ລາວ: ຮັບຮອງເອົາຮ່າງກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ

14:03 | 14/06/2019

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 7 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ດຳ­ເນີນ​ຮອດ​ວັນ​ທີ 13 ມິ­ຖຸ­ນາ 2019 ຢູ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ປອນ ບຸດ​ຕະ​ນະ​ວົງ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ມີ​ບັນ­ດາ​ລັດຖະ­ມົນ­ຕີ​ກະ­ຊວງ​ກ່ຽວ­ຂ້ອງ ແລະ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ (ສສຊ) ປະ­ຈຳ​ເຂດ​ເລືອກ​ຕັ້ງ​ຕ່າງໆ​ເຂົ້າ​ຮ່ວມ.

ລາວ: ຮັບຮອງເອົາຮ່າງກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ

ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້

ຮ່າງກົດໝາຍວ່າດ້ວຍ ປ່າໄມ້ ສະບັບປັບປຸງ ໄດ້ຖືກຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງວັນທີ 13 ມິຖຸນານີ້ ໂດຍການເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ແລະ ພາຍຫຼັງທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ນໍາສະເໜີຮ່າງກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ ຕໍ່ກອງປະຊຸມ.

ເມື່ອຮ່າງກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງນີ້ ໄດ້ຖືກຮັບຮອງ ແລະ ປະກາດນໍາໃຊ້ ຈະເປັນນິຕິກໍາພື້ນຖານໃຫ້ແກ່ການເຄື່ອນໄຫວຂອງອົງການລັດຂັ້ນສູນກາງ, ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການເຄື່ອນໄຫວວຽກງານການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ, ນໍາໃຊ້ ແລະ ກວດກາປ່າໄມ້ ແລະ ທີ່ດິນປ່າໄມ້ ຊຶ່ງຈະເປັນການປະກອບສ່ວນເຂົ້າໃນການສ້າງລັດແຫ່ງກົດໝາຍເປັນກ້າວໆ, ເປັນບ່ອນອີງໃຫ້ແກ່ການກໍານົດຍຸດທະສາດ, ແຜນງານ, ໂຄງການຂອງອົງການຈັດຕັ້ງລັດຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ເຮັດໃຫ້ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ, ນໍາໃຊ້ ແລະ ກວດກາປ່າໄມ້ ແລະ ທີ່ດິນປ່າໄມ້ ເປັນລະບົບ ແລະ ມີປະສິດທິຜົນຂຶ້ນກວ່າເກົ່າ...

ສ່ວນເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍປ່າໄມ້ ໃນຄັ້ງນີ້ ເພື່ອຫັນປ່ຽນໄປສູ່ການຄຸ້ມຄອງ, ປົກປັກຮັກສາ ແລະ ສົ່ງເສີມການປູກໄມ້ເປັນຕົ້ນຕໍ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກໃນໄລຍະໃໝ່ຕາມທິດການພັດທະນາສີຂຽວ ແລະ ຍືນຍົງ, ຕິດພັນກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຕາມທິດ 3 ສ້າງ ແລະ ສອດຄ່ອງກັບສົນທິສັນຍາສາກົນທີ່ລາວເປັນພາຄີ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.