ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ສະເໜີບັນດາອະນຸກຳມະການ, ບັນດາກະຊວງ, ຂະແໜງການສືບຕໍ່ປະຕິບັດຕາມທິດທາງ, ການມອບໝາຍ ແລະ ປະຕິບັດສຳເລັດໜ້າທີ່ທີ່ຍັງເຫຼືອຕາມແຜນການ, ວິວັດການທີ່ໄດ້ວາງອອກ, ແລະສູ້ຊົນປະຕິບັດບົດບາດເປັນປະທານອາຊຽນກ່ອນທີ່ຈະມອບຄວາມຮັບຜິດຊອບນີ້ໃຫ້ແກ່ປະເທດຕໍ່ໄປໃຫ້ສຳເລັດ.
ຍສໝ - ບົນເນື້ອໃນຈິດໃຈມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນ, ສອງຝ່າຍໄດ້ຕີລາຄາສູງບັນດາຜົນກະທົບ, ຄວາມສາມາດບົ່ມຊ້ອນໃນການຮ່ວມມື ພັດທະນາ ຂອງການເປີດຊ່ອງທາງຊາຍແດນຫຼັກໝາຍ 65 ແລະ ເຫັນດີເປັນເອກະພາບບາງເນື້ອໃນ.
ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ຫວັງວ່າ ພົນທະຫານເສນາຮັກ ຈະສືບທອດ, ເສີມຂະຫຍາຍໝາກຜົນ, ຜົນງານ ແລະ ບົດຮຽນປະສົບການທີ່ບັນລຸໄດ້ໃນໄລຍະຜ່ານມາໃຫ້ເປັນຢ່າງດີ, ປະຕິບັດສຳເລັດໜ້າທີ່; ພ້ອມທັງປະຕິບັດບົດບາດເປັນ “ທູດ” ແຫ່ງສັນຕິພາບ ແລະ ນ້ຳໃຈມິດຕະພາບ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຂອງປະເທດຊາດ ແລະ ກອບທັບປະຊາຊົນ ຫວຽດນາມ ໃນເວທີສາກົນ.
ຍສໝ - ໃນວັນທີ 17 ສິງຫາ 2019, ກອງປະຊຸມຄັ້ງທີ 7 ກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ດ້ວຍຫົວຂໍ້ວ່າ “ບົດບາດຂອງສະພາແຫ່ງຊາດໃນການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ໃນເຂດສາມຫຼ່ຽມພັດທະນາ” ໄດ້ໄຂຂຶ້ນຢູ່ນະຄອນຮ້າລອງ, ແຂວງກ໋ວາງນິງ.
ແຕ່ວັນທີ 20 ຫາວັນທີ 24 ກັນຍາ, ຄະນະຜູ້ແທນພັກຄອມມູນິດ ຫວຽດນາມ ໂດຍທ່ານນາງ ບຸ່ຍທິມິງຮວ່າຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ນຳພາຄະນະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຕວັກກີ.
ຍສໝ - ຕອນເຊົ້າວັນທີ 13 ມັງກອນ 2023, ຄະນະຜູ້ແທນສາກົນ ໄດ້ເຂົ້າຮ່ວມການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາ Paris ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບ ຢູ່ ຫວຽດນາມ (27/1/1973 – 27/1/2023) ໄດ້ໄປສຸສານອາໄລຫາປະທານໂຮ່ຈີມິນ
ກົມຄຸ້ມຄອງພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມຖອດຖອນບົດຮຽນການຄຸ້ມຄອງແລະ ດຳເນີນທຸລະກິດບໍລິການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າປະຈຳປີ 2019 ຂຶ້ນວັນທີ 28-29 ມັງກອນ 2020 ທີ່ລັດວິສາຫະກິດໄຟຟ້າລາວ ເປັນປະທານຂອງທ່ານ ບົວເທບ ມາໄລຄຳ ວ່າການຫົວໜ້າກົມຄຸ້ມຄອງພະລັງງານ ມີທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ບັນດາຫົວໜ້າກົມ ຮອງກົມ ຫົວໜ້າສະຖາບັນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ນະຄອນຫຼວງ ຫົວໜ່ວຍທຸລະກິດໄຟຟ້າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຍສໝ - ກອງປະຊຸມເພື່ອແນໃສ່ປະຕິບັດບັນດາຮຽກຮ້ອງ ສະໜິດຕິດພັນແໜ້ນແຟ້ນລະຫວ່າງການສ້າງກົດໝາຍ ແລະ ການປະຕິບັດກົດໝາຍ, ຮັບປະກັນການກົດໝາຍໄດ້ປະຕິບັດຢ່າງຍຸຕິທຳ,ເຄັ່ງຄັດ ແລະສ່ອງໃສທ່ຽງທຳ, ສະເໝີຕົ້ນສະເໝີປາຍ, , ທັນການ, ມີປະສິດທິຜົນ.
ອາເມລິກາຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອ ແມ່ນ 48.517.370 ຄົນ, ໃນນັ້ນມີຜູ້ເສຍຊີວິດ 791.048 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.
ທີ່ວາລະໄຂກອງປະຊຸມສຳມະນາ, ໃນຖານະເປັນປະທານຮ່ວມ ແລະ ຫົວໜ້າຂອງຄະນະຜູ້ແທນ ຫວຽດນາມ, ທ່ານ ຫວູໂຮ່, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ໄດ້ແບ່ງປັນກ່ຽວກັບຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ການໂອ້ລົມສົນທະນາ, ຮ່ວມມືເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງ ຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງທາງທະເລ.
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ລາວ ຈະມາຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ໃນລະຫວ່າງວັນທີ 28 ຫາ ວັນທີ 29 ມິຖຸນາ 2021.
ຍສໝ - ໃນຂອບເຂດກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 24 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານກອງປະຊຸມສະມັດຊາການເມືອງ - ຄວາມໝັ້ນຄົງ ອາຊຽນຄັ້ງທີ 21.
ກ່າວຄຳເຫັນໄຂກອງປະຊູມ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ກອງປະຊຸມໄດ້ດຳເນີນໃນບັນຍາກາດທົ່ວປະເທດ ຫາກໍ່ຕ້ອນຮັບບຸນເຕັດ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນດີງາມຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ພວມຕັ້ງໜ້າຜັນຂະຫຍາຍ ການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ຕອນເຊົ້າວັນທີ 3 ທັນວາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດການປະຊຸມ ຄັ້ງທີ 15 ຂອງກຸ່ມນັກຊ່ຽວຊານຮັກສາສັນຕິພາບ (EWG PKO) ຮອບວຽນທີ 4 (2021-2023) ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ເປີດກວ້າງ (ADMM+) ແບບທາງໄກ. ພາຍໃຕ້ການເປັນປະທານຂອງ ຫວຽດນາມ ແລະ ຍີ່ປຸ່ນ.
ຍສໝ - ຕອນບ່າຍວັນທີ 30 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນກຳມະທິການການຄ້າສາກົນ, ລັດຖະສະພາ ເອີລົບໂດຍທ່ານ Bernd Lange, ປະທານກຳມະທິການເປັນຫົວໜ້າຄະນະເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ຄຸນພໍ່ ຫງວຽນຫຶວມາກ, ປະທານສາສະຫນາ Mennonite ຫວຽດນາມ (ພາກເໜືອ) ໃຫ້ຮູ້ວ່າ, ທີ່ກອງປະຊຸມຄັ້ງນີ້, ທີ່ກອງປະຊຸມສະມັດຊາໃຫຍ່ຈະຮັບຮອງເອົາບົດລາຍງານການເຄື່ອນໄຫວໃນອາຍຸການ 35 (2017-2021); ປຶກສາ ຫາລືທິດທາງຂອງການພັດທະນາສະມາຄົມໃນໄລຍະໃຫມ່.
ຍສໝ - ຍ້ອນໂລກລະບາດໂຄວິດ - 19, ພິທີຕອບບຸນແທນຄຸນພໍ່ແມ່ ປີ 2021 ຢູ່ວັດ ຈຸກເລິມ ຢູ່ຊານເມືອງ ປາຣີ ຮອດວັນທີ 5 ກັນຍາ ຈຶ່ງສາມາດຈັດຕັ້ງໄດ້, ດ້ວຍລາຍການທີ່ຫຼຸດເວລາຈັດຕັ້ງລົງ ແລະ ຈຳນວນຜູ້ເຂົ້າຮ່ວມກໍ່ຈຳກັດກ່ວາເກົ່າ.
ຍສໝ - ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນສືບຕໍ່ເສີມຂະຫຍາຍຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີໄຫວພິບ ແລະ ມີຈິດໃຈຮັບຜິດຊອບສູງຕໍ່ປະຊາຊົນ, ຕໍ່ປະເທດຊາດ, ຕ້ອງຮັບຟັງຄຳເຫັນຂອງປະຊາຊົນ, ຕິດແທດຕົວຈິງ, ເພີ່ມທະວີຕົວຈິງ, ມຸ່ງໄປເຖິງພື້ນຖານ, ສຳຜັດກັບຕົວຈິງຢ່າງຮອບດ້ານ.
ທີ່ພິທີມອບລາງວັນຄັ້ງນີ້, ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ແກ່ 102 ຜົນງານ, ຜະລິດຕະພັນທີ່ດີເດັ່ນ, ລວມມີ ລາງວັນພິເສດ 1 ລາງວັນ, ລາງວັນທີ 2 19 ລາງວັນ, ລາງວັນທີ 3 29 ລາງວັນ ແລະ ລາງວັນຊົມເຊີຍ 43 ລາງວັນ.
ຍສໝ - ທ່ານຮອງນາຍົກລັດຖະມົນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຈະເປັນປະທານກອງປະຊຸມ.