ສ່ວນ​ເກີນການ​ຄ້າຂອງ​ລາວ ຜ່ານ​ຫວຽດ​ນາມ ສົ່ງ​ໄປ​ຍັງ​ປະ​ເທດ​ທີ 3 ບັນ​ລຸ 118 ລ້ານ USD

15:55 | 07/07/2021

ບັນດາປະເພດສິນຄ້າ ທີ່ລາວສົ່ງອອກໄປຍັງປະເທດທີ 3 ຜ່ານຫວຽດນາມສ່ວນຫຼາຍແມ່ນ ແຮ່ໂລຫະ ແລະ ເຄື່ອງໃຊ້ສອຍ, ມີຍອດນ້ຳໜັກປະທານ 480.000 ໂຕນ.

ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ເພື່ອ​ສົ່ງ​ອອກ​ໝາກ​ໄມ້​ສົດ​ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ປຸງ​ແຕ່ງ​ຈາກ​ໝາກ​ໄມ້ ຂອງ ຫວຽດ​ນາມ ໄປ​ຍັງ ສ.ເກົາຫຼີ ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ເພື່ອ​ສົ່ງ​ອອກ​ໝາກ​ໄມ້​ສົດ​ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ປຸງ​ແຕ່ງ​ຈາກ​ໝາກ​ໄມ້ ຂອງ ຫວຽດ​ນາມ ໄປ​ຍັງ ສ.ເກົາຫຼີ
ທະ​ນາ​ຄານ​ໂລກ ສະ​ຫງວນ​ເງິນ​ຈຳ​ນວນກວ່າ 300 ລ້ານ USD ເພື່ອ​ຊ່ວຍ​ໜູນ ຫວຽດ​ນາມ ໃນ​ການ​ຟື້ນ​ຟູ ພາຍຫຼັງ​ໂລກ​ລະ​ບາດ​ ທະ​ນາ​ຄານ​ໂລກ ສະ​ຫງວນ​ເງິນ​ຈຳ​ນວນກວ່າ 300 ລ້ານ USD ເພື່ອ​ຊ່ວຍ​ໜູນ ຫວຽດ​ນາມ ໃນ​ການ​ຟື້ນ​ຟູ ພາຍຫຼັງ​ໂລກ​ລະ​ບາດ​
ສ່ວນ​ເກີນການ​ຄ້າຂອງ​ລາວ ຜ່ານ​ຫວຽດ​ນາມ ສົ່ງ​ໄປ​ຍັງ​ປະ​ເທດ​ທີ 3 ບັນ​ລຸ 118 ລ້ານ USD
ສິນຄ້າຂອງລາວ ລໍຖ້າຜ່ານແດນຢູ່ດ່ານຊາຍແດນ ເກົາແຈວ - ຮ່າຕິງ (ພາບ: baotainguyenmoitruong.vn)

ຕາມຕົວເລກຫຼ້າສຸດຂອງ ກະຊວງອຸດສາຫະກຳ ແລະ ການຄ້າລາວ, ຍອດມຸນຄ່າການ ສົ່ງອອກ - ນຳເຂົ້າສິນຄ້າຂອງປະເທດນີ້ ຜ່ານຫວຽດນາມ ໃນ 6 ເດືອນຕົ້ນປີ 2021 ບັນລຸໄດ້ປະມານ 314 ລ້ານ USD, ໃນນັ້ນມູນຄ່າສົ່ງອອກບັນລຸໄດ້ 216 ລ້ານ USD. ບັນດາປະເທດສິນຄ້າ ທີ່ລາວສົ່ງອອກໄປຍັງປະເທດທີ 3 ຜ່ານຫວຽດນາມສ່ວນຫຼາຍແມ່ນ ແຮ່ໂລຫະ ແລະ ເຄື່ອງໃຊ້ສອຍ, ມີຍອດນ້ຳໜັກປະທານ 480.000 ໂຕນ. ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ລາວ ໃຫ້ຮູ້ວ່າ ບັນດາຕະຫຼາດໃຫຍ່ ເຊິ່ງລາວສົ່ງອອກສິນຄ້າຜ່ານ ຫວຽດນາມແມ່ນ ຈີນ, ອິນເດຍ ແລະ ຮຸງກາຣີ, ໃນຂະນະນັ້ນ ສິນຄ້ານຳເຂົ້າລາວ ຜ່ານ ຫວຽດນາມ ສ່ວນຫຼາຍແມ່ນ ອາເມລິກາ, ການາດາ ແລະ ສ.ເກົາຫຼີ.

ຫວຽດນາມ ອະນຸຍາດໃຫ້ລາວສຳຜັດກັບທ່າກ່ຳປັ່ນທະເລ ຫວູງອ໊າງ ຄືປະຕູເຂົ້າອອກ ອາຊຽນ ແລະ ຕະຫຼາດສາກົນ. ນັບແຕ່ 2001, ຫວຽດນາມ ແລະ ລາວ ໄດ້ຮ່ວມມືລົງທຶນ ແລະ ນຳໃຊ້ລະບົບທ່າກ່ຳປັ່ນ, ເຂດການບໍລິການຢູ່ທ່າກ່ຳປັ່ນທະເລ ຫວູງອ໊າງ, ແຂວງຮ່າຕິງ. ປະລິມານສິນຄ້າຂອງ ລາວ ຜ່ານທ່າກ່ຳປັ່ນຫວູງອ໊າງ ໃນຊຸມປີມໍ່ໆມານີ້ ຍາມໃດກໍ່ກວມເອົາ 18 – 20% ຍອດປະລິມານສິນຄ້າຢູ່ທ່າກ່ຳປັ່ນດັ່ງກ່າວ.

vovworld.vn

ເຫດການ
302 Found

Found

The document has moved here.