ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ 2020

16:44 | 19/09/2020

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ 2020 ໄດ້ເປີດໃນຕອນເຊົ້າວັນທີ 17 ແລະ ປິດລົງໃນຕອນແລງວັນທີ 18 ກັນຍາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ. 

ຜ ນກອງປະຊ ມລ ດຖະບານ ສະໄໝສາມ ນປະຈຳເດ ອນກ ນຍາ 2020 ລາວ: ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ພຶດສະພາ 2020
ຜ ນກອງປະຊ ມລ ດຖະບານ ສະໄໝສາມ ນປະຈຳເດ ອນກ ນຍາ 2020 ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳ ເດືອນເມສາ 2019
ຜ ນກອງປະຊ ມລ ດຖະບານ ສະໄໝສາມ ນປະຈຳເດ ອນກ ນຍາ 2020
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະ ປະກອບຄຳຄິດເຫັນ ຕໍ່ບັນດາເອກະສານສໍາຄັນ ດັ່ງນີ້:

​​​​​1.ກອງປະຊຸມ ໄດ້ຮັບຟັງການລາຍງານ ຈາກຂະແໜງການກ່ຽວຂ້ອງ ກ່ຽວກັບສະພາບພົ້ນເດັ່ນພາຍໃນ ​ແລະ ຕ່າງປະເທດ, ສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19. ຕໍ່ກັບສະພາບການພາຍໃນ, ກອງປະຊຸມໄດ້ຊີ້ນໍາ ໃຫ້ທຸກພາກສ່ວນ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງຄົນບໍ່ຫວັງດີ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໍໃນສັງຄົມ, ແກ້ໄຂບັນຫາອຸປະຕິເຫດຕາມທ້ອງຖະໜົນ, ສື່ມວນຊົນລາວຕ້ອງເປັນກະບອກສຽງທີ່ແຫລມຄົມ ເພື່ອຕອບຕ້ານການອອກຂ່າວ ທີ່ບໍ່ມີມູນຄວາມຈິງ ຫລື ໃສ່ຮ້າຍປ້າຍສີ. ກ່ຽວກັບສະພາບການຂອງສາກົນ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາ ໃຈໃສ່ຕິດຕາມຢ່າງໃກ້ຊິດ, ມີການວິເຄາະວິໄຈ ຢ່າງລະອຽດ ເຖິງຜົນກະທົບທີ່ອາດ ມີຕໍ່ປະເທດເຮົາເພື່ອກຳນົດນະໂຍບາຍໃຫ້ສອດຄ່ອງ ກັບສະພາບປະຈຸບັນ. ສຳລັບການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະໂຄວິດ-19 ໃຫ້ເອົາໃຈໃສ່ຕິດຕາມເຝົ້າລະວັງຢ່າງໃກ້ຊິດ, ຈັດຕັ້ງປະຕິບັດມາດ ຕະການຢ່າງເຄັ່ງຄັດ ເພື່ອຮັບປະກັນບໍ່ໃຫ້ ເຊື້ອພະຍາດດັ່ງກ່າວແຜ່ລາມ ແລະ ສ້າງຄວາມເສຍຫາຍໃຫ້ແກ່ສຸຂະພາບ, ຊີວິດ ແລະ ຊັບສິນ ຂອງພົນລະເມືອງລາວ, ພ້ອມກັນນັ້ນ ກໍ່ແກ້ໄຂບັນຫາການແຜ່ລະບາດ ພະຍາດໄຂ້ເລືອດອອກ ໃຫ້ທັນການ.

​​​​​2.ກອງປະຊຸມເຫັນດີເປັນເອກະພາບຮັບຮອງເອົາບົດລາຍງານ ກ່ຽວກັບການຊຸກຍູ້ການຈັດເກັບລາຍຮັບ ແລະ ການຈັດຕັ້ງປະຕິບັດ ແຜນງົບປະມານໃນໄລຍະທ້າຍປີ 2020. ມອບໃຫ້ກະຊວງການເງິນ ເປັນເຈົ້າການສົມ​ທົບ​ກັບ​ຂະ​ແໜງ​ການກ່ຽວ​ຂ້ອງ ແລະ ທ້ອງ​ຖິ່ນສືບຕໍ່ສູ້ຊົນເກັບລາຍຮັບ ໃຫ້ບັນລຸຕາມຕົວເລກ ທີ່ສະພາແຫ່ງຊາດໄດ້ຮັບຮອງ ແລະ ກະກຽມລາຍງານຕໍ່ກອງປະຊຸມ ກົມການເມືອງ ໃນທ້າຍເດືອນກັນ ຍາ 2020.

