ປະຈຸບັນ, ແຂວງລາວກາຍ ມີໝູ່ບ້ານອາຊີບ 30 ແຫ່ງ, ໃນນັ້ນມີໝູ່ບ້ານອາຊີບມູນເຊື້ອ 20 ແຫ່ງ, ເປັນຕົ້ນແມ່ນໝູ່ບ້ານອາຊີບຕ່ຳຫູກ, ແກະຄວັດສະຫຼັກ, ເຮັດທູບ, ຖັກແສ່ວ, ຈັກສານ, ຫຼໍ່ທອງ.. ການຮັກສາ ແລະ ພັດທະນາບັນດາໝູ່ບ້ານອາຊີບ ແລະ ໝູ່ບ້ານອາຊີບທີ່ເປັນມູນເຊື້ອ ທັງໄດ້ປະກອບສ່ວນເສີມຂະຫຍາຍມູນເຊື້ອວັດທະນະທຳພິເສດສະເພາະຂອງແຕ່ລະຊົນເຜົ່າ, ແຕ່ລະເຂດພາກ, ທັງປົວແປງຊີວິດ ປຊຊ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ສັງຄົມຢູ່ທ້ອງຖິ່ນ.
ເລື່ອງກະຊວງຕຳຫຼວດຫວຽດນາມ ໜູນຊ່ວຍກະຊວງຕຳຫຼວດລາວ ກໍ່ສ້າງບັນດາສຳນັກງານຕຳຫຼວດ ຢູ່ບ້ານຕິດກັບຊາຍແດນສອງປະເທດ ໄດ້ສະແດງໃຫ້ເຫັນການພົວພັນສະໜິດແໜ້ນ, ຕິດພັນກັນ ແລະ ພິເສດທີ່ສຸດ ຂອງກຳລັງຕຳຫຼວດສອງປະເທດ.
ຮ້ານປຶ້ມນ້ອຍໆທີ່ມີຊື່ວ່າ “ຮ້ານປຶ້ມ ແລະ ເລື່ອງລາວຕ່າງໆ” ຂອງເອື້ອຍ ຟານງອກເຟິ໊ນ ຕັ້ງໃນຮ້ານຊາຫຍ້າຫວານ ຢູ່ເມືອງ ນິງກຽວ, ນະຄອນເກິ່ນເທີ ແມ່ນສະຖານທີ່ໄດ້ຮັບການຊອກຫາຈາກບັນດາຜູ້ນິຍົມອ່ານປຶ້ມ, ເປັນຕົ້ນແມ່ນໄວໜຸ່ມ. ນີ້ກໍ່ແມ່ນຮູບແບບ Startup ຂອງ ເອື້ອຍເຟິ໊ນ, ເຊິ່ງປະກອບສ່ວນເຂົ້າໃນການແຜ່ກະຈາຍວັດທະນະທຳການອ່ານໃນຊຸມຊົນ.
ຍສໝ - ບັນດາໜັງສືພິມໃຫຍ່ຂອງ ລາວ ສະບັບອອກໃນວັນທີ 7 ທັນວາ ໄດ້ລົງຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ເຊິ່ງໄດ້ເນັ້ນໜັກວ່າ ການຢ້ຽມຢາມໄດ້ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ ສອງປະເທດ ເລິກເຊິ່ງກວ່າອີກ.
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເນັ້ນໜັກວ່າ ຈະພ້ອມກັນປະຕິບັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ, ເພີ່ມພູນຄູນສ້າງ ແລະ ຖ່າຍທອດໃຫ້ແກ່ຄົນລຸ້ນຫຼັງກ່ຽວກັບສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ - ລາວ.
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຈາກ ທ່ານກໍາມະການກົມການເມືອງ, ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ລາວ ມາຢ້ຽມຢາມສັດຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 06 – 08 ທັນວາ 2021.
ຍສໝ - ແຂວງກວ໋າງນາມ ໄດ້ສົມທົບກັບແຂວງເຊກອງ ແລະຈໍາປາສັກ (ລາວ) ພ້ອມກັບອົງການການທູດຂອງສອງປະເທດ ເພື່ອປະຕິບັດສຳເລັດລະບຽບການເຂົ້າເມືອງຫວຽດນາມຕາມຂໍ້ກໍານົດ ເພື່ອດໍາເນີນພິທີມອບ ແລະຮັບນັກສຶກສາລາວມາຮຽນ ຢູ່ ແຂວງກວ໋າງນາມ.
