ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວສັນລະເສີນຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍ ບຸນຍັງ ວໍລະຈິດ

18:21 | 15/01/2021

ກອງ​ປະ​ຊຸມ​ໃຫ​ຍ່ ​ຂອງ​ພ​ວກ​ເຮົາ​ໄດ້​ດຳ​ເນີນ​ ການ​ເລືອກ​ຕັ້ງ​ຄະ​ນະ​ ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ແລະ ໃນ​ກອງ​ປະ​ຊຸມ ​ຄັ້ງ​ປະ​ຖົມ​ມະ​ລືກ​ ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ທີ່​ຫາ​ກໍ​ສຳ​ເລັດ​ລົງ​ ໃນ​ຕອນ​ເຊົ້າ​ມື້ນີ້ ກໍ​ໄດ້​ເລືອກ​ຕັ້ງກົມ​ການ ​ເມືອງ​ສູນ​ກາ​ງ​ພັກ ແລະ ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ເລືອ​ກ​ຕັ້ງ​ເລ​ຂາ​ທິ​ການ​ໃຫ​ຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ຜູ້​ປະ​ຈຳ​ການ​ຄະ​ນະ ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ພ້ອມ​ທັງ​ເລືອກ​ປະ​ທານ ແລະ ຮອງ​ປະ​ທານຄະ​ນະ​ ກວດ​ກາ​ສູນ​ກາງ​ພັກ ສ​ະ​ໄໝ​ທີ XI. ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ສະຫາຍ ບຸນຍັງ ວໍລະຈິດເລ​ຂາ​ທິ​ການ​ໃຫ​ຍ່​ ຄະ​ນະບໍ​ລິ​ຫານ​ງານ ​ສູນ​ກາງ​ພັກ​ສະ​ໄໝ​ທີX ໄດ້​ສະ​ໝັກ​ໃຈ​ບໍ່​​ສືບ​ຕໍ່ ສະ​​ໝັກຮັບ​ເລືອກ​ຕັ້ງ​ເຂົ້າ​ ໃນ​ຄະ​ນະ​ບໍ​ລິ​ຫານ​ງານ​ ສູນ​ກາງ​ພັກ​ສະ​ໄໝ​ທີ XI​ ອີກ.

ສະຫາຍ ທອງລ ນ ສ ສ ລ ດ ເລຂາທ ການໃຫຍ ຄະນະບ ລ ຫານງານສ ນກາງພ ກ ກ າວສ ນລະເສ ນຜ ນງານ ແລະ ຄ ນງາມຄວາມດ ຂອງສະຫາຍ ບ ນຍ ງ ວ ລະຈ ດ ກອງປະຊຸມສຳມະນາ "ຮັບປະກັນສິດຂອງແຮງງານອົບພະຍົບຫວຽດນາມ": ແກ້ໄຂ 5 ບັນຫາຈຸດໜັກ
ສະຫາຍ ທອງລ ນ ສ ສ ລ ດ ເລຂາທ ການໃຫຍ ຄະນະບ ລ ຫານງານສ ນກາງພ ກ ກ າວສ ນລະເສ ນຜ ນງານ ແລະ ຄ ນງາມຄວາມດ ຂອງສະຫາຍ ບ ນຍ ງ ວ ລະຈ ດ ຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນ ເພື່ອສົ່ງເສີມການພົວພັນຮ່ວມມື ສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບ ມີການພັດທະນາ ເຂົ້າສູ່ລວງເລິກ ແລະ ກວ້າງຂວາງ
ສະຫາຍ ທອງລ ນ ສ ສ ລ ດ ເລຂາທ ການໃຫຍ ຄະນະບ ລ ຫານງານສ ນກາງພ ກ ກ າວສ ນລະເສ ນຜ ນງານ ແລະ ຄ ນງາມຄວາມດ ຂອງສະຫາຍ ບ ນຍ ງ ວ ລະຈ ດ
ສະຫາຍ ບຸນຍັງ ວໍລະຈິດ

