ວັນທີ 06 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍຂອບໃຈທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ທີ່ໄດ້ໃຫ້ການຊ່ວຍເຫຼືອວັກຊິນ ພ້ອມດ້ວຍວັດຖຸອຸປະກອນການແພດຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ ຫວຽດນາມ.
ຍສໝ - ເປັນຄັ້ງທຳອິດທີ່ລາຍການໂທລະພາບ ແຟຊັນ ຂອງ ອີຕາລີ Tailor Made 2022 ໄດ້ມີການເຂົ້າຮ່ວມຂອງຊາວຫວຽດນາມ ນັ້ນແມ່ນ ລີອາ ຫງວຽນ ໂດຍແມ່ນຜູ້ຄວ້າໄດ້ລາງວັນທີສອງ, ກໍ່ແມ່ນຄັ້ງທຳອິດທີ່ໄດ້ເຂົ້າຮ່ວມລາຍການທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງ ອາຊີຕາເວັນອອກ.
ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ ແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນນ້ຳໃຈສາມັກຄີສາກົນ, ບົດບາດ, ຄວາມຮັບຜິດຊອບ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ເຂົ້າໃນຂະບວນການສ້າງສັນຕິພາບລວມຂອງມວນມະນຸດ. ນີ້ແມ່ນຂໍ້ສັງເກດຂອງຜູ້ແທນບາງທ່ານທີ່ເຂົ້າຮ່ວມກອງປະຊຸມ.
ຍສໝ - ລາຄາໝາກເຜັດຂີ້ໜູຢູ່ນະຄອນເກິນເທີ ແລະ ຫຼາຍທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ເພີ່ມຂຶ້ນສູງຢ່າງໜ້ອຍສຸດແຕ່ 5.000 – 10.000 ດົ່ງ/ກີໂລກຼາມ ເມື່ອທຽບໃສ່ກັບກ່ອນນີ້ 1 ເດືອນ.
ຍສໝ - ໃນຕອນບ່າຍຂອງວັນທີ 13 ມິຖຸນາ 2019, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ໃຫ້ການຕ້ອນຮັບ ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne.
ຍສໝ - ຢູ່ນະຄອນໂຮ່ຈີມິນ, ວິສາຫະກິດບາງແຫ່ງໄດ້ໃຫ້ຂໍ້ສະເໜີບັນດາອົງການທີ່ມີໜ້າທີ່ຮັບຜິດຊອບໜູນຊ່ວຍແນະນຳ, ຝຶກອົບຮົມແຕ່ລະຂະແໜງຢ່າງລະອຽດເພື່ອນໍາໃຊ້ສັນຍາການຄ້າເສລີ ຫວຽດນາມ - ເອີລົບ (EVFTA)ໃຫ້ດີທີ່ສຸດ.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ສົ່ງຈົດໝາຍລະດົມກຳລັງໃຈ, ຮັບຮູ້ການປະກອບສ່ວນຂອງບັນດາການນຳໜຸ່ມສອງປະເທດ ໃນການຊຸກຍູ້ການພົວພັນສອງຝ່າຍ ໃນໂອກາດເຫດການໂອ້ລົມສົນທະນາການນຳໜຸ່ມອົດສະຕາລີ - ຫວຽດນາມ (AVYLD) ຄັ້ງທີ 3...
ວັນທີ 2 ພະຈິກ, ສະພາແຫ່ງຊາດ ກຳປູເຈຍ ໄດ້ໃຫ້ສັດຕະຍາບັນກ່ຽວກັບໝາກຜົນວຽກງານຂີດຂັ້ນປັກຫຼັກໝາຍ 84% ໃນເສັ້ນຊາຍແດນທາງບົກລະຫວ່າງ ກຳປູເຈຍ ແລະ ຫວຽດນາມ.
ຍສໝ - ຕອນເຊົ້າຂອງວັນທີ 11 ມັງກອນ (ເວລາທີ່ຫວຽດນາມ), ທ່ານ ນາງ Mary Ng - ລັດຖະມົນຕີຮັບຜິດຊອບການຄ້າສາກົນ, ສົ່ງເສີມການສົ່ງອອກ, ວິສາຫະກິດຂະໜາດນ້ອຍ ແລະ ພັດທະນາເສດຖະກິດ ຂອງການາດາ ແລະ ທ່ານ ຫງວຽນຮົ່ງຢ໊ຽນ ລັດຖະມົນຕີກະຊວງອຸດສະຫະກຳການຄ້າຫວຽດນາມ ໄດ້ຮ່ວມກັນເປັນສັກຂີພະຍານໃນພິທີເຊັນບົດບັນທຶກຊ່ວຍຈຳ (MOU) ໃນຮູບແບບທາງໄກອອນໄລ໌ ແລະ ການສ້າງຕັ້ງຄະນະກຳມະການຮ່ວມດ້ານເສດຖະກິດ (JEC) ລະຫວ່າງ ຫວຽດນາມ ກັບ ການາດາ.
ງວດສິນຄ້າໝາກເສົາແຊເຢັນ (Indochina dragonplum fruit) ຈຳນວນ 22 ໂຕນ ຂອງ ຫວຽດນາມ ໄດ້ສົ່ງອອກ, ຈຳໜ່າຍ ຢູ່ ອົດສະຕາລີ. ດ້ວຍລາຄາຂາຍຕ່ຳສຸດແມ່ນ 18 AUD/kg, ງວດສິນຄ້າສິນຄ້າດັ່ງກ່າວສາມາດນຳມາເຊິ່ງວົງເງິນສົ່ງອອກຂຶ້ນເຖິງກວ່າ 390.000 AUD, ເທົ່າກັບປະມານກວ່າ 6,5 ຕື້ດົ່ງ.
ມູນຄ່າການຄ້າສອງປະເທດ ລາວ-ຫວຽດນາມ ໃນປີ 2018 ບັນລຸ 1 ຕື້ໂດລາ, ເພີ່ມຂຶ້ນ 13% ທຽບໃສ່ປີ 2017 ລື່ນຄາດໝາຍຕາມການຕົກລົງຂອງສອງລັດຖະບານ ແລະ ໃນປີ 2019 ນີ້, ກໍໄດ້ວາງຄາດໝາຍສູ້ຊົນເພີ່ມຂຶ້ນ 10% ຂຶ້ນໄປ, ການລົງທຶນຂອງລັດວິສາຫະກິດຫວຽດນາມ ຢູ່ ລາວ ຈັດຢູ່ໃນອັນດັບ 3 ໃນຈໍານວນບັນດາປະເທດ ແລະ ເຂດແຄວ້ນ ທີ່ມີວິສາຫະກິດມາລົງທຶນຢູ່ລາວ. ປັດຈຸບັນ, ການລົງທຶນຂອງບັນດາວິສາຫະກິດຫວຽດນາມ ຢູ່ລາວ ມີທັງໝົດ 409 ໂຄງການ, ມູນຄ່າການລົງທຶນທັງໝົດ 4,1 ຕື້ໂດລາສະຫະລັດ.
ຍສໝ - ເມື່ອບໍ່ດົນມານິ້, ກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ) ໄດ້ເປັນປະທານ, ສົມທົບກັບຄະນະປະຕິບັດງານຂອງສະຫະພັນເອີລົບ (EU) ຈັດຕັ້ງການແລກປ່ຽນບົດຮຽນປະສົບການກ່ຽວກັບການຮັກສາສັນຕິພາບ, ນະໂຍບາຍຄວາມໝັ້ນຄົງແລະການປ້ອງກັນລວມ…
ຍສໝ - ຕາມການສຳຫຼວດກວດກາຂອງ Visa ແລ້ວ, ມີຜູ້ບໍລິໂພກ ຫວຽດນາມ ກວ່າ 50% ພວມນຳໃຊ້ບັນດາໂປແກຼມໃນໂທລະສັບມືຖືແລະ 87% ຜູ້ບໍລິໂພກພວມນຳໃຊ້ການບໍລິການສົ່ງສິນຄ້າເຖິງເຮືອນ.
