ໃນວັນທີ 29 ສິງຫາ 2019 ທີ່ສະໜາມບຳບັດຂີ້ເຫຍື້ອຫລັກ 32 ເມືອງໄຊທານີ ນະ ຄອນຫລວງວຽງຈັນ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີທຳລາຍ ສິນຄ້ານອກລະ ບົບ ປະເພດເຄື່ອງຮັບສັນຍານ ໂທລະພາບຜ່ານດາວທຽມ ລຸ້ນ Infoset, IMP ແລະ ອື່ນໆ ທີ່ລັກລອບ ນຳເຂົ້າມາຈຳໜ່າຍ ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບຂອງ ສປປ ລາວ, ມູນຄ່າ 500 ກວ່າລ້ານກີບ. ສິນຄ້າຜິດກົດໝາຍດັ່ງກ່າວ ແມ່ນກວດພົບ ແລະ ຢຶດໄດ້ຢູ່ ຮ້ານຫລາຍແຫ່ງ ໃນເມືອງສີໂຄດຕະບອງ, ຈັນທະບູລີ ແລະ ສີສັດຕະນາກ.
ກອງປະຊຸມປຶກສາຫາລືລະດັບນະໂຍບາຍສອງຝ່າຍ ລາວ-ອາເມຣິກາ ໂດຍການເປັນປະທານຮ່ວມກັບ ທ່ານ ນາງ Dimple Shah ຜູ້ຊ່ວຍລັດຖະມົນຕີກະຊວງ ຄວາມໝັ້ນຄົງພາຍໃນອາເມລິກາ ເພື່ອປຶກສາຫາລືກ່ຽວກັບການສົ່ງຄົນເຊື້ອຊາດລາວ ທີ່ເຮັດຜິດກົດໝາຍ ຢູ່ສະຫະລັດອາເມລິກາ ກັບຄືນ ສປປ ລາວ, ພ້ອມທັງ ຊອກຫາວິທີທາງອັນເໝາະສົມ ໃນການແກ້ໄຂບັນຫາດັ່ງກ່າວ ໃຫ້ມີປະສິດທິຜົນຍິ່ງຂຶ້ນ.
ການກະທໍາຂອງຈີນ ແມ່ນອັນຕະລາຍ ແລະ ອາດຈະສ້າງ “ທໍານຽມ” ໃໝ່ກໍ່ຜົນສະທ້ອນຕໍ່ບັນດາປະເທດທີ່ມີອະທິປະໄຕຢູ່ທະເລຕາເວັນອອກ.
ຄະນະລັດຖະບານ ໄດ້ເຫັນດີດ້ານຫລັກການຮັບຮອງເອົາ ຮ່າງກົດໝາຍຈຳນວນ 4 ສະ ບັບ ປະກອບມີ: ຮ່າງກົດໝາຍວ່າດ້ວຍ ການລົ້ມລະລາຍຂອງ ວິສາຫະກິດ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍຮູບເງົາ (ສ້າງໃໝ່), ຮ່າງກົດໝາຍວ່າດ້ວຍຫລັກຊັບ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍ ຄວາມສະເໝີພາບ ຍິງ-ຊາຍ (ສ້າງໃໝ່). ພ້ອມນັ້ນ ຍັງເຫັນດີຮັບຮອງເອົາ ຮ່າງດຳລັດ 2 ສະບັບ ຄື:ຮ່າງດໍາລັດວ່າດ້ວຍການປິດບໍ່ແຮ່ ພາຍຫລັງສິ້ນສຸດການຂຸດຄົ້ນ ແລະ ຮ່າງດໍາລັດວ່າດ້ວຍ ການຄຸ້ມຄອງທຸລະກິດ ຍານພາຫະນະທາງບົກ.
