ຖື​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ເປັນ​ເປົ້າ​ໝາຍ​ສູ້​ຊົນ, ອີງ​ໃສ່​ກຳ​ລັງ​ແຮງ​ຊະ​ນະ​ເລີດຂອງ​ປະ​ຊາ​ຊົນ

15:51 | 07/07/2021

ໂດຍໄດ້ຮັບຄຳເຊື້ອເຊີນຂອງສູນກາງພັກກອມມູນິດ ຈີນ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈອງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງພັກກອມມູນິດ ຈີນ ກັບບັນດາພັກການເມືອງໃນທົ່ວໂລກ ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 6 ກໍລະກົດ. ທີ່ກອງປະຊຸມມີຫົວຂໍ້ວ່າ “ເພື່ອຜົນປະໂຫຍດຂອງປະຊາຊົນ, ຄວາມຮັບຜິດຊອບຂອງພັກການເມືອງ“, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ມີບົດກ່າວປາໄສສຳຄັນຕໍ່ໜ້າບັນດາຜູ້ແທນທີ່ມາຈາກ 500 ພັກການເມືອງ ແລະ ອົງການການເມືອງຂຶ້ນກັບ 160 ປະເທດໃນທົ່ວໂລກ. ຕໍ່ໄປນີ້, ບັນນາທິການວິທະຍຸກະຈາຍສຽງຫວຽດນາມ ຂໍຄັດສະເໜີເນື້ອໃນບາງຢ່າງໃນບົດກ່າວປາໄສທີ່ສຳຄັນຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ທີ່ກອງປະຊຸມຄັ້ງນີ້.

ບົດ​ບາດ​ຂອງ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ສຳ​ລັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ບົດ​ບາດ​ຂອງ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ສຳ​ລັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ຫວຽດ​ນາມ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ນັກ​ຂ່າວ ​ບັນ​ດາ​ຫ້ອງ​ການ​ສື່ມວນ​ຊົນ​ຕ່າງ​ປະ​ເທດ ປະ​ຈຳ ຫວຽດ​ນາມ ຫວຽດ​ນາມ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ນັກ​ຂ່າວ ​ບັນ​ດາ​ຫ້ອງ​ການ​ສື່ມວນ​ຊົນ​ຕ່າງ​ປະ​ເທດ ປະ​ຈຳ ຫວຽດ​ນາມ
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງ ພັກກອມມູນິດ ຈີນ ກັບບັນດາພັກການເມືອງໃນທົ່ວໂລກຄັ້ງນີ້ ດ້ວຍຈິດໃຈເປີດເຜີຍ ແລະ ຮ່ວມມື, ເລີ່ມມາຈາກແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນມູນເຊື້ອຂອງລັດທິສາກົນອັນໄສແຈ້ງ ແລະ ຖືການພົວພັນລະຫວ່າງ ຫວຽດນາມ - ຈີນ ເປັນສຳຄັນ.

