ຍສໝ - ໜັງສືພິມ Asiatoday - ໜຶ່ງໃນບັນດາສຳນັກຂ່າວສານໃຫຍ່ຂອງ ສ. ເກົາຫຼີ ໄດ້ລົງພິມບົດຂຽນດ້ວຍເນື້ອໃນຕີລາຄາສູງບົດບາດຂອງຫວຽດນາມ ຕໍ່ກັບການພັດທະນາ ແລະຄວາມສາມັກຄີຂອງອາຊຽນ, ໂດຍສະເພາະແມ່ນໃນສະພາບການໂລກພະຍາດ Covid-19 ພວມແຜ່ລະບາດເຖິງຫຼາຍປະເທດໃນໂລກ.
ຍສໝ - ຕອນເຊົ້າວັນທີ 29 ຕຸລາ, ຢູ່ມະຫາວິທະຍາໄລເຕັກໂນໂລຢີ ຫວຽດນາມ - ສ.ເກົາຫຼີ, ສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແຂວງບັກຢາງ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ 3 ອາຍຸການ 2023 - 2028. ທີ່ກອງປະຊຸມໄດ້ເລືອກຕັ້ງ ເອົາ 11 ທ່ານເຂົ້າໃນຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ - ເກົາຫຼີ ແຂວງບັກຢາງ ອາຍຸການ 2023-2028. ທ່ານ ຫງວຽນກົງທົງ ສືບຕໍ່ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ.
ຍສໝ - ກ່າວຄຳເຫັນໄຂກອງປະຊຸມໃຫຍ່, ທ່ານ ຟານທ໊າຍບິ່ງ ຫົວໜ້າຄະນະກຳມະການເສດຖະກິດຄະນະພັກແຂວງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແຂວງ ໃຫ້ຮູ້ວ່າ ອາຍຸການນີ້ ຄະນະບໍລິຫານງານສະມາຄົມ ແລະ ບັນດາສາຂາຂຶ້ນກັບສະມາຄົມ ໄດ້ຕັ້ງໜ້າພ້ອມກັບບັນດາຄະນະ, ຂະແໜງການທ້ອງຖິ່ນໃນແຂວງ ຜັນຂະຫຍາຍຫຼາຍການເຄື່ອນໄຫວການທູດປະຊາຊົນກັບ ສ.ເກົາຫຼີ ແລະ ບັນລຸໄດ້ໝາກຜົນສຳຄັນທີ່ສຸດໃນບາງຂົງເຂດ.
ຫວ່າງແລ້ວນີ້, ຢູ່ທຳນຽບປະທານປະເທດຫວຽດນາມ ທ່ານ ຫງວຽນຊວັນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Choi Young – joo, ອະດີດປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ, ປະທານກຸ່ມບໍລິສັດ Panko ສ.ເກົາຫຼີ.
ຍສໝ - ການຈັດຕັ້ງບັນດາຊຸດຮຽນວັດທະນະທຳ, ພາສາເກົາຫຼີ, ສອນມວຍTaekwondo, K-Pop Dance… ແມ່ນບັນດາການເຄື່ອນໄຫວທີ່ອາສາສະໝັກຂອງມະຫາວິທະຍາໄລແຫ່ງຊາດ Gyeongsang (ສ.ເກົາຫຼີ) ໄດ້ນຳມາໃຫ້ນັກຮຽນໂຮງຮຽນປະຖົມ ດາແທງ (ນະຄອນ ດາຫຼາດ, ເລິມດົງ). ຍ້ອນເຫດນັ້ນ, ນັກຮຽນມີໂອກາດໄດ້ຮູ້ຈັກບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ສ.ເກົາຫຼີ.
ໃນລະຫວ່າງວັນທີ 4 – 6 ທັນວາ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ຕາມຄຳເຊື້ອເຊີນຂອງທ່ານ Yoon Suk-yeol ປະທານາທິບໍດີ ສ.ເກົາຫຼີ.
