ຮັບຮອງ​ເອົາ​ຮ່າງ​ກົດໝາຍ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໄພພິບັດ

22:06 | 25/06/2019

ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 7 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ວັນ​ທີ 24 ມິຖຸນາ 2019 ຢູ່​ສະພາ​ແຫ່ງ​ຊາດ (ຫຼັກ 6) ໂດຍ​ເປັນ​ປະທານ​ຂອງ​ທ່ານ ແສງ​ນວນ ໄຊ​ຍະ​ລາດ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ມີ​ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດຖະມົນຕີ​ກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມ (​ຮສສ) ພ້ອມ​ດ້ວຍ​ຄະນະ​ປະ ຈຳ​ສະພາ​ແຫ່ງ​ຊາດ ສະມາຊິກ​ສະພາ​ແຫ່ງ​ຊາດ (​ສສຊ) ເຂົ້າ​ຮ່ວມ.

ຮັບຮອງ​ເອົາ​ຮ່າງ​ກົດໝາຍ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໄພພິບັດ

ທ່ານ ຄຳ​ແພງ ໄຊ​ສົມ​ແພງ

ທ່ານ ຄຳ​ແພງ ໄຊ​ສົມ​ແພງ ໄດ້​ສະເໜີ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໄພພິບັດ ວ່າ: ຮ່າງ​ກົດໝາຍ​ສະ ບັບ​ດັ່ງກ່າວ ສ້າງ​ຂຶ້ນ​ເພື່ອ​ເຮັດ​ໃຫ້​ວຽກ​ຄຸ້ມ​ຄອງ​ໄພພິບັດ ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ຢ່າງ​ມີ​ປະ​ສິດທິ​ຜົນ ແລະ ທັນ​ສະໄໝ ແນໃສ່​ເຝົ້າ​ລະວັງ ຫຼຸດຜ່ອນ​ຜົນ​ກະທົບ​ທີ່​ເກີດ​ຈາກ​ໄພພິບັດ​ຕໍ່​ສຸຂະພາບ​ຊີວິດ ຊັບ​ສິນ​ຂອງ​ລັດ ລວມ​ໝູ່ ປະ ຊາ​ຊົນ ສິ່ງແວດລ້ອມ ແລະ ໂຄງ​ລ່າງ​ພື້ນຖານ ພ້ອມ​ທັງ​ຟື້ນ​ຟູ​ບູລະນະ ແລະ ກໍ່ສ້າງ​ຄືນໃໝ່​ຫຼັງ​ໄພພິບັດ ຮັບ​ປະ ກັນ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ ວ່ອງໄວ ຊັດ​ເຈນ ສາມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ ສາກົນ ປະກອບສ່ວນ ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ ຕາມ​ທິດ​ສີຂຽວ ຍືນ​ຍົງ ຮ່າງ​ກົດໝາຍ​ສະບັບ​ນີ້ ເປັນ​ເຄື່ອງມື ດ້ານ​ນິຕິ​ກຳ​ທີ່​ໜັກ​ແໜ້ນ ແລະ ກຳນົດ​ຫຼັກການ ລະບຽບ​ການ ແລະ ມາດ​ຕະການ ກ່ຽວ​ກັບ​ການ​ຄຸ້ມ​ຄອງ ຕິດຕາມ ກວດກາ ການເຄື່ອນໄຫວ​ວຽກ​ງານ​ຄຸ້ມ​ຄອງ​ໄພພິບັດ​ໃຫ້​ມີ​ຄວາມ​ຈະແຈ້ງ ຄົບ​ຖ້ວນ ແລະ ຮັດກຸມ​ໃນ​ການ​ຄຸ້ມ​ຄອງ​ໄພພິບັດ ແມ່ນ​ການຈັດຕັ້ງ​ປະຕິບັດ​ບັນດາ​ຫຼັກການ ລະບຽບ​ການ ແລະ ມາດ​ຕະການ ກ່ຽວ​ກັບ​ການ​ປ້ອງ​ກັນ ການ​ຄວບ​ຄຸມ ການ​ຟື້ນ​ຟູ​ຫຼັງ​ໄພພິບັດ ແລະ ການ​ນຳ​ໃຊ້​ກອງ​ທຶນ​ຄຸ້ມ​ຄອງ​ໄພພິບັດ​ໃຫ້​ຖືກຕ້ອງ​ຕາມ​​ກົົດ​ໝາຍ ແລະ ມີ​ປະ​ສິດທິ​ຜົນ ກົດໝາຍ​ສະບັບ​ນີ້ ໄດ້​ກຳນົດ​ເອົາ​ວັນ​ທີ 13 ຕຸລາ ຂອງ​ທຸກ​ປີ ເປັນ​ວັນ​ຄຸ້ມ​ຄອງ​ໄພພິບັດ​ແຫ່ງ​ຊາດ ສຳລັບ​ຮ່າງ​ກົດໝາຍ​ສະບັບ​ນີ້​ປະກອບ​ມີ 10 ພາກ 8 ໝວດ 76 ມາດຕາ.

ພາຍຫຼັງ​ຮັບ​ຟັງ​ການ​ລາຍ​ງານ ຈາກ​ນັ້ນ ​ສສຊ ກໍ​ໄດ້​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ດັ່ງກ່າວ​ຢ່າງ​ກົງ​ໄປ​ກົງ​ມາ ເພື່ອ​ໃຫ້​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນ ແລະ ສອດຄ່ອງ ໂດຍ​ເນັ້ນ​ໜັກ​ປະກອບ​ຄຳ​ເຫັນ​ໃສ່​ມາດຕາ 4 ນະໂຍບາຍ​ຂອງ​ລັດ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ໄພພິບັດ ມາດຕາ 15 ການ​ປະ​ເມີນ​ຄວາມ​ສ່ຽງ ມາດຕາ 18 ການ​ແຈ້ງ​ເຕືອນ​ໄພ​ລ່ວງ​ໜ້າ ມາດຕາ 29 ມາດ​ຕະການ​ຄວບ​ຄຸມ​ໄພພິບັດ ມາດຕາ 33 ການ​ປະ​ເມີນ ການ​ຟື້ນ​ຟູ​ຫຼັງ​ໄພພິບັດ ພ້ອມ​ທັງ​ສິດ ແລະ ພັນທະ​ຂອງ​ຜູ້​ປະສົບ​ໄພພິບັດ ກອງ​ທຶນ​ການ​ຄຸ້ມ​ຄອງ​ໄພພິບັດ ຜ່ານ​ການ​ປະກອບ​ຄຳ​ເຫັນ​ຢ່າງ​ຕັ້ງໜ້າ ແລະ ດ້ວຍ​ຄວາມ​ເອົາໃຈໃສ່​ສູງ ​ສສຊ ກໍ​ໄດ້​ເຫັນ​ດີ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໄພພິບັດ ດ້ວຍ​ຄະແນນ​ສຽງ​ສ່ວນ​ຫຼາຍ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.