ຍສໝ - ຕາມຂ່າວສານຫວຽດນາມ, ໃນຂອບເຂດການຢ້ຽມຢາມຕວກກີຢ່າງເປັນທາງການ, ຕອນຄ່ຳວັນທີ 29 ພະຈິກ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Ankara, ທ່ານນາຍົກລັດຖະມົນຕີ ຟາມມິງຈິງ ພ້ອມດ້ວຍພັນລະຍາໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມໃນຕວກກີ
ຍສໝ - ທ່ານ Mario Balzanelli, ຫົວໜ້າລະບົບສຸກເສີນແຫ່ງຊາດອີຕາລີ 118 ໃຫ້ຮູ້ວ່າ: ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການປິ່ນປົວພະຍາດໂຄວິດ-19 ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ ກ່ຽວກັບການຄົ້ນຄວ້າ, ບຳລຸງສ້າງການກະກຽມໃຫ້ແກ່ບັນດາກໍລະນີຮີບດ່ວນກ່ຽວກັບໂລກລະບາດ.
ທ່ານຮອງລັດຖະມົນຕີກະຊວງອຸດາຫະກຳ ການຄ້າ ຫວຽດນາມ ໂດ້ທັງຫາຍ ຢືນຢັນວ່າ: ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຈະສືບຕໍ່ເປັນເຈົ້າການຕິດຕາມສະພາບການຕະຫຼາດຢ່າງໃກ້ຊິດ, ຜັນຂະຫຍາຍບັນດາໂຄງການກະຕຸກຊຸກຍູ້ການໃຊ້ສອຍຢູ່ພາຍໃນປະເທດຢ່າງທັນການ ແລະ ມີປະສິດທິຜົນ.
ໃນຂອບເຂດການຢ້ຽມຢາມສ.ຟີລິບປິນຢ່າງເປັນທາງການ, ຕອນເຊົ້າວັນທີ 24 ພະຈິກ, ຢູ່ນະຄອນຫຼວງ ມານີລາ ໄດ້ດຳເນີນເວທີປາໄສການລົງທຶນ - ການຄ້າ ຫວຽດນາມ - ຟິລິບປິນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານປະທານສະພາສູງ ຟີລິບປິນ Juan Miguel Zubiri ໄດ້ເຂົ້າຮ່ວມເວທີປາໄສ.
ຍສໝ -ບົນເສັ້ນຊາຍແດນທີ່ຍາວກວ່າ 50 ກີໂລແມັດ, ທະຫານປ້ອງກັນຊາຍແດນ ແຂວງດົ່ງທາບ ໄດ້ຮັກສາ 26 ປ້ອມຄຸ້ມຄອງ, ປົກປ້ອງເຂດຊາຍແດນ, 33 ອົງການປະຕິບັດງານເຄື່ອນທີ່ທາງບົກ ແລະ ທາງນ້ຳ, ຈັດຕັ້ງການລາດຕະເວນເປັນປະຈຳ, ຄວບຄຸມຢ່າງເຄັ່ງຄັດເພື່ອແນໃສ່ສະກັດກັ້ນບັນດາການກະທຳຄ້າເຖື່ອນ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19…
ຍສໝ - ໃນວັນທີ 10 ຕຸລາ 2019, ເມືອງ ອຽນເຈົາ, ແຂວງ ເຊີນລາ ສສ ຫວຽດນາມ ໄດ້ຈັດຕັ້ງພິທີປະກາດ ແລະ ມອບຂໍ້ຕົກລົງ ຂອງ ປະທານປະເທດ ວ່າດ້ວຍການຖືສັນຊາດ ຫວຽດນາມໃຫ້ພົນລະເມືອງລາວ 123 ຄົນ.
ທ່ານນາງ ເລທູຮ່າ ຮອງຫົວໜ້າກຳມາທິການການຕ່າງປະເທດເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານນາງ Sue Lines ປະທານສະພາສູງອົດສະຕາລີ ມີຄວາມໝາຍສຳຄັນ, ປະກອບສ່ວນຍົກລະດັບ, ເຮັດໃຫ້ການພົວພັນລະຫວ່າງສອງອົງການນິຕິບັນຍັດເຂົ້າສູ່ລວງເລິກ ແລະແທດຈິງກວ່າອີກ, ນຳການພົວພັນນີ້ກາຍເປັນເສົາຄ້ຳສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອົດສະຕາລີ.