ລາວ: ລັດຖະບານ ກຳນົດບາງມາດຕະການຈຸດສຸມ ໃນ 6 ເດືອນທ້າຍປີ 2020

11:30 | 26/06/2020

ລັດຖະບານ ຈະສຸມໃສ່ຈັດຕັ້ງປະຕິບັດມາດຕະການຈຸດສຸມຕ່າງໆ ໃນ 6 ເດືອນທ້າຍປີ 2020 ໂດຍຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ການຟື້ນຟູຂະແໜງການບໍລິການ ແລະ ການທ່ອງທ່ຽວ ເພືີ່ອຮັບປະກັນ ໃຫ້ແກ່ການ ຈັດຕັ້ງປະຕິບັດ ບັນດາຄາດໝາຍ ແລະ ວຽກງານຕ່າງໆ ແຕ່ນີ້ຫາທ້າຍປີ 2020 ໃຫ້ບັນລຸໄດ້ຕາມຄາດໝາຍ. 

ລາວ ລ ດຖະບານ ກຳນ ດບາງມາດຕະການຈ ດສ ມ ໃນ 6 ເດ ອນທ າຍປ 2020 ທູດລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງພັກຄອມມູນິດຫວຽດນາມ
ລາວ ລ ດຖະບານ ກຳນ ດບາງມາດຕະການຈ ດສ ມ ໃນ 6 ເດ ອນທ າຍປ 2020 ສື່ມວນຊົນລາວ ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບບັນດາກອງປະຊຸມຂອງອາຊຽນ
ລາວ ລ ດຖະບານ ກຳນ ດບາງມາດຕະການຈ ດສ ມ ໃນ 6 ເດ ອນທ າຍປ 2020
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ.(ພາບ:ຂປລ)

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2020 ກ່ຽວກັບການຂະຫຍາຍຕົວຂອງເສດຖະກິດວ່າ: ຍ້ອນມີຜົນກະທົບຈາກຫລາຍປັດໄຈ, ອີງໃສ່ການຄາດຄະເນຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ສູນສະຖິຕິແຫ່ງຊາດ ໂດຍນຳໃຊ້ຂໍ້ມູນ 3 ເດືອນຄາດຄະເນໝົດປີ 2020 ເສດຖະກິດຂອງປະເທດເຮົາ (GDP) ຈະຂະຫຍາຍຕົວຢູ່ໃນລະດັບ 3,3% ຫາ 3,6% (ສະພາແຫ່ງຊາດຮັບຮອງ 6,5%), ໃນກໍລະນີ GDP ຂະຫຍາຍຕົວ 3,6% ຈະມີມູນຄ່າໃນປີປະມານ 175.720 ຕື້ກີບ.

ສຳລັບປັດໄຈທີ່ເຮັດໃຫ້ GDP ຂະຫຍາຍຕົວໃນລະດັບ 3,6% ໃນ 2020 ມີດັ່ງນີ້: ຂະແໜງກະສິກຳ: ຂະຫຍາຍຕົວ 2,3% ຫລຸດແຜນການ 0,4%, ເຖິງວ່າຈະບໍ່ບັນລຸຕາມແຜນການທີ່ວາງໄວ້ແຕ່ເຫັນວ່າປະຊາຊົນ ໄດ້ຫັນມາສູ່ການຜະລິດກະສິກໍາ ເພື່ອສະໜອງພາຍໃນເພີ່ມຂຶ້ນ ຕາມຄວາມຕ້ອງການຂອງຕະຫລາດຍ້ອນການຈໍາກັດການສົ່ງອອກສິນຄ້າກະສິກໍາ ຂອງປະເທດເພື່ອນບ້ານ ເຮັດໃຫ້ການບໍລິໂພກຜະລິດຕະພັນພາຍໃນຫລາຍຂຶ້ນ. ການປູກພືດ, ຜັກ ແລະ ໝາກໄມ້ຕ່າງໆ ສາມາດປະຕິບັດໄດ້ປະມານ 85.477 ເຮັກຕາ, ຄາດຄະເນຜົນຜະລິດ ຈະໄດ້ຮັບປະມານ 813.970 ກວ່າໂຕນ ເທົ່າກັບ 68% ຂອງແຜນການ; ການຜະລິດພືດລະດູແລ້ງ ປະຕິບັດໄດ້ໃນເນື້ອທີ່ 24.578 ກວ່າເຮັກຕາ; ສະເພາະການຜະລິດເຂົ້າສົ່ງອອກໄປ ສປ ຈີນ ບັນລຸໄດ້ 15.000 ໂຕນ.

