ສະມາຄົມມິດຕະພາບແບນຊິກ - ຫວຽດນາມ ຄັດຄ້ານບັນດາການກະທຳຢູ່ທະເລຕາເວັນອອກຂອງຈີນ | |
ເອີລົບສະແດງຄວາມວິຕົກກັງວົນຕໍ່ບັນດາການກະທຳພຽງລຳຟັງຝ່າຍດຽວຢູ່ ທະເລຕາເວັນອອກ |
ບົດຂຽນ: ບັນຫາອະທິປະໄຕສໍາລັບໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ໄດ້ລົງພິມໃນໜັງສືພິມເສດຖະກິດເອເລັກໂຕຣນິກ Aju (ສ.ເກົາຫຼີ). |
ວາລະສານຍຸກສະໄໝຂໍແປບົດຂ່າວດັ່ງກ່າວໂດຍຫຍໍ້ໃຫ້ທ່ານຜູ້ອ່ານ:
ຫວ່າງແລ້ວນີ້, ຈີນໄດ້ມີບັນດາການກະທຳເພີ່ມທະວີ ທີ່ຕັ້ງບົດບາດ ຢູ່ ທະເລຕາເວັນອອກ ດ້ວຍວິທີການສວຍໃຊ້ຄວາມວຸ່ນວາຍຂອງກອງທັບເຮືອອາເມລິກາໂດຍກ່ຳປັ່ນສະໜາມບິນ Ronald Reagan ແລະ Nimitz ຖືກຕິດເຊື້ອໄວຣັດ Corona. ວັນທີ 2 ເມສາ, ຢູ່ເຂດທະເລຕາເວັນອອກ - ໂດຍເປັນສະຖານທີ່ເກີດການຂັດແຍ້ງກັນດ້ານອະທິປະໄຕລະຫວ່າງ ຈີນ ແລະ ຫວຽດນາມ, ກ່ຳປັ່ນຫາປາຂອງ ຫວຽດນາມ ແລະ ກ່ຳປັ່ນຕຳຫຼວດທະເລຂອງຈີນໄດ້ມີການແຕະຕ້ອງກັນເຮັດໃຫ້ກ່ຳປັ່ນຫາປາຫວຽດນາມຖືກຈົມນ້ຳ. ຊາວປາມົງຫວຽດນາມຖືກ (ຈີນ - ຜູ້ແປ) ຈັບຕົວ ແລ້ວກໍ່ປ່ອຍໄປ.
ຄວາມຈິງກ່ຽວກັບປະຫວັດສາດຂອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ
ໝູ່ເກາະຮວ່າງຊາ ຫ່າງຈາກແຂວງ ກ໋ວາງງາຍ, ພາກກາງຫວຽດນາມ ໄປທາງທິດຕາເວັນອອກ ປະມານ120 ໄມ້ທະເລ. ໝູ່ເກາະເຈື່ອງຊາ ຫ່າງຈາກນະຄອນຍາຈາງ, ແຂວງແຄ໊ງຮ່ວາ (ຫວຽດນາມ) ໄປທາງທິດຕາເວັນອອກປະມານ 250 ໄມ້ທະເລ. ສອງໝູ່ເກາະດັ່ງກ່າວແມ່ນຜຶນແຜ່ນດິນຂອງ ຫວຽດນາມ ແລະ ຫວຽດນາມໄດ້ປະຕິບັດອະທິປະໄຕສອງໝູ່ເກາະດັ່ງກ່າວມາເປັນເວລານັບຫຼາຍຮ້ອຍປີແລ້ວ. ໃນວັນນະກຳບູຮານສະບັບຕ່າງໆຂອງຫວຽດນາມ ກໍ່ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ເຂດນີ້ແມ່ນຜຶນແຜ່ນດິນຂອງຫວຽດນາມ. ໃນບົດ "Geographic Map of the Qing Dynasty" ທີ່ໄດ້ພິມຈຳໜ່າຍໃນເວລາທ້າຍລາຊະວົງຊີງ (ຈີນ) 1904 ກໍ່ບໍ່ຊີ້ໃຫ້ເຫັນວ່າໝູ່ເກາະ ເຈື່ອງຊາ, ຮ່ວາງຊາແມ່ນຜຶນແຜ່ນດິນຂອງຊິງ. ນີ້ແມ່ນພະຍານຫຼັກຖານຢ່າງຈະແຈ້ງ ສະແດງໃຫ້ເຫັນວ່າ ຕາມປະຫວັດສາດຂອງຈີນແລ້ວ, ມາຮອດປີ 1904, ຜຶນແຜ່ນດິນທາງທິດໃຕ້ຂອງຈີນພຽງແຕ່ຮອດໝູ່ເກາະ ຫາຍນາມ. ປື້ມພູມີສາດ ແລະ ປະຫວັດສາດເດີມຂອງ ຫວຽດນາມຍັງມີພະຍານຫຼັກຖານຢ່າງຈະແຈ້ງກ່ຽວກັບການສ້າງກອງທັບຮ່ວາງຊາດ້ວຍເປົ້າໝາຍຂຸດຄົ້ນ ແລະ ຄຸ້ມຄອງສອງໝູ່ເກາະດັ່ງກ່າວ. ເລີ່ມແຕ່ເວລາສ້າງຂຶ້ນລາຊະວົງຫງວຽນ ໃນປີ 1802 ຕະຫຼອດຮອດເວລາເຊັ່ນສົນທິສັນຍາລະຫວ່າງ ຝລັ່ງ ແລະ ເຫ້ວໃນປີ 1884, ລາຊະວົງຫງວຽນໄດ້ມານະພະຍາຍາມຈົດສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາອະທິປະໄຕທະເລໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ພາຍໃຕ້ບັນດາລາຊະວົງສັກດີນາຂອງຫວຽດນາມ, ກອງທັບຮ່ວາງຊາໄດ້ສົ່ງໄປປະຈຳ 5 – 6 ເດືອນ/ປີ ເພື່ອປະຕິບັດບັນດາໜ້າທີ່ໃດໜຶ່ງຢູ່ໝູ່ເກາະ, ນີ້ແມ່ນຫຼັກຖານທີ່ມີປັດໄຈຕັດສິນຊີ້ຂາດຢັ້ງຢືນອະທິປະໄຕຂອງ ຫວຽດນາມ. ລາຊະວົງຊິງຂອງຈີນກໍ່ຍັງບໍ່ເຄີຍຄັດຄ້ານກ່ຽວກັບອະທິປະໄຕຂອງຫວຽດນາມສຳລັບ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ, ກໍ່ຄືສະພາບການຂຸດຄົ້ນດັ່ງກ່າວ. ດັ່ງນັ້ນ, ໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາແມ່ນຜຶນແຜ່ນດິນຂອງຫວຽດນາມ ນັ້ນແມ່ນການຢັ້ງຢືນຂອງບັນດານັກຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍທະເລ.
ອະທິປະໄຕເຂດທະເລໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາພາຍໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນຝລັ່ງ
ພາຍຫຼັງສົນທິສັນຍາໃນວັນທີ 6 ມິຖຸນາ 1884 (ສົນທິສັນຍາ Patenôtre ) ໄດ້ຮັບການລົງນາມ, ຝລັ່ງໄດ້ເປັນຕາງໜ້າໃຫ້ແກ່ລັດຫວຽດນາມໃນການຕ່າງປະເທດ. ເພາະສະນັ້ນ, ຝລັ່ງຈະປົກປັກຮັກສາອະທິປະໄຕ ແລະ ຜຶນແຜ່ນດີແທນ ຫວຽດນາມ.