ສະຫາຍ ບຸນຍັງ ວໍລະຈິດ ແມ່ນໜຶ່ງໃນບັນດາ ການນໍາສູງສຸດຂອງ ພັກ-ລັດ, ແມ່ນນັກຮົບປະຕິວັດ ທີ່ອາດຫານກ້າແກ່ນ ໃນຂະບວນການຕໍ່ສູ້ກູ້ຊາດ ຂອງປະຊາຊົນເຮົາ. ສະ​ຫາຍແມ່ນ​ນັກ​ ຮັກ​ຊາດ​ທີ່​ສູງ​ສົ່ງ ຍາມໃດກໍມີຄວາມຈົ່ງຮັກພັກດີ, ບໍລິສຸດຜຸດ​ພ່ອງຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະ​ຊາ​ຊົນ; ສ​ະ​ຫາຍ​ແມ່ນ​ການ​ນຳ​ຜູ້​ໜຶ່ງ​ທີ່​ມີ​ແບບ​ແຜນແລະ ​ພິບ​ໄຫວໃນ​ການ​ນຳ​ພາ-ຊີ້​ນຳ, ມີ​ແບບ​ແຜນ​ການ ດຳລົງຊີວິດ​ທີ່ປອດໃສ ຂາວສະອາດ, ເປັນແບບຢ່າງທີ່ດີ ແລະ ເປັນໃຈກາງແຫ່ງ ການເຕົ້າໂຮມຄວາມ ສາມັກຄີໃນທົ່ວພັກ, ທົ່ວກອງທັບ ແລະ ປວງຊົນລາວ​ບັນ​ດາ​ເຜົ່າ. ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ຮັບການເລືອກຕັ້ງ ເປັນກຳມະການສົມບູນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ III ໃນປີ 1982. ຕະຫລອດໄລຍະ 8 ສະໄໝກອງປະຊຸມໃຫຍ່ຂອງພັກ, ສະຫາຍລ້ວນແຕ່ ໄດ້ຮັບຕໍາແໜ່ງ ທີ່ສຳຄັນຂອງພັກ ເຊັ່ນ: ເປັນກຳມະການສູນກາງພັກ 8 ສະໄໝ, ກໍາມະການກົມການເມືອງສູນກາງພັກ 5 ສະໄໝ, ເປັນຄະນະເລຂາທິ ການສູນກາງພັກ 2 ສະໄໝ ແລະ ເປັນຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ 1 ສະໄໝ, ເປັນເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ 1 ສະໄໝ; ນອກຈາກຕໍາແໜ່ງ ເບື້ອງພັກແລ້ວ, ສະຫາຍຍັງໄດ້ຮັບ ຕໍາແໜ່ງເບື້ອງລັດ ທີ່ສຳຄັນ​ຢູ່ຂັ້ນທ້ອງຖິ່ນ ແລະ ​ຢູ່ສູນກາງ ລະອຽດຄື: ເປັນເຈົ້າແຂວງ ແຂວງສະຫວັນນະເຂດ,​ ເປັນເຈົ້າຄອງນະຄອນຫລວງວຽງຈັນ, ປະທານຄະນະກຳ ມາທິການຮ່ວມມື ແລະ ລົງທຶນຕ່າງປະເທດ, ປະທານຄະນະກຳມາທິການ ສູນກາງຈັດສັນ ທີ່ດິນ-ປ່າໄມ້, ເປັນປະທານຄະນະ ກຳມາທິການສູນກາງ ພັດທະນາຊົນນະບົດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ, ເປັນນາຍົກລັດຖະມົນຕີ, ເປັນຮອງປະທານປະເທດ ແລະ ເປັນປະທານປະເທດ ແຫ່ງ ສປປ ລາວ. ຕະຫລອດໄລຍະເວລາ ຫລາຍສິບປີທີ່ໄດ້ຮັບມອບໝາຍ ໜ້າທີ່ສຳຄັນຂອງ ພັກ-ລັດ, ສະຫາຍມີຄວາມເຂັ້ມງວດ ໃນດ້ານຫລັກການ, ເຄັ່ງຄັດຕໍ່ລະບຽບວິໄນ, ເອົາໃຈໃສ່ສົ່ງເສີມ ປະຊາທິປະໄຕ ໃນໝູ່ຄະນະ, ຈິງໃຈຕໍ່ເພື່ອນສະຫາຍ, ໃກ້ຊິດຕິດແທດມະຫາຊົນ. ເຖິງແມ່ນວ່າຈະຢູ່ ໃນຖານະຕຳແໜ່ງໃດ, ຢູ່ບ່ອນໃດ ແລະ ໃນສະພາບການ-ເງື່ອນໄຂໃດ ສະຫາຍ ບຸນຍັງ ວໍລະຈິດ ກໍລ້ວນແຕ່ເຊີດຊູ ຄັນທຸງນໍາໜ້າຂອງພັກ, ປະຕິບັດໜ້າທີ່ ດ້ວຍຄວາມຈົງຮັກພັກດີ, ​ຍຶດໝັ້ນຢ່າງບໍ່ຄອນແຄນ ໃນແນວທາງ ແລະ ທັດສະນະຫລັກ ໝັ້ນຂອງພັກ. ພິເສດແມ່ນ ໄລຍະທີ່​ສະ​ຫາຍ ໄດ້ດຳລົງຕຳແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ສະໄໝທີ Xແລະ ເປັນປະທານປະເທດແຫ່ງ ສປປ ລາວ, ສະຫາຍໄດ້ເປັນເຈົ້າ ການປະກອບສ່ວນ ຄົ້ນຄວ້າກຳນົດ, ຊີ້ນຳຜັນຂະຫຍາຍແນວທາງ ປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ, ສືບຕໍ່ນຳພາສ້າງ ແລະ ບູລະນະລະບອບ ປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ, ເຮັດໃຫ້ປະເທດຊາດ ມີສະຖຽນລະພາບ, ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວ ດ້ວຍຄວາມໝັ້ນທ່ຽງ, ລະບອບການເມືອງ ມີຄວາມໝັ້ນຄົງ, ປະເທດຊາດໄດ້​ຮັບ ​ການ​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ, ຊີວິດການເປັນຢູ່ ຂອງປະຊາຊົນນັບມື້ນັບ ໄດ້ຮັບການປົວແປງດີຂຶ້ນ, ບົດບາດອິດທິພົນຂອງພັກ ແລະ ຂອງປະເທດເຮົາ ນັບມື້ສູງເດັ່ນຂຶ້ນ ໃນເວທີສາກົນ. ໃນຕະຫລອດໄລຍະຜ່ານມາ, ສະຫາຍ ບຸນຍັງ ວໍລະຈິດພ້ອມດ້ວຍໝູ່ ຄະນະໄດ້ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນ ການເພີ່ມພູນຄູນສ້າງ ຄວາມສາມັກຄີພິເສດ ແລະ ການຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ລາວ-ຫວຽດນາມ, ສາມັກຄີແໜ້ນແຟ້ນ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຈີນ ກໍຄືເພີ່ມທະວີຄວາມສາມັກຄີ ກັບບັນດາປະເທດ ເພື່ອນມິດ ຍຸດທະສາດ ແລະ ສາມັກຄີກັບບັນດາ ປະເທດທີ່ຮັກຫອມ ສັນຕິພາບໃນໂລກ.