ຄວາມຮັບຜິດຊອບຂອງພັກ ເພື່ອຜົນປະໂຫນດຂອງປະຊາຊົນ

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ແບ່ງປັນ ກັບກອງປະຊຸມທັດສະນະຂອງ ປະທານໂຮ່ຈີມິນ ຊຶ່ງແມ່ນຜູ້ສ້າງຕັ້ງພັກກອມມູນິດ ຫວຽດນາມວ່າ: “ປະຊາຊົນແມ່ນປະເສີດເລີດລ້ຳທີ່ສຸດ, ມີຄວາມສຳຄັນເໜືອກ່ວາສິ່ງໃດໝົດ, ແມ່ນສູງທີ່ສຸດ”, “ໃນທ້ອງຟ້າບໍ່ມີຫຍັງປະເສີດເລີດລ້ຳໄປກ່ວາປະຊາຊົນ. ໃນໂລກບໍ່ມີຫຍັງແຂງແຮງກ່ວາກຳລັງສາມັກຄີຂອງປະຊາຊົນ”. ຈາກນັ້ນ, ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ປະຊາຊົນ ແມ່ນພື້ນຖານດ້ານການເມືອງ - ສັງຄົມ, ແມ່ນຕົ້ນກຳເນີດຂອງກຳລັງແຮງຂອງບັນດາພັກການເມືອງ ແລະ ອົງການການເມືອງ, ພ້ອມທັງແມ່ນເປົ້າໝາຍ ເພື່ອມຸ່ງໄປເຖິງຂອງບັນດາແຜນນະໂຍບາຍ, ນະໂຍບາຍຂອງແຕ່ລະປະເທດ ແລະ ແຕ່ລະພັກການເມືອງອັນຊອບທຳ. ຄວາມຫວັງມີຄວາມຜາສຸກ ແມ່ນຄວາມມຸ່ງມາດປາດຖະໜາ ແລະ ສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນໝົດທຸກຄົນ, ໃນນັ້ນມີເລື່ອງປະຊາຊົນພັດທະນາຢ່າງຮອບດ້ານ, ມີຊີວິດອີ່ມໜຳສຳລານ, ສົມບູນພູມສຸກ, ໄດ້ດຳລົງຊີວິດໃນສັຕິພາບ, ສະເໝີພາບ ແລະ ຄວາມຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ. ເຖິງຢ່າງໃດກໍ່ຕາມ, ປັດຈຸບັນ, ການດຳລົງຊີວິດຂອງປະຊາຊົນບັນດາປະເທດພວມປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທ້າຍທີ່ຫຼາຍຢ່າງ, ໄລຍະປະຈຸບັນ ແມ່ນໂລກລະບາດໂຄວິດ - 19 ໄດ້ກໍ່ຜົນກະທົບຕໍ່ທຸກດ້ານຊີວິດເສດຖະກິດ ສັງຄົມທົ່ວໂລກ.

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເນັ້ນໜັກເຖິງບົດບາດແມ່ນອົງການການເມືອງ - ສັງຄົມສຳຄັນໃນການດຳລົງຊີວິດຂອງບັນດາປະເທດ ແລະ ກໍ່ແມ່ນເຈົ້າກຳທີ່ສຳຄັນໃນການພົວພັນສາກົນ, ບັນດາພັກການເມືອງ, ອົງການການເມືອງ - ສັງຄົມ ຕ້ອງເສີມຂະຫຍາຍບົດບາດຂອງຕົນ, ພ້ອມທັງຮ່ວມເດີນທາງກັບລັດຖະບານບັນດາປະເທດ ເພື່ອນຳມາເຊິ່ງຄວາມຜາສຸກມາໃຫ້ປະຊາຊົນ, ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນວິວັດການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ, ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງທົ່ວໂລກ, ຈາກນັ້ນປະຕິບັດຄວາມມຸ່ງມາດປາດຖະໜາຄວາມຜາສຸກຂອງປະຊາຊົນ. ຕາມທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງແລ້ວ, ເພື່ອເສີມຂະຫຍາຍບົດບາດຂອງຕົນໃຫ້ເປັນຢາງດີ, ບັນດາພັກການເມືອງ, ອົງການການເມືອງຕ້ອງ “ຖືປະຊາຊົນເປັນກົກ” ເພື່ອສ້າງ ແລະ ປະຕິບັດທຸກແຜນນະໂຍບາຍ, ແນວທາງ, ໂຄງການດຳເນີນງານ, ຮັບປະກັນການພັດທະນາເພື່ອປະຊາຊົນຢ່າງແທດຈິງ, ຍົກສູງຈິດໃຈສາມັກຄີ, ຄວາມຮັບຜິດຊອບ, ເພີ່ມທະວີການໂອ້ລົມສົນທະນາ, ເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ, ຍົກສູງກົດໝາຍສາກົນ, ເປັນຕົ້ນແມ່ນໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ເນັ້ນໜັກວ່າ ພຽງໃນຈຸດເວລາໃດ ບັນດາປະເທດ, ບັນດາຊົນຊາດດຳລົງຊີວິດຢູ່ຮ່ວມກັນຢ່າງມີສັນຕິພາບ, ມິດຕະພາບ, ເຄົາລົບນັບຖືເຊິ່ງກັນແລະກັນ, ເພື່ອອະນາຄົດທີ່ສົດໃສລວມຂອງປະຊາຊົນ ເວລານັ້ນ ປະຊາຊົນໃນທົ່ວໂລກຈຶ່ງໄດ້ຮັບຄວາມຜາສຸກຢ່າງແທ້ຈິງ ແລະ ຄົບຖ້ວນ. ບັນຫາຮີບດ່ວນທີ່ສຸດໃນປັດຈຸບັນແມ່ນ ບັນດາປະເທດ ແລະ ພັກການເມືອງຕ້ອງເພີ່ມທະວີການຮ່ວມມືສາກົນ, ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ຟື້ນຟູການພັດທະນາເສດຖະກິດ - ສັງຄົມ ໂດຍໄວ, ຮັບປະກັນການໜູນຊ່ວຍສັງຄົມ.