​​​​3.ກອງປະຊຸມໄດ້ຮັບຟັງ ແລະ ພິ​ຈາ​ລະ​ນາຮ່າງບົດສະຫລຸບ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 6 ເດືອນຕົ້ນປີ, ຄາດຄະເນ 9 ເດືອນ ແລະ ໝົດປີ, ວຽກຈຸດສຸມ 3 ເດືອນທ້າຍປີ ແລະ ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດປະຈໍາ ປີ 2021. ກອງ​ປະ​ຊຸມ ມອບ​ໃຫ້​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນສົມທົບ​ກັບ​ ກະຊວງ​ການ​ເງິນ ​ແລະ ພາກສ່ວນ​ກ່ຽວຂ້ອງ ປັບປຸງ​ບົດ ​ລາຍ​ງານສະບັບ​ດັ່ງກ່າວ ໃຫ້​​ເປັນ​ການສະຫລຸບ 9 ເດືອນ ແລະ ຄາດ​ຄະ​ເນ​ແຜນວຽກ​ຈຸດ​ສຸມ 3 ເດືອນ​ທ້າຍ​ປີ​ 2020 ​ແລະ ປັບ​ປຸງ​ຄືນ​ບັນ​ດາ​ຕົວ​ເລກ​ຄາດ​ໝາຍ ​ຂອງ​ຂະ​ແໜງ​ການ ໂດຍຍົກໃຫ້ເຫັນຜົນສໍາເລັດ ແລະ ຂໍ້ຄົງຄ້າງ ຂອງມະຕິ 7,8,9 ແລະ ມະຕິ 10 ເພື່ອກະກຽມລາຍງານ ຕໍ່ກອງປະຊຸມກົມການເມືອງສູນກາງພັກ ໃນທ້າຍເດືອນກັນຍາ ແລະ ກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ XI ໃນກາງເດືອນຕຸລາ 2020.

4.ກອງປະຊຸມ ເຫັນດີດ້ານ​ຫລັກ​ການຮັບຮອງເອົາແຜນແມ່ບົດເສດຖະກິດດີຈີຕອນ ແຫ່ງຊາດ 5 ປີ (2021-2025), ຊຶ່ງເສດຖະກິດ ດີຈີຕອນ ແມ່ນເສດຖະກິດຮູບແບບໃໝ່ ບົນພື້ນຖານທີ່ມີການນໍາໃຊ້ເຕັກໂນໂລຊີດີຈີຕອນ (Internet) ເປັນເຄື່ອງມື ໃນການຂັບເຄື່ອນ ການພັດທະນາວຽກງານຕ່າງໆ, ເພີ່ມປະ ສິດທິພາບ-ປະສິດທິຜົນ ຂອງວຽກງານທັງພາກລັດ ແລະ ເອກະຊົນ ໃຫ້ມີຄວາມສະດວກວ່ອງໄວ, ໂປ່ງໃສ ແລະ ປອດໄພ,​ ສ້າງມູນຄ່າເພີ່ມໃຫ້ແກ່ການຜະລິດ, ການຄ້າ ແລະ ການບໍລິການຕ່າງໆ ເພື່ອສ້າງ ໂອກາດທາງທຸລະກິດ ແນໃສ່ຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຊຶ່ງເປັນຄວາມຈຳເປັນພາວະວິໄສ ທີ່ພວກເຮົາຕ້ອງໄດ້ປັບຕົວ ໄປຕາມຍຸກສະໄໝ, ສາມາດແຂ່ງຂັນໄດ້. ກອງປະຊຸມເຫັນດີດ້ານ​ຫລັກ​ການ ຮັບຮອງເອົາຮ່າງແຜນ ​ແມ່​ບົດສະບັບດັ່ງກ່າວ ແລະ ມອບໃຫ້ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນໃຈກາງປະສານສົມທົບ ກັບພາກສ່ວນກ່ຽວ ຂ້ອງປັບປຸງຄືນໂຄງສ້າງ, ເນື້ອໃນ ແລະ ບາງຄໍາສັບໃຫ້ລະອຽດ, ຈະແຈ້ງ​​ໂດຍ​ກໍານົດເປັນແຜນແມ່ບົດ 5 ປີ, ເປັນແຜນຍຸດທະສາດ 10 ປີ ແລະ ວິໄສທັດ 20 ປີ. ພ້ອມນີ້, ໃຫ້ກວດກາຄືນບັນດານິຕິກໍາ ທີ່ໄດ້ປະກາດນໍາໃຊ້ໃນໄລຍະຜ່ານມາ ເພື່ອໃຫ້ມີຄວາມສອດຄ່ອງກົມກຽວກັນ ແລະ ບັນຫາອື່ນໆ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ພ້ອມ​ນັ້ນ​ກໍ່​ໃຫ້​ຄົ້ນຄວ້າສ້າງ​ນິຕິ​ກໍາ ເຊັ່ນ ດໍາລັດ ຂອງ​ນາຍົກ ​ເພື່ອ​ເປັນ​ບ່ອນອີງໃນການ​ຄຸ້ມ​ຄອງ ການຈັດຕັ້ງປະຕິບັດ ແລ້ວນໍາໄປຜ່ານກອງ​ປະຊຸມ ​ກົມ​ການ​ເມືອງ​ສູນ​ກາງ​ພັກ ພິຈາລະນາຮັບຮອງ.