ຕອນບ່າຍວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດພິທີມອບຂອງຂວັນຂອງພັກ, ລັດ ແລະ ປຊຊ ຫວຽດນາມ, ໜູນຊ່ວຍ ພັກ, ລັດ ແລະ ປຊຊ ລາວ ຮັບມືກັບການແຜ່ລະບາດໂລກລະບາດຮອບໃໝ່ຢູ່ລາວ.
ໃນໄລຍະຜ່ານມາ, ມີຜູ້ໃຈບຸນໃຈກຸສົນໄດ້ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ວັດເຟິດຕິກ ມອບຂອງຂວັນໃຫ້ຄອບຄົວຊາວຫວຽດນາມ ແລະ ຄອບຄົວຊາວລາວ ຢູ່ບໍລິເວນນະຄອນຫຼວງວຽງຈັນ ກໍ່ຄືທ້ອງຖິ່ນອື່ນໆ ທີ່ປະສົບກັບຄວາມຫຍຸ້ງຍາກ.
ວັນທີ 8 ຕຸລາ, ຢູ່ຮ່າໂນ້ຍ, ທ່ານພົນໂທຮ່ວາງຊວັນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ.
ໃນໜ້າທຳອິດຂອງໜັງສືພິມlສະບັບຕ່າງໆຂອງ ລາວອອກວັນທີ 9 ສິງຫາ ໄດ້ລົງພິມບົດຂຽນຕ່າງໆກ່ຽວກັບການຢ້ຽມຢາມສັນຖະວະໄມຕີ ສປປ.ລາວ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃນລະຫວ່າງວັນທີ 9 – 10 ສິງຫາ.
ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ.ລາວ ຫງວຽນບ໊າຮຸ່ງ ຢັ້ງຢຶນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍ່ເບິ່ງແຍງດຸແລ, ມີຄວາມເອົາໃຈໃສ່ຕໍ່ປະຊາຄົມ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເວົ້າລວມ ແລະ ອາໄສຢູ່ລາວ ເວົ້າສະເພາະ.
ບັນດາປະເພດສິນຄ້າ ທີ່ລາວສົ່ງອອກໄປຍັງປະເທດທີ 3 ຜ່ານຫວຽດນາມສ່ວນຫຼາຍແມ່ນ ແຮ່ໂລຫະ ແລະ ເຄື່ອງໃຊ້ສອຍ, ມີຍອດນ້ຳໜັກປະທານ 480.000 ໂຕນ.
ທ່ານລຶວແມັງຮ່າ, ຜູ້ອຳນວຍການໃຫ່ຍບໍລິສັດ UNITEL ໄດ້ໄປສະຖານທູດຫວຽດນາມ ປະຈຳລາວ ມອບເງິນຈຳນວນ 20.000 USD, ສະໜັບສະໜູນກອງທຶນວັກຊິນປ້ອງກັນ ຕ້ານໂຄວິດ 19 ໂດຍລັດຖະບານຫວຽດນາມ ປຸກລະດົມ.
ຍສໝ - ຢູ່ບັນດາດ່ານຊາຍແດນສາກົນລາວບາວ ແລະ ລາໄລ, ຊາວໜຸ່ມແຂວງກ໋ວາງຈິ ໄດ້ມອບຜ້າອັດປາກ - ອັດດັງ 20.000 ອັນ, ເຈວລ້າງມືຂ້າເຊື້ອ 30 ແກັດ, ສະບູລ້າງມື 80 ແກັດ, ນ້ຳຢາລ້າງມື 25 ແກັດ, ໝີ່ສຳເລັດຮູບ 100 ແກັດ ດ້ວຍມູນຄ່າ 120 ລ້ານດົ່ງ ໃຫ້ແກ່ຊາວໜຸ່ມແຂວງ ສະຫວັນນະເຂດ ແລະ ຊາວໜຸ່ມແຂວງສາລະວັນ (ປະເທດ ລາວ).