ຖືຄວາມຜາສຸກຂອງປະຊາຊົນແມ່ນເປົ້້າໝາຍສູ້ຊົນ

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເນັ້ນໜັກເຖິງໂຄງການການເມືອງທຳອິດຂອງ ພັກກອມມູນິດ ຫວຽດນາມ ໄດ້ກຳນົດໜ້າທີ່ພື້ນຖານຂອງການປະຕິວັດ ຫວຽດນາມ ແມ່ນຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງຊາດ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ສະໜິດຕິດພັນແບບເລືອດເນື້ອກັບປະຊາຊົນ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນ ແມ່ນສາຍເຫດເພື່ອໃຫ້ ພັກກອມມູນິດ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ນຳພາປະຊາຊົນຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປົກປັກຮັກສາປະເທດຊາດຢ່າງໝັ້ນແກ່ນ, ຟື້ນຟູປະເທດຊາດພາຍຫຼັງສົງຄາມ ແລະ ຍາດໄດ້ບັນດາໄຊຊະນະອັນຍິ່ງໃຫຍ່ໃນພາລະກິດປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດ.

ຕາມທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລ້ວ, ປົດຮຽນຈາກພຶດຕິກຳຕົວຈິງຂອງ ຫວຽດນາມ ແມ່ນຍາມໃດກໍ່ຕ້ອງຖືຄວາມຜາສຸກ ຂອງປະຊາຊົນເປັນເປົ້າໝາຍສູ້ຊົນ, ອີ່ງໃສ່ກຳລັງແຮງຊະນະເລີດຂອງປະຊາຊົນ. ພັກນຳພາດ້ວຍແນວທາງ, ອີງໃສ່ບັນດາກົດເກນພາວະວິໄສ, ການເຕີບໂຕເສດຖະກິດຕ້ອງໄປຄຽງຄູ່ກັບການປະຕິບັດຄວາມກ້າວໜ້າ ແລະ ຍຸດຕິທຳທາງສັງຄົມ, ສ້າງລັດແຫ່ງອຳນາດນິຕິບັນຍັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ປຸກລຸກ ແລະ ເສີມຂະຫຍາຍການປ່ຽນແປງໃໝ່, ປະດິດຄິດສ້າງ, ເຂົ້າຮ່ວມຂອງທົ່ວສັງຄົມ, ພັດທະນາການພົວພັນສັນຕິພາບ, ມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດໃນທົ່ວໂລກ. ສິ່ງນີ້ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນຊຸມປີຜ່ານມາ, ພິເສດແມ່ນໃນສະພາບການ ຫວຽດນາມ ພວມມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19, ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືສຸຂະພາບ ແລະ ຊີວິດອີນຊີຂອງປະຊາຊົນເໜືອກ່ວາສິ່ງໃດໝົດ; ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ທັງຍູ້ແຮງການຟື້ນຟູ, ພັດທະນາເສດຖະກິດ, ຮັບປະກັນການໜູນຊ່ວຍສັງຄົມ.

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກໍ່ໃຫ້ຮູ້ວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພວມມານະພະຍາຍາມເພີ່ມທະວີການກໍ່ສ້າງພັກ ແລະ ລະບົບການເມືອງ ຢ່າງປອດໃສ, ໝັ້ນຄົງເຂັ້ມແຂງ, ຮອບດ້ານ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ; ຍູ້ແຮງກິດຈະກຳການປ່ຽນແປງໃໝ່, ຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝຢ່າງຮອບດ້ານ, ຄົບຊຸດ; ສືບຕໍ່ຜັນຂະຫຍາຍແນວທາງການ ຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍຢ່າງມີປະສິດທິຜົນ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ, ພ້ອມແລ້ວທີ່ຈະເປັນມິດ, ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຍູ້ແຮງການຮ່ວມມືກັບບັນດາກຳລັງພັກການເມືອງ, ສັງຄົມ ແລະ ປະຊາຊົນບັນດາປະເທດ, ສູ້ຊົນເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ, ຮ່ວມມືພັດທະນາ ແລະ ມີຄວາມກ້າວໜ້າທາງສັງຄົມ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.