ແບ່ງປັນປະສົບການ ໃນການສ້າງກົດໝາຍ ນຳຄະນະພະນັກງານກະຊວງຍຸຕິທຳ ລາວ

15:26 | 25/09/2019

ຍສໝ - ວັນທີ 24 ເດືອນກັນຍາ, ລັດຖະມົນຕີກະຊວງຍຸຕິທຳ ຫງວຽນແຂ່ງຫງອກ ໄດ້ມີການຕ້ອນຮັບຄະນະພະນັກງານກະຊວງຍຸຕິທຳ ແຫ່ງ ສປປ.ລາວ ໂດຍທ່ານ ອິນທະພັນຍາ ຄຽວວົງພະຈັນ ຫົວໜ້າກົມ ກົມກົດໝາຍລາວ ໄດ້ນຳໜ້າມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 23 - 27 ເດືອນກັນຍາ ປີ 2019

ທ່ານຫົວໜ້າກົມ ຄຽວວົງພະຈັນ ໄດ້ຂອບໃຈຢ່າງນັບຖືສູງເຖິງ ທ່ານລັດຖະມົນຕີ ຫງວຽນແຂ່ງຫງອກທີ່ມີການຕ້ອນຮັບຄະນະ, ແລະທ່ານໃຫ້ຮູ້ວ່າ ຈຸດປະສົງຂອງການປະຕິບັດງານຄັ້ງນີ້ແມ່ນເພື່ອທາບທາມ, ຮຽນຮູ້ປະສົບການໃນການຝຶກອົບຮົມພະນັກງານ ເພື່ອສ້າງສາກົດໝາຍ ກໍ່ຄືຊອກຮູ້ປະສົບການໃນການສ້າງສາກົດໝາຍໂດຍທົ່ວໄປ ແລະ ຈຳນວນໜຶ່ງກົດດຳລັດຢ່າງລະອຽດໂດຍສະເພາະ ທີ່ລາວກຳລັງຄາດຄະເນຜັນຂະຫຍາຍຄື: ກົດໝາຍລົ້ມລະລາຍ, ກົດໝາຍໜ້າທີ່ທົດແທນ ຂອງປະເທດຊາດ...

ແບ່ງປັນປະສົບການ ໃນການສ້າງກົດໝາຍ ນຳຄະນະພະນັກງານກະຊວງຍຸຕິທຳ ລາວ

ທັດສະນີຍະພາບ ການພົບປະເຈລະຈາ. (ພາບ: baophapluat.vn)

ຊົມເຊີຍຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ລັດຖະມົນຕີ ຫງວຽນແຂ່ງຫງອກ ໄດ້ເນັ້ນໜັກກ່ຽວກັບການພົວພັນຮ່ວມມືມິດຕະພາບແຕ່ບູຮານ, ສາມັກຄີພິເສດລະຫວ່າງສອງປະເທດຫວຽດ-ລາວ. ໂດຍສະເພາະໃນດ້ານຍຸຕິທຳ, ກະຊວງຍຸຕິທຳສອງປະເທດໄດ້ແລກປ່ຽນຄະນະຫຼາຍຄັ້ງເພື່ອຮຽນຮູ້, ຊອກຮູ້ປະສົບການ ເພາະໄດ້ກຳນົດວຽກງານສ້າງສາກົດໝາຍແມ່ນໜ້າທີ່ທີ່ສຳຄັນຢ່າງແຖວໜ້າຂອງກະຊວງຍຸຕິທຳແຕ່ລະປະເທດ.

ຕາມທ່ານລັດຖະມົນຕີ, ກະຊວງຍຸຕິທຳຫວຽດນາມມີສະຕິຮູ້ສຶກຢ່າງສູງໜ້າທີຂອງຕົນເອງໃນການສະໜັບສະໜູນລາວກ່ຽວກັບວຽກງານສ້າງສາກົດໝາຍ. ໃນນັ້ນ, ການຝຶກອົບຮົມ, ບຳລຸງສ້າງພະນັກງານເຮັດວຽກງານສ້າງສາກົດໝາຍ ແມ່ນວິທີດີທີສຸດ, ໝັ້ນຄົງທີສຸດ.

ທ່ານລັດຖະມົນຕີວ່າ ໃນວຽກງານສ້າງສາກົດໝາຍ ຕ້ອງເອົາໃຈໃສ່ຄຸນນະພາບ, ບໍ່ຈຳເປັນຕ້ອງແລ່ນຕາມຈຳນວນເອກະສານ, ຂໍ້ກຳນົດ. ໂດຍສະເພາະ ສຳລັບກົດໝາຍໜ້າທີ່ທົດແທນຂອງປະເທດຊາດ, ແຕ່ປະສົບການຂອງຫວຽດນາມ, ທ່ານລັດຖະມົນຕີ ສະເໜີໃຫ້ ລາວ ຄວນສ້າງສາໃຫ້ເໝາະສົມກັບເງື່ອນໄຂ, ສະພາບການ ແລະ ຄວາມສາມາດປະຈຸບັນຂອງຄະນະພະນັກງານ, ບໍ່ຈຳເປັນຕ້ອງຂະຫຍາຍທຸກດ້ານທີ່ປະເທດຕ້ອງທົດແທນ.

(ຄຳຮຸ່ງ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