ຫວຽດນາມ-ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານ

11:42 | 27/12/2021

ຍ​ສໝ - 2 ຝ່າຍ​ເຫັນ​ດີ​ເປັນ​ເອກະພາບ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ທີ່​ກ່ຽວຂ້ອງ​ຂອງ ສ.​ເກົາຫຼີ ຢ່າງ​ແໜ​້ນ​ແຟ້ນ​ ເພື່ອຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ພາສີ ​ແລະ ​ແຫຼ່ງຕົ້ນ​ກຳ​ເນີດສິນຄ້າ, ​ປ້ອງ​ກັນການ​ຄ້າ ​ແລະ ການ​ຮ່ວມ​ມື​ດ້ານ​ເສດຖະກິດ…

ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໜູນຊ່ວຍກຸ່ມ​ລູກເຮືອໃນ​ເຫດ​ເຮືອຫ​ລົ້ມ ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໜູນຊ່ວຍກຸ່ມ​ລູກເຮືອໃນ​ເຫດ​ເຮືອຫ​ລົ້ມ
ປ​ະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດນາມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ.ເກົາຫຼີ, ອິນ​ເດຍ ຢ່າງ​ເປັນ​ທາງ​ການ ປ​ະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດນາມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ.ເກົາຫຼີ, ອິນ​ເດຍ ຢ່າງ​ເປັນ​ທາງ​ການ
ຫວຽດນາມ-ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານ
ພາບ​ປະ​ກອບ: TTXVN

ຫວ່າງແລ້ວນີ້, ຢູ່​​ເຊ​ອູ​ນ, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຫງວຽນ​ຮົ່ງ​ຢຽນ ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ການ​ຄ້າ, ອຸດສາຫະກຳ ​ແລະ ພະລັງງານ ສ.​ເກົາຫຼີ Moon Sung-wook ​ໄດ້​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 11 ຂອງ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ອຸດສາຫະກຳ ​ແລະ ພະລັງງານ​ລະຫວ່າງ ຫວຽດນາມ ​ແລະ ສ.ເກົາຫຼີ ​ແລະ ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ຄະນະ​ກຳມະການ​ປະສົມປະຕິບັດ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສ.​ເກົາຫຼີ.

​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສ.​ເກົາຫຼີ ຫງວຽນ​ວູ​​ຕຸ່ງ ​ພ້ອມ​ກັບຜູ້ຕາງໜ້າ​ບັນດາ​ໜ່ວຍ​ງານ​ຂຶ້ນ​ກັບ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ຫ້ອງ​ວ່າການ​ລັດຖະບານ. ຝ່າຍ ສ.ເກົາຫຼີ, ມີຜູ້ຕາງໜ້າບັນດາຫົວໜ່ວຍຈາກກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ສ.ເກົາຫຼີ, ຫ້ອງວ່າການປະທານາ​ທິ​ບໍ​ດີ, ຄະນະກຳມະການການຄ້າ ສ.ເກົາຫຼີ ແລະ ບັນດາວິສາຫະກິດຂະໜາດໃຫຍ່ຂອງ ສ.ເກົາຫຼີ ໃນຂົງເຂດພະລັງງານ.

ທີ່ກອງປະຊຸມຄັ້ງທີ 11 ຂອງຄະນະກຳມະການປະ​ສົມ ກ່ຽວກັບການຮ່ວມມືດ້ານພະລັງງານ, ອຸດສາຫະກຳ ແລະ ການຄ້າລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ, ລັດຖະມົນຕີ 2 ທ່ານ ໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບກ່ຽວກັບບັນດາມາດຕະການໜູນຊ່ວຍວິສາຫະກິດເພື່ອຮັບ​ມື, ຫຼຸດຜ່ອນຄວາມເສຍຫາຍ, ຮັກສາການດຳເນີນງານ; ພ້ອມ​ກັນ​ນັ້ນ, ກໍຊອກ​ຫາ​ກຳ​ລັງ​ໜູນ​​ໃໝ່​ໃຫ້​ແກ່​ການ​ພັດທະນາ ​ເພື່ອ​ຮັບປະກັນ​ການ​ຮັກສາ, ບໍ່​ຂັດວັກ​ຂາດ​ຕອນ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ຄ້າ, ອຸດສາຫະກຳ ​ແລະ ພະລັງງານ​ໃນ​ໄລຍະ​ຈະ​ມາ​ເຖິງ.

​ໃນ​ຂົງ​ເຂດ​ການ​ຄ້າ, ສອງ​ລັດຖະມົນຕີ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ​ຈັດ​ຕັ້ງ​ປະຕິບັດ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຄ້າ​ສອງ​ຝ່າຍ​ຄື: ການ​ສ້າງຄວາມ​ສະດວກ​ດ້ານ​ການ​ຄ້າ, ຊຸກຍູ້​ການ​ເປີດ​ກວ້າງ​ຕະຫຼາດ​ຜະລິດ​ຕະພັນ​ກະ​ເສດ, ​ແກ້​ໄຂ​ບັນດາ​ສິ່ງ​ກີດຂວາງ​ດ້ານ​ເຕັກນິກ​ການ​ຄ້າ, ຈຳກັດ​ການ​ນຳ​ໃຊ້​ບັນດາມາດຕະການປ້ອງກັນການ​ຄ້າ, ການ​ຮ່ວມ​ມື​ໃນ​ການ​ປົກ​ປັກ​ຮັກ​ສາ​ຊັບ​ສິນ​ທາງ​ປັນ​ຍາ​ ແລະ ​ຕ້ານສິນ​ຄ້າ​​ປອມ, ການ​ຮ່ວມ​ມື​ໃນ​ການ​ພັດ​ທະ​ນາ​ໂຄງ​ລ່າງ​ການ​ຂົນ​ສົ່ງ ​ແລະ ​ການ​ຈຳ​ໜ່າຍ.

ໂດຍຕີ​ລາ​ຄາ​ສູງ​ກາ​ລະ​ໂອ​ກາດ​ເປີດ​ກວ້າງ​ການ​ຕະ​ຫລາດ​ຂອງລາ​ຊະ​ອາ​ນາ​ຈັກ​ອັງ​ກິດ, 2 ຝ່າຍ​ໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະປະຕິບັດສຳ​ເລັດ​ບັນ​ດາ​ຂັ້ນ​ຕອນ​ພາຍ​ໃນ​ປະ​ເທດ​ໂດຍ​ໄວ ເພື່ອ​ຮັບ​ໃຊ້​ການ​ລົງ​ນາມ​ຂໍ້​ຕົກ​ລົງ​ຜັນ​ຂະ​ຫຍາຍ​ມາດ​ຕາ​ ບວກກັບ​ແຫຼ່ງ​ຕົ້ນ​ກຳ​ເນີດ​ວັດ​ສະ​ດຸການ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ - ສະ​ຫະ​ປະ​ຊາ​ຊະ​ອາ​ນາ​ຈັກ.

ນອກ​ນີ້, ສອງ​ຝ່າຍ​ຍັງ​ເຫັນ​ດີເປັນ​ເອ​ກະ​ພາບ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ​ເຂດ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນໃນ​ການ​ຜັນ​ຂະຫຍາຍສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP) ຢ່ງຄົບຖ້ວນ ແລະ ມີປະສິດທິຜົນ ​ແຕ່​ວັນ​ທີ 1 ມັງກອນ 2022 ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ຄ້າ ​ແລະ ການ​ລົງທຶນ, ປັບ​ປຸງ​ບັນ​ດາລະ​ບົບ​ສະ​ໜອງ​ໃນ​ພາກ​ພື້ນ​ ແລະ ​ການ​ຟື້ນ​ຕົວ​ຂອງ​ເສດ​ຖະ​ກິດ​ຫຼັງ​ການ​ແຜ່​ລະ​ບາດ​.

​ໃນ​ຂົງ​ເຂດ​ອຸດສາຫະກຳ, ບົນ​ພື້ນຖານ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ມີ​ຢູ່ແລ້ວ​ລະຫວ່າງ​ສອງ​ຝ່າຍ ​ແລະ ໝາກຜົນ​ການ​ຮ່ວມ​ມື​ທີ່​ດີ​ໃນ​ປະຈຸ​ບັນ, ລັດຖະມົນຕີ​ສອງ​ປະ​ເທດ​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຮັດ​ແໜ້ນ​ສາຍ​ພົວພັນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ກໍໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ຍາດ​ແຍ່ງ​ເອົາ​ຜົນ​ປະ​ໂຫຍ​ດຂອງ FTA ທີ່ ຫວຽດນາມ ​ແລະ ສ.​ເກົາຫຼີ ​ໄດ້​ລົງ​ນາມ​ຢ່າງ​ມີ​ປະສິດທິ​ຜົນ, ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຖ່າຍທອດ​ເຕັກ​ໂນ​ໂລ​ຊີ, ບຳລຸງ​ສ້າງ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ; ໜູນ​ຊ່ວຍ​ຫວຽດນາມ ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ການ​ພັດທະນາ​ອຸດສາຫະກຳ...; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ ​ແລະ ການ​ຄ້າ​ໃນ​ຂົງ​ເຂດ​ລົດຍົນ, ກົນ​ຈັກ, ​ເອ​ເລັກ​ໂຕນິກ, ​ຕ່ຳແຜ່ນຕັດ​ຫຍິ​ບ ​ແລະ ​ເຄມີ.

​ໃນ​ຂົງ​ເຂດ​ພະລັງງານ, ບົນ​ພື້ນຖານ​ການສັງ​ເກດ​ລວມກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ສອງ​ປະ​ເທດ​ໃນ​ການ​ຫຼຸດຜ່ອນປະລິມານ​ການປ່ອຍອາຍ​ພິດ​ເຮືອນແກ້ວ ກໍ່​ຄື​ທ່າ​ອ່ຽງພັດທະນາ​ຂອງ​ພະລັງງານ​ສະອາດ​ໃນ​ໂລກ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບຈະພ້ອມ​ກັນ​ຮ່ວມ​ມືຊຸກ​ຍູ້​​ວິ​ສາ​ຫະ​ກິດ​ຂອງ​ສອງ​ປະ​ເທດ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​, ​ຖ່າຍທອດ​ເຕັກ​ໂນ​ໂລ​ຊີ​ໃນ​ຂະ​ແໜງ​ພະ​ລັງ​ງານ, ໂດຍ​ສະ​ເພາະ​ແມ່ນ​ເຕັກ​ໂນ​ໂລ​ຊີ​ໃໝ່​ເຊັ່ນ​: hydrogen, ການ​ເກັບ​ ກາກບອນ, ​ການ​ເກັບ​ຮັກ​ສາ​ພະ​ລັງ​ງານ.

ຕາມການສະເໜີ​ຂອງ​ຝ່າຍ​ຫວຽດນາມ, ກະຊວງ​ການ​ຄ້າ, ອຸດສາຫະກຳ ​ແລະ ພະລັງງານ ສ.​ເກົາຫຼີ ​ໄດ້​ເຫັນ​ດີ​ສືບ​ຕໍ່​ສະໜອງ​ທຶນ​ໄລຍະ​ທີ 2 ​ໃຫ້​ແກ່​ໂຄງການ ຊຸກຍູ້​ຕະຫຼາດ​ລົງທຶນ​​ໃນ​ຂະ​ແໜງ​ອຸດສາຫະກຳຢ່າງ​ມີ​ປະສິດທິ​ຜົນ” ​ແລະ ໜູນ​ຊ່ວຍ​ແຜນການດຳເນີນ​ງານ​ພັດທະນາ​ສີຂຽວ​ແຫ່ງ​ຊາດ ( 2021-2025).

ທີ່​ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ຄະນະ​ກຳມະການ​ປະສົມປະຕິບັດ​​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສ.​ເກົາຫຼີ, ທ່ານ​ລັດຖະມົນຕີ 2 ປະ​ເທດ ປາດ​ຖະໜາ​ວ່າ ຫວຽດນາມ ​ແລະ ສ.​ເກົາຫຼີ ຈະຍັງ​ຄົງ​ໜູນ​ໃຊ້​ບັນດາ​ມາດຕາ​ຂອງ​ສັນຍາ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ 2 ຝ່າຍກ່ຽວ​ກັບ​ການ​ຄ້າ ​ແລະ ​ການ​ລົງ​ທຶນ​.

ພາຍຫຼັງ 7 ປີ​ແຫ່ງ​ການປະຕິບັດ​ສັນຍາ​ດັ່ງກ່າວ, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ 2,1 ​ເທົ່າ​ຈາກ 36,5 ຕື້ USD ​ໃນ​ປີ 2015 ຂຶ້ນ​ເປັນ 77 ຕື້ USD ​ໃນ​ປີ 2021. ຍອດ​ຈຳນວນ​ທຶນ​ລົງທຶນ​ຂອງ ສ.​ເກົາຫຼີ ຢູ່ ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ​ຈາກ​ເກືອບ 44 ຕື້ USD ​ໃນ​ປີ 2015 ຂຶ້ນ​ເປັນ​ກ່ວາ​ 74 ຕື້ USD ໃນປີ 2021 (ໄລ່ຮອດເດືອນພະຈິກ 2021).

