄດ້ເອີ້ນວ່າ ເມືອງ ຊີຊາ ແລະ ເມືອງ ໜານຊາ ແມ່ນລະເມີດລ່ວງລ້ຳອະທິປະໄຕ, ສິດອຳນາດອະທິປະໄຕບໍ່ອາດໂຕ້ຖຽງກັນໄດ້ຂອງ ຫວຽດນາມ ສຳລັບໝູ່ເກາະຮ່ວາງຊາ ແລະ ເຈືອງຊາ.
ຍສໝ - ຕອນເຊົ້າວັນທີ 21 ທັນວານີ້, ກະຊວງຍຸຕິທຳໄດ້ຈັດກອງປະຊຸມຜ່ານທາງອອນລາຍກ່ຽວກັບການຈັດຕັ້ງປະຕິບັດວຽກງານຕຸລາການ ປີ 2022 ຢູ່ 63 ຈຸດເຊື່ອມຕໍ່ທາງໄກໃນແຂວງ, ນະຄອນ.
ນັບແຕ່ວັນທີ 06 – 08 ພຶດສະພາ, ຄະນະຜູ້ແທນສະຫະພັນໃຫຍ່ແຮງງານ ຫວຽດນາມ ໂດຍທ່ານ ຫງວຽນດິ່ງຄາງ, ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ເປັນຫົວໜ້າ ນຳພາຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນແຮງງານໂລກ (WFTU) ຄັ້ງທີ 18 ເຊິ່ງຈັດຂຶ້ນຢູ່ ຣົມ, ອີຕາລີ. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນກວ່າ 430 ທ່ານທີ່ມາຈາກ 106 ປະເທດໃນໂລກ.
ໃນຊຸມປີຜ່ານມາ, ມີວິສາຫະກິດ, ໂຮງຈັກໂຮງງານຫຼາຍແຫ່ງຂອງ ຫວຽດນາມ ໄດ້ໄປລົງທຶນ ຮັບໃຊ້ການດຳລົງຊີວິດຂອງປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກຂອງລາວ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບ ແລະ ຊ່ວຍປະຊາຊົນລາວ ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປົວແປງຊີວິດການເປັນຢູ່, ຮັບປະກັນສະຫວັດດີການສັງຄົມ. ບົດຂຽນຂອງນັກຂ່າວ VOV ປະຈຳ ລາວ.
ໂດຍໄດ້ຮັບຄຳເຊື້ອເຊີນຂອງສູນກາງພັກກອມມູນິດ ຈີນ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈອງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງພັກກອມມູນິດ ຈີນ ກັບບັນດາພັກການເມືອງໃນທົ່ວໂລກ ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 6 ກໍລະກົດ. ທີ່ກອງປະຊຸມມີຫົວຂໍ້ວ່າ “ເພື່ອຜົນປະໂຫຍດຂອງປະຊາຊົນ, ຄວາມຮັບຜິດຊອບຂອງພັກການເມືອງ“, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ມີບົດກ່າວປາໄສສຳຄັນຕໍ່ໜ້າບັນດາຜູ້ແທນທີ່ມາຈາກ 500 ພັກການເມືອງ ແລະ ອົງການການເມືອງຂຶ້ນກັບ 160 ປະເທດໃນທົ່ວໂລກ. ຕໍ່ໄປນີ້, ບັນນາທິການວິທະຍຸກະຈາຍສຽງຫວຽດນາມ ຂໍຄັດສະເໜີເນື້ອໃນບາງຢ່າງໃນບົດກ່າວປາໄສທີ່ສຳຄັນຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ທີ່ກອງປະຊຸມຄັ້ງນີ້.
ຍສໝ - ໃນອະນາຄົດ ເມື່ອຄວບຄຸມໄດ້ໂລກລະບາດ, ສະມາຄົມນັກສຶກສາຫວຽດນາມ ຢູ່ ອົດສະຕາລີຈະຜັນຂະຫຍາຍບັນດາການເຄື່ອນໄຫວທົ່ວລັດທັງມຸ່ງໄປສູ່ດ້ານວັດທະນະທຳ, ສິລະປະ, ທັງແລກປ່ຽນບົດຮຽນ, ປະສົບການ ແລະ ພັດທະນາທັກສະໃຫ້ແກ່ນັກສຶກສາ.
ໂດຍຕາງໜ້າການນຳພັກ, ລັດ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄວາມຮັກແພງ, ຄຳຢື້ຢາມຖາມຂ່າວຢ່າງຈິງໃຈ ແລະ ຄຳອວຍພອນປີໃໝ່ ອັນດີງາມທີ່ສຸດ ໄປຍັງ ບັນດາຜູ້ແທນ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເຂົ້າຮ່ວມລາຍການ ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີ 2022
ວັນທີ 10 ເມສາ, ໃນລາຍການສະພາບການຫວຽດນາມ ຂອງໜັງສືພິມເອເລັກໂຕນິກເສດຖະກິດ Aju (ສ.ເກົາຫຼີ) (https://m.ajunews.com/view/20200409180043091) ໂດຍໄດ້ລົງບົດຂຽນກ່ຽວກັບບັນຫາອະທິປະໄຕຂອງຫວຽດນາມກັບໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ຂອງທ່ານສາດສະດາຈານ Ahn Kyong Hwan -ໂດຍເປັນອາຈານຂອງມະຫາວິທະຍາໄລ Chosun, ປະທານສະຫະພັນຄົ້ນຄ້ວາ ຫວຽດນາມຂອງ ສ.ເກົາຫຼີ. ທ່ານກໍ່ແມ່ນປະທານຂອງສະມາຄົມຄົ້ນຄ້ວາ ຫວຽດນາມສາດ ຢູ່ ສ.ເກົາຫຼີ, ຮອງປະທານສະມາຄົມພົວພັນແລກປ່ຽນວັດທະນະທຳ ສ.ເກົາຫຼີ - ຫວຽດນາມຢູ່ Gwangju, ທີ່ປຶກສາດ້ານເສດຖະກິດ, ວັດທະນະທຳ ສ.ເກົາຫຼີ - ຫວຽດນາມ ຢູ່ ເຊີອູນ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີ ແຫ່ງວັນຊາດປະເທດສາທາລະນະລັດ ໂອຕາລິດ (26/10/1955 – 26/10/2021), ວັນທີ 26 ຕຸລາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານ Wolfgang Sobotka, ປະທານສະພາແຫ່ງລັດ ສາທາລະນະລັດ ໂອຕາລິດ.
ຍສໝ - ເນື່ອງໃນໂອກາດທ່ານ Anthony Rota ສືບຕໍ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານສະພາຕໍ່າ ການາດາ, ຫວ່າງແລ້ວນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສົ່ງຈົດໝາຍອວຍພອນ.