ທ່ານ​ນາ​ຍົກລັດ​ຖະ​ມົ​ນ​ຕີ ຫວຽດນາມ ​ຕ້ອນ​ຮັ​ບ​ ທ່ານນາງ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອົດ​ສະ​ຕາ​ລີ​

18:32 | 14/06/2019

ຍສໝ - ໃນຕອນບ່າຍຂອງວັນທີ 13 ມິຖຸນາ 2019, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ໃຫ​້​ການ​ຕ້ອນ​ຮັ​ບ ​ທ່ານນາງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອົດ​ສະ​ຕາ​ລີ​ Marise Payne.

ທ່ານ​ນາ​ຍົກລັດ​ຖະ​ມົ​ນ​ຕີ ຫວຽດນາມ ​ຕ້ອນ​ຮັ​ບ​ ທ່ານນາງ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອົດ​ສະ​ຕາ​ລີ​

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ແລະ ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ຕີລາຄາສູງບົດບາດ ແລະ ບັນດາການປະກອບສ່ວນສຳຄັນຂອງ ທ່ານນາງ Marise Payne ໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ພັດທະນາຢ່າງດີງາມໃນຊຸມປີຜ່ານມາ, ນັບທັງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີປ້ອງກັນປະເທດກ່ອນໜ້ານັ້ນ; ສະເໜີໃຫ້ສອງຝ່າຍສົມທົບກັນເສີມຂະຫຍາຍປະຕິບັດຜົນບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວ, ພິເສດແມ່ນກົນໄກປະຈຳປີຂັ້ນລັດຖະມົນຕີ; ສອງຝ່າຍຄວນເພີ່ມທະວີການຄ້າ ແລະ ການລົງທຶນສອງສົ້ນຢ່າງແຮງເພື່ອໃຫ້ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດ, ໃນນັ້ນມີການຫຼຸດຜ່ອນ, ຍົກເລີກຮົ້ວກີດຂວາງທາງການຄ້າ; ຄວນສືບຕໍ່ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດທີ່ສຳຄັນອື່ນຄື ການສຶກສາ ແລະ ບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ, ກິລາ ແລະ ອື່ນໆ.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ກໍ່ໄດ້ຕີລາຄາສູງຫຼັກໝັ້ນຂອງ ອົດສະຕາລີ ແລະ ປາດຖະໜາວ່າ ອົດສະຕາລີ ຈະສືບຕໍ່ມີບັນດາທັດສະນາຢ່າງແຮງ, ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນໃນບັນຫາທະເລຕາເວັນອອກດ້ວຍຈິດໃຈສັນຕິພາບ, ມິດຕະພາບ, ຄວາມເສລີທາງການບິນ, ການເດີນເຮືອ, ປະຕິບັດຢ່າງຖືກຕ້ອງຕາມກົດໝາຍສາກົນ.

ທີ່ການຕ້ອນຮັບ, ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ຫວຽດນາມ ໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 -2021, ອົດສະຕາລີ ຈະຄຽງບ່າຄຽງໄຫຼ່ກັບ ຫວຽດນາມ ໃນເລື່ອງແບກຫາບບົດບາດນີ້ໃຫ້ດີທີ່ສຸດ. ທ່ານນາງ Marise Payne ໃຫ້ຮູ້ວ່າມີວິສາຫະກິດ ອົດສະຕາລີ ຫຼາຍແຫ່ງ ປາດຖະໜາຢາກເພີ່ມທະວີການລົງທຶນເຂົ້າ ຫວຽດນາມ; ຈະໜູນຊ່ວຍ ຫວຽດນາມ ໃນການປະຕິບັດບັນດາບຸລິມະສິດການພັດທະນາຂອງຕົນຄື ພື້ນຖານໂຄງລ່າງ, ກຳລັງຄວາມສາມາດດ້ານເຕັກນິກດີຈີຕອນ, ຄວາມປອດໄພດ້ານອິນເຕີແນັດ; ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນບັນຫາທະເລຕາເວັນອອກເພື່ອຮັບປະກັນໃຫ້ພາກພື້ນມີສະຖຽນລະພາບ, ສັນຕິພາບ, ວັດທະນາຖາວອນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.