ສິ່ງທີ່ສະແດງໃຫ້ເຫັນອະທິປະໄຕຂອງຫວຽດນາມກ່ຽວກັບໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາໃນໄລຍະດັ່ງກ່າວແມ່ນ ຝລັ່ງໄດ້ຄັດຄ້ານການກະທຳນາບຂູ່ເຖິງອະຕິປະໄຕຂອງຫວຽດນາມສຳລັບ ໝູ່ເກາະດັ່ງກ່າວ. ຍົກຕົວຢາງຄືໃນວັນທີ 4 ທັນວາ 1931 ແລະ ວັນທີ 24 ເມສາ 1932, ຝລັ່ງໄດ້ຕຳໜິຕິຕຽນແຂວງກວາງຕຸງ, ຈີນເມື່ອແຂວງນີ້ຄິດວ່າຈະຂຸດຄົ້ນ ຢູ່ໝູ່ເກາະເຈື່ອງຊາ. ວັນທີ 4 ເມສາ 1939, ຝລັ່ງໄດ້ປະຕິເສດ ເມື່ອ ຍີ່ປຸ່ນຄິດວ່າຈະເລືອກເອົາສ່ວນໜຶ່ງຂອງໝູ່ເກາະເຈື່ອງຂາເພື່ອສະເໜອງສິດປົກຄອງດ້ວຍຕົນເອງ.
ການປົກປ້ອງ ແລະ ການປະຕິບັດສິດອະທິປະໄຕ ສຳຫຼັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຫຼັງຈາກສົງຄາມໂລກຄັ້ງທີ 2
ພາຍຫຼັງສົງຄາມໂລກຄັ້ງທີ 2, ຝຣັ່ງ ໄດ້ກັບຄືນອິນດູຈີນ. ໃນທ້າຍປີ 1946, ຝຣັ່ງ ໄດ້ຮຽກຮ້ອງໃຫ້ລັດຖະບານປະເທດຈີນ ເຢີນກວກ ຖອນອອກຈາກບັນດາໝູ່ເກາະຫວຽດນາມ ທີ່ຖືກຄອບຄອງຢ່າງຜິດກົດໝາຍ. ປະເທດຝຣັ່ງ ໄດ້ເອົາຄືນໃໝ່ສິດທິອຳນາດຄວບຄຸມໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ກໍ່ສ້າງສະຖານີວັດແທກອຸຕຸນິຍົມ ແລະ ວິທະຍຸໂທລະເລກ. ວັນທີ 7 ກັນຍາ 1951, ໂດຍກ່ຽວກັບສົນທິສັນຍາສັນຕິພາບກັບ ປະເທດຍີ່ປຸ່ນ, ນາຍົກລັດຖະມົນຕີຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມ San Fracisco ໄດ້ປະກາດວ່າ ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນເຂດດິນແດນຂອງຫວຽດນາມມາແຕ່ດົນນານ, ຫວຽດນາມ ຢັ້ງຢືນສິດຂອງຕົນສຳລັບໝູ່ເກາະ ຮ່ວາງຊາ ແລະ ໝູ່ເກາະ ເຈື່ອງຊາ. ຍັງບໍ່ມີການຄັດຄ້ານຕໍ່ຄຳຖະແຫຼງການດັ່ງກ່າວນີ້. ປະຈຸບັນ, ໝູ່ເກາະ ຮ່ວາງຊາ ຂຶ້ນກັບນະຄອນ ດານັງ, ໝູ່ເກາະ ເຈື່ອງຊາ ໄດ້ກາຍເປັນເຂດບໍລິຫານຂອງແຂວງ ແຂັງຮ່ວາ.
ຫວຽດນາມໄດ້ຈຳໜ່າຍ ”ປຶ້ມປົກຂາວ” ກ່ຽວກັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ສອງໝູ່ເກາະທີ່ເປັນດິນແດນທີ່ບໍ່ໄດ້ແບ່ງແຍກຈາກ ປະເທດຫວຽດນາມ ໄດ້, ຢັ້ງຢືນວ່າຫວຽດນາມມີອະທິປະໄຕ ສໍາລັບ ສອງໝູ່ເກາະນີ້ຕາມຂໍ້ກຳນົດຂອງກົດ ໝາຍສາກົນ.
ການແກ້ໄຂບັນຫາຂັດແຍ້ງກັນດ້ານອະທິປະໄຕກັບຈີນ ຢູ່ທະເລຕາເວັນອອກ ແມ່ນບັນຫາທີ່ສຳຄັນທີ່ສຸດເຊິ່ງ ຫວຽດນາມ ຕ້ອງປະເຊີນໜ້າໃນສະຕະວັດທີ 21.
