ຍສໝ - ການຈາກໄປຂອງ ສະຫາຍ ເລຂາຟຽວ ເປັນການສູນເສຍອັນໃຫຍ່ຫລວງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ; ຕະຫລອດໄລຍະຫລາຍທົດສະວັດທີ່ຜ່ານມາ, ສະຫາຍ ເລຂາຟຽວໄດ້ມີການປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນພາລະກິດສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ເຮັດໃຫ້ປະທດຊາດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ.
ຄະນະຜູ້ແທນຂັ້ນສູງພັກ, ລັດຖະບານລາວ ນຳໂດຍ ສະຫາຍທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.
ຍສໝ - ຕາມທ່ານ ຈຸມມາລີ ໄຊຍະສອນແລ້ວ, ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແມ່ນນັກຮົບທີ່ກ້າແກ່ນ, ແມ່ນພະນັກງານທີ່ສະຫຼາດສະຫຼຽວ. ແມ່ນ ພະນັກງານທີ່ໄດ້ຜ່ານຜ່າຄວາມທຸກບາກລຳບາກ ແລະ ປະຕິບັດຫຼາຍບົດບາດຕຳແໜ່ງ, ແຕ່ວ່າຢູ່ຕຳແໜ່ງໃດ ທ່ານກໍ່ລ້ວນແຕ່ປະຕິບັດສຳເລັດໜ້າທີ່ຢ່າງດີເດັ່ນ.
ຍສໝ - ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກໍ່ໄດ້ຮັບໂທລະເລກ ແລະຈົດໝາຍແບ່ງເບົາຄວາມເສົ້າສະຫຼົດໃຈຂອງຄະນະບໍລິຫານງານສູນກາງພັກແນວໂຮມປົດປ່ອຍຊາດ ຊານດີໂນ, ທ່ານປະທານາທິບໍດີ ແລະທ່ານຮອງປະທານາທິບໍດີ ສ. ນິກາຣາກວາ; ຄະນະບໍລິຫານງານສູນກາງພັກກອມມູນິດອິນເດຍມາກຊິດ; ການນຳພັກສັງຄົມນິຍົມເອກະພາບ ເວເນຊູເອລາ; ການນຳແນວໂຮມປົດປ່ອຍ ຟາຣາບູນໂດມາກຕິນ; ການນໍາພັກກອມມູນິດ ບຣາຊິນ...
ຍສໝ - ສ່ວນທ່ານເລຂາທິຫານໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສະແດງຄວາມຂອບໃຈລາວ ທີ່ໄດ້ສົມທົບກັບຫວຽດນາມຢ່າງແໜ້ນແຟ້ນໃນຂອບເຂດສອງຝ່າຍກໍ່ຄື ການຮ່ວມມືໃນອາຊຽນ; ທ່ານກໍ່ຕີລາຄາສູງຕໍ່ການນຳພາຂອງພັກ, ລັດຖະບານ ຄວາມສາມັກຄີຂອງປະຊາຊົນລາວ ໃນການຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ຢ່າງຂ້ຽວຂາດ ແລະ ຮັບປະກັນການພັດທະນາເສດຖະກິດສັງຄົມ.
ຍສໝ - ບັນດາປະເທດສະມາຊິກບໍ່ຖາວອນ ຂອງສະພາຄວາມໝັ້ນຄົງ (E10) ແລະ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບຫລາຍໆບັນຫາໃນລາຍການປຶກສາຫາລື ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນນັ້ນມີ ໂລກລະບາດ Covid-19.
ຍສໝ - ໃນຈົດໝາຍ, ທ່ານເລຂາທິການໃຫຍ່, ປະທານປະເທດໄດ້ເນັ້ນໜັກວ່າ: ປີ 2019 ແລະ ຊຸມເດືອນຕົ້ນປີ 2020, ໄພທຳມະຊາດມີການຜັນແປຢ່າງສັບສົນຢູ່ຫຼາຍແຫ່ງໃນທົ່ວປະເທດ.
ຍສໝ - ເມື່ອເນັ້ນໜັກເຖິງບົດບາດແມ່ນຂົວຕໍ່ທີ່ສຳຄັນຂອງບັນດາເອກອັກຄະລັດຖະທູດໃນການພົວພັນຂອງ ຫວຽດນາມ ກັບແຕ່ລະປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສ້າງ ເງື່ອນໄຂເພືຶ່ອໃຫ້ບັນດາເອກອັກຄະລັດຖະທູດປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດເປັນຢ່າງດີ.
ຍສໝ - ໄຊຊະນະຂອງການຕໍ່ສູ້ຕ້ານລັດທິຟາດຊິດ ກ່ອນນີ້ 75 ປີ ແມ່ນຂີດໝາຍທີ່ຮຸ່ງເຮືອງເຫລືອງເຫລື້ອມໃນປະຫວັດສາດມວນມະນຸດ, ແມ່ນໜຶ່ງໃນໄຊຊະນະຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ 20, ມີຂອບຂະໜາດ, ຄຸນຄ່າ ແລະ ຄວາມໝາຍຍຸກສະໄໝເລິກເຊິ່ງ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງສະມາຄົມນັກຂ່າວຫວຽດນາມ (21 ເມສາ 1950 - 21 ເມສາ 2020), ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນເຖິງສະມາຄົມນັກຂ່າວຫວຽດນາມ.
ຍສໝ - ທົ່ວປວງຊົນທັງຊາດຫວຽດນາມ ຈົ່ງຮວ່່ມແຮງຮ່ວມໃຈ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເພື່ອເອົາໄຊຊະນະໂລກລະບາດໂຄວິດ - 19.
ໜ້າປະຫວັດສາດຍຸກໃໝ່ ຂອງຊາດລາວ ທີ່ຖືກສ້າງຂຶ້ນດ້ວຍການເສຍ ສະລະອັນໃຫຍ່ຫລວງ ແລະ ເຕັມໄປດ້ວຍວິລະກໍາ ອັນອົງອາດກ້າແກ່ນ ຊຶ່ງປະຊາຊົນລາວທັງຊາດ ມີຄວາມເອກອ້າງ ທະນົງໃຈນັ້ນ ຈະໄດ້ຮັບການສືບຕໍ່ ເສີມຂະຫຍາຍ ແລະ ຍົກລະດັບດ້ວຍຄວາມຈົງຮັກພັກດີ ຂອງສະມາຊິກພັກ, ພະນັກງານ ແລະ ປວງຊົນລາວ ຮຸ່ນສືບທອດຕໍ່ໆໄປ.
ຕອນເຊົ້າວັນທີ 3 ກຸມພາ, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະນະຄອນຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 90 ປີ.
ຍສໝ - ຕອນເຊົ້າວັນທີ 27 ກຸມພາ 2020, ຢູ່ນະຄອນຫຼວງ ຮ່າໂນ້ຍ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ 7 ປະເທດ ຍື່ນສານຕາຕັ້ງຕໍ່ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ.
ຍສໝ - ຕອນເຊົ້າວັນທີ 22 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານໃນການພົບປະ, ອວຍພອນປີໃໝ່ບັນດານັກປະຕິວັດຜູ້ອາວຸໂສ, ການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ພໍ່ແມ່ພີ່ນ້ອງ, ນັກຮົບໃນທົ່ວປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.
ຍສໝ - ທ່ານ Vladimir Putin ປະທານາທິບໍດີລັດເຊຍ ໄດ້ສົ່ງຄໍາອວຍພອນປີໃໝ່ເຖິງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເນື່ອງໃນໂອກາດປີໃໝ່ສາກົນ 2020, ບຸນເຕັດຂອງຫວຽດນາມ ໃກ້ຈະມາເຖິງ.
ຍສໝ - ໃນວັນທີ 6 ທັນວາ 2019, ຄະນະການນຳກະຊວງຍຸຕິທຳ ຫວຽດນາມ ນຳໂດຍທ່ານ ເລແທ່ງລອງ, ລັດຖະມົນຕີກະຊວງຍຸຕິທຳໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ.
ຕອນບ່າຍວັນທີ 28 ຕຸລາ, ທີ່ ນະຄອນຫຼວງຮ່າໂນ້ຍ, ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ພົບປະສົນທະນາກັບທ່ານເລຂາທິການໃຫ່ຍ, ປະທານປະເທດແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ.
ໃນວັນທີ 02 ຕຸລາ 2019, ທີ່ ນະຄອນຫລວງ ຮ່າໂນ້ຍ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໂດຍໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຝູ້ ຈ໋ອງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ, ທີ່ ຫ້ອງວ່າການສູນກາງພັກ ແລະ ເຂົ້າຢ້ຽມພົບປະຢ້ຽມຢາມ ສະຫາຍ ຫວຽນ ທິ ກິມ ເງິນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ທີ່ ສະພາແຫ່ງຊາດ.
ຍສໝ - ຕອນເຊົ້າວັນທີ 29 ກັນຍາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ, ໄດ້ພົບປະເຈລະຈາກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ບຸນຍັງ ວໍລະຈິດ.