ຍສໝ - ເມື່ອບໍ່ດົນມານີ້, ກອງປະຊຸມເຜີຍແຜ່ຂໍ້ຕົກລົງທົ່ວໂລກກ່ຽວກັບການເຄື່ອນຍ້າຍຖິ່ນຖານຖືກຕ້ອງຕາມກົດໝາຍ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ (GCM) ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ ສສ ຫວຽດນາມ.
ຫວຽດນາມ ມີທັດສະນະ, ຫຼັກໝັ້ນຢ່າງຈະແຈ້ງ, ສະໜັບສະໜູນແກ້ໄຂການຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ ດ້ວຍມາດຕະການທາງການເມືອງໂດຍສັນຕິ
ປີ 2019 ແມ່ນຂີດໝາຍ 25 ປີ ແຫ່ງວັນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS) ມີຜົນສັກສິດຢ່າງເປັນທາງການ, ເອກະສານສະບັບດັ່ງກ່າວໄດ້ຮັບຖືວ່າແມ່ນ “ລັດຖະທໍາມະນູນກ່ຽວກັບມະຫາສະໝຸດ” ຂອງ ໂລກ. ເຖິງວ່າ UNCLOS ໄດ້ຮັບການໃຫ້ສັດຕະຍາບັນນັບແຕ່ປີ 1996 ກໍຕາມ, ແຕ່ ຈີນ ຍັງມີບັນດາການກະທໍາລະເມີດກົດໝາຍ ແລະ ບໍ່ປະຕິບັດຕາມບັນດາຂໍ້ກໍານົດຂອງ UNCLOS. ບັນດາການກະທໍາຫວ່າງມໍ່ໆມານີ້ຂອງ ຈີນ ຢູ່ ທະເລຕາເວັນອອກ ຖືກບັນດານັກຮຽນຮູ້ສາກົນກ່າວປະນາມຢ່າງຮຸນແຮງ.
ຍສໝ - ວັນທີ 8 ສິງຫານີ້, ສານລັດ ທີ່ ນະຄອນ San Francisco, ປະເທດສະຫະລັດອາເມລິກາ ໄດ້ອອກ ຄຳສັ່ງໃຫ້ກຸ່ມຜູ້ໃຊ້ເຟສບຸກ ຢູ່ ລັດ Illinois ຊຸກຍູ້ຄະດີຟ້ອງຮ້ອງ ບໍລິສັດ Facebook Inc. - ບໍລິສັດຄຸ້ມຄອງເວັບໄຊທ໌ເຄືອຂ່າຍສັງຄົມອອນລາຍທີ່ໃຫຍ່ທີ່ສຸດໃນໂລກ ທີ່ມີຊື່ດຽວກັນ - ກ່ຽວຂ້ອງກັບຂໍ້ກ່າວຫາກ່ຽວກັບການເກັບກຳຂໍ້ມູນ ດ້ານ Biometricຂອງ ຜູ້ຊົມໃຊ້ຫລາຍລ້ານຄົນ ຜ່ານຄຸນລັກສະນະ ສະແກນໃບໜ້າ ໂດຍບໍ່ໄດ້ຮັບຄວາມເຫັນດີຈາກລູກຄ້າ.
ໃນປັດຈຸບັນ, ການນຳໃຊ້ສື່ອອນລາຍປະເພດຕ່າງໆ ຢູ່ໃນປະເທດເຮົາເປັນຕົ້ນແມ່ນ ເວັບໄຊ(website), ເພຈໃນເຟດບຸກ (Facebook page) ແລະ ອື່ນໆ ເພື່ອໃຫ້ບໍລິການ ດ້ານຂໍ້ມູນຂ່າວສານ, ຄວາມບັນເທິງ ແລະ ຄວາມຮູ້ຕ່າງໆແກ່ສັງຄົມ ເຫັນວ່າຍັງບໍ່ທັນໄດ້ໄປ ລົງທະບຽນໃຫ້ຖືກຕ້ອງ ຕາມແຈ້ງການຂອງຫ້ອງ ການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 256/ຫກ, ລົງວັນທີ 12 ກໍລະກົດ 2019.
ກ່າວຄຳເຫັນທີ່ເວທີປາໄສພາກພື້ນ ອາຊຽນ ຄັ້ງທີ 26 (ARF – 26) ໄຂຂຶ້ນໃນວັນທີ 2 ສິງຫາ, ຢູ່ ໄທ, ທ່ານ ຟ້າມບີງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕີລາຄາສູງ ບົດບາດ ແລະ ຄຸນຄ່າຂອງ ARF ໃນການເພີ່ມທະວີການເຈລະຈາ ແລະ ການຮ່ວມມື ກ່ຽວກັບບັນຫາການເມືອງ - ຄວາມໝັ້ນຄົງ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ ກໍ່ຄື ຊຸກຍູ້ການຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍລວມຢູ່ພາກພື້ນ.
ວັນທີ 01 ສິງຫາ, ມີສະມາຊິກສະພາສູງອາເມລິກາ 4 ທ່ານໄດ້ອອກຖະແຫຼງການຕຳໜິຕິຕຽນບັນດາການກະທຳຜິດກົດໝາຍຂອງຈີນ ຢູ່ທະເລຕາເວັນອອກ.
ໃນວັນທີ 31 ກໍລະກົດ 2019 ທີ່ນະຄອນຫລວງວຽງຈັນ, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍການປະກັນສຸຂະພາບ ໃຫ້ແກ່ 6 ແຂວງ, ກະຊວງ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງອ້ອມຂ້າງກະຊວງ ສາທາລະນະສຸກ ເພື່ອເປັນບ່ອນອີງທີ່ສຳຄັນພື້ນຖານ ໃນການຈັດຕັ້ງປະຕິບັດວຽກງານປະກັນສຸຂະພາບ ໃຫ້ໄດ້ຮັບການຄຸ້ມຄອງ, ຕິດຕາມ, ກວດກາ, ຖືກ ຕ້ອງຕາມແນວທາງນະໂຍບາຍຂອງພັກ, ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ແລະ ສອດຄ່ອງກັບການປະຕິບັດພັນທະສາກົນ ຂອງ ສປປ ລາວ.
ຍສໝ - ແຕ່ວັນທີ 29-30 ກໍລະກົດ, ທີ່ນະຄອນຫະລ໋ອງ, ຄະນະກຳມະການ ການເງິນ-ງົບປະມານ ສະພາແຫ່ງຊາດຫວຽດນາມ ແລະ ຄະນະກຳມະການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດລາວ, ໄດ້ປະສານສົມທົບກັນຈັດກອງປະຊຸມແລກປ່ຽນປະສົບການ ວ່າດ້ວຍ ການປ່ຽນແປງໃໝ່ນະໂຍບາຍ, ກົດໝາຍໃນຂົງເຂດການເງິນ ແລະ ງົບປະມານແຫ່ງລັດ.
ຍສໝ - ໃນວັນທີ 24 ກໍລະກົດ 2019 ທີີ່ນະຄອນດ່າໜັງ ສສ ຫວຽດນາມ, ກະຊວງຕໍາຫຼວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ລາວ ໄດ້ຈັດກອງປະຊຸມສອງຝ່າຍກ່ຽວກັບການຮ່ວມມືຕ້ານ ແລະ ສະກັດກັ້ນການຄ້າຂາຍສັດປ່າຢ່າງຜິດກົດໝາຍ.
