ຍສໝ - ເມື່ອບໍ່ດົນມານີ້, ຢູ່ບາງກອກ, ສະມາຄົມມິດຕະພາບໄທ - ລາວ ປະສານງານກັບກົມອາຊີຕາເວັນອອກ, ກະຊວງການຕ່າງປະເທດໄທ ໄດ້ຈັດພິທີມອບອຸປະກອນການແພດໃຫ້ແກ່ປະເທດລາວເພື່ອປ້ອງກັນພະຍາດ Covid -19.
ຍສໝ - ຫ້ອງວ່າການລັດຖະບານ ສປປ.ລາວ ຫາກໍ່ປະກາດໃຊ້ແຈ້ງການເລກທີ 1049 ກ່ຽວກັບບັນດາມາດຕະການສະກັດກ້ັນພະຍາດໂຄວິດ-19 ທີ່ນໍາໃຊ້ໃນເດືອນຕຸລາ.
ໃນວັນທີ 28 ກັນຍາ 2020, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງ ປະເທດ ພ້ອມຄະນະໄດ້ເຂົ້າຮ່ວມ ກອງປະຊຸມລະດັບສູງທາງໄກ ກ່ຽວກັບການລຶບລ້າງຄວາມ ທຸກຍາກ ແລະ ການຮ່ວມມືຂອບ ໃຕ້-ໃຕ້ (ຫຼື ຂອບການຮ່ວມມືລະ ຫວ່າງປະເທດ ກຳລັງພັດທະນາ)ໃນຫົວຂໍ້: “ການກ້າວໄປສູ່ອະນາ ຄົດຮ່ວມກັນຂອງບັນດາປະເທດ ກຳລັງພັດທະນາ: ສົ່ງເສີມການ ລຶບລ້າງຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ໂດຍຜ່ານການ ຮ່ວມມືໃນຂອບ ໃຕ້-ໃຕ້.
ຍສໝ - ໂດຍປະເຊີນໜ້າກັບການເພີ່ມຂຶ້ນຂອງລາຄາປະເພດສິນຄ້າອຸປະໂພກບໍລິໂພກ, ລັດຖະບານລາວ ໄດ້ປະຕິບັດນະໂຍບາຍຢ່າງຮີບດ່ວນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຄວາມສະຖຽນລະພາບ, ຈຳກັດອັດຕາເງິນເຟີ້ຕໍ່າສຸດ ແລະ ຊອກຫາມາດຕະການເພື່ອເພີ່ມການຜະລິດພາຍໃນປະເທດ, ຫຼຸດຜ່ອນການນຳເຂົ້າ.
ແຜນການຄຸ້ມຄອງໃໝ່ແມ່ນບາດກ້າວທີ່ສຳຄັນໃນຂັ້ນຕອນການວາງແຜນ, ການສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງຂອງບັນດາໜ່ວຍງານທີ່ມີຄວາມຮັບຜິດຊອບ ສຳລັບເຂດອະນຸລັກແຫ່ງຊາດພູຫີນປຸນ ແລະ ຊຸມຊົນທີ່ອາໃສຢູ່ອ້ອມເຂດອະນຸລັກແຫ່ງຊາດພູຫີນປຸນ.
ມາຮອດປັດຈຸບັນ, ສປປ ລາວ ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກໍາລັງຕິດຕັ້ງທັງໝົດ 9.972 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211ລ້ານກິໂລວັດໂມງຕໍ່ປີ.
ພາຍຫລັງທີ່ປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ແຕ່ຍັງປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຢ່າງຫລວງຫລາຍ ໂດຍສະເພາະບັນດາອິດທິກຳລັງປໍລະປັກ ໄດ້ສຸມທຸກຄວາມພະຍາຍາມ ເພື່ອທຳລາຍລະບອບໃໝ່ຂອງພວກເຮົາແຕ່ຫົວທີ ດ້ວຍກົນອຸບາຍ ແລະ ວິທີການຕ່າງໆຢ່າງຮອບດ້ານ ແລະ ເລິກແລບແນບນຽນ. ໃນຂະນະທີ່ພື້ນຖານເສດຖະກິດພາຍໃນປະເທດ ຍັງບໍ່ເຂັ້ມແຂງ ແລະ ປະສົບການຍັງອ່ອນນ້ອຍ.
ໃນວັນທີ 25 ກັນຍາ 2020 ນີ້, ຢູ່ກົມພົວພັນຕ່າງປະເທດ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາວາ ອາກາດເອກ ກິດຕິພົງ ແກ້ວພາ ຜູ້ຊ່ວຍທູດຝ່າຍທະຫານອາກາດໄທ ປະຈໍາ ສປປ.ລາວ ທີ່ໄດ້ສິ້ນສຸດການປະຕິບັດໜ້າທີ່ການທູດ ປະຈໍາຢູ່ລາວ.
ຍສໝ - ການແຜ່ລະບາດຂອງພະຍາດໄຂ້ເລືອດອອກໃນທົ່ວປະເທດລາວ ຖືກແຜ່ລາມໄປຢ່າງຫຼາຍໃນຫລາຍທ້ອງຖິ່ນຂອງລາວ. ຈົນຮອດໃນປັດຈຸບັນ, ມີຈຳນ່ວນ 11 ຄົນຖືກເສຍຊີວິດ.
ໃນວັນທີ 17 ກັນຍາ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບທາງໄກ ກັບ ທ່ານ ດາໂຕະ ສິຣິ ຮີຊະມູດິນ ຕູນ ຮູສຊິນ (Dato’ Seri HishammuddinTun Hussein), ລັດຖະມົນຕີກະ ຊວງການຕ່າງປະເທດ ມາເລເຊຍ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະ ຫວ່າງ ລາວ ແລະ ມາເລເຊຍ.
