![]() |
ກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍການປະກັນສຸຂະພາບ ໃຫ້ແກ່ 6 ແຂວງ, ກະຊວງ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງອ້ອມຂ້າງກະຊວງ ສາທາລະນະສຸກ
ກອງທຶນປະກັນສຸຂະພາບແຫ່ງຊາດ ສ້າງຕັ້ງຂຶ້ນບົນຫລັກການແບ່ງເບົາຄວາມສ່ຽງ ໃນການເຈັບເປັນ ແລະ ແບ່ງເບົາການໃຊ້ຈ່າຍເງິນຄ່າປິ່ນປົວ ຂອງປະຊາຊົນຍາມເຈັບເປັນເຂົ້າໂຮງໝໍ ໂດຍບໍ່ໄດ້ຈ່າຍເງິນຈຳນວນຫລວງຫລາຍ ໂດຍທີ່ລັດຖະບານຈ່າຍເງິນລ່ວງໜ້າຂອງເບ້ຍປະກັນ ໃຫ້ປະຊາຊົນທຸກຄົນໃນເຂດເປົ້າໝາຍ ໝາຍຄວາມວ່າ ທຸກຄົນໃນເຂດເປົ້າໝາຍ ໄດ້ມີການປະກັນສຸຂະພາບແລ້ວ ແລະ ປະຊາຊົນຜູ້ເຈັບເປັນພຽງແຕ່ຈ່າຍເງິນສົມທົບຂອງພົນລະເມືອງລາວ ຕາມອັດຕາທີ່ໄດ້ກຳນົດເຂົ້າກອງທຶນ ເວລາມາບໍລິການແລ້ວຈະເກີດສິດປິ່ນປົວ ແລະ ຈະໄດ້ຮັບການບໍລິການປິ່ນປົວທີ່ບໍ່ເສຍຄ່າ ແລະ ກອງທຶນຈະຮັບຜິດຊອບການໃຊ້ຈ່າຍຄ່າບໍລິການປິ່ນປົວດັ່ງກ່າວ ໃຫ້ສະຖານທີ່ບໍລິການ.
ທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: ກົດໝາຍວ່າດ້ວຍການປະກັນສຸຂະພາບ ປະກອບມີ 8 ພາກ, 7 ໝວດ ແລະ 79 ມາດຕາ, ເຊິ່ງວຽກງານປະກັນສຸຂະພາບ ແມ່ນຕິດພັນກັບການບໍລິການປິ່ນປົວ ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນເອກະພາບ, ມີຄວາມໂປ່ງໄສ, ມີຄຸນນະພາບ, ມີປະສິດທິພາບ ແລະ ປະສິດທິຜົນ. ທັງນີ້, ກໍເພື່ອເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການບໍລິການ, ເປັນເຈົ້າການ ແລະ ມີສ່ວນຮ່ວມຢ່າງຫ້າວຫັນ ໃນການປະກອບສ່ວນເຂົ້າໃນວຽກງານປະກັນສຸຂະພາບ, ເຮັດໃຫ້ອັດຕາປົກຄຸມໄດ້ບັນລຸ 100% ຂອງປະຊາກອນ, ກອງທຶນເຕີບໃຫຍ່ຂະຫຍາຍຕົວ, ເຂັ້ມແຂງ ແລະ ຍືນຍົງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ໝັ້ນຄົງ.
![]() |
ກົດໝາຍວ່າດ້ວຍການປະກັນສຸຂະພາບ ປະກອບມີ 8 ພາກ, 7 ໝວດ ແລະ 79 ມາດຕາ
ທ່ານ ຄຳພອນ ພຸດທະວົງ ກ່າວຕື່ມວ່າ: ແຜນປະຕິຮູບສາທາລະນະສຸກ ໄດ້ກຳນົດໄວ້ຮອດປີ 2020 ການປົກຄຸມປະກັນສຸຂະພາບຕ້ອງບັນລຸ 80% ຂຶ້ນໄປ ແລະ ຮອດປີ 2025 ຕ້ອງບັນລຸ 95% ຂຶ້ນໄປ ຂອງພົນລະເມືອລາວ. ລັດຖະບານຕ້ອງໄດ້ສ້າງຕັ້ງ ແລະ ປັບປຸງລະບົບປະກັນສຸຂະພາບ ໃຫ້ເຂັ້ມແຂງ ຈຶ່ງຈະຮັບປະກັນໃຫ້ພົນລະເມືອງລາວ ທີ່ຢູ່ເຂດຊົນນະບົດຫ່າງໄກສອກຫລີກ ໄດ້ເຂົ້າເຖິງການບໍລິການສຸຂະພາບຢ່າງສະເໝີພາບ, ເປັນທຳ ແລະ ທົ່ວເຖິງໄດ້ ໂດຍບໍ່ມີພາລະຈົກຖົງຈ່າຍເອງສູງ ແລະ ຈະສາມາດບັນລຸຄາດໝາຍດັ່ງກ່າວ ເພື່ອຊ່ວຍຫລຸດຜ່ອນຄວາມທຸກຍາກ ແລະ ການພັດທະນາທາງດ້ານເສດຖະກິດສັງຄົມ ສະນັ້ນ, ຕ້ອງໄດ້ມີນິຕິກຳຮອງຮັບ ແລະ ສ້າງຄວາມພ້ອມໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ສຳເລັດ ແລະ ຈະເປັນຜົນດີຕໍ່ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ.
(ແຫຼ່ງຂໍ້ມູນ: ຂປລ)