ຄະ​ນະ​ຜູ້​ແທນ​ສາ​ກົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ Paris ໄປ​ອາ​ໄລ​ຫາ​ສຸ​ສານລຸງ​ໂຮ່

06:00 | 15/01/2023

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 13 ມັງ​ກອນ 2023, ຄະ​ນະ​ຜູ້​ແທນ​ສາ​ກົນ ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ Paris ກ່ຽວ​ກັບ​ການ​ຢຸດ​ຕິ​ສົງ​ຄາມ, ສ້າງ​ສັນ​ຕິ​ພາບ ຢູ່ ຫວຽດ​ນາມ (27/1/1973 – 27/1/2023) ໄດ້​ໄປ​ສຸ​ສານ​ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ

ການ​ສົ່ງ​ອອກ - ນຳ​ເຂົ້າ​ໃນ​ປີ 2022 ມຸ່ງ​ໄປ​ເຖິງເປົ້າ​ໝາຍ 700 ຕື້ USD ການ​ສົ່ງ​ອອກ - ນຳ​ເຂົ້າ​ໃນ​ປີ 2022 ມຸ່ງ​ໄປ​ເຖິງເປົ້າ​ໝາຍ 700 ຕື້ USD
ຫວຽດ​ນາມ ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ Marrakesh ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຄົນພິ​ການ, ຄົນ​ຕາ​ບອດ, ພິ​ການ​ຕາ ຫວຽດ​ນາມ ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ Marrakesh ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຄົນພິ​ການ, ຄົນ​ຕາ​ບອດ, ພິ​ການ​ຕາ
ບັນ​ດາ​ຜູ້​ແທນ​ເຂົ້​າ​ສຸ​ສານ​ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ
ບັນ​ດາ​ຜູ້​ແທນ​ເຂົ້​າ​ສຸ​ສານ​ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ

ເຂົ້າ​ຮ່ວມ​ພິ​ທີ​ອາໄລຫາປະທານ ໂຮ່ຈິມິນ ​ມີ​ທ່ານ ຟານ​ແອັງ​ເຊີນ, ຮອງປະ​ທານ ເລ​ຂາ​ທິ​ການ​ໃຫຍ່ VUFO, ການ​ນຳ, ພະ​ນັກ​ງານບັນ​ດາ​ຄະ​ນະ, ຫົວ​ໜ່ວຍ​ຂອງ VUFO ພ້ອມ​ກັບ​ຜູ້ແທນສາ​ກົນ 30 ທ່ານ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ Paris ມາ​ຫວຽດ​ນາມ.

ບັນ​ດາ​ຜູ້​ແທນ​ທີ່​ມາ​ຈາກ 13 ປະ​ເທດ ໄດ້​ຕາງ​ໜ້າ​ໃຫ້​ແກ່​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຄື: ສະ​ພາ​ສັນ​ຕິ​ພາບ​ໂລກ, ສະ​ພາ​ກົດ​ໝາຍ​ປະ​ຊາ​ທິ​ປະ​ໄຕ​ສາ​ກົນ, ສະ​ຫະ​ພັນ​ແມ່​ຍິງ​ປະ​ຊາ​ທິ​ປະ​ໄຕ​ສາ​ກົນ, ສະ​ຫະ​ພັນ​ກຳ​ມະ​ບານ​ໂລກ, ອົງ​ການ​ຈັດ​ຕັ້ງ​ສັນ​ຕິ​ພາບ ສາ​ມັກ​ຄີ​ທົ່ວ​ອິນ​ເດຍ, ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ, ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ, ສະ​ມາ​ຄົມ​ມິດ​ຕະ​ພາບ ຝ​ລັ່ງ - ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ ສະ​ວິດ ​ກັບ ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ…

ພວງ​ມາ​ລາ​ຂອງ​ຄະ​ນະ​ມີ​ແຖວ​ໜັງ​ສື “ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ” - ຄະ​ນະ​ຜູ້​ແທນ​ສາ​ກົນ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ Paris.

ພາຍຫຼັງ​ພິ​ທີ​ອາ​ໄລ​ຫາ, ບັນ​ດາ​ຜູ້​ແທນ​ໄດ້​ໄປຢ້ຽມຢາມ​ເຂດ​ຮ່ອງ​ຮອຍ​ປະ​ທານ​ໂຮ່​ຈີ​ມິນ, ຮັບ​ຟັງ​ການ​ເລົ່າ​ເລື່ອງ​ກ່ຽວ​ກັບ​ຊີ​ວິດ ແລະ ພາ​ລະ​ກິດ​ຂອງ​ເພິ່ນ.

ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 13 ມັງ​ກອນ, ບັນ​ດາ​ຜູ້​ແທນ​ໄດ້​ເຂົ້າ​ຮ່ວມ​ລາຍການ "​ພົບ​ປະ​ມິດ​ຕະ​ພາບ ສົນ​ທິ​ສັນ​ຍາ Paris 1973 ຫວນ​ຄືນ​ອະ​ດີດ​ຕະ​ການ, ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ”. ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ​ບັນ​ດາ​ເພື່ອນ​ມິດ​ສາ​ກົນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັ່ນ​ສົນ​ທິ​ສັນ​ຍາ Paris.

ຄະ​ນະ​ຜູ້​ແທນ​ສາ​ກົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ Paris ໄປ​ອາ​ໄລ​ຫາ​ສຸ​ສານລຸງ​ໂຮ່
ບັນ​ດາ​ຜູ້​ແທນ​ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ
ຄະ​ນະ​ຜູ້​ແທນ​ສາ​ກົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ Paris ໄປ​ອາ​ໄລ​ຫາ​ສຸ​ສານລຸງ​ໂຮ່
​ບັນ​ດາ​ຜູ້​ແທນ​ຢ້ຽມ​ຊົມ​ສະ​ຖານ​ທີ່​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ
ຄະ​ນະ​ຜູ້​ແທນ​ສາ​ກົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ Paris ໄປ​ອາ​ໄລ​ຫາ​ສຸ​ສານລຸງ​ໂຮ່
​​ບັນ​ດາ​ຜູ້​ແທນ​ຢ້ຽມ​ຊົມ​ສະ​ຖານ​ທີ່​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ
ຄະ​ນະ​ຜູ້​ແທນ​ສາ​ກົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ Paris ໄປ​ອາ​ໄລ​ຫາ​ສຸ​ສານລຸງ​ໂຮ່
​ບັນ​ດາ​ຜູ້​ແທນ ເບິ່ງ​ສາລະຄະດີກ່ຽວ​ກັບ​ປະ​ທານ​ໂຮ່​ຈີ​ມິນ
ຄະ​ນະ​ຜູ້​ແທນ​ສາ​ກົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ Paris ໄປ​ອາ​ໄລ​ຫາ​ສຸ​ສານລຸງ​ໂຮ່
​ຄະນະຜູ້ແທນ​ຖ່າຍ​ຮູບ​ທີ່ລະນຶກຢູ່​ສຸ​ສານ

ບຸນ​ຄົງ

ເຫດການ
302 Found

Found

The document has moved here.