ມາຮອດປັດຈຸບັນ, ຫວຽດນາມ ໄດ້ມີການພົວພັນດ້ານປ້ອງກັນຊາດ ກັບ 100 ກ່ວາປະເທດ. ການທູດ ປ້ອງກັນຊາດຫຼາຍຝ່າຍມີການຜັນປ່ຽນຢ່າງແຮງກ່ຽວກັບຈິນຕະນາການ ຈາກ “ການເຂົ້າຮ່ວມ” ໄປສູ່ “ການເປັນເຈົ້າການປະກອບສ່ວນກໍ່ສ້າງ, ກຳນົດລະບຽບຫຼັກການລວມ”.
ຍສໝ - ເມື່ຶອບໍ່ດົນມານີ້, ອົງການອະນາໄມໂລກກ່າວເຕືອນວ່າ, ພະຍາດໂຄວິດ-19 ອາດຈະແກ່ຍາວ.
ຍສໝ - ເດັກນ້ອຍ 9 ຄົນ ເປັນອ້າຍນ້ອງກັນ ໃນຄອບຄົວຊົນເຜົ່າປາໂກ, ດຳລົງຊີວິດຢູ່ເຂດຫຼັກໝາຍຊາຍແດນ ລະຫວ່າງ ຫວຽດນາມ-ລາວ. ພວກເຂົາບໍ່ຮູ້ພາສາຫວຽດນາມ, ບໍ່ຮູ້ໜັງສື, ນອນຢູ່ເທິງດິນ, ກິນບໍ່ໃຊ້ຖ້ວຍ… ພວກເດັກນ້ອຍເໝືອນຄົນປ່າ ໄດ້ຮັບການປ່ຽນແປງຊີວິດ ແລະ ກາຍເປັນພົນລະເມືອງທີ່ດີ, ມີສຸຂະພາບແຂງແຮງ, ໄດ້ຮັບການຮ່ຳຮຽນ, ອີ່ມໜຳສຳລານສົມບູນພູນສຸກ. ຍ້ອນວ່າເຂົາເຈົ້າມີພໍ່ຮັກ ເປັນພະນັກງານ, ນັກຮົບຂອງປ້ອມປ້ອງກັນຊາຍແດນ ອາວາວ, ເມືອງ ດັກກຣົງ ແຂວງ ກ໋ວາງຈິ ນັບແຕ່ປີ 2018.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ເປັນປະທານກອງປະຊຸມທາງໄກ ດ້ວຍການເຂົ້າຮ່ວມຂອງບັນດາສະມາຊິກ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຕ້ານການຂຸດຄົ້ນສິນທະເລຢ່າງຜິດດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU)
ຍສໝ - ຕອນເຊົ້າວັນທີ 8 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Rajnath Singh ເນື່ອງໃນໂອກາດທ່ານມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມການທະຫານຂັ້ນສູງລະຫວ່າງສອງປະເທດ.
ຍສໝ - ໃນໂອກາດນີ້, ທະຫານປ້ອງກັນຊາຍແດນ ແຂວງ ລອງອານໄດ້ມອບໃຫ້ແກ່ກຳລັງປະກອບອາວຸດແຂວງ Prey Veng ວັດຖຸອຸປະກອນການແພດລວມມີ: ຜ້າອັດປາກ - ດັງອະນາໄມ 7500 ອັນ, ຢາຂ້າເຊື້ອ 180 ລິດ, ຢາລ້າງມືຂ້າເຊື້ອ 226 ຕຸກ ແລະ ເງິນເປັນຈຳນວນ 60 ລ້ານດົ່ງ.
ຍສໝ - ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ປ້ອງກັນປະເທດ ລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີ ແລະຜັນຂະຫຍາຍຢ່າງມີປະສິດທິຜົນໃນທຸກຂົງເຂດ. ພິເສດ, ໃນການຮ່ວມມືຊາຍແດນ, ສອງປະເທດໄດ້ປະສານສົມທົບຢ່າງ ແໜ້ນແຟ້ນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການນຳການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍເຂົ້າສູ່ລວງເລິກ .
ຍສໝ - ຕອນບ່າຍວັນທີ 9 ກັນຍາ, ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ມີການໂອ້ລົມເຈລະຈາທາງໄກ ກັບທ່ານລັດຖະມົນຕີ Ma Xiaowei ຫົວໜ້າຄະນະກຳມະການສາທາລະນະສຸກແຫ່ງຊາດ ຈີນ ກ່ຽວກັບບາງບັນຫາທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຍສໝ -ອ້າຍ ຫງວຽນເຟືອກກຸ໊ຍແທັງ ໄດ້ສະແດງຄວາມຕັດສິນໃຈໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ດ້ວຍພາບແຕ້ມລະດົມກຳລັງໃຈບົນຜ້າອັດປາກ ຫຼື ໄດ້ເຮັດດ້ວຍກະດຸມ
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫາກໍ່ລົງນາມໂທລະເລກລັດຖະການເລກທີ 1745 ໃນວັນທີ 19 ທັນວາ ປີ 2021 ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຄວບຄຸມເຊື້ອໄວຣັດກາຍພັນ Omicron.
ຍສໝ - ຮູບແບບທີ່ມີຄວາມໝາຍດ້ານມະນຸດສະທຳເພື່ອແນໃສ່ແຜ່ຂະຫຍາຍຈິດໃຈທຳການກຸສົນ, ປະກອບສ່ວນເຂົ້າໃນການຮ່ວມແຮງຮ່ວມໃຈພ້ອມກັບນະຄອນໃນໜ້າທີ່ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເພື່ອສືບຕໍ່ຮັກສາຄວາມສະຫງົບສຸກໃຫ້ແກ່ນະຄອນເກິ່ນເທີ.
ຍສໝ - ວັນທີ 14 ຕຸລາ ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມ ໄດ້ເປັນປະທານໃນການຈັດກອງປະຊຸມສອງຝ່າຍຂັ້ນລັດຖະມົນຕີລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ, ຮັກສາຄວາມເປັນລະບຽບຮຽບຮ້ອຍສັງຄົມ ແລະ ການປ້ອງກັນ, ຕ້ານຢາເສບຕິດ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລແທງລອງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານ AIDS, ຢາເສບຕິດ, ໂສເພນີ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ກອງປະຊຸມ.
ຍສໝ - ໜັງສືພິມລາຍວັນ Junge Welt ຂອງເຢຍລະມັນໄດ້ມີບົດຂຽນຍ້ອງຍໍຊົມເຊີຍການກະທຳຢ່າງທັນການແລະຂ້ຽວຂາດຂອງຫວຽດນາມໃນບັ້ນສະກັດກັ້ນໂລກລະບາດ Covid – 19 ທີ່ອັນຕະລາຍນີ້.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຖືວ່າ: ມາຮອດປະຈຸບັນ, ວຽກງານການເລືອກຕັ້ງໃນຂອບເຂດທົ່ວປະເທດ ໄດ້ຜັນຂະຫາຍຖືກຕ້ອງຕາມກົດໝາຍ, ຮັບປະກັນຄວາມຄືບໜ້າທີ່ໄດ້ວາງອອກ.
ຍສໝ - ທ່ານ ເອກອັກຄະລັດຖະທູດ Chay Navuth ໄດ້ສະແດງຄວາມຂອບອົບຂອບໃຈຕໍ່ຄວາມເອົາໃຈໃສ່, ແບ່ງປັນຢ່າງທັນການ ແລະເຕັມໄປດ້ວຍນ້ຳໃຈຂອງກະຊວງການປ້ອງກັນປະເທດຫວຽດນາມ ໃຫ້ແກ່ກຳປູເຈຍຈຳນວນອຸປະກອນການແພດນີ້. ພ້ອມທັງເນັ້ນໜັກວ່າ ນີ້ບໍ່ພຽງແຕ່ແມ່ນການສະໜັບສະໜູນກ່ຽວກັບວັດຖຸເທົ່ານັ້ນ, ຫາກຍັງແມ່ນແຫຼ່ງກຳລັງໃຈອັນຍິ່ງໃຫຍ່ໃຫ້ແກ່ກຳປູເຈຍເພື່ອຜ່ານຜ່າໄລຍະປະສົບກັບຄວາມຫຍຸ້ງຍາກນີ້.
ວັນທີ 1 ມິຖຸນາ ແມ່ນວັນເດັກນ້ອຍສາກົນ ແລະ ກໍ່ແມ່ນວັນທຳອິດຂອງເດືອນກະທຳເພື່ອເດັກ 2021 ຂອງ ຫວຽດນາມ. ຫົວເລື່ອງຂອງເດືອນກະທຳເພື່ອເດັກປີນີ້ແມ່ນ “ຮ່ວມແຮງຮ່ວມໃຈຮັບປະກັນການປະຕິບັດສິດທິເດັກ, ປົກປ້ອງເດັກນ້ອຍຕໍ່ໜ້າໄພທຳມະຊາດ, ໂລກລະບາດ”.
ຍສໝ - ທີ່ພິທີ, ທ່ານ Haldun Tekneci, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ຕວກກີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສົ່ງກຳລັງກູ້ໄພກູ້ຊີບຂອງກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ ໄປຍັງ ຕວກກີ.
ຍສໝ - ຕາມທ່ານ Douglas Foo ແລ້ວ, ສອງປັດໄຈສຳຄັນທີ່ສຸດເພື່ອແກ້ໄຂວິກິດການໂລກລະບາດ Covid – 19 ແມ່ນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ຄວາມພ້ອມຂອງຂະແໜງສາທາລະນະສຸກ.
ຍສໝ - ການເຈລະຈານະໂຍບາຍປ້ອງກັນຊາດແມ່ນພື້ນຖານສຳຄັນເພື່ອປະຕິບັດການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ການາດາ ເຂົ້າສູ່ລວງເລິກ.
ຍສໝ - ຕອນເຊົ້າວັນທີ 6 ມັງກອນ, ກ່ຳປັ່ນປ້ອງກັນ FGS Bayern ຂອງກອງທັບເຮືອ ເຢຍລະມັນ ໂດຍ ທ່ານພັນຕີ Tilo Kalski ເປັນກັບຕັນ ແລະ ລູກເຮືອ ກ່ວາ 200 ຄົນ ໄດ້ເຂົ້າທຽບທ່າກ່ຳປັ່ນຍ່າຣົງ (ນະຄອນໂຮ່ຈີມິນ), ເລີ່ມຕົ້ນການຢ້ຽມຢາມໄມຕິຈິດມິດຕະພາບ ຄັ້ງທຳອິດ ຫວຽດນາມ ໃນໄລຍະເວລາ 4 ວັນ.