ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ຢ່າງ​ສົມ​ກຽດ

10:55 | 25/05/2022

ຍສໝ - ຕອນເຊົ້າວັນທີ 23 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝ ສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ XV ໄດ້ໄຂຂຶ້ນຢ່າງເປັນທາງການ.

ສື່​ມວນ​ຊົນລາວ ສືບ​ຕໍ່​​ໃຫ້ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສື່​ມວນ​ຊົນລາວ ສືບ​ຕໍ່​​ໃຫ້ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ
ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ

ເຂົ້າຮ່ວມພິທີມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ບັນດາສະມາຊິກສະພາແຫ່ງຊາດ ແລະ ເອກອັກຄະລັດຖະທູດ, ອຸປະທູດ, ຫົວໜ້າຄະນະທູຕານູທູດ ປະຈຳຮ່າໂນ້ຍ. ວາລະໄຂໄດ້ອອກອາກາດ, ຖ່າຍທອດສົດເພື່ອໃຫ້ຜູ້ມີສິດເລືອກຕັ້ງຕິດຕາມ.

ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ຢ່າງ​ສົມ​ກຽດ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: TTXVN

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ ວັນທີ 23 ພຶດສະພາ ປີ 2021, ການເລືອກຕັ້ງສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ແມ່ນວັນບຸນໃຫຍ່ຢ່າງແທ້ຈິງຂອງປະຊາຊົນ, ເຊິ່ງສະແດງໃຫ້ເຫັນຄວາມຮັບຜິດ ຊອບດ້ານການເມືອງສູງທີ່ສຸດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ລັດ.

ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ຈະກຳນົດແຜນນະໂຍບາຍລົງທຶນ 5 ໂຄງການພື້ນຖານໂຄງລ່າງຄົມມະນາຄົມສຳຄັນ, ໃນນັ້ນມີເສັ້ນທາງຫຼວງໃນຕົວເມືອງ ເລກ 4 ເຂດນະຄອນຫຼວງຮ່າໂນ້ຍ, ເສັ້ນທາງຫຼວງໃນຕົວເມືອງ ເລກ 3 ນະຄອນໂຮ່ຈີມິນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັ້ກວ່າ: ໜຶ່ງປີຜ່ານມາ, ບັນດາສະມາຊິກສະພາແຫ່ງຊາດໄດ້ຕິດແທດໂຄງການກະທຳ, ຮັກສາສັນຍາຂອງຕົນຕໍ່ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ, ຕິດແທດພຶດຕິກຳ ຕົວຈິງຢ່າງໃກ້ຊິດເພື່ອຖ່າຍທອດເຂົ້າໃນໂຄງການດຳເນີນງານຂອງສະພາ ແຫ່ງຊາດ, ຍົກສູງລະດັບຄວາມຮູ້ ແລະ ກຳລັງຄວາມສາມາດການເຄື່ອນ ໄຫວໃນທຸກດ້ານຢ່າງບໍ່ຢຸດຢັ້ງ.

ຂ້າພະເຈົ້າຂໍເປັນກຽດສະແດງຄວາມຂອບໃຈຕໍ່ ບັນດາສະມາຊິກສະພາແຫ່ງຊາດ ເຊິ່ງຍາມໃດກໍ່ເປັນເຈົ້າການ, ຕັ້ງໜ້າປະກອບ ສ່ວນເຫື່ອແຮງ, ພູມປັນຍາ, ຄວາມຮັບຜິດຊອບໃນແຕ່ລະເນື້ອໃນສະພາແຫ່ງຊາດ ພິຈາລະນາ, ຕັດສິນ. ສະເໜີໃຫ້ສະມາຊິກສະພາແຫ່ງ ຊາດສືບຕໍ່ເສີມຂະຫຍາຍຈິດໃຈດັ່ງກ່າວໃຫ້ຫຼາຍກ່ວາອີກ, ປະກອບສ່ວນສ້າງ ຜົນສຳເລັດຂອງກອງປະຊຸມ, ຕອບສະໜອງຄວາມມຸ່ງຫວັງຂອງປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ.

ບູນມີ

ເຫດການ
302 Found

Found

The document has moved here.