ສສຊ ລາວ ຮັບຮອງເອົາກົດໝາຍວ່າດ້ວຍເອກະສານ

22:04 | 25/06/2019

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 7 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ວັນ​ທີ 20 ມິ­ຖຸ­ນາ 2019 ຢູ່​ສະ­ພາ​ແຫ່ງ​ຊາດ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ພົນ​ໂທ ແສງ​ນວນ ໄຊ​ຍະ​ລາດ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ມີ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ (ສສຊ) ເຂົ້າ​ຮ່ວມ.

ສສຊ ລາວ ຮັບຮອງເອົາກົດໝາຍວ່າດ້ວຍເອກະສານ

ສສຊ ລາວ ຮັບຮອງເອົາກົດໝາຍວ່າດ້ວຍເອກະສານ

ໃນ​ກອງ​ປະ­ຊຸມ ທ່ານ ຄຳ​ໝັ້ນ ສູນ​ວິ​ເລີດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ພາຍ​ໃນ ໄດ້​ຜ່ານ​ຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​ເອ­ກະ­ສານ (ສ້າງ​ໃໝ່) ວ່າ: ການ​ສ້າງ ແລະ ຄຸ້ມ​ຄອງ​ເອ­ກະ­ສານ​ມີ​ຄວາມ​ສຳ­ຄັນ​ໃຫ້​ແກ່​ວຽກ​ງານ​ຕ່າງໆ​ຂອງ​ພັກ ແລະ ລັດ­ຖະ­ບານ ຈຶ່ງ​ໄດ້​ຖື​ສຳ­ຄັນ​ວຽກ​ງານ​ດັ່ງ­ກ່າວ​ດ້ວຍ​ການ​ອອກ​ບັນ­ດາ​ນິ­ຕິ​ກຳ​ຕ່າງໆ​ທີ່​ກ່ຽວ­ຂ້ອງ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ ເຊັ່ນ: ຄຳ​ສັ່ງ​ຂອງ​ຄະ­ນະ​ປະ­ຈຳ​ສູນ​ກາງ​ພັກ, ຄຳ​ສັ່ງ​ຂອງ​ຄະ­ນະ​ປະ­ຈຳ​ສູນ​ກາງ, ຄຳ​ສັ່ງ​ຂອງ​ສຳ­ນັກ­ງານ​ນາ­ຍົກ ລັດ­ຖະ­ມົນ­ຕີ, ຄຳ​ສັ່ງ​ຂອງ​ຄະ­ນະ​ເລຂາ­ທິ­ການ​ສູນ​ກາງ​ພັກ, ຄຳ​ສັ່ງ​ຂອງ​ປະ­ທານ​ສະ­ພາ​ລັດ­ຖະ­ມົນ­ຕີ, ຂໍ້​ກຳ­ນົດ​ຂອງ​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ບົດ​ແນະ­ນຳ​ຂອງ​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາຍົກ­ລັດ­ຖະ­ມົນ­ຕີ, ຂໍ້​ກຳ­ນົດ​ຂອງ​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ດຳ­ລັດ​ຂອງ​ລັດ­ຖະ­ບານ ແລະ ຄຳ​ແນະ­ນຳ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ພາຍ​ໃນ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ດຳ­ລັດ​ວ່າ​ດ້ວຍ​ເອ­ກະ­ສານ​ທາງ​ການ ການ​ສ້າງ​ຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​ເອ­ກະ­ສານ​ສະ­ບັບ​ນີ້ ພື້ນ­ຖານ​ກຳ­ນົດ​ໃຫ້​ສອດ­ຄ່ອງ​ກັບ​ກົດ­ໝາຍ​ອື່ນ​ທີ່​ໄດ້​ປະ­ກາດ​ໃຊ້ ເຊິ່ງ​ຮ່າງ​ກົດ­ໝາຍ​ສະ­ບັບ​ນີ້​ປະ­ກອບ​ມີ 10 ພາກ 16 ໝວດ ແລະ 100 ມາດ­ຕາ ເມື່ອ​ກົດ­ໝາຍ​ສຳ​ບັບ​ນີ້​ໄດ້​ຖືກ​ຮັບ­ຮອງ ແລະ ປະ­ກາດ​ໃຊ້​ເປັນ​ທາງ​ການ​ແລ້ວ​ຈະ​ໄດ້​ຮັບ​ຜົນ​ດັ່ງ­ນີ້:

