ຫວຽດ​ນາມ ສະ​ມາ​ຊິກ​ຕັ້ງ​ໜ້າ, ມີ​ຄວາມ​ຮັ​ບ​ຜິດ​ຊອບ​ຂອງ​ສະ​ຫະ​ພັນ​ກຳ​ມະ​ບາ​ນ​ໂລກ

06:28 | 09/05/2022

ນັບແຕ່ວັນທີ 06 – 08 ພຶດສະພາ, ຄະນະຜູ້ແທນສະຫະພັນໃຫຍ່ແຮງງານ ຫວຽດນາມ ໂດຍທ່ານ ຫງວຽນດິ່ງຄາງ, ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ເປັນຫົວໜ້າ ນຳພາຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນແຮງງານໂລກ (WFTU) ຄັ້ງທີ 18 ເຊິ່ງຈັດຂຶ້ນຢູ່ ຣົມ, ອີຕາລີ. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນກວ່າ 430 ທ່ານທີ່ມາຈາກ 106 ປະເທດໃນໂລກ.

ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາທຸກ​ຂັ້ນ ແລະ ພຸ​ດ​ທະ​ສາ​ສະ​ນິກ​ກະ​ຊົນ ໄດ້​ມິ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ກຸ້ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາທຸກ​ຂັ້ນ ແລະ ພຸ​ດ​ທະ​ສາ​ສະ​ນິກ​ກະ​ຊົນ ໄດ້​ມິ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ກຸ້ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ
ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ຢູ່ ສະ​ຫະ​ພັນ ລັດ​ເຊຍ ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ຢູ່ ສະ​ຫະ​ພັນ ລັດ​ເຊຍ ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ
ທ່ານປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ຫງວຽນດິ່ງຄາງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
ທ່ານປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ຫງວຽນດິ່ງຄາງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມໃຫຍ່, ທ່ານ Georges Mavrikos ເລຂາທິການໃຫຍ່ WFTU ໄດ້ເນັ້ນໜັກເຖິງບັນດາບາດກ້າວພັດທະນາຢ່າງກະໂດດຂັ້ນທັງດ້ານຈຳນວນແລະ ຄຸນນະພາບຂອງ WFTU ໃນຊຸມປີມໍ່ໆມານີ້ ແລະ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ເພື່ອແນໃສ່ຮັກສາ, ປັບປຸງບົດບາດປະຈັນບານຂອງ WFTU ໃນການຕໍ່ສູ້ປົກປ້ອງສິດ, ຜົນປະໂຫຍດໃຫ້ແກ່ຜູ້ອອກແຮງງານໃນໂລກໃນປັດຈຸບັນ.

ໂດຍສະເໜີບົດປະກອບຄຳເຫັນທີ່ກອງປະຊຸມ, ທ່ານປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ຫງວຽນດິ່ງຄາງ ຢືນຢັນວ່າ ສະຫະພັນໃຫຍ່ແຮງງານ ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ຄຽງບ່າຄຽງໄຫຼ່ພ້ອມກັບບັນດາອົງການຈັດຕັ້ງຂອງ WFTU ເພື່ອແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວຜູ້ອອກແຮງງານ ແລະ ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນຈາກສະຫະພັນກຳມະບານໂລກ ແລະ ບັນດາອົງການຈັດຕັ້ງສະມາຊິກໃນໄລຍະຈະມາເຖິງ.

ໃນການເຮັດວຽກ 3 ວັນ, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆທີ່ພວມພົ້ນເດັ່ນໃນໂລກ ແລະ ດຳເນີນການເລືອກຕັ້ງຄະນະນຳຊຸດໃໝ່, ໃນນັ້ນ, ທ່ານ ຫງວຽນດິ່ງຄາງ ໄດ້ຮັບການສະເໜີໃຫ້ດຳລົງຕຳແໜ່ງເປັນຮອງປະທານຂອງ WFTU ໃນອາຍຸການຕໍ່ໄປ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.