ຂະແໜງອຸດສາຫະກຳ: ຂະຫຍາຍຕົວ 6,8% ຫລຸດແຜນການ 1,5%; ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ຄາດຄະເນ ປະຕິບັດໄດ້ 3.574 ຕື້ກີບ, ເທົ່າກັບ 24,44% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 10,20%, ຄາດຄະເນ 6 ເດືອນຕົົ້ນປີ ຈະປະຕິບັດໄດ້ 6.256 ຕື້ກີບ. ສ່ວນຂະແໜງບໍລິການ: ເຖິງແມ່ນວ່າ ລັດຖະບານ ໄດ້ເອົາໃຈໃສ່ຜັນຂະຫຍາຍມາດຕະການຕ່າງໆ ເພື່ອສົ່ງເສີມການທ່ອງທ່ຽວຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ ການທ່ອງທ່ຽວລາວ-ຈີນ ແຕ່ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຂະແໜງການບໍລິການ ຢ່າງໜັກໜ່ວງ ຊຶ່ງເຫັນວ່າຈະສາມາດປະຕິບັດໄດ້ພຽງ 1,7% ຫລຸດແຜນການ 5,2% ແລະ ອາດຈະຫລຸດລົງເຖິງ -4,5%. ສັງລວມແລ້ວ ນັກທ່ອງທ່ຽວເຂົ້າມາປະເທດຂອງເຮົາ ໃນ 5 ເດືອນ ຕົົ້ນປີ 2020 ມີພຽງ 886.447 ເທື່ອຄົນ, ຫລຸດລົງ 17% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ຂະນະທີ່ ການຂົນສົ່ງທາງອາກາດ ແລະ ທາງບົກຜູ້ໂດຍ ສານຫລຸດລົງກວ່າ 90%.

ນອກຈາກນີ້, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າ: ປະຕິບັດໄດ້ 39,78% ຂອງແຜນການປີ, ໃນນັ້ນການສົ່ງອອກຫລຸດລົງ 6,1%, ການນໍາເຂົ້າຫລຸດລົງ 8,1%. ຄາດວ່າໝົດປີຈະສາມາດປະຕິບັດ 91,7% ຂອງແຜນການປີ ຈະສູນເສຍລາຍຮັບຈາກການສົ່ງອອກ ປະມານ 483,3 ລ້ານໂດລາສະຫະລັດ ຫລື ປະມານ 8,4% ຂອງມູນຄ່າການສົ່ງອອກ ທຽບໃສ່ປີ 2019. ການຈໍລະຈອນສິນຄ້າພາຍໃນ ປະຕິບັດໄດ້ 29.290 ຕື້ກີບ ເທົ່າກັບ 40,47% ຂອງແຜນການ, ຄາດຄະເນ 6 ເດືອນທ້າຍປີ ຈະສາມາດບັນລຸໄດ້ 90,29% ຂອງແຜນການ. ລັດຖະບານ ໄດ້ຕິດຕາມ ແລະ ແກ້ໄຂຫລາຍບັນຫາ ທີ່ເກີດຂຶ້ນໃນໄລຍະປິດດ່ານຊາຍແດນ ເຮັດໃຫ້ການຂົນສົ່ງສິນຄ້າ ສາມາດດໍາເນີນໄປໄດ້ເປັນປົກກະຕິ; ໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ທີ່ຈໍາເປັນ ຢ່າງຕັ້ງໜ້າ. ສ່ວນຂະແໜງພະລັງງານ ແລະ ບໍ່ແຮ່: ການຜະລິດກະແສໄຟຟ້າ ປະຕິບັດໄດ້ 18.808 ລ້ານ ກິໂລວັດໂມງ, ມູນຄ່າ 9.792 ຕື້ກີບ ເທົ່າກັບ 46% ຂອງແຜນການປີ, ຄາດຄະເນໝົດປີ ຈະສາມາດປະຕິບັດໄດ້ 41.340 ລ້ານ ກິໂລວັດໂມງ ມີມູນຄ່າປະມານ 21.286 ຕື້ກີບ ຊຶ່ງເຫັນວ່າລື່ນແຜນເລັກຫນ້ອຍ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 24 ມິຖຸນາ 2020, ພ້ອມທັງຊີ້ໃຫ້ເຫັນມາດຕະການຊຸກຍູ້ການຜະລິດສິນຄ້າອຸປະໂພກ-ບໍລິໂພກ ເພື່ອຕອບສະໜອງຄວາມຕ້ອງການພາຍໃນ ແລະ ມີມາດຕະການຫລຸດຜ່ອນການນໍາເຂົ້າ, ຄຸ້ມຄອງ ແລະ ດັດສົມລາຄາສິນຄ້າ ທີ່ມີຄວາມອ່ອນໄຫວ ຕໍ່ການດໍາລົງຊີວິດປະຈໍາວັນຂອງປະຊາຊົນ ໃຫ້ສົມເຫດສົມຜົນ. ພ້ອມກັນນີ້, ຈະຊຸກຍູ້ສົ່ງເສີມ ແລະ ໃຫ້ຄໍາແນະນໍາ ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ປັບປຸງ ແລະ ສ້າງເງື່ອນໄຂຄົບຖ້ວນ ໃຫ້ສາມາດເຂົ້າເຖິງແຫລ່ງທຶນ ໄດ້ສະດວກ ແລະ ວ່ອງໄວກວ່າເກົ່າ. ສືບຕໍ່ຊຸກຍູ້ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນການຜະລິດເປັນສິນຄ້າ ທີ່ມີຄຸນນະພາບ ແລະ ມີຕະຫລາດຈໍາໜ່າຍ.