ຕ້ອງການ ລັດຖະກອນໃໝ່ ປະຈໍາປີ 2021. ກອງ​ປະ​ຊຸມເຫັນດີດ້ານ​ຫລັກ​ການ ຮັບເອົາ​ຕົວ​ເລກລັດຖະກອນໃໝ່(​ໂກ​ຕ້າ) ປີ 2021 ຕາມ​ການ​ສະ​ເໜີ ​ຂອງ​ກະ​ຊວງ​ພາຍ​ໃນ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ການ​ປັບປຸງ​ກົງຈັກ​ໃຫ້​ກະທັດ​ຮັດ, ສົມ​ເຫດ​ສົມ​ຜົນ, ສົມ​ຄູ່​ກັບ​ການ​ກໍານົດ​ຕໍາ​​ແໜ່ງການ. ພ້ອມ​ກັນ​ນີ້, ໃຫ້ກະ​ຊວງ​ພາຍ​ໃນສົມ​ທົບ​ກັບ​ພາກ​ສ່ວນ​ກ່ຽວ​ຂ້ອງ ​ຄົ້ນ​ຄວ້າ​ຈັດ​ແບ່ງ​ຕົວ​ເລກ ໃຫ້​ຂະ​ແໜງ​ການ ແລະ ທ້ອງ​ຖິ່ນຕາມ​ຄວາມ​ເໝາະ​ສົມ, ຈາກນັ້ນ ໃຫ້ນໍາມາພິຈາລະນາໃນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ. ນອກ​ຈາກ​ນີ້, ເພື່ອຕອບສະໜອງ​ຄວາມ​ຕ້ອງ ການດ້ານບຸກຄະລາກອນຄູ ​ແລະ ​ແພ​ດໝໍ ໃຫ້ພວກສ່ວນກ່ຽວຂ້ອງ ຄົ້ນຄວ້າສ້າງກອງທືນ ເພື່ອຊຸກຍູ້ຄູອາສາສະໝັກ ​ແລະ ​ແພດ​ຝຶກ​ຫັດ ໂດຍບໍ່ມີພັນທະ ຫລື ຄໍາໝັ້ນສັນຍາ ຮັບເຂົ້າເປັນລັດຖະກອນ ຊຶ່ງຈະຊ່ວຍແກ້ໄຂຄວາມ ຕ້ອງພະນັກງານໄດ້ໃນລະດັບທີ່ແນ່ນອນ.

6.ຮ່າງຍຸດທະສາດແຫ່ງຊາດ ເພື່ອການສົ່ງເສີມວຽກ ເຮັດງານທໍາໃນຊົນນະບົດ: ຈຸດປະສົງ ເພື່ອສົ່ງເສີມການສ້າງວຽກເຮັດງານທໍາ ຂອງການພັດທະນາເສດຖະກິດ ທັງພາກລັດ ແລະ ເອກະຊົນ ເຮັດໃຫ້ແຮງງານທີ່ວ່າງງານ, ແຮງງານທີ່ເຮັດວຽກ ເພື່ອການຊົມໃຊ້ໃນຄົວເຮືອນ ມີວຽກເຮັດງານທໍາທີ່ໝັ້ນຄົງ, ມີຜະລິດຕະພາບແຮງງານ, ມີລາຍຮັບສູງຂຶ້ນ, ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ຫລຸດຜ່ອນ ຄວາມທຸກຍາກ, ປະກອບສ່ວນພັດທະນາ ເສດຖະກິດ-ສັງຄົມ ຢູ່ຊົນນະບົດຂອງປະເທດເຮົາ ໃຫ້ເປັນຮູບປະທຳຫລາຍຂຶ້ນ, ຊຶ່ງກອງປະຊຸມ ໄດ້ມີທິດຊີ້ນຳໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນຳ ໄປປັບປຸງຄືນບາງດ້ານຕື່ມ ເປັນຕົ້ນ ໂຄງຮ່າງບົດ ໃຫ້ເປັນລະບົບຄົບຊຸດ ກວມເອົາທຸກດ້ານທີ່ກ່ຽວຂ້ອງ, ເນື້ອໃນບົດໃຫ້ກະທັດຮັດ, ກຳນົດຈຸດປະສົງ ແລະ ຄາດໝາຍ ໃຫ້ຈະແຈ້ງໂດຍສ່ອງແສງໄດ້ ຈິດໃຈທີ່ຢາກປະຕິບັດ, ການກຳນົດກິດຈະກຳ ຫລື ໂຄງການ ແມ່ນໃຫ້ສົ່ງເສີມດ້ານທີ່ມີທ່າແຮງ ແລະ ສາມາດປະຕິບັດໄດ້, ກຳນົດທິດທາງ ແລະ ໜ້າທີ່ລວມ ໃຫ້ຖືກທິດການພັດທະນາ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາໃນແຕ່ລະໄລຍະ, ດ້ານທີ່ຕັ້ງຕ້ອງໃຫ້ຊົນນະບົດ ໄດ້ຮັບຜົນປະໂຫຍດ, ພ້ອມນີ້ ກໍ່ໃຫ້ມີການກຳນົດແຜນ ການຄຸ້ມຄອງດ້ານຕ່າງໆ ໂດຍສະເພາະ ແຮງງານ, ຜູ້ມີສ່ວນຮ່ວມໃນການພັດທະນາ.

ສໍາລັບວຽກຈຸດສຸມ ປະຈໍາເດືອນຕຸລາ ປີ 2020, ກອງປະຊຸມໄດ້ຊີ້ນຳໃຫ້ບັນດາຂະແໜງການກ່ຽວຂ້ອງສຸມໃສ່ຈັດຕັ້ງປະຕິບັດ ດັ່ງນີ້:

1.ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບການເມືອງ ໃນການປົກປັກຮັກສາຄວາມສະຫງົບ ເປັນລະ ບຽບຮຽບຮ້ອຍໃນສັງຄົມ, ໂດຍຍົກສູງຄວາມເປັນເຈົ້າການ ໃນການສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ: ການຄາດຕະກໍາ, ປຸ້ນຈີ້ຊິງຊັບ, ອຸປະຕິເຫດ, ອາລະວາດຕີກັນ, ຂີ້ລັກງັດແງະ, ອັກຄີໄພ, ບັນ ຫາສິ່ງເສບຕິດທີ່ເປັນໄພອັນຕະລາຍ ແລະ ສ້າງຄວາມກັງວົນໃຫ້ແກ່ສັງຄົມ ຫລຸດໜ້ອຍຖອຍລົງເທື່ອລະກ້າວ. ພ້ອມກັນນັ້ນ, ກໍ່ໃຫ້ສືບຕໍ່ເອົາໃຈໃສ່ ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ການເຄື່ອນໄຫວທີ່ມີລັກສະນະແບ່ງແຍກ ແລະ ຍຸແຍ່ປະຊາຊົນໃຫ້ເຂົ້າໃຈຜິດເຂວ ຕໍ່ການນໍາພາ-ຊີ້ນໍາຂອງສູນກາງພັກ ແລະ ລັດຖະບານ ໂດຍມີມາດຕະການ ຕອບຕ້ານຢ່າງທັນການ.

ສືບຕໍ່ເພີ່ມທະວີການປະສານສົມທົບ ລະຫວ່າງຂະແໜງການກ່ຽວຂ້ອງ ແລະ ບັນດາທ້ອງຖິ່ນ ເພື່ອຮັບປະກັນຄວາມເຂັ້ມງວດ ໃນການເຂົ້າ-ອອກ ຢູ່ບັນດາດ່ານຊາຍແດນຕ່າງໆ (ທາງບົກ, ທາງນໍ້າ, ທາງອາກາດ) ແລະ ການລັກລອບເຂົ້າມາຈາກປະເທດໃກ້ຄຽງ ແນໃສ່ປ້ອງກັນການລະບາດ ຂອງພະ ຍາດ ໂຄວິດ-19 ແລະ ສະກັດກັ້ນການສ້າງ ຄວາມບໍ່ສະຫງົບ ຕາມຊາຍແດນ;

2.ສືບຕໍ່ຕິດຕາມສະພາບການຜັນແປຂອງພາກພື້ນ ແລະ ສາກົນໃຫ້ທັນການ ໂດຍມີການວິເຄາະວິໄຈຢ່າງລະອຽດ, ເລິກເຊິ່ງຕໍ່ກັບ ທ່າອ່ຽງທີ່ມີຄວາມສ່ຽງ ແລະ ອາດມີຜົນກະທົບ ຕໍ່ສະຖຽນລະພາບດ້ານການເມືອງ ຕໍ່ເສດຖະກິດ-ສັງຄົມ ຂອງປະເທດເຮົາ ເພື່ອລາຍງານ ຂັ້ນເທິງຊາບ ເປັນປົກກະຕິ, ໃຫ້ສືບຕໍ່ກະກຽມຄວາມພ້ອມຢ່າງຮອບດ້ານໃນການພົບປະ, ເຂົ້າຮ່ວມກອງປະຊຸມສໍາຄັນຕ່າງໆ ຂອງການນໍາຂັ້ນສູງ.

3.ສືບຕໍ່ຕິດຕາມການຈັດເກັບລາຍຮັບໃຫ້ຄົບຖ້ວນ ແລະ ທັນເວລາ ໂດຍສະເພາະ ເຊັ່ນ ລາຍຮັບຈາກພາສີທີ່ດິນ, ຄ່າທໍານຽມທາງ ການເຊົ່າສໍາປະທານ, ບັນດາພັນທະຕາມກົດໝາຍ ຂອງບັນດາຫົວໜ່ວຍທຸລະກິດ, ຮີບຮ້ອນເລັ່ງທວງໜີ້ຄ້າງມອບຄ່າ ສໍາປະທານການຊອກຄົ້ນ, ສໍາຫລວດ ຫລື ຂຸດຄົ້ນແຮ່ທາດ, ໜີ້ຄ້າງມອບຄ່າພາກຫລວງໄຟຟ້າ, ສືບຕໍ່ປັບປຸງບັນດາລັດວິສາຫະກິດ ແລະ ການຫັນບັນດາຫົວໜ່ວຍ ວິຊາການ ຈໍານວນໜຶ່ງທີ່ມີລາຍຮັບ ໃຫ້ກຸ້ມຕົນເອງດ້ານງົບປະມານ.

4.ສືບຕໍ່ລະດົມຂົນຂວາຍການລົງທຶນດ້ວຍຫລາຍຮູບການ, ປັບປຸງບັນດາສິ່ງກີດຂວາງເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ, ຍົກສູງປະສິດທິພາບ ການບໍລິການປະຕູດຽວ. ພ້ອມນີ້, ກໍເລັ່ງລັດການ ຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ໃຫ້ມີປະສິດທິຜົນເພື່ອກະຕຸກຊຸກຍູ້ການສ້າງຖານລາຍຮັບເພີ່ມຂຶ້ນ.

5. ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ, ເໜັງຕີງໃນລະດັບທີ່ກໍານົດໄວ້, ຄຸ້ມຄອງການເຄື່ອນໄຫວ ຂອງທະນາຄານທຸລະກິດ ແລະ ເພີ່ມທະວີການຕິດຕາມ-ກວດ ກາບັນດາສະຖາບັນການເງິນ ໃຫ້ເຄື່ອນໄຫວຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ, ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ແລະ ເພື່ອກະຕຸ້ນເສດຖະກິດ ໃຫ້ຂະຫຍາຍ ຕົວ.

6.ສືບຕໍ່ເອົາໃຈໃສ່ຊຸກຍູ້ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຢ່າງເຂັ້ມງວດ ແລະ ເດັດຂາດເພື່ອຍົກສູງຄວາມ ເຊື່ອໝັ້ນຂອງປະຊາຊົນ ຕໍ່ຂະບວນຍຸຕິທໍາ ຕາມທິດສ້າງລັດປົກຄອງ ດ້ວຍກົດໝາຍ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ.

7.ຊຸກຍູ້ສົ່ງເສີມການຜະລິດສິນຄ້າກະສິກຳໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງຕະຫລາດພາຍໃນ ແລະ ສົ່ງອອກຕ່າງປະເທດ ເປັນຕົ້ນ: ການສະໜອງຊີ້ນໝູ, ງົວ, ຄວາຍ, ພຶດຜັກພາຍໃນ ແລະ ການສົ່ງອອກງົວໄປ ສປ ຈີນ ທັນຕາມກຳນົດເວລາ, ຮັບປະກັນໄດ້ຄຸນນະພາບ ແລະ ຄວາມຕໍ່ເນື່ອງ. ພ້ອມນີ້, ໃຫ້ຮີບຮ້ອນກະກຽມຊຸກຍູ້ ການຜະລິດລະດູແລ້ງ ໂດຍສະເພາະ ການຜະລິດເຂົ້າ ນາແຊງ ໃຫ້ທັນ ຕາມລະດູການ ແລະ ໃນຕໍ່ໜ້າໃຫ້ຄົ້ນຄວ້າການຜະລິດເຂົ້າໃຫ້ໄດ້ປີໜຶ່ງ 3 ລະດູການ ໂດຍສຸມໃສ່ເຂດທີ່ມີທ່າແຮງ ເພື່ອຮັບປະກັນການຂາດ ເຂົ້າກິນຂອງປະຊາຊົນ ໃນທົ່ວປະເທດ.

8.ລົງເລິກຄົ້ນຄວ້າບັນຈຸນັກສຶກສາທີ່ສຳເລັດການ ສຶກສາມັດທະຍົມຕອນປາຍ ເຂົ້າໃນສາຂາວິຊາຊີບ ແລະ ມະຫາວິທະຍາໄລ ໃຫ້ເໝາະສົມກັບຄວາມຕ້ອງ ການຂອງວຽກງານຕົວຈິງ ເພື່ອພັດທະນາຊັບ ພະຍາກອນມະນຸດໃຫ້ມີຄຸນນະພາບ.

9.ສືບຕໍ່ຈັດຕັ້ງປະຕິບັດ ບັນດາມາດຕະການຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະຍາດ ໂຄວິດ-19 ໃນໄລຍະວັນທີ 01-30 ກັນຍາ 2020 ພ້ອມທັງຕິດຕາມເຝົ້າລະວັງ ແລະ ສະກັດກັ້ນການລະບາດ ຂອງພະຍາດໄຂ້ຍຸງລາຍ ບໍ່ໃຫ້ແຜ່ອອກໄປເປັນວົງກວ້າງ, ໃຫ້ຄະນະສະ ເພາະກິດ ທີ່ຮັບຜິດຊອບວຽກງານນີ້ຄົ້ນຄວ້າ ເພື່ອກໍານົດມາດຕະການ ຜ່ອນຜັນໃນຕໍ່ໜ້າ ໃຫ້ແທດເໝາະກັບສະພາບຕົວຈິງ ແລະ ປະຕິບັດມີປະສິດທິຜົນ ໃນແຕ່ລະໄລຍະ.

10.ໃຫ້ສືບຕໍ່ຈັດສົ່ງບຸກຄະລາກອນໄປຝຶກອົບຮົມປະກອບເຂົ້າໃນການບໍລິການລົດໄຟ ທີ່ຈະເປີດນໍາໃຊ້ຢ່າງເປັນທາງການ ໃນທ້າຍປີ 2021 ແລະ ການອໍານວຍຄວາມສະດວກ ໃຫ້ແກ່ແຮງງານທີ່ຈະເຂົ້າມາກໍ່ສ້າງທາງລົດໄຟ ລາວ-ຈີນ ເພື່ອຮັບປະກັນໃຫ້ໂຄງການ ສໍາເລັດຕາມແຜນທີ່ກໍານົດໄວ້;

11.ສືບຕໍ່ຕິດຕາມເຝົ້າລະວັງ ການປ່ຽນແປງດິນຟ້າອາກາດ ເພື່ອແຈ້ງໃຫ້ປະຊາຊົນ ໄດ້ຮັບຮູ້ຂໍ້ມູນຂ່າວສານ ເພື່ອກະກຽມຮັບມື ໃຫ້ທັນສະພາບການ.

12.ໃຫ້ກະຊວງພະລັງງານ ແລະ ບໍ່ເເຮ່ ສົມທົບກັບກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ອະທິບາຍຊີ້ແຈງຕໍ່ບັນຫາທີ່ສັງຄົມ ມີຄວາມສົນໃຈ ກ່ຽວກັບການແກ້ໄຂບັນຫາຄວາມຫຍຸ້ງຍາກ ຂອງລັດວິສາຫະກິດໄຟຟ້າລາວ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ.

ສືບຕໍ່ຊຸກຍູ້ໂຄງການລົງທຶນ ພັດທະນາພະລັງງານໄຟຟ້າ, ສາຍສົ່ງ ແລະ ບໍ່ແຮ່ ໃຫ້ດໍາເນີນໄປຕາມແຜນທີ່ກໍານົດໄວ້ ແລະ ໃຫ້ທັນສົ່ງກະແສໄຟຟ້າ ໃຫ້ປະເທດເພື່ອນບ້ານ ຕາມສັນຍາທີ່ໄດ້ກໍານົດໄວ້.

13.ສືບຕໍ່ຄົ້ນຄວ້າແກ້ໄຂວຽກເຮັດງານທໍາໃຫ້ແຮງງານລາວທີ່ເດີນທາງກັບມາຈາກຕ່າງປະເທດ ໃນໄລຍະທີ່ມີການລະບາດ ຂອງພະຍາດ ໂຄວິດ-19;

14.ໃຫ້ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ປະສານສົມທົບກັບ ນະຄອນຫລວງວຽງຈັນ ປຶກສາຫາລື ກ່ຽວກັບຄວາມເໝາະສົມ ໃນການຈັດງານບຸນອອກພັນສາ ແລະ ງານບຸນມະນັດສະການພະ ທາດຫລວງວຽງຈັນ ທີ່ຈະມາເຖິງນີ້ ຈະຈັດໃຫ້ກະທັດຮັດແບບ ໃດຈຶ່ງຈະເໝາະສົມ ເພື່ອຫລີກເວັ້ນຄວາມສ່ຽງການຕິດເຊື້ອພະຍາດໂຄວິດ-19;

15.ສືບຕໍ່ອອກຂ່າວ, ຖະແຫລງການກ່ຽວກັບສະພາບການລະບາດ ຂອງພະຍາດໂຄວິດ-19 ໃຫ້ປະຊາຊົນ ຮັບຮູ້ຢ່າງທົ່ວເຖິງ, ແກ້ໄຂການເຜີຍແຜ່ຂ່າວສານ ທີ່ບໍ່ມີມູນຄວາມຈິງ ໃສ່ຮ້າຍປ້າຍສີການນຳພັກ-ລັດ ຜ່ານສື່ອອນລາຍ;

16.ໃຫ້ພາກສ່ວນກ່ຽວຂ້ອງກະກຽມບັນດາເອກະສານ ທີ່ຈະລາຍງານຕໍ່ກອງປະຊຸມກົມການເມືອງ ໃນທ້າຍເດືອນກັນຍາ ແລະ ລາຍງານຕໍ່ກອງປະຊຸມຄົບ ຄະນະຂອງຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 11, ສະໄໝທີ X ຊຶ່ງຈະຈັດຂຶ້ນໃນວັນທີ 12-16 ຕຸລາ 2020.

17.ໃຫ້ບັນດາກະຊວງ-ອົງການ ສືບຕໍ່ເປັນເຈົ້າການເພີ່ມທະວີຄວາມຮັບຜິດຊອບໃຫ້ສູງກວ່າເກົ່າ ແລະ ສືບຕໍ່ເຮັດວຽກງານການເມືອງແນວຄິດ ໃຫ້ສະມາຊິກພັກ-ພະນັກງານລັດຖະກອນ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ຢ່າງເປັນປົກກະຕິ ໃຫ້ມີສະຕິຕໍ່ກົນອຸບາຍຕໍ່ກຸ່ມຄົນທີ່ບໍ່ຫວັງດີ ເພື່ອສ້າງບັນຍາກາດອັນດີ ແລະ ເອື້ອອໍານວຍໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI.

ຜ ນກອງປະຊ ມລ ດຖະບານ ສະໄໝສາມ ນປະຈຳເດ ອນກ ນຍາ 2020 ທົ່ວໂລກຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ ໂຄວິດ-19 ຫຼາຍກ່ວາ 30.6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 955 ພັນຄົນ

ອາເມລິກາ ຍັງແມ່ນຈຸດໃຈກາງ ຂອງໂລກລະບາດໃຫຍ່ທີ່ສຸດໃນໂລກດ້ວຍຈຳນວນຜູ້ຕິດເຊື້ອພະຍາດ ໂຄວິດ-19 ແມ່ນ 6.9 ລ້ານຄົນ ແລະ ຜູ້ເສຍຊີວິດຫຼາຍກ່ວາ 203 ພັນຄົນ.

ຜ ນກອງປະຊ ມລ ດຖະບານ ສະໄໝສາມ ນປະຈຳເດ ອນກ ນຍາ 2020 ການສຳມະນາທາງອອນລາຍເພື່ອຮັກສາ ແລະເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ເມັກຊິໂກ

ຍສໝ - ທ່ານເລຂາທິການໃຫຍ່ Alberto Anaya ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມຈະປະຕິບັດສຳເລັດເປົ້າໝາຍຄວບຄູ່, ຍູ້ໂລກລະບາດ ໂຄວິດ - 19 ໃຫ້ຖອຍໄປ ແລະພັດທະນາເສດຖະກິດ - ສັງຄົມ, ພັກກອມມູນິດຫວຽດນາມຈະຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 13 ຢ່າງ ສຳ ເລັດຜົນ.

ຜ ນກອງປະຊ ມລ ດຖະບານ ສະໄໝສາມ ນປະຈຳເດ ອນກ ນຍາ 2020 ພັດທະນາພື້ນຖານເສດຖະກິດແບບຍືນຍົງໃນອາຊຽນ+3

ຍສໝ - ວັນທີ 18 ກັນຍາ, ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ +3 ຄັ້ງທີ 23 (AFMGM + 3) ໄດ້ໄຂຂຶ້ນດ້ວຍຮູບການອອນລາຍ. ນີ້ແມ່ນກອງປະຊຸມສຳ ຄັນທີ່ສຸດໃນບັນດາເຫດການການຮ່ວມມືດ້ານການເງິນອາຊຽນ +3 ໂດຍຫວຽດນາມ ແລະຍີ່ປຸ່ນ ເປັນປະທານຮ່ວມໃນປີ 2020.

kpl.gov.la

ເຫດການ
302 Found

Found

The document has moved here.