ຫວ່າງແລ້ວນີ້, ທີ່ນະຄອນຫລວງວຽງຈັນ, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມທາບທາມຮ່າງກົດໝາຍ ວ່າດ້ວຍການຟື້ນຟູ ແລະ ລົ້ມລະລາຍວິສາຫະກິດ ເພື່ອຄົ້ນຄວ້າ, ປັບປຸງ ແລະ ລະດົມຄຳຄິດເຫັນ ຂອງບັນດາກະຊວງ, ອົງການ ແລະ ພາກທຸລະກິດ ໂດຍສະເພາະ ອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ແລະ ຜູ້ປະກອບການທາງດ້ານທະ ນາຄານ ແລະ ບັນດາທະນາຄານທຸລະກິດຕ່າງໆຢູ່ ສປປ ລາວ ໃສ່ຮ່າງກົດໝາຍດັ່ງກ່າວ ເພື່ອສ້າງເງື່ອນໄຂ ແລະ ສິ່ງອຳນວຍຄວາມສະດວກ ໃນການດຳເນີນທຸລະກິດ ຂອງບັນດາຫົວໜ່ວຍທຸລະກິດຢູ່ ສປປ ລາວ ເຂົ້າສູ່ຂະບວນການຕາມກົດໝາຍ ໃຫ້ດີຂຶ້ນກວ່າເກົ່າຢ່າງຈະແຈ້ງ.
ທ້າຍອາທິດແລ້ວ, ຢູ່ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳຢູ່ຕ່າງປະເທດ ໃຫ້ແກ່ພະນັກງານ-ລັດຖະກອນຂອງກະຊວງການຕ່າງປະເທດ ເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ມີບັນດາຮອງລັດຖະມົນຕີ ຫົວໜ້າກົມ ພະແນກ ແລະ ຕາງໜ້າຈາກກົມຕ່າງໆເຂົ້າຮ່ວມ.
ທ້າຍອາທິດທີ່ຜ່ານມາ, ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບກະຊວງປ້ອງກັນຄວາມສະຫງົບ ໄດ້ຫາລືກັນກ່ຽວກັບການແກ້ໄຂ ບັນຫາຄົນຕ່າງປະເທດ ທີ່ເຄື່ອນໄຫວ ບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ຢູ່ນະຄອນຫລວງວຽງຈັນ, ເພື່ອສືບຕໍ່ແກ້ໄຂ ໂດຍການຫັນເອົາຄົນຕ່າງປະເທດທີ່ມາເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ ໃຫ້ຫັນເຂົ້າສູ່ການຄຸ້ມຄອງຕາມກົດໝາຍ ແລະ ກົດລະບຽບ ຂອງແຕ່ລະຂະແໜງການຢ່າງເຂັ້ມງວດ, ພ້ອມທັງໃຫ້ຂະແໜງການທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີຄວາມຮັບຜິດຊອບຕາມພາລະບົດບາດ-ໜ້າທີ່ຂອງຕົນ.
ຍສໝ - ທ້າຍອາທິດທີ່ຜ່ານມາ, ທີ່ ຫ້ອງຮັບແຂກສະພາແຫ່ງຊາດຫວຽດນາມ, ພົນເອກ ໂດ໋ ບ໋າ ຕິ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ມີພິທີຕ້ອນຮັບ ທ່ານ ຄຳເຜີຍ ປານມະໄລທອງ ຫົວໜ້າສະຖາບັນ ຄົ້ນຄວ້າກົດໝາຍສະພາແຫ່ງຊາດ ສປປ ລາວ ນຳພາຄະນະ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ປະເທດຫວຽດນາມ.
ຍສໝ - ໃນຕອນບ່າຍວັນທີ 24 ມິຖຸນາ ຢູ່ຮ່າໂນ້ຍ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດລະດັບຊາດ “ການປະຕິວັດອຸດສາຫະກໍາຄັ້ງທີ 4 ແລະ ບັນດານິຕິກໍາທີ່ວາງອອກ ໃຫ້ແກ່ການສ້າງລະບົບກົດໝາຍຫວຽດນາມ ໃຫ້ສົມບູນແບບ”.
ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 24 ມິຖຸນາ 2019 ຢູ່ສະພາແຫ່ງຊາດ (ຫຼັກ 6) ໂດຍເປັນປະທານຂອງທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ມີທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມດ້ວຍຄະນະປະ ຈຳສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ (ສສຊ) ເຂົ້າຮ່ວມ.