ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ - ອິນ​ເດຍ​ ເຈ​ລະ​ຈາ, ເຊັນ​ຖະ​ແຫຼງ​ການ​ວິ​ໄສ​ທັດ​ລວມ

09:04 | 11/06/2022

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 8 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ເອກ ຟານ​ວ​ັນ​ຢາງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນເດຍ Rajnath Singh ເນື່ອງ​ໃນ​ໂອ​ກາດ​ທ່ານ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ການ​ທະ​ຫານ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ອິນ​ເດຍ ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ອິນ​ເດຍ ​ມາ​ຢ້ຽມ​ຢາມ ຫວຽດ​ນາມ
ປຶ​ກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ອານ​ເຊ​ຣີ ປຶ​ກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ອານ​ເຊ​ຣີ
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ - ອິນ​ເດຍ​ ເຈ​ລະ​ຈາ, ເຊັນ​ຖະ​ແຫຼງ​ການ​ວິ​ໄສ​ທັດ​ລວມ
ທ່ານ​ພົນ​ເອກ ຟານ​ວ​ັນ​ຢາງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນເດຍ Rajnath Singh (ພາບ: tienphong.vn)

ຕອນ​ເຊົ້າ​ວັນ​ທີ 8 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ເອກ ຟານ​ວ​ັນ​ຢາງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນເດຍ Rajnath Singh ເນື່ອງ​ໃນ​ໂອ​ກາດ​ທ່ານ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ການ​ທະ​ຫານ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ.

ກ່າວຄຳເຫັນທີ່ກອງ​ປະ​ຊຸມ, ທ່ານພົນເອກ ຟານວັນຢາງ ໄດ້ເນັ້ນໜັກວ່າ, ການຢ້ຽມຢາມຂອງທ່ານລັດຖະມົນຕີ Rajnath Singh ມີຄວາມໝາຍສຳຄັນ, ພິເສດແມ່ນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນເດຍ; ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ, ລະຫວ່າງ​ສອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ສອງ​ກອງທັບ​ເວົ້າ​ສະ​ເພາະ​ ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ທ່ານ​ລັດຖະມົນຕີ Rajnath Singh ຢືນຢັນ​ວ່າ: ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນ​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ ປາດ​ຖະໜາ​ວ່າ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຈະສືບ​ຕໍ່​ພັດທະນາ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານການ​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ, ຈາກ​ການ​ແລກປ່ຽນ​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງ, ການ​ຄ້າ, ວັດທະນະທຳ, ການ​ແລກປ່ຽນ​ປະຊາຊົນ. ..

2 ຝ່າຍ​ໄດ້​ເຫັນ​ດີ​ຕີ​ລາຄາ​ວ່າ ການ​ພົວພັນ​ຫວຽດນາມ - ອິນ​ເດຍ ພວມ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ບັນລຸ​ໄດ້​ໝາກຜົນ​ຕົວ​ຈິງ​ຫຼາຍ​ຢ່າງ. ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນຊາດ​ສອງ​ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ ແລະ ພັດ​ທະ​ນາ​ໃນ​ຫຼາຍ​ຮູບ​ຫຼາຍ​ແບບ, ນັບ​ມື້​ນັບ​ມີ​ຄວາມ​ໝາຍ​ສຳ​ຄັນ, ເປັນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ.

ບົນ​ພື້ນຖານ​ຖະ​ແຫຼ​ງການ “ວິ​ໄສ​ທັດ​ຮ່ວມ​ຫວຽດນາມ - ອິນ​ເດຍ ​ເພື່ອ​ສັນຕິພາບ, ຄວາມ​ວັດທະນາຖາວອນ ​ແລະ ປະຊາຊົນ” ​ທີ່ໄດ້​ຮັບຮອງ​ເອົາ​ໃນ​ເດືອນ ທັນວາ 2020, 2 ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື, ປະຕິບັດ​ບັນດາ​ໝາກຜົນ​ຂອງ​ບັນດາ​ເອກະສານ ​ແລະ ສັນຍາ​ທີ່​ໄດ້​ລົງ​ນາມຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ​.

ໃນນັ້ນ, ສຸມໃສ່ເພີ່ມທະວີການພົບ​ປະ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ຮັກສາ ​ແລະ ປັບປຸງ​ປະສິດທິ​ຜົນ​ຂອງ​ການ​ເຈລະຈາ, ປຶກສາ​ຫາລື ​ແລະ ​ແລກປ່ຽນ​ກົນ​ໄກ, ພິ​ເສດ​ແມ່ນ​ການ​ເຈລະຈາ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ຂັ້ນ​ຮອງ​ລັດຖະມົນຕີ; ການຝຶກອົບຮົມບຳລຸງສ້າງ; ການຮ່ວມມືດ້ານການທະຫານ; ເຂົ້າຮ່ວມໃນການຮັກສາສັນຕິພາບຂອງສະຫະປະຊາຊາດ; ​ເພີ່ມ​ທະວີ​ການ​ປະສານ​ງານ ​ແລະ ປຶກສາ​ຫາລື​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ...

2 ຝ່າຍ​ໄດ້​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ເຮືອ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍວ່າ​ດ້ວຍ​ທະ​ເລ​ປີ 1982; ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ຊຸກຍູ້​ການ​ເຈລະຈາ ​ເພື່ອ​ບັນລຸ​ ກົດ​ແຫ່ງ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຢ່າງ​ມີ​ປະສິດທິ​ຜົນ, ແທ້ຈິງ ​ແລະ ສອດຄ່ອງກັບກົດໝາຍສາກົນ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ພົນ​ເອກ ຟານ​ວັນ​ຢາງ ​ໄດ້ຝາກຄຳ​ເຊີນ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ບັນດາ​ວິ​ສາ​ຫະກິດ​ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ ສະໜັບສະໜູນ​ ​ແລະ ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສາກົນ​ການປ້ອງ​ກັນ​ຊາດ ໂດຍ ຫວຽດນາມ ຈັດ​ຕັ້ງ​ໃນ​ທ້າຍ​ປີ 2022.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.