ລວມຄວາມແລ້ວ, ສະຫາຍ ແມ່ນຜູ້ນໍາອາວຸດໂສ ທີ່ໄດ້ມີຜົນງານ ປະກອບສ່ວນຢ່າງສໍາຄັນ ເຂົ້າໃນການປັບປຸງ ກໍ່ສ້າງພັກປະຊາຊົນ ປະຕິວັດລາວ, ລັດປະຊາທິປະໄຕ ປະຊາຊົນລາວ, ກອງທັບປະຊາຊົນ ແລະ ແນວໂຮມແຫ່ງຊາດ ຂອງພວກເຮົາ. ພັກ, ລັດ ແລະ ປະຊາຊົນເຮົາ ມີຄວາມເອກອ້າງທະນົງໃຈ ເປັນຢ່າງຍິ່ງທີ່ໄດ້ມີຜູ້ນຳ ທີ່ສະຫລາດສ່ອງໃສ, ປີຊາສາມາດ. ພວກເຮົາຮຸ່ນສືບທອດ ຂໍສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫລືອ ແລະ ຈົດຈຳລ້ຳລຶກຜົນງານ ແລະ ຄຸນງາມຄວາມດີ ອັນໃຫຍ່ຫລວງຂອງ ສະຫາຍ ບຸນຍັງ ວໍລະຈິດ ຈົນເທົ່າໃດໆ; ພ້ອມ​ກັນ​ນັ້ນ ພວກ​ເຮົາ​ຈະ​ສືບ​ຕໍ່​ຮ່ຳ​ຮຽນ, ເສີມຂະຫຍາຍມູນເຊື້ອ ປະຕິວັດອັນເດັດດ່ຽວ ແລະ ແບບຢ່າງອັນໃສ ແຈ້ງຂອງສະຫາຍ, ພ້ອມກັນສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ, ນຳເອົາພາລະກິດປ່ຽນແປງໃໝ່ ກ້າວຂຶ້ນຢ່າງ ໜັກແໜ້ນ ຕາມຈຸດໝາຍສັງຄົມນິຍົມ.

