ເຄົາລົບກົດໝາຍສາກົນ ເພື່ອຄຸ້ມຄອງບັນດາຄວາມສ່ຽງທາງດ້ານຄວາມໝັ້ນຄົງຢູ່ພາກພື້ນ ໃຫ້ເປັນຢ່າງດີ

07:07 | 23/10/2019

ຍສໝ - ໃນຕອນເຊົ້າຂອງວັນທີ 21 ຕຸລາ 2019, ເວທີປາໄສ ແຊງຊາງ ປັກກິ່ງ ຄັ້ງທີ 9 ດ້ວຍຫົວຂໍ້ “ຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນ ແລະຊຸກຍູ້ສັນຕິພາບຢູ່ອາຊີ-ປາຊີຟິກ” ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ປັກກິ່ງ, ສປ ຈີນ.

ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື.


ເຄົາລົບກົດໝາຍສາກົນ ເພື່ອຄຸ້ມຄອງບັນດາຄວາມສ່ຽງທາງດ້ານຄວາມໝັ້ນຄົງຢູ່ພາກພື້ນ ໃຫ້ເປັນຢ່າງດີ

ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ:vtv.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຖືວ່າ: ເພື່ອຄຸ້ມຄອງບັນດາຄວາມສ່ຽງຄວາມໝັ້ນຄົງພາກພື້ນໃຫ້ເປັນຢ່າງດີ ຄວນມີ 4 ຂໍ້ຮຽກຮ້ອງ, ນັ້ນແມ່ນ: ຖືເປັນສຳຄັນຈິດໃຈເຄົາລົບກົດໝາຍ ແລະ ເຄົາລົບເຊິ່ງກັນ ແລະ ກັນໃນການພົວພັນສາກົນກໍ່ຄືແກ້ໄຂບັນດາການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນ; ເສີມຂະຫຍາຍຄວາມຮັບຜິດຊອບຂອງບັນດາປະເທດມະຫາອຳນາດ; ເສີມຂະຫຍາຍບົດບາດ, ປະສິດທິຜົນຂອງບັນດາກົນໄກຮ່ວມມື 2 ຝ່າຍ ແລະ ຫລາຍຝ່າຍໃນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຄຸ້ມຄອງຄວາມໝັ້ນຄົງພາກພື້ນເປັນຢ່າງດີ; ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ດ້ວຍຈິດໃຈຄູ່ຮ່ວມມື ເພື່ອຄວາມຮັບຜິດຊອບປະຊາຄົມ.

ສະພາບທະເລຕາເວັນອອກຍັງມີການຜັນແປຢ່າງສັບສົນ, ຖ້າບໍ່ໄດ້ຮັບການແກ້ໄຂເປັນຢ່າງດີ ຈະສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດຖືກຫລຸດຖອຍລົງ, ກີດຂວາງບັນດາຄວາມມານະພະຍາຍາມການຮ່ວມມືຂອງພາກພື້ນ. ຫຼັກໝັ້ນຂອງ ຫວຽດນາມ ແມ່ນສະໜັບສະໜູນ ແລະ ປົກປ້ອງສິດເສລີພາບໃນການໄປມາ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກໃຫ້ເໝາະສົມກັບກົດໝາຍສາກົນ. ຫວຽດນາມ ຢຶດໝັ້ນແຜນນະໂຍບາຍແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ ແລະ ພຶດຕິກຳຕົງຈິງສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

ເຄົາລົບກົດໝາຍສາກົນ ເພື່ອຄຸ້ມຄອງບັນດາຄວາມສ່ຽງທາງດ້ານຄວາມໝັ້ນຄົງຢູ່ພາກພື້ນ ໃຫ້ເປັນຢ່າງດີ

ບັນຍາກາດທີ່ກອງປະຊຸມ.(ພາບ:vtv.vn)

ທ່ານພົນເອກ ໂງຊວນລິກ ຖືວ່າ: ນີ້ແມ່ນພາກພື້ນທີ່ເຕັມໄປດ້ວຍຄວາມສ່ຽງດ້ານຄວາມໝັ້ນຄົງຍ້ອນມັນມີການກະທົບຂອງບັນດາປັດໄຈ ຄື: ການແກ່ງແຍ້ງລະຫວ່າງບັນດາປະເທດໃຫຍ່; ການຂັດແຍ່ງອະທິປະໄຕ; ບັນດາບັນຫາຄວາມໝັ້ນຄົງແບບໃໝ່; ບັນຫາທະເລຕາເວັນອອກ ຕ້ອງໄດ້ແກ້ໄຂໂດຍສັນຕິວິທີ, ບໍ່ນໍາໃຊ້ກໍາລັງອາວຸດ, ນາບຂູ່ນໍາໃຊ້ກໍາລັງອາວຸດ, ບົນພື້ນຖານກົດໝາຍສາກົນ, ເຄົາລົບຜົນປະໂຫຍດອັນຊອບທໍາຂອງແຕ່ລະປະເທດດ້ວຍຈິດໃຈຄູ່ຮ່ວມມື, ເພື່ອຄວາມຮັບຜິດຊອບຂອງປະຊາຄົມ. ຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າຈະມານະພະຍາຍາມພ້ອມກັບບັນດາປະເທດຊຸກຍູ້ການຮ່ວມມືເພື່ອແນໃສ່ກໍ່ສ້າງທະເລຕາເວັນອອກໃຫ້ກາຍເປັນພາກພື້ນສັນຕິພາບ, ສະຖຽນລະພາບ ແລະພັດທະນາ, ເພື່ອຜົນປະໂຫຍດລວມຂອງບັນດາປະເທດພາຍໃນ ແລະນອກພາກພື້ນ.

(ໄຊພອນ)

ເຫດການ