ໃນວັນທີ 16 ກັນຍາ 2020 ທີ່ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫລວງວຽງຈັນ, ໄດ້ຈັດສຳມະນາວິຊາການກ່ຽວກັບການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເຂົ້າໃນການສົ່ງເສີມການຜະລິດກະສິກຳ ແລະ ການບໍລິການໃນຫົວຂໍ້ "ບົດບາດຄວາມສຳຄັນຂອງການປະຕິວັດອຸດສາຫະກຳ 4.0", ໂດຍການເປັນປະທານຂອງ ທ່ານ ບໍ່ວຽງຄຳ ວົງດາລາ - ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກຕວ) ມີພະນັກງານອ້ອມຂ້າງກະຊວງ ເຂົ້າຮ່ວມ 200 ກວ່າທ່ານ.
ຍສໝ - ຈຳນວນຂອງຂວັນດັ່ງກ່າວລວມມີເຂົ້າສານ, ໝີ່ສໍາເລັດຮູບ, ນໍ້າປາ, ເກືອ, ປາແຫ້ງ, ເຄື່ອງໃຊ້ທີ່ ຈຳເປັນໃນຊິວີດປະຈໍາວັນ, ດ້ວຍຈຳນວນເງິນທັງໝົດເກືອບ 30 ລ້ານດົ່ງ.
ຍສໝ - ຄ້າຍທະຫານປະຕູຊາຍແດນ ອ່າເດີດ ໄດ້ປະສານສົມທົບກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ເມືອງ ອ່າເລືອຍ ໄດ້ມອບຂອງຂວັນຈຳນວນຫຼາຍກວ່າ 120 ສ່ວນໃຫ້ແກ່ກອງກຳລັງປະກອບອາວຸດ ແລະ ປະຊາຊົນບ້ານ ກາໂລ, ເມືອງ ກ່າລຶມ, ແຂວງເຊກອງ (ປະເທດລາວ).
ໃນວັນທີ 2 ກັນຍາ 2020, ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສສ.ຫວຽດນາມ ປະຈໍາ ສປປ.ລາວ, ສະຫາຍພົນຕີ ແອສະໄໝ ເລືອງວັນໄຊ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ.ລາວ ໄດ້ນໍາພາຄະນະເຂົ້າອວຍພອນ ສະຫາຍ ຫງວຽນບ່າຮຸ່ງ - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດວັນຊາດສສ.ຫວຽດນາມ ຄົບຮອບ 75 ປີ(2/9/1945-2/9/2020).
ວັນທີ 31 ສິງຫານີ້, ຢູ່ໂຮງແຮມລາວພລາຊາ, ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ໄດ້ຈັດພິທີເປີດນໍາໃຊ້ເຕັກໂນໂລຊີລະບົບ 5G ຢ່າງເປັນທາງການເຊິ່ງເປັນເຄື່ອຂ່າຍທໍາອິດໃນ ສປປ ລາວ.
ຍສໝ - ໃນວັນທີ 25 ສິງຫາ 2020 ຢູ່ຫໍວັດທະນະທໍາ ແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນພິທີປະກາດການສ້າງຕັ້ງສະຫະພັນຊາວໜຸ່ມລາວຢ່າງເປັນທາງການ.
ຍສໝ - ລາຍຮັບລວມຂອງບໍລິສັດ Vinamilk ຫວຽດນາມ ໄດ້ບັນລຸ 29,648 ຕື້ດົງ, ເພີ່ມຂຶ້ນ 6,7% ທຽບໃສ່ໄລຍະດຽວກັນຂອງປີ 2019 ແລະ ປະຕິບັດໄດ້ 50% ຂອງແຜນການ.
ຍສໝ - ອົງການຄູ່ຮ່ວມມືທົ່ວໂລກກ່ຽວກັບການສຶກສາ ໄດ້ຮັບຮອງເອົາໂດຍ UNICEF ເຊິ່ງໄດ້ລົງນາມໃນສັນຍາການຊ່ວຍເຫຼືອໃຫ້ແກ່ປະເທດລາວ 7 ລ້ານໂດລາເພື່ອຫຼຸດຜ່ອນຜົນກະທົບຂອງ COVID-19 ໃນຂະແໜງການສຶກສາ.
ຍສໝ - ສ່ວນທ່ານເລຂາທິຫານໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສະແດງຄວາມຂອບໃຈລາວ ທີ່ໄດ້ສົມທົບກັບຫວຽດນາມຢ່າງແໜ້ນແຟ້ນໃນຂອບເຂດສອງຝ່າຍກໍ່ຄື ການຮ່ວມມືໃນອາຊຽນ; ທ່ານກໍ່ຕີລາຄາສູງຕໍ່ການນຳພາຂອງພັກ, ລັດຖະບານ ຄວາມສາມັກຄີຂອງປະຊາຊົນລາວ ໃນການຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ຢ່າງຂ້ຽວຂາດ ແລະ ຮັບປະກັນການພັດທະນາເສດຖະກິດສັງຄົມ.
ໃນວັນທີ 9 ສິງຫາ 2020 ຢູ່ທີ່ສະໜາມຫຼວງ, ນະຄອນຫຼວງວຽງຈັນ, ສູນກາງແນວລາວສ້າງຊາດ ໄດ້ຮ່ວມກັບສະຫະພັນລົດຖີບແຫ່ງຊາດລາວ ເພື່ອຈັດຕັ້ງກິດຈະກຳແຂ່ງຂັນລົດຖີບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ.