ຄະ​ນະ​ປະ​ຈຳລັດຖະບານປຶກສາຫາລືນະໂຍບາຍໃໝ່ໃນ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid-19

11:30 | 22/08/2020

ຍ​ສ​ໝ - ທີ່ກອງປະຊຸມ, ຄະ​ນະ​ປະ​ຈຳລັດຖະບານ ໄດ້ຮັບຟັງການລາຍງານກ່ຽວ​ກັບ​ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຈາກ ຄະ​ນະຊີ້ນຳແຫ່ງ​ຊາດກ່ຽວກັບການປ້ອງກັນພະຍາດ Covid -19, ບັນດາທ້ອງຖິ່ນ.

ຄະ ນະ ປະ ຈຳລ ດຖະບານປ ກສາຫາລ ນະໂຍບາຍໃໝ ໃນ ການ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາດ covid 19 ທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດ 21.817.682 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 772.751 ຄົນ
ຄະ ນະ ປະ ຈຳລ ດຖະບານປ ກສາຫາລ ນະໂຍບາຍໃໝ ໃນ ການ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາດ covid 19 ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດບັງກລາເທດ ແລະ ສີລັງກາ ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19
ຄະ ນະ ປະ ຈຳລ ດຖະບານປ ກສາຫາລ ນະໂຍບາຍໃໝ ໃນ ການ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາດ covid 19

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຂອງຄະນະປະຈຳລັດຖະບານ.(ພາບ: VGP)

ຕອນບ່າຍວັນທີ 21 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈຳລັດຖະບານ ເພື່ອປຶກສາຫາລືກ່ຽວກັບມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ກັບ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ Covid - 19 ແລະ ບັນ​ດາ​ທ້ອງ​ຖິ່ນ.

ກ່າວຄຳເຫັນ​ໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີຖືວ່າ ມາ​ຮອດປັດຈຸບັນ, ພວກເຮົາສາມາດຄວບຄຸມສະຖານະການໂດຍພື້ນຖານແລ້​ວ. ແຕ່​ວ່າ, ການ​ຜັນ​ແປ​ຂອງ​ໂລກ​ລະ​ບາດຍັງສັບສົນ ແລະ ຕ້ອງສືບຕໍ່ຍົກ​ສູງ​ສະ​ຕິ​ລະ​ວັງ​ຕົວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວເຕືອນວ່າ:

“ທຸກຂັ້ນ, ທຸກຂະແໜງການ ໂດຍສະເພາະແມ່ນຂະແໜງສາທາລະນະສຸກ ບໍ່ຄວນປະໝາດ, ບໍ່ຄວນຖືເບົາຕໍ່ວຽກງານຊີ້ນຳ. ສຸມໃສ່ຈົນສຸດຄວາມສາມາດຂອງຕົນ ເພື່ອບໍ່ໃຫ້ມີການຕິດແປດໃນຊຸມຊົນຕື່ມອີກ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ເຖິງວ່າຕ້ານໂລກລະບາດ ແຕ່ກໍ່ຕ້ອງຮັກສາການປະຕິບັດເປົ້າໝາຍຄວບຄູ່, ນຳພາບັນດາທ້ອງຖິ່ນ ຊີ້ນຳ 2 ໜ້າທີ່ນີ້ ໄປພ້ອມໆກັນ ເພື່ອບັນລຸໄດ້ໝາກຜົນດີທີ່ສຸດ, ທັງບໍ່ປະໃຫ້ໂລກລະບາດແຜ່ລາມ, ທັງບໍ່ກໍ່ຄວາມກັງວົນ, ບໍ່ອຸ່ນອ່ຽນໃຈໃນສັງຄົມ

ທີ່ກອງປະຊຸມ​ໄດ້ປຶກສາຫາລືກ່ຽວກັບແຜນນະໂຍບາຍແລະນະໂຍບາຍໃໝ່ ໃນສະພາບການໃໝ່ ແລະ ຄະ​ນະ​ປະ​ຈຳລັດຖະບານ ໄດ້ຮັບຟັງການລາຍງານກ່ຽວ​ກັບ​ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຈາກ ຄະ​ນະຊີ້ນຳແຫ່ງ​ຊາດກ່ຽວກັບການປ້ອງກັນພະຍາດ Covid -19, ບັນດາທ້ອງຖິ່ນ.

ອີງຕາມການລາຍງານຂອງກະຊວງສາທາລະນະສຸກ, ໃນໂລກ, ການລະບາດຂອງ COVID-19 ຍັງແຜ່ລະບາດຢ່າງໄວວາແລະບໍ່ມີສັນຍານຫຼຸດລົງ; ນັບແຕ່ຕົ້ນເດືອນກໍລະກົດປີ 2020 ເຖິງປັດຈຸບັນ, ມີຜູ້​ຕິດ​ເຊື້ອ​ໃໝ່​ຕື່ມ​ອີກປະມານ 200,000​ ຄົນ ແລ ມີຜູ້ເສຍຊີວິດຫລາຍກວ່າ 5,000 ຄົນໃນແຕ່ລະມື້. ບາງປະເທດຕ້ອງໄດ້ວາງມາດຕະການໃໝ່ເພື່ອປ້ອງກັນພະຍາດ. ມີການຄາດຄະເນວ່າໃນໄລຍະຈະມາເຖິງ, ໂລກລະບາດ Covid – 19 ໃນໂລກຈະສືບຕໍ່ເພີ່ມຂື້ນ, ເປັນ​ຕົ້ນແມ່ນຢູ່ຫລາຍປະເທດທີ່ມີການພົວພັນ, ເສດຖະກິດ, ການຄ້າແລະການແລກປ່ຽນກັບຫວຽດນາມ.

ຄະ ນະ ປະ ຈຳລ ດຖະບານປ ກສາຫາລ ນະໂຍບາຍໃໝ ໃນ ການ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາດ covid 19 ທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດ 21.817.682 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 772.751 ຄົນ

ໄລ່ຮອດຈຸດເວລານີ້, ທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດ 21.817.682 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 772.751 ຄົນ.

ຄະ ນະ ປະ ຈຳລ ດຖະບານປ ກສາຫາລ ນະໂຍບາຍໃໝ ໃນ ການ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາດ covid 19 ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດບັງກລາເທດ ແລະ ສີລັງກາ ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ໄດ້ເນັ້ນໜັກວ່າການລະບາດຂອງ COVID-19 ຍັງເກີດຂື້ນຢ່າງສັບສົນໃນທົ່ວໂລກ, ໃນນັ້ນມີຫວຽດນາມ, ແຕ່ຫວຽດນາມປາດຖະໜາຢາກແບ່ງປັນ ແລະ ໜູນຊ່ວຍ ເພື່ອນມິດໃນພາກພື້ນ ແລະ​ສາ​ກົນຕາມ​ມູນ​ເຊື້ອແຫ່ງຄວາມຮັກ​ແພງກັນ, ຜ້ອນ​ກັນ​ຜ່ານຜ່າຄວາມຫຍຸ້ງຍາກ. ສອງ​ປະ​ເທດ ບັງກລາເທດ ແລະ ສີລັງກາ

ຄະ ນະ ປະ ຈຳລ ດຖະບານປ ກສາຫາລ ນະໂຍບາຍໃໝ ໃນ ການ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາດ covid 19 ຈັດ​ກອງ​ປະ​ຊຸມ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ ໄດ້​ເນັ້ນ​ໜັກເຖິງ​ຄວາມ​ສ່ຽງ​ໂລກ​ລະ​ບາ​ດ​ຍັງ​ຄົງ​ຕົວ​ຢູ່​ທຸກໆ​ແຂວງ, ນະ​ຄອນ, ພິ​ເສດ​ແມ່ນ​ບັນ​ດາ​ນະ​ຄອນ​ໃຫຍ່, ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​ຂຶ້ນ​ແຜນ​ການ​ຂົນ​ຂວາບ​ປະ​ຊາ​ຊົນ​ໃສ່​ຜ້​າ​ອັດ​ປາກ - ອັດ​ດັງ ແລະ ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ທີ່​ໄດ້​ວາງ​ອອກ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.