ຍສໝ - ຫວ່ສງແລ້ວນີ້, ເອື້ອຍ ຫງວຽນທິເຕິມຕິງ - ແມ່ຍິງເຊື້ອຊາດຫວຽດນາມ ສັນຊາດ ສ.ເກົາຫຼີ ໄດ້ຮັບການຕົກລົງມອບລາງວັນ Daesang ອັນສູງສົ່ງຈາກອຳນາດການປົກຄອງ ນະຄອນເຊີອູນ, ສ.ເກົາຫຼີ ເພື່ອຮັບຮູ້ການອຸທິດສ່ວນໃນບັນດາການເຄື່ອນໄຫວທຳການກຸສົນ ຢູ່ທີ່ພິທີມອບລາງວັນຄັ້ງທີ 34 ປີ 2022.
ຍສໝ - ສະຫາຍ ເຈິ່ນກ໊ວາເວື້ອງ ຜູ້ປະຈຳຄະນະເລຂາໄດ້ເນັ້ນໜັກວ່າ ໃນສະພາບການໂລກລະບາດ, ໃນພາກພື້ນພວມມີການຜັນແປຢ່າງວ່ອງໄວ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ເປັນຕົ້ນແມ່ນໂລກລະບາດ Covid – 19 ຍັງບໍ່ທັນຄວບຄຸມໄດ້ຄືປັດຈຸບັນ, ສອງຝ່າຍຕ້ອງສືບຕໍ່ປະສົມປະສານຢ່າງມີປະສິດທິຜົນ, ຊ່ວຍເຫຼືອ, ແບ່ງປັນ, ຊຸກຍູ້ການພົວພັນສອງຝ່າຍໃນສະພາບການໃໝ່.
ຍສໝ - ວັນທີ 31 ສິງຫາ, ຢູ່ຫ໋າຍເຢືອງ, ຄະນະປະຕິບັດງານສະຖານທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ Park Noh Wan ໄດ້ນຳໜ້າຄະນະ ເຂົ້າຮ່ວມການເຈລະຈາການຮ່ວມມືພັດທະນາລະຫວ່າງແຂວງຫ໋າຍເຢືອງ ແລະ ສ.ເກົາຫຼີ, ສະເໜີໃຫ້ແຂວງສືບຕໍ່ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ ສ.ເກົາຫຼີ ມາລົງທຶນ, ຮ່ວມມືພັດທະນາ…
ຍສໝ - ໂຄງການຂອງ KOICA ໄດ້ສະໜອງອຸປະກອນໃຫ້ 5 ສະມາຄົມຂອງຄົນພິການ, ສະມາຄົມເພື່ອການຊ່ວຍເຫຼືອເດັກພິການ, ສະມາຄົມຄົນພິການ, ສູນພັດທະນາແມ່ຍິງພິການລາວ, ສະມາຄົມຄົນຕາບອດລາວ ແລະສະມາຄົມພັດທະນາວິຊາຊີບສຳລັບຄົນຕາບອດ. ປະຊາຊົນປະມານ 730 ຄົນໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ.
ຍສໝ - ເນື່ອງໃນໂອກາດການໄປປະຕິບັດງານຢູ່ ສ.ເກົາຫຼີ, ທ່ານ ຫວູວັນຮວ່ານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ນຳໜ້າຄະນະປະຕິບັດງານໄປຢ້ຽມຢາມ, ພົບປະແລກປ່ຽນ ແລະ ມອບຕູ້ປຶ້ມພາສາ ຫວຽດນາມ ໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ.
ຍສໝ - ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ໄດ້ຕີລາຄາສູງການພົວພັນຮ່ວມມືມິດຕະພາບ ຫວຽດນາມ - ສາທາລະນະລັດເກົາຫຼີທີ່ນັບມື້ນັບພັດທະນາຢ່າງແຮງ, ຮອບດ້ານ ໃນບັນດາຂົງເຂດທັງໝົດຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ຄວາມໝັ້ນຄົງ ແລະ ການປະຕິບັດກົດໝາຍ.
ຍສໝ - ໃນວັນທີ 2 ສິງຫາ, ພົນລະເມືອງຫວຽດນາມຈຳນວນ 230 ຄົນທີ່ຖືກຄ້າງຢູ່ ສ.ເກົາຫຼີ ຍ້ອນການລະບາດຂອງພະຍາດ Covid-19 ໄດ້ກັບຄືນປະເທດດ້ວຍຄວາມປອດໄພ.
ຍສໝ - ເມື່ອມາຫາລາຍການ, ຜູ້ບໍລິໂພກຫວຽດນາມ ຈະມີໂອກາດຊີມ ແລະ ຊື້ບັນດາຜະລິດຕະພັນການກະເສດສ.ເກົາຫຼີ ທີ່ມີຄຸນນະພາບ, ທາດບຳລຸງສູງ, ຫຼາຍຮູບຫຼາບຍແບບ… ຜະລິດຕະພັນການກະເສດມາຈາກບັນດາແຂວງຄື: Gimcheon, Gyeonggi-do, Gyeongnam… ເຊິ່ງລ້ວນແຕ່ແມ່ນບັນດາທ້ອງຖິ່ນທີ່ມີຂະແໜງກະສີກຳພັດທະນາທີ່ສຸດ ຢູ່ ສ.ເກົາຫຼິ.
ຍສໝ - ກວມ 41% ມູນຄ່າທັງໝົດຂອງການສົ່ງອອກປະເພດປາໝຶກຂອງຫວຽດນາມນັ້ນ, ເກົາຫຼີແມ່ນກຳລັງເປັນແຫຼ່ງຕະຫຼາດທີ່ນຳເຂົ້າປາໝຶກ, ປາໝຶກໜວດ ທີ່ໃຫຍ່ທີ່ສຸດໃນປັດຈຸບັນ.
ຄາດວ່າ, ກອງປະຊຸມສຳມະນາດັ່ງກ່າວ ຈະຖືກດຳເນີນພາຍໃນ 3 ວັນແຕ່ວັນທີ 27 – 29 ກໍລະກົດ 2021 ຕາມຮູບການທາງອອນລາຍ.
ກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມແລ້ວທີ່ຈະສວມບົດບາດຕັ້ງໜ້າຊຸກຍູ້ການພົວພັນປ້ອງກັນຊາດ ລະຫວ່າງ ອາຊຽນ - ສ.ເກົາຫຼີ ເພື່ອຜົນປະໂຫຍດລວມ, ໂດຍສະເພາະແມ່ນໃນບັນດາຂົງເຂດຄື ຮັກສາສັນຕິພາບ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ແລະ ໜູນຊ່ວຍວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ບັນດາປະເທດ ອາຊຽນ.
ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢ່ຽນ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານ Park Noh-wan, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ. ສອງຝ່າຍໄດ້ປຶກສາຫາລືກັນ ເພື່ອຫາວິທີແກ້ໄຂກຳຈັດ ແລະ ຊຸກຍູ້ການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານລະຫວ່າງສອງປະເທດ ໃນໄລຍະການລະບາດຂອງ COVID-19 ແລະ ໃນໄລຍະຈະມາເຖິງ.
ຍສໝ - ທ່ານ Park Noh Wan ໄດ້ສະແດງຄວາມຂອບໃຈຕໍ່ທ່ານພົນເອກ ໂງຊວັນລິກ ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບຄະນະຜູ້ແທນ, ພ້ອມທັງຖືວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍພວມມີການພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສ.ເກົາຫຼີ - ຫວຽດນາມ.
ຍສໝ - ການພົວພັນຫວຽດນາມ - ສ.ເກົາຫຼີ ໄດ້ລື່ນກາຍການພົວພັນຄູ່ຮ່ວມມືກາຍ ເປັນການພົວພັນແບບພິເສດ ເໝືອນດັ່ງ “ຄອບຄົວດຽວກັນ”, ທ່ານ Choi Young Sam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ຄືແນວນັ້ນ ເມື່ອແລກປ່ຽນກັບສື່ມວນຊົນເນື່ອງໃນໂອກາດການຢ້ຽມຢາມ ຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະພັນລະຍາແຕ່ວັນທີ 30 ມິຖຸນາຫາວັນທີ 3 ກໍລະກົດ 2024.