ສະພາກຳມະການ ໄດ້ຕັດສິນໃນວັນທີ 12 ກໍລະກົດ 2016 ອັນທີ່ໄດ້ເອີ້ນວ່າ “ທາງ 9 ຕອນ” ຂອງຈີນ ຢູ່ທະເລຕາເວັນອອກ ແມ່ນບໍ່ມີພື້ນຖານດ້ານກົດໝາຍສາກົນ. ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນຜືນແຜ່ນດິນຂອງຫວຽດນາມ. ອີງໃສ່ແຜນທີ່ ແຕ່ບູຮານ, ພ້ອມທັງເອກະສານປະຫວັດສາດກ່ຽວກັບການຄຸ້ມຄອງໝູ່ເກາະສອງແຫ່ງນີ້ ເຊິ່ງສາມາດຢັ້ງຢືນວ່າ ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ເປັນດິນແດນຂອງຫວຽດນາມ.
ຫຼັກໝັ້ນຂອງບັນດາປະເທດທີ່ກ່ຽວຂ້ອງ
ບັນດາຮູບພາບດາວທຽມຂອງ ບໍລິສັດ ImageSat International ໄດ້ປະກາດໃນວັນທີ 13 ພຶດສະພາ ສະແດງໃຫ້ເຫັນເຮືອບິນທະຫານຂອງຈີນໄດ້ຈອດຢູ່ທາງແລ່ນ ໃນເຂດຫີນ ຈື້ເທີບ ຂອງຫວຽດນາມ. (ພາບ: TWITTER) |
ຫລາຍປະເທດ ໃນໂລກກຳລັງເສີມກຳລັງທະຫານຂອງພວກເຂົາ ເພື່ອຍຶດເອົາຜົນປະໂຫຍດໃນທະເລຕາເວັນອອກ. ພາຍຫຼັງການຕັດສິນ ຂອງສະພາກຳມະການສາກົນ, ທຸກໆປະເທດໄດ້ເຫັນດີເຫັນພ້ອມນຳຄຳຕັດສິນດັ່ງກ່າວ ແລະ ຮຽກຮ້ອງໃຫ້ຈີນ ແລະ ປະເທດທີ່ກ່ຽວຂ້ອງ ໄດ້ແກ້ໄຂຂໍ້ຂັດແຍ້ງດັ່ງກ່າວໃຫ້ຖືກຕ້ອງຕາມກົດໝາຍ.
ປະເທດອາເມລິກາ ແລະ ປະເທດອົດສະຕາລີ ໃຫ້ຄຳໝັ້ນສັນຍາວ່າ ປະຕິບັດລາດຕະເວນກວດກາ ແລະ ຕັ້ງຄ້າຍທະຫານຢູ່ທະເລຕາເວັນອອກ, ຮ່ວມມືກັບຍີ່ປຸ່ນ, ອິນເດຍ… ເພື່ອຮຽກຮ້ອງໃຫ້ປະເທດຈີນ ປະຕິບັດຕາມຄຳຕັດສິນດັ່ງກ່າວ. ປະເທດລັດເຊຍ ກໍ່ໄດ້ຈັດຕັ້ງກຳລັງລາດຕະເວນ ເພື່ອຕ້ານກຳປັ່ນດຳນ້ຳ. ກອງທັບອາກາດປະເທດຍີ່ປຸ່ນ ຕັ້ງຢູ່ໃນເຂດທ້ອງຟ້າຂອງຊ່ອງແຄບທະເລ Miyako Strait, ອາເມລິກາ ໄດ້ປະກາດວ່າ ກຽມພ້ອມທີ່ຈະຈັດຕັ້ງກອງທັບບໍ່ວ່າເວລາໃດໃນທະເລຕາເວັນອອກ ແລະ ໄດ້ດຳເນີນການຝຶກຊ້ອມຂະໜາດໃຫຍ່ດ້ວຍຫຼາຍຮູບແບບ.
ພາຍຫຼັງການຕັດສິນ ຂອງສະພາກຳມະການສາກົນ, ໃນທ່າອ່ຽງກຳລັງທະຫານໄດ້ເພີ່ມຂຶ້ນ ໃນທະເລທະເລຕາເວັນອອກ, ການແກ່ງແຍ່ງລະຫວ່າງປະເທດຕ່າງໆ ເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດຂອງພວກເຂົາ ແມ່ນນັບມື້ນັບຮຸນແຮງຂຶ້ນ. ປະເທດຈີນ ສະແດງຄວາມຄວາມມັກໃຫຍ່ໃຝ່ສູງ ໃນການຂະຫຍາຍເຂດນໍ້າແດນດິນ, ບັນດາປະເທດໃນພາກພື້ນທະເລຕາເວັນອອກ ໄດ້ຮັກສາສິດທິຂອງຕົນ ກ່ຽວກັບໝູ່ເກາະ ແລະ ມະຫາສະໝຸດ.
ເພື່ອບໍ່ໃຫ້ປະເທດຈີນ ຢຶດເອົາທະເລຕາເວັນອອກ, ອາເມລິກາ ແລະ ຍີ່ປຸ່ນ ຄາດວ່າຈະເພີ່ມທະວີການພົວພັນພັນທະມິດ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ ພ້ອມທັງຂະຫຍາຍການທູດກັບບັນດາປະເທດໃນທະເລຕາເວັນອອກ. ໃນທາງກົງກັນຂ້າມ, ປະເທດຈີນ ຄາດວ່າຈະເພີ່ມການຊ່ວຍເຫຼືອ ໃຫ້ແກ່ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້, ຊຸກຍູ້ເສັ້ນທາງການທູດ "ຫ່າງໄກກັບອາເມລິກາ, ສະໜິດກັບຈີນ". ດ້ວຍມາດຕະການແຫ່ງຄວາມໝັ້ນຄົງ ແລະ ສັນຕິພາບ, ຫວຽດນາມ ໄດ້ຮັກສາອະທິປະໄຕຂອງ ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ນັບແຕ່ສັດຕະວັດທີ 17, ແລະ ຫວຽດນາມ ສືບຕໍ່ຮຽກຮ້ອງປະຕິບັດຕາມ 3 ຫຼັກການທີ່ໄດ້ກ່າວໃນກອງປະຊຸມສຸດຍອດ G7 Ise-Shima Summit ໄດ້ເປີດສະໄໝໃນວັນທີ 26 ພຶດສະພາ 2016 ທີ່ປະເທດຍີ່ປຸ່ນ.
ກ່ຽວກັບຄວາມຮຽກຮ້ອງອະທິປະໄຕຂອງຈີນ, ໃນເດືອນມັງກອນ ປີ 2013, ຟີລິບປິ່ນໄດ້ຮ້ອງຟ້ອງຈີນ, ອີງໃສ່ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ, ສະພາກຳມະການໄດ້ຮັບການສ້າງຕັ້ງຕາມໝວກ ທີ VII UNCLOS 1982 ເຊິ່ງໄດ້ໃຫ້ຄຳຕັດສິນໃນວັນທີ 12 ກໍລະກົດ ປີ 2016 ວ່າ “ເສັ້ນທາງ 9 ຕອນ” - ໂດຍເປັນເສັ້ນທາງຊາຍແດນທີ່ຈີນຍົກອອກມາເພື່ອແນໃສ່ຢັ້ງຢືນອະທິປະໄຕຢູ່ເຂດທະເລຕາເວັນອອກ ແມ່ນບໍ່ມີພື້ນຖານດ້ານກົດໝາຍສາກົນ. ບໍ່ຮັບຮອງເອົາເກາະທຽມໂດຍຈີນສ້າງຂຶ້ນແມ່ນເກາະ. ຮັບຮອງເອົາຄຳຮຽກຮ້ອງຂອງຟີລິບປິນ ແມ່ນ “ເຂດ Mischief Reef