ລັດຖະມົນຕີ​ສອງ​ທ່ານ​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບກັບຢາສງແໜ້ນແຟ້ນ​ກັບ​ບັນດາ​ກະຊວງ, ອົງການ​ທີ່​ກ່ຽວຂ້ອງ​ຂອງ ສ.​ເກົາຫຼີ ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ພາສີ ​ແລະ ​ແຫຼ່ງກຳ​ເນີ​ດສິນຄ້າ, ການກວດພະຍາດ​ສັດ ​ແລະ ພືດ, ຮົ້ສກີດຂວາງທາງເຕັກນິກ​ດ້ານ​ການ​ຄ້າ, ການປ້ອງກັນ​ການ​ຄ້າ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ບໍລິການ, ການ​ລົງທຶນ. ເພື່ອແກ້ໄຂ​ຄວາມ​ຫຍຸ້ງ​ຍາກ, ສ້າງ​ແລວ​ທາງ​ດ້ານ​ກົດ​ໝາຍທີ່​ສະ​ດວກ​ໃຫ້​ແກ່​ການ​ປະ​ຕິ​ບັດ ແລະ ຍາດ​ແຍ່ງເອົາບັນດາ​ຜົນ​ປະ​ໂຫຍດ​ທີ່ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສ​ເກົາ​ຫຼີ ນຳມາ.

ພາຍຫຼັງ 2 ກອງ​ປະຊຸມ, ລັດຖະມົນຕີ 2 ທ່ານ​ໄດ້​ລົງ​ນາມເອກະສານ 4 ສະບັບ​ ລວມມີ​ບົດ​ບັນທຶກ​ກອງ​ປະຊຸມ​ຄັ້ງ​ທີ 11 ຂອງ​ຄະນະ​ກຳມະການ​ປະ​ສົມ​ກ່ຽວກັບການຮ່ວມມືດ້ານ​ການ​ຄ້າ, ອຸດສາຫະກຳ ​ແລະ ພະລັງງານ​ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ; ຖະ​ແຫຼງ​ການ​ຮ່ວມ​ຂອງ​ກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ຄະ​ນະກ​ຳ​ມະ​ການ​ປະ​ຕິ​ບັດ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສ​.ເກົາ​ຫຼີ; ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ແລະ ກະຊວງ​ການ​ຄ້າ, ອຸດສາຫະກຳ ​ແລະ ພະລັງງານ ສ.​ເກົາຫຼີ ກ່ຽວ​ກັບ​ການ​ຮ່ວມ​ມື​ໄລຍະ​ກາງ ​ແລະ ໄລຍະຍາວ​​ໃນ​ຂົງ​ເຂດ​ການ​ຄ້າ​ ອຸເຣ ​ເພື່ອ​ນຳ​ໃຊ້ໃຫ້​ແກ່​ອຸດສາຫະກຳ; ຈົດ​ໝາຍ​ທາງ​ການ​ແລກປ່ຽນ​ລະຫວ່າງ​ລັດຖະບານ ຫວຽດນາມ ​ແລະ ລັດຖະບານ ສ.​ເກົາຫຼີ ກ່ຽວ​ກັບ​ການ​ປັບປຸງ​ເອກະສານ​ຊ້ອນ​ທ້າຍ 3-A ກ່ຽວກັບ​ຂໍ້​ກຳນົດລະບຽບ​ການລະອຽດຂອງສິນ​ຄ້າ​ປະ​ເພດ​ຕ່າງໆ​​ຂອງ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສ.​ເກົາຫຼີ.

ບັນດາ​ການ​ພົບ​ປະ​ຂອງ​ຄະນະ​ກຳມະການປະ​ສົມ ​ຫວຽດນາມ - ສ.​ເກົາຫຼີ ​ໃນ​ຄັ້ງ​ນີ້ ​ໄດ້​ດຳ​ເນີນ​ໄປ​ພາຍຫຼັງ​ການ​ຢ້ຽມຢາມທາງ​ການ ສ.​ເກົາຫຼີ ​ຢ່າງ​ສຳ​ເລັດ​ຜົນ ​ໂດຍ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເວືອງ​ດິ່ງ​ເຫ້ວ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ Park Byeong-seug.

ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ຫຼາຍການກຳນົດ​ທິດ​ທີ່ສຳ​ຄັນ​ໃນ​ຂົງ​ເຂດ​ຕ່າງໆ, ໃນ​ນັ້ນ​ມີ​ເສດ​ຖະ​ກິດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ມານະ​ພະຍາຍາມ​ບັນລຸ​ເປົ້າ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ຂຶ້ນ​ເຖິງ 100 ຕື້ USD ​ໃນ​ປີ 2023 ​ແລະ 150 ຕື້ USD ​ໃນ​ປີ 2030 ​ຕາມທິດ​ດຸ່ນດ່ຽງ​ການ​ຄ້າ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.