ບັນດາສະມາຊິກສະພາ ແຫ່ງຊາດ (ສສຊ) ໄດ້ພິຈາລະ ນາ ແລະ ຮັບຮອງເອົາການສະ ເໜີເລືອກຕັ້ງທ່ານ ຄຳພາ ແສງດາລາ ຮອງປະທານສານປະຊາ ຊົນສູງສຸດ ເປັນປະທານສານປະຊາຊົນສູງສຸດ ແລະ ຮັບຮອງເອົາການແຕ່ງຕັ້ງ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ ເປັນລັດຖະມົນຕີປະຈຳສຳນັກ ງານນາຍົກລັດຖະມົນຕີ.
ຍສໝ - ຕອນເຊົ້າວັນທີ 3 ມິຖຸນາ, ສະພາແຫ່ງຊາດໄດ້ຮັບຟັງ ແລະ ປຶກສາຫາລື ໃບຍຶນສະເໜີ ກ່ຽວກັບຮ່າງໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ ປີ 2020.
ຍສໝ - ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2019, ກອງປະຊຸມອະນາຄົດ ອາຊີ ຄັ້ງທີ 25 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ໂຕກຽວ, ຍີ່ປຸ່ນ ພາຍໃຕ້ຫົວຂໍ້ວ່າ: “ຊອກຫາຄວາມເປັນລະບຽບຮຽບຮ້ອຍໃໝ່ໃນທົ່ວໂລກ - ຜ່ານຜ່າຄວາມຂາດສະຖຽນລະພາບ”.
ເມື່ອບໍ່ດົນມານີ້, ກະຊວງຊັບ ພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະ ຊຸມທາບທາມ ຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ເພື່ອສຸມໃສ່ປຶກສາຫາລື ແລະ ແລກປ່ຽນ ຄໍາຄິດເຫັນ ກ່ຽວກັບ ມາດຕາ ທີ່ພົວພັນ ກັບວຽກງານ ຄຸ້ມຄອງ ອະສັງຫາລິມະຊັບ ແລະ ອື່ນໆ.
ຍສໝ - ຄະນະໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສ ຢູ່ ສປປ ລາວ ຫາກໍໄດ້ສ້າງຕັ້ງຂຶ້ນ ໂດຍ ປະຊາຄົມຊາວຫວຽດນາມທີ່ອາໄສ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ ມີໜ້າທີ່ໜູນຊ່ວຍດ້ານກົດໝາຍໃຫ້ແກ່ຊາວຫວຽດນາມ ອາໄສຢູ່ ສປປ ລາວ ໃນກໍລະນີເກີດອຸບັດຕິເຫດ, ເຈັບເປັນ, ເສຍຊິວີດ, ປະກອບເອກະສານຂໍອະນຸຍາດພັກເຊົາ, ເຮັດວຽກ, ດໍາເນີນທຸລະກິດ... ທີ່ ສປປ ລາວ.
ກອງປະຊຸມທົ່ວປະເທດ ປຶກສາຫາລືກ່ຽວກັບ ແຜນສືບຕໍ່ແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວ ບໍ່ຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ ໄດ້ປິດລົງດ້ວຍຜົນສຳເລັດ ໃນວັນທີ 8 ມັງກອນ 2019, ໂດຍການເປັນປະທານ ຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ພົນຕີ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ເປັນກຽດເຂົ້າຮ່ວມ ຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ມີຄະນະນຳບັນດາກະຊວງ, ພະແນກແຮງງານສະຫວັດດີການແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນວັນທີ 25 ເມສາ 2019 ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານ ນາງ ຕ່ອງ ທິ ຟ໊ອງ ກຳມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບຄະນະຜູ້ແທນ ສະພາແຫ່ງຊາດລາວ ຊຶ່ງນຳໂດຍ ທ່ານ ສົມພັນ ແພງຄຳມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ລາວ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ.
ວັນທີ 13 ເມສາ, ມີນັກສຶກສາລາວທີ່ພວມຮໍ່າຮຽນ ແລະເຮັດວຽກຢູ່ແຂວງກວາງບີ່ງ ກວ່າ 300 ຄົນໄດ້ຕ້ອນຮັບປີໃໝ່ປະຈໍາຊາດໃນບັນຍາກາດທີ່ຄືກຄື້ນມ່ວນຊື່ນຫຼາຍ.
ການຄຸ້ມຄອງສື່ແບບໃໝ່ ຫຼື ສື່ສັງຄົມອອນລາຍໃນ ສປປ ລາວ ແມ່ນອີງໃສ່ກົດໝາຍ ວ່າດ້ວຍສື່ມວນຊົນ, ກົດໝາຍ ວ່າ ດ້ວຍການກໍ່ອາຊະຍາກຳທາງ ຄອມພິວເຕີ, ດຳລັດ 327 ວ່າ ດ້ວຍການສົ່ງຂໍ້ມູນຂ່າວສານ ຜ່ານລະບົບອິນເຕີເນັດ ແລະ ນິຕິກຳທີ່ກ່ຽວຂ້ອງອື່ນໆ.
ໃນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 12 ທັນວາ 2018 ພາຍໃຕ້ການເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ, ພ້ອມນີ້ ປະທານກອງປະຊຸມກອງປະຊຸມ ໄດ້ສະເໜີໃຫ້ຄະນະຮັບຜິດຊອບຮ່າງກົດໝາຍດັ່ງກ່າວ ນຳເອົາຄຳສະເໜີຂອງຕ່າງໆຂອງ ສສຊ ໄປພິຈາລະນາ ແລະ ປັບປຸງໃສ່ຮ່າງກົດໝາຍ ໃຫ້ມີຄວາມຈະແຈ້ງ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ຍສໝ - ຕອນເຊົ້າຂອງວັນທີ 11 ທັນວານີ້, ຢູ່ທີ່ສຳນັກງານປະທານປະເທດ ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບ ບັນດາກົດໝາຍທີ່ສະພາແຫ່ງຊາດຫາຮັບຮອງເອົາ.
ໃນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 10 ທັນວາ 2018 ພາຍໃຕ້ການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄຳຄິດຄຳເຫັນ ແລະ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຄົນພິການ ທີ່ສະເໜີໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ 12 ພາກ, 15 ໝວດ ແລະ 91 ມາດຕາ.
ການດຳເນີນກອງປະຊຸມສະໄໝາສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 7 ທັນວາ 2018, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ຮັບຟັງການສະເໜີຮ່າງກົດ ໝາຍ ວ່າດ້ວຍການດຳເນີນທຸລະກິດສະບັບປັບປຸງ ຈາກ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາ ຄານ ແຫ່ງ ສປປ ລາວ, ເຊິ່ງໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ ໃນການປັບປຸງຄືນໃໝ່ ເນື່ອງຈາກຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະຜ່ານມາ ເຫັນວ່າຍັງມີຫລາຍອັນບໍ່ທັນສອດຄ່ອງ. ຈາກນັ້ນ, ໄດ້ເປີດໂອກາດໃຫ້ ສສຊ ຄົ້ນຄວ້າພິຈາລະນາ ແລະ ປະກອບຄຳເຫັນ ເພື່ອໃຫ້ມີເນື້ອໃນສົມບູນ ແລະ ຄົບຖ້ວນ ທັງສາມາດຮັບຮອງເອົາຮ່າງກົດໝາຍດັ່ງກ່າວ.
ຫວ່າງມໍ່ໆມານີ້, ຢູ່ນະຄອນຮ່າຕີ໋ງ, ກົມໃຫຍ່ປ່າໄມ້ (ກະຊວງກະສິກໍາ-ພັດທະນາຊົນນະບົດຫວຽນາມ) ສົມທົບກັບກົມກວດກາປ່າໄມ້ - ສປປ ລາວ ໄດ້ຈັດຕ້ັງກອງປະຊຸມຕີລາຄາສະພາບການປະຕິບັດກົດໝາຍວ່າດ້ວຍປ່າໄມ້ ລະຫວ່າງກົມໃຫຍ່ປ່າໄມ້ຫວຽດນາມ ແລະກົມກວດກາປ່າໄມ້ລາວ.
ຍສໝ - ໃນຊ່ວງມໍ່ໆມານີ້ ຢຸ່ ມະຫາວິທະຍາໄລ ກົດໝາຍ ຂື້ນມະຫາວິທະຍາໄລ ເຫວ້ ແລະ ໜ່ວຍງານປະສານງານ ນັກຮຽນຕ່າງປະເທດ ໄດ້ຮ່ວມກັບ ຄະນະຊາວໜຸ່ມ ສະມາຄົມນັກຮຽນ ຈັດ ພິທີ ຖະແຫຼງກ່ຽວກັບຂໍ້ຕົກລົງ ສ້າງຕັ້ງກຸ່ມ (ສະໂມສອນ) ມິດຕະພາບ ນັກຮຽນຫວຽດ-ລາວ ແລະ ເປີດການແຂ່ງຂັນ ແຕ່ງອາຫານ ແລກປ່ຽນ ລະຫວ່າງ ນັກຮຽນຂອງສອງຊາດ.
ຕອນບ່າຍວັນທີ 12 ມິຖຸນາ, ສະພາແຫ່ງຊາດຫວຽດນາມໄດ້ປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາຢູ່ຂັ້ນມະຫາວິທະຍາໄລ ແລະ ຮັບຟັງການອະພິປາຍຂອງທ່ານ ຟຸ່ງຊວນຍະ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ກ່ຽວກັບຄຳເຫັນຂອງສະມາຊິກສະພາແຫ່ງຊາດ.
ຮ່າງກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ) ທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມສະໄໝສາມັນຄັ້ງນີ້ລວມມີ 9 ພາກ, 68 ມາດຕາ
ຍສໝ - ກອງປະຊຸມສາມັນ ຄັ້ງທີ 5 ສະພາແຫ່ງຊາດຊຸດ ທີ XIV ຈະໄຂຂື້ນໃນວັນທີ 21 ພຶດສະພານີ້, ຕາມແຜນຈະໃຊ້ເວລາແກ່ຍາວໄປຮອດ ວັນທີ 15 ມິຖຸນານີ້.