![]() |
ພາບປະກອບ
ທ່ານ ເສີມສຸກ ສິມພະວົງ ຮອງລັດຖະມົນກະຊວງຍຸຕິທຳ ກ່າວວ່າ: ກົດໝາຍວ່າດ້ວຍການລົ້ມລະລາຍວິສາຫະກິດ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 1994 ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການດຳເນີນທຸລະກິດ ຂອງຫົວໜ່ວຍທຸລະກິດຕ່າງໆຢູ່ປະເທດເຮົາ ໃຫ້ເຄື່ອນໄຫວເຂົ້າສູ່ຂະບວນການ, ສ້າງຕັ້ງການດຳເນີນກິດຈະການ ເຄື່ອນໄຫວໃນເວລາປະສົບຄວາມຫຍຸ້ງຍາກ ແລະ ກໍເພື່ອເປັນການແກ້ໄຂບັນຫາດັ່ງກ່າວ, ກ້າວເຂົ້າສູ່ຂະບວນການກົດໝາຍ. ຜ່ານການຈັດຕັ້ງປະຕິບັດກົດໝາຍດັ່ງ ກ່າວໃນໄລຍະຜ່ານມາ ເຫັນວ່າຄວາມຮັບຮູ້, ເຂົ້າໃຈ ແລະ ການຈັດຕັ້ງປະຕິບັດຕາມກົດໝາຍດັ່ງກ່າວຍັງບໍ່ທັນມີປະສິດຜົນດີເທົ່າທີ່ຄວນ, ການເຂົ້າສູ່ຂະບວນການລົ້ມລະລາຍຕາມກົດໝາຍ ທີ່ເຮົາມີໃນໄລ ຍະຜ່ານມາແມ່ນໜ້ອຍທີ່ສຸດ ໂດຍຜ່ານການກວດກາມີພຽງ 1-2 ຄະດີລົ້ມລະລາຍເທົ່ານັ້ນ, ແຕ່ກໍຍັງບໍ່ທັນເຕັມຮູບແບບຕາມເນື້ອໃນກົດໝາຍທີ່ກຳນົດໄວ້.
ທ່ານ ເສີມສຸກ ສິມພະວົງ ກ່າວຕື່ມວ່າ: ອີງໃສ່ການຂະຫຍາຍຕົວຂອງສະພາບເສດຖະກິດ-ສັງ ຄົມຂອງປະເທດເຮົາ ໂດຍສະເພາະການເຊື່ອມໂຍງເສດຖະກິດກັບຕ່າງປະເທດ ຕາມນະໂຍບາຍຂອງພັກ-ລັດເຮົາ ມັນມີຄວາມຈຳເປັນທີ່ຈະຕ້ອງໄດ້ປັບປຸງກົດໝາຍດັ່ງກ່າວ ເຮັດໃຫ້ກົນໄກການດຳເນີນທຸ ລະກິດ ຂອງຫົວໜ່ວຍທຸລະກິດຕ່າງໆ ເຊື່ອມໂຍງກັບສາກົນໄດ້ດີຂຶ້ນ. ການປັບປຸງກົດໝາຍສະບັບນີ້ ຈຶ່ງເປັນວຽກງານໜຶ່ງທີ່ສຳຄັນຫລາຍ ແລະ ກໍເປັນຕົວຊີ້ວັດຂອງທະນາຄານໂລກ ທີ່ໄດ້ຕີລາຄາໃນການຈັດລະດັບຂອງປະເທດຕ່າງໆ ໃນການອຳນວຍຄວາມສະດວກ ໃຫ້ແກ່ການດຳເນີນທຸລະກິດຂອງຫົວໜ່ວຍທຸລະກິດນັ້ນ, ເຊິ່ງການຈັດຕັ້ງປະຕິບັດພາກຕົວຈິງຂອງສປປ ລາວ ໃນກົດໝາຍສະບັບນີ້ ຍັງບໍ່ທັນມີປະສິດທີຜົນພໍເທົ່າໃດ ຈຶ່ງເຮັດໃຫ້ການຈັດລະດັບປະເທດເຮົາ ແມ່ນຢູ່ໃນລະດັບທີ່ບໍ່ດີປານໃດ.
ກົດໝາຍວ່າດ້ວຍການລົ້ມລະລາຍວິສາຫະກິດ ສະບັບເກົ່າມີ 56 ມາດຕາ, ສຳລັບສະບັບປັບປຸງຄາດວ່າຈະມີເຖິງ 100 ກວ່າມາດຕາ ແລະ ຖ້າກົດໝາຍສະບັບປັບປຸງນີ້ສຳເລັດ ທາງກະຊວງກໍຈະນຳໄປໂຄສະນາເຜີຍແຜ່ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດຕ່າງໆໄດ້ຮັບຮູ້, ເຂົ້າໃຈ ແລະ ເລີ່ມຫັນເອົາກິດຈະກຳ ໃນການເຄື່ອນໄຫວດຳເນີນທຸລະກິດເຂົ້າສູ່ຂະບວນການຕາມກົດໝາຍ ເພື່ອຊ່ວຍໃຫ້ຫົວໜ່ວຍທຸລະກິດມີການປັບໂຕ, ແກ້ໄຂສະພາບຄ່ອງຂອງຕົນເອງໃຫ້ດີຂຶ້ນ ແລະ ເພື່ອສ້າງເງື່ອນໄຂໃຫ້ເຂົາເຈົ້າ ສືບຕໍ່ດຳເນີນທຸລະກິດທີ່ມີຜົນກຳໄລຕໍ່ໄປ.
(ແຫຼ່ງຂໍ້ມູນ: ຂປລ)