ຍສໝ - ເຂົ້າຮ່ວມພິທີມີທ່ານ ພົນຈັດຕະວາ ຫງວຽນກ໊ວກຢວດ, ກຳມະການຄະນະບໍລິຫານງານຄະນະພັກນະຄອນ, ຜູ້ບັນຊາການກອງບັນຊາການນະຄອນຫຼວງ ຮ່າໂນ້ຍ, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ແຫ່ງສາທາລະນະສຸກ ປະຊາທິປະໄຕ ປະຊາຊົນ ລາວ ປະຈຳ ຫວຽດນາມ…
ຍສໝ - ທ່ານ ເອກອັກຄະລັດຖະທູດ Chay Navuth ໄດ້ສະແດງຄວາມຂອບອົບຂອບໃຈຕໍ່ຄວາມເອົາໃຈໃສ່, ແບ່ງປັນຢ່າງທັນການ ແລະເຕັມໄປດ້ວຍນ້ຳໃຈຂອງກະຊວງການປ້ອງກັນປະເທດຫວຽດນາມ ໃຫ້ແກ່ກຳປູເຈຍຈຳນວນອຸປະກອນການແພດນີ້. ພ້ອມທັງເນັ້ນໜັກວ່າ ນີ້ບໍ່ພຽງແຕ່ແມ່ນການສະໜັບສະໜູນກ່ຽວກັບວັດຖຸເທົ່ານັ້ນ, ຫາກຍັງແມ່ນແຫຼ່ງກຳລັງໃຈອັນຍິ່ງໃຫຍ່ໃຫ້ແກ່ກຳປູເຈຍເພື່ອຜ່ານຜ່າໄລຍະປະສົບກັບຄວາມຫຍຸ້ງຍາກນີ້.
ຍສໝ - ຈຳນວນຂອງຂວັນລວມມີ ສິນຄ້າ 135 ແກັດໃນນັ້ນມີ ຜ້າອັດປາກດັງ ລວມທັງໝົດ 337.500ອັນ ໂດຍຄອບຄົວທ່ານ ເຈິ່ນວຽດຕວັນ ຊາວຫວຽດນາມ ອາໄສຢູ່ຕ່າງ ແລະ ສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ບໍລິຈາກ, ດ້ວຍມູນຄ່າ 10.000 ໂດລາສະຫະລັດ ຊຶ່ງໄດ້ມອບໃຫ້ຄະນະສະເພາະກິດປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແຫ່ງຊາດລາວ, ເພື່ອແນໃສ່ແບ່ງເບົາຄວາມຫຍຸ້ງຍາກສິ່ງທ້າຍທາຍກັບລັດຖະບານ ແລະ ປະຊາຊົນລາວ.
ຍສໝ - ທີ່ການຕ້ອນຮັບ, ທ່ານນາງ ຫົວໜ້າກຳມະທິການວັດທະນະທຳ - ສັງຄົມ ໄດ້ສະແດງຄວາມຮັບຮູ້ຕໍ່ການໜູນຊ່ວຍອັນລ້ຳຄ່າ, ທັນການ ຂອງກອງພົນ 11 ທີ່ສະຫງວນໃຫ້ແກ່ສະພາແຫ່ງຊາດລາວ, ທ່ານນາງກໍ່ຖືວ່າ, ຈຳນວນຜູ້ອັດປາກດັງນີ້ ມີຄວາມຈຳເປັນທີ່ສຸດຕໍ່ສະພາແຫ່ງຊາດລາວ ໃນການຕໍ່ສູ້ປ້ອງກັນຕ້ານໂລກລະບາດໂຄວິດ - 19 ໃນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນຢູ່ລາວ.
ຍສໝ - ທ່ານເລຂາທິການໃຫ່ຍ, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ສົ່ງຈົດໝາຍຂອບອົກຂອບໃຈ ມາຍັງທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫງວຽນຊວັນຝຸກ ທີ່ມີໂທລະເລກຢ້ຽມຢາມຖາມຂ່າວກ່ຽວກັບສະພາບໂລກລະບາດໂຄວິດ 19 ຢູ່ລາວ.