![]() |
ກອງປະຊຸມເຜີຍແຜ່ຂໍ້ຕົກລົງທົ່ວໂລກກ່ຽວກັບການເຄື່ອນຍ້າຍຖິ່ນຖານຖືກຕ້ອງຕາມກົດໝາຍ, ຄວາມປອດໄພ ແລະຄວາມເປັນລະບຽບຮຽບຮ້ອຍ.(ພາບ: nhandan.com.vn.)
ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູຫວຽດແອັງ, ຫົວໜ້າກົມກົງສູນ, ກະຊວງການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກວ່າ: ເລື່ອງຮັບຮອງເອົາຂໍ້ຕົກລົງ GCM ສະແດງໃຫ້ເຫັນວ່າການຮ່ວມມືສາກົນໃນຂົງເຂດການເຄື່ອນຍ້າຍຖິ່ນຖານໄດ້ຮັບການຮັບຮູ້ວ່າແມ່ນຂອບເຂດປະສິດທິຜົນເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍຂອງການເຄື່ອນຍ້າຍຖິ່ນຖານ ແລະ ຊ່ວຍຊຸກຍູ້ການເຄື່ອນຍ້າຍຖິ່ນຖານໃຫ້ຖືກຕ້ອງຕາມກົດໝາຍ, ປົກປ້ອງສິດ, ຜົນປະໂຫຍດຂອງຊາວອົບພະຍົບເພື່ອພື້ນຖານສັນຕິພາບ, ຄວາມໝັ້ນຄົງ ແລະວັດທະນາຖາວອນຂອງໂລກ. ພ້ອມທັງຢັ້ງຢືນວ່າຫວຽດນາມ ໄດ້, ກຳລັງ ແລະຈະປະຕິບັດຕາມແຜນນະໂຍບາຍຊຸກຍູ້ການເຄື່ອນຍ້າຍຖິ່ນຖານໃຫ້ຖືກຕ້ອງຕາມກົດໝາຍ; ສະກັດກັ້ນ ແລະຕ້ານການເຄື່ອນຍ້າຍຖິ່ນຖານຜິດກົດໝາຍ, ການຄ້າມະນຸດ ແລະປົກປ້ອງສິດຂອງຊາວອົບພະຍົບ.
(ໄຊພອນ)