ຈະ​ເປັນ​ບ່ອນ​ອີງ​ທາງ​ດ້ານ​ນິ­ຕິ​ກຳ​ໃຫ້​ແກ່​ບັນ­ດາ​ກະ­ຊວງ ອົງ­ການ ແລະ ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ​ແຕ່​ລະ​ຂັ້ນ ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ເອ­ກະ­ສານ​ໃຫ້​ເປັນ​ເອ­ກະ​ພາບ​ໃນ​ທົ່ວ​ປະເທດ ປະ­ກອບ­ສ່ວນ​ໃນ​ການ​ຄຸ້ມ​ຄອງ​ເສດ­ຖະ­ກິດ?ສັງ­ຄົມ​ຂອງ​ປະ­ເທດ ແລະ ສາ­ມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ ສາ­ກົນ​ໄດ້​ຢ່າງ​ເປັນ​ເຈົ້າ​ການ ສ້າງ​ຄວາມ​ສະ­ດວກ​ໃຫ້​ແກ່​ບັນ­ດາ​ກະ­ຊວງ ອົງ­ການ ແລະ ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ​ແຕ່​ລະ​ຂັ້ນ ແລະ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ເຫັນ​ໄດ້​ຄວາມ​ສຳ­ຄັນ ແລະ ໃຫ້­ການ​ຮ່ວມ​ມື​ໃນ​ວຽກ​ງານ​ຄຸ້ມ​ຄອງ​ເອ­ກະສານ ປົກ​ປັກ​ຮັກ­ສາ​ເອ­ກະ­ສານ ທັງ​ມີ​ສະ­ຕິ​ເຄົາ­ລົບ ແລະ ປະ­ຕິ­ບັດ​ກົດ­ໝາຍ​ດັ່ງ­ກ່າວ​ຢ່າງ​ເຂັ້ມ​ງວດ ສາ­ມາດ​ຄຸ້ມ​ຄອງ​ເອ­ກະ­ສານ​ທີ່​ມີ​ຄຸນ­ຄ່າ​ຂອງ​ຊາດ​ຢ່າງ​ເປັນ​ລະ­ບົບ ສາ­ມາດ​ທ້ອນ­ໂຮມ​ເອ­ກະ­ສານ​ທີ່​ມີ​ຄຸນ­ຄ່າ​ຂອງ​ຊາດ ເພື່ອ​ເຂົ້າ​ມາ​ປົກ​ປັກ​ຮັກ­ສາ​ໃຫ້​ມີ​ຄວາມ​ປອດ​ໄພ ແລະ ຕອບ​ສະ­ໜອງ​ຂໍ້​ມູນ​ເອ­ກະ­ສານ​ໃຫ້​ແກ່​ການ​ຄົ້ນ­ຄວ້າ​ຂອງ​ສັງ­ຄົມ​ຢ່າງ​ທັນ​ເວ­ລາ.

ພາຍ­ຫຼັງ​ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ພາຍ​ໃນ ສຳ­ເລັດ​ການ​ສະ­ເໜີ​ຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​ເອ­ກະ­ສານ (ສ້າງ​ໃໝ່) ບັນ­ດາ ສສຊ ໄດ້​ຜັດ­ປ່ຽນ​ກັນ​ຂຶ້ນ​ປະ­ກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ກົດ­ໝາຍ​ສະ­ບັບ​ສ້າງ​ໃໝ່​ນີ້​ຢ່າງ​ກົງ​ໄປ​ກົງ​ມາ ເພື່ອ​ໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ ສົມ­ບູນ ຮັດ­ກຸມ ແລະ ລະ­ອຽດ​ຂຶ້ນ​ຕື່ມ ເປັນ­ຕົ້ນ ການ​ປ່ຽນ​ຫົວ­ຂໍ້ ການ​ເພີ່ມ​ເນື້ອ​ໃນ ແລະ ຫຼຸດ​ຄຳ​ສັບ​ຢູ່​ບາງ​ມາດ­ຕາ ໂຮມ​ມາດ­ຕາ​ທີ່​ຄ້າຍ­ຄື​ກັນ​ເຂົ້າ​ຢູ່​ໃນ​ມາດ­ຕາ​ດຽວ​ເພື່ອ​ບໍ່​ໃຫ້​ມີ​ຄວາມ​ສັບ­ສົນ ຄົ້ນ­ຄວ້າ ແລະ ປັບ­ປຸງ​ຄືນ​ໃນ​ບາງ​ມາດ­ຕາ​ໃຫ້​ມີ​ຄວາມ​ສອດ­ຄ່ອງ ແລະ ອື່ນໆ ຈາກ​ນັ້ນ ສສຊ ໄດ້​ລົງ​ຄະ­ແນນ​ສຽງ​ຮັບ­ຮອງ​ເອົາ​ກົດ­ໝາຍ​ດ້ວຍ​ຄະ­ແນນ​ສຽງ​ສ່ວນ​ຫຼາຍ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