ຕາງໜ້າບັນດາສະຫາຍ ຜູ້ແທນກອງປະຊຸມໃຫຍ່ ແລະ ຄະ​ນະ​ບໍ​ລິ​ຫານ​ງານ ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບ ເຂັ້ມແຂງ, ອາຍຸໝັ້ນຍືນ, ສືບຕໍ່ຕິດຕາມ ໃຫ້ຄວາມຕັກເຕືອນ ສັ່ງ ສອນພະນັກງານຮຸ່ນສືບທອດ, ພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ເພື່ອນຳພາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍ ສັງຄົມນິຍົມເທື່ອລະກ້າວ ຕາມພັກເຮົາກຳນົດໄວ້.

ສະຫາຍ ທອງລ ນ ສ ສ ລ ດ ເລຂາທ ການໃຫຍ ຄະນະບ ລ ຫານງານສ ນກາງພ ກ ກ າວສ ນລະເສ ນຜ ນງານ ແລະ ຄ ນງາມຄວາມດ ຂອງສະຫາຍ ບ ນຍ ງ ວ ລະຈ ດ IMF ຍ້ອງຍໍຜົນງານຂອງຫວຽດນາມ ໃນການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19

ຍສໝ - ບັນດາເຈົ້າໜ້າທີ່ຂອງອົງການ IMF ກ່າວເນັ້ນວ່າ ປະສົບການຕ້ານການລະບາດຂອງຫວຽດນາມ ສາມາດນຳໃຊ້ໄດ້ໃນບັນດາປະເທດທີ່ມີລາຍໄດ້ຕ່ຳ ເຊິ່ງພຽງແຕ່ອີງໃສ່ການສັກຢາວັກຊີນເທົ່ານັ້ນ.

ສະຫາຍ ທອງລ ນ ສ ສ ລ ດ ເລຂາທ ການໃຫຍ ຄະນະບ ລ ຫານງານສ ນກາງພ ກ ກ າວສ ນລະເສ ນຜ ນງານ ແລະ ຄ ນງາມຄວາມດ ຂອງສະຫາຍ ບ ນຍ ງ ວ ລະຈ ດ ຫວຽດນາມສະແດງຄວາມເດັດດ່ຽວ, ຢຶດໝັ້ນໃນການຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ ເກາະຢ່າງໝັ້ນຄົງ

ຍສໝ - ຫວ່າງແລ້ວນີ້, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2020, ທິດທາງ, ໜ້າທີ່ປີ 2021.

ສະຫາຍ ທອງລ ນ ສ ສ ລ ດ ເລຂາທ ການໃຫຍ ຄະນະບ ລ ຫານງານສ ນກາງພ ກ ກ າວສ ນລະເສ ນຜ ນງານ ແລະ ຄ ນງາມຄວາມດ ຂອງສະຫາຍ ບ ນຍ ງ ວ ລະຈ ດ ນັກສຶກສາລາວ: 4 ປີທີ່ດໍາລົງຊີວິດ ແລະຮໍ່າຮຽນຢູ່ຮ່າຕິ້ງ ນ້ອງ ຮູ້ສຶກຮັກຫອມດິນແດນແຫ່ງນີ້ ແລະຮັກແພງປະຊາຊົນຢູ່ທີ່ນີ້ຫຼາຍກວ່າ

10 ກວ່າປີຜ່ານມາ, ມະຫາວິທະຍາໄລຮ່າຕິ້ງ ສສ.ຫວຽດນາມ ໄດ້ກາຍເປັນສະຖານທີ່ບໍາລຸງສ້າງທີ່ດຶງດູດນັກສຶກສາລາວ ມາສຶກສາຮໍ່າຮຽນ, ຈາກແຫຼ່ງບໍາລຸງສ້າງນີ້ມີນັກສຶກສາລາວ ຮຸ່ນຕ່າງໆໄດ້ເຕີບໃຫຍ່ຂະຫຍາຍຕົວ, ນັກສຶກສາລາວຫຼາຍຄົນມີວຽກເຮັດງານທໍາຖືກຕາມວິຊາສະເພາະທີ່ຕົນເອງໄດ້ຮຽນມາ.

kpl.gov.la

ເຫດການ
302 Found

Found

The document has moved here.