ລັດຖະບານ ຈະຕ້ອງສຸມໃສ່ສືບຕໍ່ຈັດຕັັ້ງປະຕິບັດ 10 ນະໂຍບາຍ ແລະ 9 ມາດຕະການ ເພື່ອແກ້ໄຂ ແລະ ຫລຸດຜ່ອນຜົນກະທົບ ຈາກການລະບາດ ຂອງພະຍາດ ໂຄວິດ-19 ທີ່ໄດ້ປະກາດໄປແລ້ວ ໃຫ້ເປັນຮູບປະທຳ; ມາດຕະການດ້ານການເງິນ-ເງິນຕາ ໂດຍການຄວບຄຸມປະລິມານເງິນ ໃຫ້ຂະຫຍາຍຕົວຢູ່ໃນລະດັບບໍ່ເກີນ 20% ທຽບໃສ່ປີຜ່ານມາ, ຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບທີ່ເໝາະສົມ, ອັດຕາແລກປ່ຽນເງິນກີບ ທຽບໃສ່ເງິນໂດລາສະຫະລັດ ເໜັງຕີງໃນຂອບອ່ອນຄ່າ ຫລື ແຂງຄ່າ ບໍ່ເກີນ 5% ທຽບໃສ່ປີຜ່ານມາ, ຄັງສໍາຮອງເງິນຕາຕ່າງປະເທດ ໃຫ້ຢູ່ໃນລະດັບທີ່ສາມາດກຸ້ມການນໍາເຂົ້າໄດ້ຢ່າງໜ້ອຍ 3 ເດືອນ, ຊຸກຍູ້ໃຫ້ຍອດເຫລືອເງິນຝາກຂອງທະນາຄານທຸລະກິດ ຢູ່ໃນລະດັບ 58,43% ຂອງ GDP ແລະ ຍອດເຫລືອສິນເຊື່ອຂອງຂະແໜງທະນາຄານ ຢູ່ໃນລະດັບ 49,56% ຂອງ GDP ພ້ອມທັງຄວບຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPL) ໃຫ້ຢູ່ໃນລະດັບບໍ່ເກີນ 3%, ສືບຕໍ່ຄວບຄຸມອັດຕາເງິນເຟີ້ ແລະ ຮັບປະກັນສະຖຽນລະພາບຂອງຄ່າເງິນກີບຢ່າງເຂັ້ມງວດ.

ລາວ ລ ດຖະບານ ກຳນ ດບາງມາດຕະການຈ ດສ ມ ໃນ 6 ເດ ອນທ າຍປ 2020 ລາວຕີ​ລາ​ຄາ​ສູງ​ຫວຽດ​ນາມ​ໃນ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ

ຍ​ສ​ໝ - ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ​ ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ​້​ການ​ນຳ​ພາ​ຂອງ​ຫວຽດ​ນາມ, ອາ​ຊຽນ​ຈະ​​ກ້າວ​ໄປ​ເຖິງ​ຜົນ​ສຳ​ເລັດ ແລະ ລາວ​ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ ແລະ ໜູນ​ຊ່ວຍ​ເພື່ອ​ໃຫ້​ຫວຽດ​ນາມ​ປະ​ຕິ​ບັດ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ໃຫ້​ສຳ​ລັດ​ຜົນ.

ລາວ ລ ດຖະບານ ກຳນ ດບາງມາດຕະການຈ ດສ ມ ໃນ 6 ເດ ອນທ າຍປ 2020 ປະເທດລາວ ໄດ້ເຂົ້າຮ່ວມກອງປະຊຸມຖ່າຍທອດສົດລະດັບສູງ ເພື່ອການຮ່ວມມືສາກົນ.

ເມື່ອບໍ່ດົນມານີ້, ທ່ານ ສະເຫຼີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ. ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມທາງໄກລະດັບສູງໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອ ການຮ່ວມມືສາກົນ: ການຮ່ວມ ມືກັນໃນການຮັບມືຕ້ານການ ແຜ່ລະບາດພະຍາດ COVID-19.

ລາວ ລ ດຖະບານ ກຳນ ດບາງມາດຕະການຈ ດສ ມ ໃນ 6 ເດ ອນທ າຍປ 2020 ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ​ເພີ່ມ ເປັນເວລາ 72 ວັນ​ຕິດ​ຕໍ່​ກັນ

ມາຮອດວັນທີ 23 ມິຖຸນາ 2020, ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ​ເພີ່ມ ເປັນເວລາ 72 ວັນ​ຕິດ​ຕໍ່​ກັນ ​ແລະ ສາມາດປິ່ນປົວຜູ້​ຕິດ​ເຊື້ອ​ທັງໝົດຫາຍ​ດີ ​ແລະ ອອກ​ໂຮງໝໍ​ເປັນ​ທີ່​ຮຽບຮ້ອຍ.

ໄຊພອນ

ເຫດການ
302 Found

Found

The document has moved here.