ສະຖານີວິທະຍຸໂທລະພາບນີ້ໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານ ສສ ຫວຽດນາມ 118 ຕື້ດົງ, ໃນນີ້ລັດຖະ ບານລາວສົມທົບທຶນ 1,8 ຕື້ກີບໂດຍບໍລິສັດໂກເອໂກຫວຽດນາມຮັບເໝົາກໍ່ສ້າງແຕ່ເດືອນກຸມພາເປັນຕົ້ນມາ.
ຍສໝ - ອົງການພັດທະນາສາກົນອາເມລິກາ ໄດ້ຕັດສິນໃຈອຸປະຖຳມະນຸດສະທຳທີ່ມີມູນຄ່າ 200.000 USD ແນໃສ່ຊ່ວຍ ຫວຽດນາມ ແລະ ກຳປູເຈຍ ຮັບມືກັບຜົນສະທ້ອນຈາກຝົນຕົກ, ນ້ຳຖ້ວມ.
ລັດຖະບານ ກໍຄື ຄະນະສະເພາະກິດ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອຕອບໂຕ້ການແຜ່ ລະ ບາດຂອງພະຍາດ ໂຄວິດ-19 ໂດຍສະເພາະ ໄດ້ອອກຄຳແນະນຳ, ແຈ້ງການ, ບັນດາມາດຕະການ ແລະ ຂໍ້ຜ່ອນຜັນຕ່າງໆ. ທັງນີ້, ກໍເພື່ອປ້ອງກັນບໍ່ໃຫ້ ເກີດການລະບາດ ຂອງພະຍາດດັ່ງກ່າວ ໃນຮອບໃໝ່.
ຍສໝ - ອົງການພັດທະນາສາກົນ ອາເມລິກາ ຈະຊ່ວຍໜູນຫ້ອງວ່າການລັດຖະບານ ຊຸກຍູ້ການປະຕິຮູບລະບຽບການບໍລິຫານ, ເພີ່ມທະວີການສົມທົບລະຫວ່າງບັນດາຂະແໜງການຢູ່ຫວຽດນາມ, ຍົກສູງລັກສະນະຄວາມໂປ່ງໃສ ແລະ ສືບຕໍ່ພັດທະນາປະຕູຖານບໍລິການແຫ່ງຊາດ.
ໃຫ້ບັນດາກະຊວງ-ອົງການ ສືບຕໍ່ເປັນເຈົ້າການເພີ່ມທະວີຄວາມຮັບຜິດຊອບໃຫ້ສູງກວ່າເກົ່າ ແລະ ສືບຕໍ່ເຮັດວຽກງານການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານລັດຖະກອນ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ຢ່າງເປັນປົກກະຕິ ໃຫ້ມີສະຕິຕໍ່ກົນອຸບາຍຕໍ່ກຸ່ມຄົນທີ່ບໍ່ຫວັງດີ ເພື່ອສ້າງບັນຍາກາດອັນດີ ແລະ ເອື້ອອໍານວຍໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI.
ຍສໝ - ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຖືຄວາມສຳຄັນຕໍ່ການພັດທະນາສາຍພົວພັນທີ່ເປັນມູນເຊື້ອ ແລະ ສະຖຽນລະພາບລະຫວ່າງຫວຽດນາມ - ຈີນ, ພ້ອມທັງຍິນດີຮ່ວມມືກັບປະເທດຈີນໃນການຊຸກຍູ້ການຮ່ວມມືທີ່ມີຜົນປະໂຫຍດລວມ.
ຍສໝ - ປະຊາຄົມຊາວຫວຽດນາມຢູ່ເຂດ Morava ເໜືອ ມີຄວາມສະໜິດຕິດພັນກັບປະຊາຊົນທ້ອງຖິ່ນ, ປະກອບສ່ວນຫຼາຍຢ່າງເຂົ້າໃນຂົງເຂດທຸລະກິດ.
ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ 2020 ໄດ້ເປີດໃນຕອນເຊົ້າວັນທີ 17 ແລະ ປິດລົງໃນຕອນແລງວັນທີ 18 ກັນຍາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ.
ຍສໝ - ວັນທີ 8 ກັນຍາ, ຄະນະປະຕິບັດງານສະຫະພັນບັນດາອົງການມິດຕະພາບຫວຽດນາມ ນຳ ໂດຍ ທ່ານນາງ ຫງວຽນເຟືອງງາ - ເລຂາຄະນະຊີ້ນຳຂອງພັກນອນຢູ່ໃນ ອຳນາດການປົກຄອງ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມໄດ້ມີການເຮັດວຽກກັບການໍາ ແຂວງແທງຮວາ.
ຍສໝ - ທີ່ນະຄອນຫຼວງ Colombo ຂອງປະເທດສີລັງກາ, ທ່ານນາງ ຟ້າມຖິບິກຫງອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສີລັງກາ ໄດ້ມອບເງິນຈຳນວນ 20.000 USD ຂອງລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ Maldives ເພື່ອໜູນຊ່ວຍການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19.
ຍສໝ - ທີ່ກອງປະຊຸມ, ຄະນະປະຈຳລັດຖະບານ ໄດ້ຮັບຟັງການລາຍງານກ່ຽວກັບສະພາບການໂລກລະບາດ Covid – 19 ຈາກ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນພະຍາດ Covid -19, ບັນດາທ້ອງຖິ່ນ.
ຍສໝ - ຕອນບ່າຍວັນທີ 19 ສິງຫາ (ຕາມເວລາ ເອີລົບ), ໄດ້ດຳເນີນກອງປະຊຸມຜ່ານທາງອອນລາຍບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 ປີ 2020. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມຈາກສະຖານທີ່ເຊື່ອມຕໍ່ຢູ່ ຮ່າໂນ້ຍ.
ຍສໝ - ຕອນບ່າຍວັນທີ 11 ສິງຫາ ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານຫວຽດນາມ ໄດ້ສົມທົບກັບອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ບັນດາສຳນັກ ແລະ ອົງການຈັດຕັ້ງສາກົນຈຳນວນໜຶ່ງໄດ້ຈັດກອງປະຊຸມຄັ້ງທຳອິດຂອງກອງປະຊຸມ ດ້ວຍຮູບການອອນລາຍກ່ຽວກັບເຄືອຂ່າຍການປະຕິບັດກົດລະບຽບອາຊຽນ - OECD ຄັ້ງທີ 6 ດ້ວຍຫົວຂໍ້ "ລະບຽບການທີ່ດີກວ່າສຳລັບການຟື້ນຕົວພາຍຫຼັງການລະບາດຂອງ COVID-19".
ຍສໝ - ຫວຽດນາມມີຄວາມສາມາດບົ່ມຊ້ອນພັດທະນາຢ່າງໃຫຍ່ຫຼວງໃນຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ຍ້ອນມີແຫຼ່ງຊັບພະຍາກອນມະນຸດໜຸ່ມ ແລະ ສະພາບແວດລ້ອມແຫ່ງການລົງທຶນ ທີ່ດຶງດູດໃຈ, ກາຍເປັນໜຶ່ງໃນບັນດາຈຸດນັດພົບຂອງການລົງທຶນທີ່ພົ້ນເດັ່ນທີ່ສຸດໃນພາກພື້ນ ສຳລັບບັນຫາວິສາຫະກິດ ອິນເດຍ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນ ໃຫ້ພາກສ່ວນກ່ຽວຂ້ອງຈັດ ຕັ້ງປະຕິບັດມາດຕະການທີ່ລັດຖະບານ ແລະ ຄະນະສະ ເພາະກິດວາງອອກ ພ້ອມທັງເຂັ້ມງວດໃນການຄຸ້ມຄອງການເຂົ້າ-ອອກເມືອງ ຫາກພົບເຫັນຜູ້ລັກລອບເຂົ້າເມືອງໃຫ້ນຳໄປກວດຫາເຊື້ອ ພ້ອມດຳເນີນຕາມກົດໝາຍ. ໃນຂະນະທີ່ຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ທີ່ລັດຖະບານສັ່ງປິດຊົ່ວຄາວນັ້ນ ຫາກລະເມີດໃຫ້ດຳເນີນການຕັກເຕືອນ, ປັບໃໝ ແຕ່ຖ້າຫາກຍັງຝ່າຝືນອີກໃຫ້ລົບລ້າງໃບອະນຸຍາດ ແລະ ໃບທະບຽນດຳເນີນວິສາຫະກິດ.
ຍສໝ - ລັດຖະບານຫວຽດນາມໄດ້ຜັນຂະຫຍາຍບັນດາມາດຕະການແຍກຫ່າງໃນສັງຄົມ ແລະ ປະກາດບັນດາມາດຕະການປ້ອງກັນໂລກລະບາດຢ່າງວ່ອງໄວ, ໃນນັ້ນ ໄດ້ກໍານົດໃສ່ຜ້າອັດປາກ - ອັດດັງຢູ່ສະຖານທີ່ສາທາລະນະ.
ກອງປະຊຸມລັດຖະບານ ປະຈໍາເດືອນກໍລະກົດ 2020 ທີ່ຈັດຂຶ້ນເມື່ອ ທ້າຍອາທິດຜ່ານມາ, ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ຊຶ່ງທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ ປະຕິບັດວຽກງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເພື່ອສືບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງ.
ຍສໝ - ຫວ່າງມໍ່ໆມານີ້, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Vancouver, ການາດາໄດ້ຈັດພິທີມອບຜ້າອັດປາກຂອງລັດຖະບານໃຫ້ແກ່ຊາວຫວຽດນາມ ຢູ່ ບັນດາແຂວງທາງທິດຕາເວັນຕົກຂອງການາດາ.
ຍສໝ - ສາດສະດາຈານ, ປອ Zaw Than Htun, ຫົວໜ້າກົມຄົ້ນຄວ້າສາທາລະນະສຸກ, ກະຊວງສາທາລະນະສຸກ ແລະ ກິລາມຽນມາ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດ, ຄວາມຮັກແພງອັນລ້ຳຄ່າຂອງຫວຽດນາມ ສຳ ລັບມຽນມາ.
ລັດຖະບານ ສປປ ລາວ ໄດ້ສຸມໃສ່ການຟື້ນຟູ ຜົນກະທົບຈາກການແຜ່ ລະບາດຂອງພະຍາດ ໂຄວິດ-19 ຄຽງຄູ່ກັນກັບການວາງແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ໄດ້ເຮັດບົດລາຍງານການຄາດຄະເນ ປະຊາກອນລາວ ໃນປີ 2030 ເຊິ່ງເຫັນວ່າປະຊາກອນ ສປປ ລາວ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນ.