ຊຸກ​ຍູ້​ການ​ຮ່ວມ​ມືຫວຽດ​ນາມ - EU ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບແລະປ້ອງ​ກັນ​ລວມ

19:07 | 01/10/2021

ຍ​ສ​ໝ - ເມື່ອບໍ່ດົນມານິ້, ກົມ​ຮັກ​ສ​າ​ສັນ​ຕິ​ພາບຫວຽດ​ນາມ (ກະ​ຊວງ​ປ້ອງ​ກັນ​ປະ​ເທດ) ໄດ​້​ເປັນ​ປະ​ທານ, ສົມ​ທົບ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງສະ​ຫະ​ພັນເອີ​ລົບ (EU) ຈັດ​ຕັ້ງ​ການ​ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ກາ​ນ​ກ່ຽວ​ກັບ​ການ​ຮັກ​ສ​າ​ສັນ​ຕິ​ພາບ, ນະ​ໂຍ​ບາຍ​ຄວາມ​ໝັ້ນ​ຄົງແລະການ​ປ້ອງ​ກັນ​ລວມ…

WB: ເສດ​ຖະ​ກິດ ຫ​ວຽດ​ນາມ ຈະ​ຟື້ນ​ຟູ​ພາຍຫຼັງ​ຍົກ​ເລີກ​ຄຳ​ສັ່ງ​ ລ໋ອກ​ດາວ WB: ເສດ​ຖະ​ກິດ ຫ​ວຽດ​ນາມ ຈະ​ຟື້ນ​ຟູ​ພາຍຫຼັງ​ຍົກ​ເລີກ​ຄຳ​ສັ່ງ​ ລ໋ອກ​ດາວ
ແບນຊິກ ແລະ EU ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນກັບຫວຽດນາມ ກ່ວາອີກ ແບນຊິກ ແລະ EU ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນກັບຫວຽດນາມ ກ່ວາອີກ
ຊຸກ​ຍູ້​ການ​ຮ່ວມ​ມືຫວຽດ​ນາມ - EU ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບແລະປ້ອງ​ກັນ​ລວມ
ການ​ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ກາ​ນ​ກ່ຽວ​ກັບ​ການ​ຮັກ​ສ​າ​ສັນ​ຕິ​ພາບ, ນະ​ໂຍ​ບາຍ​ຄວາມ​ໝັ້ນ​ຄົງແລະການ​ປ້ອງ​ກັນ​ລວມ (ພາບ: qdnd.vn)

ການ​ແລກ​ປ່ຽນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ຮັບ​ຮູ້, ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ຮັກ​ສາ​ສັນ​ຕິ​ພາບແລະຄຸ້ມ​ຄອງວິ​ກິດ​ການ, ຍົກ​ສູງ​ກຳ​ລັງ​ຄວາມ​ສາມາດ, ບົດ​ຮຽນ​ປະ​ສົບ​ການ​ໃນ​ຂົງ​ເຂດ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ, ເຂົ້າ​ໃຈ​ກ່ຽວ​ກັບ​ນະ​ໂຍ​ບາຍ​ຄວາມ​ໝັ້ນ​ຄົງແລະການ​ປ້ອງ​ກັນ​ລວມ​ຂອງ EU, ສະ​ແດງ​ໃຫ້​ເຫັນ​ເຈດ​ຕະ​ນາ​ດີ​ຂອງຫວຽດ​ນາມໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດກັບ EU, ຍົກ​ສູງ​ລະ​ດັບ​ຄວາມ​ຮູ້ໃຫ້​ແກ່​ພະ​ນັກ​ງານຫວຽດ​ນາມທີ່​ພວມ​ກະ​ກຽມ​ເຂົ້າ​ຮ່ວມ​ຄະ​ນະ​ປະ​ຕິ​ບັດ​ງານ​ເຝິກຊ້ອມ​ຂອງ EU ຢູ່ ສາ​ທາ​ທາ​ລະ​ນະ​ລັດອາບ​ຟ​ຼິກ​ກາ​ກາງ (EUTM RCA)…

ຜ່ານ​ການ​ແລກ​ປ່ຽນ, ບັນ​ດາ​ນັກ​ປະ​ຖະ​ກະ​ຖາຝ່າຍ EU ໄດ້​ແບ່ງ​ປັນເພື່ອ​ໃຫ້ ຫວຽດ​ນາມ​ເຂົ້າ​ຮ່ວມ​ແຈ້ງ​ກ່​ວາກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງວິ​ກິດ​ການແລະປະ​ສົບ​ການ​ຕົວ​ຈິງ​ຢູ່​ບັນ​ດ​າ​ສະ​ຖານ​ທີ່​ຕ່າງໆ, ເຊິ່ງ​ຝ່າຍ ຫ​ວຽດ​ນາມໄດ້ແບ່ງ​ປັນ​ກ່ຽວ​ກັບ​ບົດ​ຮຽນ​ປະ​ສົບ​ການແລະວິ​ໄສ​ທັດ​ໃນ​ໄລ​ຍະ​ຍາວຕໍ່​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບສະ​ຫະ​ປ​ະ​ຊາຊາດ.

ທີ່​ການ​ແລກ​ປ່ຽນ, ທ່ານ​ພົນ​ຈັດ​ຕະ​ວາຫວູ​ເກືອງກວັດຫົວ​ໜ້າ​ສະ​ຖາ​ບັນ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດໃຫ້​ຮູ້​ວ່າຫວຽດ​ນາມ ເຫັນ​ໄດ້​ການ​ໜູນ​ຊ່ວຍ​ຢ່າງ​ມີ​ປະ​ສິ​ທ​ດິ​ຜົນ​ຈາກ​ນະ​ໂຍ​ບາຍ​ຄວາມ​ໝັ້ນ​ຄົງ ແລະປ້ອງ​ກັນ​ລວມ​ຂອງ EU. ຫວຽດ​ນາມພວມ​ຄົ້ນ​ຄ້​ວາ, ຊອກ​ຮູ້ ແລະ ຈະ​ຈັດ​ສົ່ງ​ພະ​ນັກ​ງານ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງວິ​ກິດ​ການ​ໂດຍ​ກົງ ຂອງ EU ເທື່ອ​ລະ​ກ້າວໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃນ​ສະ​ເພາະ​ໜ້າ​ແມ່ນ​ຝ່າຍ​ປະ​ຕິ​ບັດ​ການ​ເຝິກ​ແອບຂອງ EU ຢູ່ ສາ​ທາ​ລະ​ນະ​ລັດອາບ​ຟ​ຼິກ​ກາ​ກາງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.