ໂດຍເປັນສະຖານທີ່ຈີນກໍ່ສ້າງຂຶ້ນເອງແມ່ນເຂດຫີນໃຕ້ທະເລ ພຽງແຕ່ຟູຂຶ້ນເມື່ອມີການປ່ຽນແປງຂອງນໍ້າທະເລດັ່ງນັ້ນບໍ່ໄດ້ຮັບຖືວ່າ ແມ່ນນ້ຳແດນດິນໄດ້”. ນີ້ແມ່ນຄັ້ງທຳອິດຄຳຕັດສິນຍຸຕິທຳທີ່ມີລັກສະນະສາກົນໄດ້ຮັບການຍົກອອກມາກ່ຽວກັບບັນຫາທະເລຕາເວັນອອກ, ເປັນສະຖານທີ່ ທີ່ຈີນຢັ້ງຢືນ ສິດປົກຄອງຢ່າງແຮງ ດ້ວຍການສ້າງເກາະທຽມ… ຈີນບໍ່ຍອມຮັບຄຳຕັດສິນຂອງສານ ເຖິງວ່າອີງໃສ່ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລທີ່ໄດ້ຮັບການອະນຸມັດຜ່ານໃນປີ 1994. ຢູ່ກອງປະຊຸມສຸດຍອດ G7 ເຊິ່ງໄດ້ໄຂຂຶ້ນໃນວັນທີ 26 ເດືອນພຶດສະພາ ປີ 2016 ຢູ່ຍີ່ປຸ່ນ (G7 Ise-shima Summit), ເຖິງວ່າ “ໄດ້ຢັ້ງຢືນອີງໃສ່ກົດໝາຍສາກົນ” “ຫ້າມບໍ່ໃຫ້ນຳໃຊ້ກຳລັງປະກອບອາວຸດ”, “ແກ້ໄຂຄວາມຂັດແຍ້ງກັນ ໂດຍສັນຕິວິທີ” ແຕ່ວ່າ ຈີນຍັງຮັກສາທ່າທີ ດື້ດ້ານຄືເກົ່າ. |
ກອງປະຊຸມສໍາມະນາກ່ຽວກັບທະເລຕາເວັນອອກ ຢູ່ ອິນໂດຍ: ບັນດານັກຮຽນຮູ້ຮຽກຮ້ອງໃຫ້ເຄົາລົບກົດໝາຍສາກົນ ຍສໝ - ໃນວັນທີ 29 ພະຈິກ 2019, ຢູ່ຫໍປະຊຸມສາກົນ ຢູ່ນະຄອນຫຼວງ New Delhi, ປະເທດ ອິນເດຍ ໄດ້ດໍາເນີນກອງປະຊຸມສໍາມະນາວິທະຍາສາດ ດ້ວຍຫົວຂໍ້: ທະເລຕາເວັນອອກ - ບັນດາສິ່ງທ້າທາຍໃນປັດຈຸບັນ ແລະ ແງ່ຫວັງໃນອະນາຄົດ. |
ຫວຽດນາມປະຕິເສດຄຳກ່າວປາໄສຂອງໂຄສົກການຕ່າງປະເທດຈີນກ່ຽວກັບອະທິປະໄຕຢູ່ໝູ່ເກາະເຈື່ອງຊາ ຍສໝ - ວັນທີ 13 ພະຈິກ 2019, ໃຫ້ສຳພາດຕໍ່ນັກຂ່າວທີ່ກ່ຽວຂ້ອງເຖິງຄຳກ່າວປາໄສຂອງໂຄສົກກະຊວງການຕ່າງປະເທດ ຈີນໃນວັນທີ 8 ພະຈິກ 2019, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມເນັ້ນໜັກວ່າ: ຫວຽດນາມປະຕິເສດບັນດາເນື້ອໃນຂອງຄຳກ່າວປາໄສທີ່ກ່ຽວຂ້ອງເຖິງຫວຽດນາມຂອງ ໂຄສົກກະຊວງການຕ່າງປະເທດຈີນໃນວັນທີ 8 ພະຈິກ 2019 ກ່ຽວກັບບັນຫາອະທິປະໄຕກັບໝູ່ເກາະເຈື່ອງຊາ. |
ທະເລຕາເວັນອອກ ແລະ ຄວາມໝັ້ນຄົງໃນພາກພື້ນ ແມ່ນຈຸດສຸມຢູ່ກອງປະຊຸມສຸດຍອດອາຊຽນ ຍສໝ - ກອງປະຊຸມສຸດຍອດ ອາຊຽນ ອາດຈະສະກັດກັ້ນເຫດການຢູ່ ທະເລຕາເວັນອອກ ໄດ້. |
ຜູ້ແປພາສາ: ບຸນຄົງ