ວຽກ​ງານ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ການ​ຕ່າງ​ປະ​ເທດປ້ອງ​ກັນ​ຊາດ​ບັນ​ລຸ​ໄດ້​ຜົນ​ງານ​ສຳ​ຄັນຫຼາຍ​ຢ່າງ

14:05 | 15/04/2022

ມາຮອດປັດຈຸບັນ, ຫວຽດນາມ ໄດ້ມີການພົວພັນດ້ານປ້ອງກັນຊາດ ກັບ 100 ກ່ວາປະເທດ. ການທູດ ປ້ອງກັນຊາດຫຼາຍຝ່າຍມີການຜັນປ່ຽນຢ່າງແຮງກ່ຽວກັບຈິນຕະນາການ ຈາກ “ການເຂົ້າຮ່ວມ” ໄປສູ່ “ການເປັນເຈົ້າການປະກອບສ່ວນກໍ່ສ້າງ, ກຳນົດລະບຽບຫຼັກການລວມ”.

ບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ ບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ
ແມ່​ຍິງ​ທີ່​ສຸມ​ຈິດ​ສຸມ​ໃຈ​ຕໍ່​ວຽກ​ງານ​ຮັກ​ສາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ ແມ່​ຍິງ​ທີ່​ສຸມ​ຈິດ​ສຸມ​ໃຈ​ຕໍ່​ວຽກ​ງານ​ຮັກ​ສາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ
ທ່ານພົນໂທ ຮ່ວາງຊວັນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: VOV)
ທ່ານພົນໂທ ຮ່ວາງຊວັນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: VOV)

ຕອນເຊົ້າວັນທີ 14 ເມສາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການຕ່າງປະເທດປ້ອງກັນຊາດໄລຍະ 2016 – 2021, ທິດທາງ, ໜ້າທີ່ຮອດປີ 2025. ກອງປະຊຸມໄດ້ຢັ້ງຢືນວ່າ 5 ປີຜ່ານມາ, ວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການຕ່າງປະເທດປ້ອງກັນຊາດ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ.

ພົ້ນເດັ່ນແມ່ນ ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ກັບບັນດາປະເທດ ສືບຕໍ່ໄດ້ຮັບການປັບປຸງ, ເຂົ້າສູ່ລວງເລິກ, ແທດຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງຄວາມໄວ້ເນື້ອເຊື່ອໃຈ, ຮັກສາການພົວພັນມິດຕະພາບ ກັບບັນດາປະເທດ, ປະກອບສ່ວນເຂົ້າໃນການປົກປັກຮັກສາອະທິປະໄຕເຂດນ້ຳແດນດິນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ ເພື່ອພັດທະນາປະເທດຊາດ, ເພີ່ມທະວີກຳລັງຄວາມສາມາດດ້ານປ້ອງກັນຊາດ.

ມາຮອດປັດຈຸບັນ, ຫວຽດນາມ ໄດ້ມີການພົວພັນດ້ານປ້ອງກັນຊາດ ກັບ 100 ກ່ວາປະເທດ. ການທູດ ປ້ອງກັນຊາດຫຼາຍຝ່າຍມີການຜັນປ່ຽນຢ່າງແຮງກ່ຽວກັບຈິນຕະນາການ ຈາກ “ການເຂົ້າຮ່ວມ” ໄປສູ່ “ການເປັນເຈົ້າການປະກອບສ່ວນກໍ່ສ້າງ, ກຳນົດລະບຽບຫຼັກການລວມ”. ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານພົນໂທ ຮ່ວາງຊວັນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເນັ້ນໜັກວ່າ:

ຫວຽດນາມຢຶດໝັ້ນ ແລະ ມີຄວາມສະເໝີຕົ້ນສະເໝີປາຍ ຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື, ແລະ ພັດທະນາ, ຫັນເປັນຫຼາຍຝ່າຍຫຼາຍຮູບແບບ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ຢ່າງຮອບດ້ານ ແລະ ເລິກເຊິ່ງກວ້າງຂວາງ, ຢຶດໝັ້ນຕໍ່ນະໂຍບາຍປ້ອງກັນຊາດ ຕາມປຶ້ມປົກຂາວ ທີ່ໄດ້ປະກາດໃນປີ 2019 ເພື່ອແນໃສ່ເປົ້າໝາຍສັນຕິພາບ, ປ້ອງກັນຕົນເອງ, ປົກປັກຮັກສາປະເທດຊາດ ແຕ່ຫົວທີ, ແຕ່ໄກ, ໃນຍຸກສະໄໝສັນຕິພາບ, ມານະພະຍາຍາມສະກັດກັ້ນ ບໍ່ປະໃຫ້ເກີດການປະທະກັນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.